ທ່ານສີຈິ້ນຜິງພົບປະກັບເຈົ້າຊີວິດມາເລເຊຍ

ແຫຼ່ງຂ່າວ:CGTN   |    2025-04-17 08:54:47

ວັນທີ 16 ເມສານີ້,ສົມເດັດ ຊຸນຕານ ອິບຣາຮິມ ອິສຄານດາ ເຈົ້າຊີວິດມາເລເຊຍໄດ້ພົບປະກັບທ່ານສີຈິ້ນຜິງ ປະທານປະເທດຈີນຢູ່ພະລາດຊະວັງແຫ່ງຊາດມາເລເຊຍ.

ໃນເວລາພົບປະກັນ,ທ່ານສີຈິ້ນຜິງກ່າວເນັ້ນວ່າ:ຈີນແລະມາເລເຊຍຕ້ອງກໍ່ສ້າງໂຄງການສຳຄັນຕ່າງໆ ເຊັ່ນ:ເສັ້ນທາງແຄມຝັ່ງຕາເວັນອອກເປັນຕົ້ນໃຫ້ດີ,ເລັ່ງລັດດຳເນີນການຮ່ວມມດ້ານອຸດສາຫະກຳໃນອະນາຄົດ ເຊັ່ນ:ປັນຍາປະດິດ,ເສດຖະກິດດີຈີຕອນ ແລະ ເສດຖະກິດສີຂຽວເປັນຕົ້ນ.ຈີນຍິນດີຮ່ວມກັບມາເລເຊຍຈັດຕັ້ງປະຕິບັດຂໍ້ລິເລິ່ມການພັດທະນາທົ່ວໂລກ,ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະ ຂໍ້ລິເລີ່ມຄວາມໝັ້ນຄົງອະລິຍະທຳທ່ົວໂລກ,ຊຸກຍູ້ເຂດໂລກໃຕ້ຮ່ວມກັນພັດທະນາຢ່າງແຂງແຮງ ເພື່ອສະໜອງຄວາມໝັ້ນໃຈ ແລະ ກຳລັງທາງບວກຫຼາຍກວ່າເກົ່າໃຫ້ແກ່ພາກພື້ນ ແລະ ໂລກ.

ສົມເດັດອິບຣາຮິມກ່າວວ່າ:ມາເລເຊຍເອົາໃຈໃສ່ນຳການພົວພັນກັບຈີນໃນລະດັບສູງ, ບໍ່ວ່າສະຖານະການສາກົນມີການປ່ຽນແປງຄືແນວໃດ, ກໍ່ຈະຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳທີ່ມີລັກສະນະຍຸດທະສາດລະດັບສູງ.ມາເລເຊຍເດັດດ່ຽວສະໜັບສະໜູນຂໍ້ລິເລິ່ມ “ໜຶ່ງແລວໜຶ່ງເສັ້ນທາງ”,ຍິນດີເພີ່ມທະວີການລົງທຶນ ແລະການຮ່ວມມືດ້ານການຄ້າກັບຈີນ,ພ້ອມກັນເຮັດໃຫ້ຕ່ອງໂສ້ອຸດສາຫະກຳ ແລະຕ່ອງໂສ້ການສະໜອງມີຄວາມໝັ້ນທ່ຽງ.ມາເລເຊຍຕີລາຄາສູງຕໍ່ກອງປະຊຸມວຽກງານກັບປະເທດອ້ອມຂ້າງຂອງສູນກາງພັກຄອມມູນິດຈີນທີ່ຈັດຂຶ້ນໃນຫວ່າງມໍ່ໆມານີ້ ແລະ ເອົາໃຈໃສ່ນຳບົດບາດສຳຄັນຂອງຈີນເພື່ອຮັບມືກັບສິ່ງທ້າທາຍຂອງໂລກ ແລະ ພາກພື້ນ.

ທ່ານສີຈິ້ນຜິງພົບປະກັບເຈົ້າຊີວິດມາເລເຊຍ