ທ່ານສີຈິ້ນຜິງ, ປະທານສະພາມົນຕີເອີຣົບ ແລະ ປະທານຄະນະກຳມາທິການສະຫະພາບເອີຣົບສົ່ງສານຊົມເຊີຍຕໍ່ກັນເນື່ອງໃນໂອກາດທີ່ຈີນ ແລະ ສະຫະພາບເອີຣົບສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຄົບຮອບ 50 ປີ
ວັນທີ 6 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ, ທ່ານອັນໂຕນິໂອ ລູອິສ ຊານໂຕສ ດາ ໂຄສຕາ ປະທານສະພາມົນຕີເອີຣົບ ແລະ ທ່ານນາງວອນເດີເລເຢນ ປະທານຄະນະກຳມາທິການສະຫະພາບເອີຣົບໄດ້ສົ່ງສານຊົມເຊີຍຕໍ່ກັນເພື່ອສະເຫຼີມສະຫຼອງທີ່ຈີນ ແລະ ສະຫະພາບເອີຣົບສ້າງຕັ້ງສາຍພົວພັນທາງການທູດຮ່ວມກັນຄົບຮອບ 50 ປີຢ່າງຄຶກຄື້ນ.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ຈີນ ແລະ ສະຫະພາບເອີຣົບເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ທັງເປັນ 2 ກ້ອນກຳລັງເຂັ້ມແຂງທີ່ຊຸກຍູ້ໃຫ້ໂລກຫັນເປັນຫຼາຍຂົ້ວ, 2 ຕະຫຼາດໃຫຍ່ທີ່ສະໜັບສະໜູນໂລກາພິວັດ, 2 ອະລິຍະທຳສຳຄັນທີ່ສົ່ງເສີມຄວາມຫຼາກຫຼາຍ. ນັບແຕ່ການສ້າງຕັ້ງສາຍພົວພັນທາງການທູດຕະຫຼອດໄລຍະ 50 ປີມານີ້, ສອງຝ່າຍມີການໄປມາຫາສູ່ກັນໃນລະດັບຕ່າງໆ ແລະ ຂົງເຂດຕ່າງໆຢ່າງໃກ້ຊິດ, ມີຜົນສຳເລັດຢ່າງອຸດົມສົມບູນໃນການສົນທະນາ ແລະ ການຮ່ວມມື, ການແລກປ່ຽນດ້ານວັດທະນະທຳມີຫຼາກຫຼາຍສີສັນ, ການປະສານງານຫຼາຍຝ່າຍໄດ້ຮັບປະສິດທິຜົນຢ່າງພົ້ນເດັ່ນ. ສາຍພົວພັນຈີນ-ສະຫະພາບເອີຣົບໄດ້ກາຍເປັນໜຶ່ງໃນສາຍພົວພັນສອງຝ່າຍທີ່ມີບົດບາດສຳຄັນຫຼາຍທີ່ສຸດໃນໂລກ, ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນຈີນ ແລະ ສະຫະພາບເອີຣົບ ກໍຄື ຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ.
ຜູ້ນຳສະຫະພາບເອີຣົບກ່າວວ່າ, ພາຍໃຕ້ສະພາບເບື້ອງຫຼັງທີ່ຄວາມບໍ່ແນ່ນອນເພີ່ມຂຶ້ນໃນໂລກ ແລະ ການເມືອງໃນພາກພື້ນມີການປ່ຽນແປງໃນປັດຈຸບັນ, ສະຫະພາບເອີຣົບຍິນດີລົງເລິກສາຍພົວພັນຄູ່ຮ່ວມກັບຈີນ, ເພີ່ມທະວີການໄປມາຫາສູ່ກັນ ແລະ ການຮ່ວມມືກັນ, ປົກປັກຮັກສາຈຸດປະສົງ ແລະ ຫຼັກການໃນກົດບັດອົງການສະຫະປະຊາຊາດ, ຮ່ວມມືກັນເພື່ອຮັບມືກັບສິ່ງທ້າທາຍຮ່ວມກັນ, ຊຸກຍູ້ສັນຕິພາບ ຄວາມໝັ້ນຄົງ ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາແບບຍືນຍົງຂອງໂລກ.