ວາ​ລະ​ສານ “​ສິວ​ຊື້” ລົງ​ພິມ​ບົດ​ຄວາມ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດຈີນ​

ແຫຼ່ງຂ່າວ:CGTN   |    2025-07-02 11:52:23

ວາ​ລະ​ສານ “​ສິວ​ຊື້” ສະ​ບັບ​ທີ 13 ທີ່​ພິມ​ຈຳ​ໜ່າຍ​ໃນ​ວັນ​ທີ 1 ກໍ​ລະ​ກົດ​ນີ້ ໄດ້ລົງ​ພິມ​ບົດ​ຄວາມ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ທີ່​​ໃສ່​ຫົວ​ເລື່ອງວ່າ “ຄວາມ​ສາ​ມັກ​ຄີ​ ແລະ ການ​ສູ້​ຊົນ ​ແມ່ນ​ເສັ້ນ​ທາງ​ທີ່​ຕ້ອງ​ເດີນ​ຜ່ານ​ຂອງ​ປະ​ຊາ​ຊົນ​ຈີນ ​ເພື່ອ​ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຄັ້ງ​ປະ​ຫວັດ​ສາດ”. ເນື້ອ​ໃນ​ບົດ​ຄວາມ​ດັ່ງ​ກ່າວແມ່ນຄັດ​ຈ້ອນ​​ມາຈາກ​​ບົດ​ບັນ​ລະ​ຍາຍ​ແລະ​ວິ​ເຄາະ​ທີ່​ສຳ​ຄັນ​ຂອງ​ທ່ານເລ​ຂາ​ທິ​ການ​ໃຫຍ່ສີ​ຈິ້ນ​ຜິງ​ໃນລະ​ຫວ່າງ​ເດືອນ​ຕຸ​ລາ​ປີ 2016 ຫາ ເດືອນ​ເມ​ສາ​ປີ 2025.

ບົດ​ຄວາມ​ດັ່ງ​ກ່າວ​ຊີ້​ອອກວ່າ: ຄວາມ​ສາ​ມັກ​ຄີ​ທີ່ເກີດ​ຂຶ້ນ​ຈາກ​ເປົ້າ​ໝາຍ​ສູ້​ຊົນ​ທີ່​ຈະ​ແຈ້ງ ຈຶ່ງ​ແມ່ນ​ຄວາມ​ສາ​ມັກ​ຄີ​ທີ່​ໜັກ​ແໜ້ນ​ທີ່​ສຸດ, ການ​ສູ້​ຊົນ​ທີ່​ອາ​ໄສ​ຄວາມ​ສາ​ມັກ​ຄີ​ທີ່​ໜັກ​ແໜ້ນ​ໃກ້​ຊິດ ຈຶ່ງ​ແມ່ນ​ການ​ສູ້​ຊົນ​ທີ່​ມີ​ພະ​ລັງ​ແຮງ​ທີ່​ສຸດ. ໃນ​ຂະ​ບວນ​ການ​​ອອກ​ເດີນ​ທາງ​ຄັ້ງໃໝ່, ພວກ​ເຮົາ​ຕ້ອງ​ອາ​ໄສ​ຄວາມ​ທັນ​ສະ​ໄໝ​ແບບ​ຈີນ ເພື່ອ​ເຕົ້າ​ໂຮມ​ຈິດ​ໃຈ​ແລະ​ກຳ​ລັງ​ແຮງ​ຕື່ມ​ອີກ, ສາ​ມັກ​ຄີ​ກັນ​ແລະ​ສູ້​ຊົນ​ຮ່ວມ​ກັນ. ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ແບບ​ຈີນ​ແມ່ນ​​ເປົ້າ​ໝາຍ​ຮ່ວມ​ກັນຂອງ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ ແລະ​ກໍ​ແມ່ນ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ສ່ຽງ​ແລະ​ສິ່ງ​ທ້າ​ທາຍ, ຕ້ອງພະ​ຍາ​ຍາມ​ດ້ວຍ​ຄວາມທໍ​ລະ​ຫົດ​ອົດ​ທົນ, ຕ້ອງ​ຍຶດ​ໝັ້ນ​ໃຫ້​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ​ມີ​ສ່ວນ​ຮ່ວມ​ນຳ​ກັນ, ສ້າງ​ສາ​​ຮ່ວມ​ກັນ ແລະ ຊົມ​ໃຊ້​​ຮ່ວມກັນ, ອາ​ໄສ​ປະ​ຊາ​ຊົນ​ທຸກ​ຖ້ວນ​ໜ້າ​ຢ່າງ​ໜັກ​ແໜ້ນ ເພື່ອຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ ແລະ ສ້າງ​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ຮ່ວມ​ກັນ.

ວາ​ລະ​ສານ “​ສິວ​ຊື້” ລົງ​ພິມ​ບົດ​ຄວາມ​ສຳ​ຄັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິດຈີນ​