ທ່ານ ສີ​ຈິ້ນ​ຜິງ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ຢູ່​ເວ​ທີ​ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ

ແຫຼ່ງຂ່າວ:国际在线   |    2025-10-14 16:05:14

ຕອນ​ເຊົ້າ​ວັນ​ທີ 13 ຕຸ​ລາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ​ຢູ່​ສູນ​ປະ​ຊຸມ​ແຫ່ງ​ຊາດ​ທີ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ພ້ອມ​ທັງ​ກ່າວ​ຄຳ​ປາ​ໄສ​​ສຳ​ຄັນ​ພາຍ​ໃຕ້​ຫົວ​ຂໍ້ “ເສີ​ມ​ຂະ​ຫຍາຍ​ຈິດ​ໃຈ​ກອງ​ປະ​ຊຸມ​ໃຫຍ່ແມ່​ຍິງ​ໂລກ​ປັກ​ກິ່ງ ເລັ່ງ​​ລັດ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ແມ່​ຍິງ​ຢ່າງ​ຮອບ​ດ້ານ.

 ທ່ານ ສີ​ຈິ້ນ​ຜິງ ກ່າວ​ເນັ້ນ​ໜັກ​ວ່າ: ເມື່ອ​ແນມ​ເບິ່ງ​ອະ​ນາ​ຄົດ, ​ຝ່າຍ​ຕ່າງໆ​ຄວນ​ທົບ​ທວນ​ຄືນ​ຈິດ​ໃຈ​ກອງ​ປະ​ຊຸມ​​ໃຫຍ່ແມ່​ຍິງ​ໂລກ​ທີ່​ປັກ​ກິ່ງ,​ເຕົ້າ​ໂຮມ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃຫ້ກວ້າງ​ຂວາງກວ່າ​ເກົ່າ,​ບຸກ​ເບີກ​ເສັ້ນ​ທາງ​ໃຫ້ກວ້າງ​ຂວາງກວ່າ​ເກົ່າ​ແລະ​​ໃຊ້​ການເຄື່ອນ​ໄຫວ​ທີ່​ຕິດ​ແທດ​ຕົວ​ຈິງກວ່າ​ເກົ່າເພື່ອ​ເລັ່ງ​​ລັດ​ຂະ​ບວນ​ການ​ໃໝ່​ແຫ່ງ​ການ​ພັດ​ທະ​ນາ​ແມ່​ຍິງ​ຢ່າງ​ຮອບ​ດ້ານ. ທ່ານ ສີ​ຈິ້ນ​ຜິງ ​ຍັງໄດ້​ສະ​ເໜີ​ 4 ຂໍ້​ສະ​ເໜີສຳ​ຄັນຄື: ​ໜຶ່ງ ຮ່ວມ​ກັນ​ສ້າງ​ສະ​ພາບ​ແວດ​ລ້ອມ​ອັນ​ດີ​ງາມ​ທີ່​ມີ​ຜົນ​ປະ​ໂຫຍດ​ຕໍ່ການ​ພັດ​ທະ​ນາ​ແລະ​​ເຕີບໃຫຍ່​ຂອງ​ແມ່​ຍິງ,  ສອງ ຮ່ວມ​ກັນ​ບົ່ມ​ເພາະ​ພະ​ລັງ​ແຮງ​ທີ່​ເຂັ້ມ​ແຂງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ດ້ານ​ວຽກ​ງານ​ແມ່​ຍິງ, ​ສາມ ຮ່ວມ​ກັນ​ສ້າງ​ສະ​ພາບ​ການ​ປົກ​ຄອງເພື່ອ​ຮັບ​ປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍດ​​ຂອງແມ່​ຍິງ,ແລະ​ສີ່ ຮ່ວມ​ກັນ​ຂຽນປະ​ຫວັດ​ສາດ​ໜ້າ​ໃໝ່​ແຫ່ງ​ການຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ແມ່​ຍິງ​ໃນ​ໂລກ.

ທ່ານ ສີ​ຈິ້ນ​ຜິງ ​ກ່າວ​ຄຳ​ປາ​ໄສ​ສຳ​ຄັນ​ຢູ່​ເວ​ທີ​ກອງ​ປະ​ຊຸມ​ສຸດຍອດ​ແມ່​ຍິງ​ໂລກ