ທ່ານ​ສີ​ຈິ້ນ​ຜິງ ແລະ ຜູ້​ນຳ​ມຽນ​ມາ​ສົ່ງ​ສານ​ຊົມ​ເຊີຍ​ຕໍ່​ກັນ​ໃນ​ໂອ​ກາດ​ຈີນ ແລະ ມຽນ​ມາ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 75 ປີ

ແຫຼ່ງຂ່າວ:CGTN   |    2025-06-10 16:54:50

ວັນ​ທີ 8 ມິ​ຖຸ​ນາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ແລະ ທ່ານ​ມິນອອງ​​ລາຍ ຜູ້​ນຳ​ມຽນ​ມາ​ໄດ້​ສົ່ງ​ສານ​ຊົມ​ເຊີຍ​ຕໍ່​ກັນເນື່ອງ​ໃນ​ໂອ​ກາດ​​ທີ່ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຈີນ-ມຽນ​ມາ​ຄົບ​ຮອບ 75 ປີ.

ເນື້ອໃນສານຊົມເຊີນຂອງທ່ານ​ສີ​ຈິ້ນ​ຜິງ​​ເນັ້ນ​ໜັກ​ວ່າ, ຈີນ​ໃຫ້​ຄວາມ​ສຳ​ຄັນ​ໃນ​ລະ​ດັບ​ສູງ​ຕໍ່​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ-ມຽນ​ມາ, ຍິນ​ດີ​ຮ່ວມ​ກັບ​ມຽນ​ມາ ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ, ຖື​ການ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ​ຄົບ​ຮອບ 75 ປີ, ເລັ່ງ​ລັດ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ດ້ວຍ​ຄຸນ​ນະ​ພາບ​ສູງ, ຮ່ວມ​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ທົ່ວ​ໂລກ, ຂໍ້​ລິ​ເລີ່ມ​ຄວາມ​ໝັ້ນ​ຄົງ​ທົ່ວ​ໂລກ ແລະ ຂໍ້​ລິ​ເລີ່ມ​ອະ​ລິ​ຍະ​ທຳ​ທົ່ວ​ໂລກ, ຊຸກ​ຍູ້​ໃຫ້​ຄູ່​ຮ່ວມ​ຊາ​ຕາ​ກຳ​ຈີນ-ມຽນ​ມາ​ລົງ​ສູ່​ລວງ​ເລິກ ແລະ ມີ​ຄວາມ​ໜັກ​ແໜ້ນ​ຍິ່ງ​ຂຶ້ນ​ຢ່າງ​​ບໍ່​ຢຸດ​ຢັ້ງ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ຊາດຫຼາຍກວ່າ​ເກົ່າ.

ເນື້ອໃນສານຂອງທ່ານ​ມິນ​ອອງ​​ລາຍລະບຸ​ວ່າ, ຫວ່າງ​ບໍ່​ດົນ​ມາ​ນີ້ ມຽນ​ມາ​ໄດ້​ປະ​ສົບ​ໄພ​ແຜ່ນ​ດິນ​ໄຫວ​ທີ່​ຮ້າຍ​ແຮງ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຈີນ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ​ຢ່າງ​ທັນ​ການ, ສະ​ແດງ​ໃຫ້​ເຫັນ​ເຖິງ​ມິດ​ຕະ​ພາບ​ອັນ​ເລິກ​ເຊິ່ງ​ທີ່​ປະ​ຊາ​ຊົນ​ສອງ​ຊາດ​ຮ່ວມ​ທຸກ​ຮ່ວມ​ສຸກ ແລະ ຊ່ວຍ​ຊູ​ຍູ້​ໜູນ​ກັນ​ຢ່າງ​ເຕັມ​ສ່ວນ. ຂໍ​ຂ​ອບ​ໃຈ​ຝ່າຍ​ຈີນ​ທີ່​ສະໜັບ​ສະ​ໜູນ​ມຽນ​ມາ​ບັນ​ລຸ​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ ຄວາມ​ປອງດອງ​ຊາດ ແລະ ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ຄອງ​ຄອຍ​ເລັ່ງ​ລັດ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ, ສ້າງ​ສາຍ​ພົ​ວ​ພັນ​ຄູ່​ຮ່ວມ​ທີ່​ເຂັ້ມ​ແຂງ ໝັ້ນ​ໜຽວ ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍກວ່າ​ເກົ່າ.

ທ່ານ​ສີ​ຈິ້ນ​ຜິງ ແລະ ຜູ້​ນຳ​ມຽນ​ມາ​ສົ່ງ​ສານ​ຊົມ​ເຊີຍ​ຕໍ່​ກັນ​ໃນ​ໂອ​ກາດ​ຈີນ ແລະ ມຽນ​ມາ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 75 ປີ