ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງພະປັນເຈນເອີເດນີ ໂຈກີກຽນໂປ

ແຫຼ່ງຂ່າວ:CGTN   |    2025-06-10 16:50:19

ວັນທີ 6 ມິຖຸນານີ້,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ,ປະທານປະເທດ,ປະທານຄະນະກຳມະການການທະຫານສູນກາງຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງພະປັນເຈນເອີເດນີ ໂຈກີກຽນໂປຢູ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງເຊີດຊູກຳລັງໃຈໃຫ້ພະອົງຈົ່ງຖືພະປັນເຈນລາມະອົງທີ10 ເປັນແບບຢ່າງ,ພະຍາຍາມກາຍເປັນພະລາມະສາສະໜາພຸດນິກາຍຕີເບດທີ່ມີຄວາມຮູ້ດ້ານພຸດທະສາດຢ່າງເລິກເຊິ່ງ ແລະ ໄດ້ຮັບຄວາມຖະໜອມຮັກຈາກພະສົງ ແລະ ສາຊະນິກະຊົນຕ່າງໆ,ປະກອບສ່ວນໃຫຍ່ກວ່າເກົ່າເຂົ້າໃນການຊຸກຍູ້ຄວາມສາມັກຄີລະຫວ່າງຊົນເຜົ່າ,ຄວາມປອງດອງໃນດ້ານສາສະໜາ ພ້ອມດ້ວຍຄວາມສະຫງົບການພັດທະນາ ແລະ ຄວາມກ້າວໜ້າຂອງເຂດຊີ່ຈ້າງ.

ພະປັນເຈນລາມະໄດ້ມອບຜ້າຮາດາໃຫ້ທ່ານສີຈິ້ນຜິງ ແລະ ແນະນຳສະພາບການຮ່ຳຮຽນ ແລະ ເຮັດວຽກຂອງຕົນໃນຫຼາຍປີມໍ່ໆມານີ້.ທ່ານສີຈິ້ນຜິງສະແດງຄວາມຊົມເຊີຍຕໍ່ຄວາມກ້າວໜ້າໃນດ້ານຕ່າງໆຂອງພະອົງ.

ພະປັນເຈນລາມະກ່າວຕື່ມວ່າຍ່ອມຈະຈື່ຈຳຄຳສອນສຸດອົກສຸດໃ​ຈຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ,ຖືພະປັນເຈນລາມະອົງທີ 10ເປັນແບບຢ່າງ,ເດັດດ່ຽວສະໜັບສະໜູນການນຳພາຂອງພັກຄອມມູນິຈີນ ແລະ ຮັກສາຄວາມເປັນເອກະພາບ ແລະ ຄວາມສາມັກຄີລະຫວ່າງຊົນເຜົ່າຂອງປະເທດຊາດ.ຈະສືບຕໍ່ພະຍາຍາມຮ່ຳຮຽນ,ເພີ່ມຄວາມຮູ້ໃນດ້ານສາສະໜາ ແລະ ຍົກສູງຄຸນທາດສັງລວມຢ່າງບໍ່ຢຸດຢັ້ງ,ປະກອບສ່ວນເພື່ອຊຸກຍູ້ຄວາມສາມັກຄີ ແລະ ຄວາມກ້າວໜ້າຂອງຊົນເຜົ່າ ແລະ ຊຸກຍູ້ການສ້າງຄວາມທັນສະໄໝຂອງເຂດຊີ່ຈ້າງ.

ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງພະປັນເຈນເອີເດນີ ໂຈກີກຽນໂປ