ທ່ານສີຈິ້ນຜິງເປັນປະທານກອງປະຊຸມຄັ້ງທີ 6 ຂອງຄະນະກຳມາທິການການເງິນແລະເສດຖະກິດສູນກາງຈີນ
ຕອນເຊົ້າວັນທີ 1 ກໍລະກົດນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດ, ປະທານຄະນະກຳມະການການທະຫານສູນກາງຈີນ ໄດ້ເປັນປະທານກອງປະຊຸມຄັ້ງທີ 6 ຂອງຄະນະກຳມາທິການການເງິນແລະເສດຖະກິດສູນກາງຈີນ ເພື່ອຄົ້ນຄວ້າກ່ຽວກັບການຊຸກຍູ້ການສ້າງຕະຫຼາດເອກະພາບທົ່ວປະເທດຢ່າງເລິກເຊິ່ງ, ການພັດທະນາເສດຖະກິດທາງທະເລດ້ວຍຄຸນນະພາບສູງ ແລະ ຫົວຂໍ້ອື່ນໆ. ທ່ານສີຈິ້ນຜິງກ່າວຄຳປາໄສສຳຄັນ ໂດຍໄດ້ເນັ້ນໜັກວ່າ: ການສ້າງຕະຫຼາດເອກະພາບທົ່ວປະເທດແມ່ນຄວາມຮຽກຮ້ອງຕ້ອງການ ໃນການສ້າງຮູບແບບການພັດທະນາໃໝ່ ແລະ ຊຸກຍູ້ການພັດທະນາດ້ວຍຄຸນນະພາບສູງ, ຕ້ອງຈັດຕັ້ງປະຕິບັດຕາມການຈັດວາງຂອງສູນກາງພັກຢ່າງແທ້ຈິງ, ເພີ່ມທະວີການປະສານສົມທົບກັນ ແລະ ກາຍເປັນກຳລັງຊຸກຍູ້ທີ່ເປັນເອກະພາບກັນ. ການຊຸກຍູ້ຄວາມທັນສະໄໝແບບຈີນຕ້ອງຊຸກຍູ້ການພັດທະນາເສດຖະກິດທາງທະເລດ້ວຍຄຸນນະພາບສູງ ແລະ ເດີນຕາມເສັ້ນທາງຂອງການສ້າງຄວາມເຂັ້ມແຂງທາງທະເລທີ່ມີສີສັນພິເສດຂອງຈີນ.