ທ່ານສີຈິ້ນຜິງເດີນທາງຮອດນະຄອນຫຼວງພະນົມເປັນ ເລີ່ມຢ້ຽມຢາມກຳປູເຈຍທາງລັດຖະກິດ
ຕອນເຊົ້າວັນທີ 17 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ ເດີນທາງດ້ວຍເຮືອບິນພິເສດຮອດນະຄອນຫຼວງພະນົມເປັນປະເທດກຳປູເຈຍ, ເລີ່ມຢ້ຽມຢາມກຳປູເຈຍທາງລັດຖະກິດຕາມຄຳເຊີນຂອງສົມເດັດໂນໂຣດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ.
ທ່ານສີຈິ້ນຜິງໄດ້ກ່າວບົດປາໄສເປັນລາຍລັກອັກສອນ ໂດຍລະບຸວ່າ, ໃນໂອກາດບຸນປີໃໝ່ຂອງກຳປູເຈຍ, ຂ້າພະເຈົ້າຂໍສະແດງຄຳອວຍພອນປີໃໝ່ອັນປະເສີດໄປຍັງລັດຖະບານ ແລະ ປະຊາຊົນກຳປູເຈຍ.
ທ່ານສີຈິ້ນຜິງຊີ້ອອກວ່າ, ສາຍພົວພັນລະຫວ່າງຈີນ-ກຳປູເຈຍແມ່ນສາຍພົວພັນທີ່ຜູ້ນຳຮຸ່ນກ່ອນຂອງສອງປະເທດຮ່ວມກັນສ້າງຂຶ້ນ ແລະ ໄດ້ຮັບການປູກຝັງເປັນຢ່າງດີ, ມີຄວາມທົນທານຕໍ່ສິ່ງທົດສອບຈາກການປ່ຽນແປງຂອງສະພາບການສາກົນ, ມີຄວາມໜັກແໜ້ນຢ່າງສະເໝີຕົ້ນສະເໝີປາຍ. ສອງປະເທດນຳໜ້າສ້າງຄູ່ຮ່ວມຊາຕາກຳ, ນຳໜ້າດຳເນີນການຮ່ວມມືທີ່ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ສະໜັບສະໜູນເຊິ່ງກັນແລະກັນໃນພາລະກິດແຫ່ງການປົກປັກຮັກສາຄວາມໝັ້ນຄົງຂອງປະເທດຕົນ ກໍຄື ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງ, ມີຄວາມສາມັກຄີ ແລະ ປະສານງານກັນໃນການຕໍ່ສູ້ເພື່ອປົກປັກຮັກສາຄວາມຍຸຕິທຳ ແລະ ຄວາມເປັນທຳສາກົນ, ສ້າງແບບຢ່າງທີ່ດີໃຫ້ແກ່ການສ້າງສາຍພົວພັນສາກົນແບບໃໝ່ ແລະ ໄດ້ປະກອບສ່ວນເຂົ້າໃນການຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.