ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 20 ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີກ່ຽວ​ກັບ​ແຜນ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15

ແຫຼ່ງຂ່າວ:国际在线   |    2025-10-24 11:08:52

       

 

      ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 20 ໄດ້​ຈັດຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ຂອງ​ຈີນ​ລະ​ຫວ່າງວັນ​ທີ 20-23 ຕຸ​ລາ​ນີ້, ໂດຍກົມ​ກ​ານ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ເປັນ​ປະ​ທານກອງ​ປະ​ຊຸມ​ດັ່ງ​ກ່າວ. ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງພັກ​ຄອມ​ມູ​ນິດ​ຈີນ​ໄດ້​ກ່າວ​ຄຳ​ປາ​ໄສ​ອັນ​ສຳ​ຄັນ.

      ກອງ​ປ​ະ​ຊຸມ​ດັ່ງ​ກ່າວ​ໄດ້​ຮັບ​ຟັງ ແລະ​ປຶກ​ສາ​ຫາ​ລື​ບົດ​ລາຍ​ງານວຽກ​ງານ​ທີ່​ຂຶ້ນ​ຜ່ານ​ໂດຍ​ທ່ານ ສີ​ຈິ້ນ​ຜິງ ເຊິ່ງ​ໄດ້​ຮັບ​ການມອບ​​ໝາຍຈາກ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ທັງ​ໄດ້​ພິ​ຈາ​ລະ​ນາ ແລະ ​ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີ​ຂອງ​ສູ​ນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ວາງ​ແຜນ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15. ທ່ານ ສີ​ຈິ້ນ​ຜິງ ໄດ້ແນະ​ນຳ​ຂໍ້​ສະ​ເໜີ​ຂອງ​ສູ​ນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ກ່ຽວ​ກັບ​ການ​ວາງ​ແຜນ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ສະ​ບັບປຶກ​ສາ​ຫາ​ລືຕໍ່​ກອງ​ປ​ະ​ຊຸມ.

ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ​ສະ​ໄໝ​ທີ 20 ຮັບ​ຮອງ​ເອົາ​ຂໍ້​ສະ​ເໜີກ່ຽວ​ກັບ​ແຜນ​ພັດ​ທ​ະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15