ສາຍພົວພັນລະຫວ່າງລະຫວ່າງຈີນ-ຣັດເຊຍຈະເລັງໃສ່ເປົ້າໝາຍການພັດທະນາທີ່ມີລະດັບສູງກວ່າເກົ່າ ແລະ ມີຄຸນນະພາບສູງກວ່າເກົ່າ
ຕອນເຊົ້າວັນທີ 4 ພະຈິກນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານມີຄາອິນ ວະລາດີມີໂຣວິກ ມີຊູສະຕິນ ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງຊີ້ອອກວ່າ: ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ສາຍພົວພັນລະຫວ່າງຈີນ ແລະ ຣັດເຊຍໄດ້ເລັງໃສ່ເປົ້າໝາຍການພັດທະນາທີ່ມີລະດັບສູງກວ່າເກົ່າ ແລະ ມີຄຸນນະພາບສູງກວ່າເກົ່າ, ໄດ້ຂະຫຍາຍຕົວກ້າວໄປຂ້າງໜ້າຢ່າງໝັ້ນທ່ຽງໃນທ່າມກາງສະພາບແວດລ້ອມພາຍນອກທີ່ມີການຜັນແປຢ່າງສະຫຼັບຊັບຊ້ອນ. ຂ້າພະເຈົ້າກັບທ່ານປະທານາທິບໍດີວະລາດີເມຍ ປູຕິນໄດ້ພົບປະກັນສອງຄັ້ງຢູ່ນະຄອນຫຼວງມົສກູ ແລະ ນະຄອນຫຼວງປັກກິ່ງ, ໄດ້ແລກປ່ຽນກັນຢ່າງເລິກເຊິ່ງກ່ຽວກັບບັນຫາລັກສະນະຍຸດທະສາດ ແລະ ລັກສະນະກວມລວມໃນສາຍພົວພັນລະຫວ່າງສອງປະເທດ ພ້ອມທັງໄດ້ວາງແຜນ ແລະ ມີການຈັດວາງໃໝ່. ສອງຝ່າຍຕ້ອງຮັກສາການປະສານງານກັນຢ່າງແໜ້ນແຟ້ນ, ຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນ ທີ່ຂ້າພະເຈົ້າກັບທ່ານປະທານາທິບໍດີວະລາດີເມຍ ປູຕິນໄດ້ຕົກລົງກັນ, ສຸມໃສ່ຜົນປະໂຫຍດພື້ນຖານຂອງສອງປະເທດ ແລະ ປະຊາຊົນສອງຊາດ ເພື່ອສ້າງຜົນປະໂຫຍດໃຫ້ແກ່ກັນຈາກການຮ່ວມມືລະຫວ່າງສອງຝ່າຍ.
ທ່ານມີຊູສະຕິນກ່າວວ່າ: “ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20, ຂ້າພະເຈົ້າເຊື່ອໝັ້ນວ່າ ໜ້າທີ່ຍຸດທະສາດໃນຮອບ 5 ປີຂ້າງໜ້າ ທີ່ລະບຸໃນກອງປະຊຸມດັ່ງກ່າວ ຍ່ອມຈະໄດ້ຮັບຜົນສຳເລັດຢ່າງສະດວກ. ຂ້າພະເຈົ້າພ້ອມດ້ວຍສະມາຊິກທຸກຖ້ວນໜ້າໃນຄະນະລັດຖະບານຣັດເຊຍ ຈະຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ ເປັນເອກະພາບກັນທີ່ສຳຄັນທີ່ທ່ານກັບທ່ານປະທານາທິບໍດີວະລາດີເມຍ ປູຕິນໄດ້ຕົກລົງ ກັນ”.