ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ

ແຫຼ່ງຂ່າວ:CGTN   |    2025-05-09 18:10:22

 

ຕອນ​ເຊົ້າ​ວັນ​ທີ 8 ພຶດ​ສະ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ຢູ່​ວັງ​ແກ​ຣມ​ລັງ​ທີ່ນະ​ຄອນຫຼວງ​ມົ​ສ​ກູ​ປະ​ເທດ​ຣັດ​ເຊຍ.

ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ວ່າ: ປະ​ຫວັດ​ສາດ ແລະ ຄວາມ​ຈິງ​ຢືນ​ຢັນ​ໃຫ້​ເຫັນ​ຢ່າງ​​ຕ​ຈະ​ແຈ້ງວ່າ, ການ​ພັດ​ທະ​ນາ ແລະ ລົງ​ເລິກ​ສາ​ຍ​ພົວ​ພັນ​ຈີນ-ຣັດ​ເຊຍ​ຢ່າງ​ຕໍ່​ເນື່ອງ, ແມ່ນ​ສິ່ງ​ຈຳ​ເປັນ​ເພື່ອ​ສືບ​ທອດ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ທຸກ​ເຊັ່ນ​ຄົນ, ເປັນ​ທາງ​ເລືອກ​ທີ່​ຕ້ອງ​ເປັນ​ໄປ​ຂອງ​ສອງ​ຝ່າຍ​ເພື່ອ​ຊ່ວຍ​ຊູ​ຍູ້​ໜູນ​ກັນ ແລະ ຊຸກ​ຍູ້​ການ​ພັດ​ທະ​ນາ​ເຊິ່ງ​ກັນ​ແລະ​ກັນ, ​ທັງ​ເປັນ​ຄວາມ​ຮຽກ​ຮ້ອງ​ຂອງ​ຍຸກ​ສະ​ໄໝ​ທີ່​ປົກ​ປັກ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ ຄວາມ​ເປັນ​ທຳ​ຂອງ​ສາ​ກົນ ແລະ ຊຸກ​ຍູ້​ການ​ປະ​ຕິ​ຮູ​ບ​ລະ​ບົບ​ບໍ​ລິ​ຫານ​ຂອງ​ໂລກ.

ປັດ​ຈຸ​ບັນ​ນີ້, ເມື່ອ​ຜະ​ເຊີນ​ໜ້າ​ກັບ​ກະ​ແສ​ລັດ​ທິ​ຝ່າຍ​ດຽວ ແລະ ການ​ກະ​ທຳ​ຂົ່ມ​ເຫັງ​ແບບ​ມະ​ຫາ​ອຳ​ນາດ​ໃນ​ສາ​ກົນ, ຈີນ​ຈະ​ຮ່ວມ​ກັບ​ຣັດ​ເຊຍ ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ພິ​ເສດ​ໃນ​ຖາ​ນະ​ເປັນ​ປະ​ເທດ​ໃຫຍ່​ໃນ​ໂລກ ທັງ​ເປັນ​ສະ​ມາ​ຊິກ​ຖາ​ວອນ​ໃນ​​ຂອງສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ແບກ​ຫາບ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ກ້າ​ຫານ, ຮ່ວມ​ກັນ​ສົ່ງ​ເສີມ​ທັດ​ສະ​ນະ​ປະ​ຫວັດ​ສາດ​ທີ່​ຖືກ​ຕ້ອງ​ກ່ຽວ​ກັບ​ສົງ​ຄາມ​ໂລກ​ຄັ້ງ​ທີ 2, ປົກ​ປັກ​ຮັກ​ສາ​ຄວາມ​ສັກ​ສິດ ແລະ ຖາ​ນະ​ບົດ​ບາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ເດັດ​ດ່ຽວ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຈີນ ແລະ ຣັດ​ເຊຍ ກໍ​ຄື​ປະ​ເທດ​ພວມ​ພັ​ດ​ທະ​ນາ​ຈຳ​ນວນຫຼວງຫຼາຍ​, ຮ່ວມ​ກັນ​ຊຸກ​ຍູ້​​ໃຫ້​ໂລກ​ຫັນ​ເປັນຫຼາຍ​ຂົ້ວ​ຢ່າງ​ສະ​ເໝີ​ພາບ ແລະ ເປັນ​ລະ​ບຽບ, ກໍ​ຄື ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ຢ່າງ​ມີ​ຜົນ​ປະ​ໂຫຍ​ດ​ທົ່ວ​ໄປ ແລະ ກວມ​ລວມ.

ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ກັບ​ທ່ານ​ວະ​ລາ​ດີ​ເມຍ ປູ​ຕິນ