ທ່ານສີຈິ້ນຜິງພົບປະກັບທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ

ແຫຼ່ງຂ່າວ:CGTN   |    2025-04-17 08:52:46

ວັນທີ 14 ເມສານີ້,ທ່ານສີຈິ້້ິນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດພົບປະກັບທ່ານໂຕເລິມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມຢູ່ສຳນັກງານສູນກາງພັກຄອມມູນິດຫວຽດນາມ.

ທ່ານສີຈິ້ນຜິງຊີ້ອອກວ່າ: ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ຫວຽດນາມມີຄວາມໝາຍສຳຄັນລະດັບໂລກ,ສອງປະເທດເກາະແຂນກັນເດີນມຕາມເສັ້ນທາງການພັດທະນາໂດຍສັນຕິ ຈະຮັກສາສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນ ຈົນເຖິງລະດັບໂລກຢ່າງແຂງແຮງ ແລະ ຊຸກຍູ້້ການພັດທະນາຮ່ວມກັນ.ສອງປະເທດຍຶດໝັ້ນການເປີດປະຕູສູ່ພາຍນອກ, ເສີມຂະຫຍາຍບົດບາດອັນຕັ້ງໜ້າເພື່ອປົກປັກຮັກສາຕ່ອງໂສ້ອຸດສາຫະກຳ, ຕ່ອງໂສ້ການສະໜອງໃນພາກພື້ນທີ່ມີຄວາມໝັ້ນທ່ຽງ ແລະ ຄວາມສະດວກ ພ້ອມທັງຊຸກຍູ້ສົ່ງເສີມເສດຖະກິດໂລກະພິວັດ.

ທ່ານໂຕເລິມກ່າວວ່າ:ຫວຽດນາມເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ.ຫວຽດນາມສະໜັບສະໜູນທິດສະດີປະຊາຄົມຮ່ວມຊາຕາກຳຂອງມວນມະນຸດແລະ ຂໍ້ລິເລີ່ມທົ່ວໂລກ 3 ຂໍ້ທີ່ສະເໜີໂດຍທ່ານສີຈິ້ນຜິງ,ຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ວິໄສທັດກ່ຽວກັບການຮ່ວມກັບປະເທດໃກ້ຄຽງໃນການສ້າງ “ເມືອງໃນຫ້າດ້ານ” ແລະ ທິດທາງຍຶດໝັ້ນມີໄມຕີຈິດຖານປະເທດໃກ້ຄຽງ,ຢູ່ຮ່ວມກັນກັບປະເທດໃກ້ຄຽງຢ່າງສະຫງົບ ແລະ ຮັ່ງມີຮ່ວມກັນກັບປະເທດໃກ້ຄຽງທີ່ສະເໜີອອກໃນກອງປະຊຸມວຽກງານປະເທດອ້ອມຂ້າງຂອງສູນກາງພັກຄອມມູນິດຈີນ.ຫວຽດນາມຍິນດີຮ່ວມກັບຈີນເພີ່ມທະວີການປະສານສົມທົບກັນ,ຍຶດໝັ້ນລັດທິຫຼາຍຝ່າຍ,ຮັກສາລະບຽບການຄ້າສາກົນ. ຫວຽດນາມຍິນດີແກ້ໄຂຂໍ້ຂັດແຍ້ງທາງທະເລກັບຈີນຢ່າງເໝາະສົມ ເພື່ອຮັກສາຄວາມໝັ້ນຄົງທາງທະເລ.

ມື້ດຽວກັນ,ທ່ານສີຈິ້ນຜິງ ປະທານປະເທດຈີນຍັງໄດ້ພົບປະກັບທ່ານຟາມມິງຈິງ ນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານເຈິ່ນແທັງເມີ້ນ ປະທານສະພາແຫ່ງຊາດຫວຽດນາມ.

ທ່ານສີຈິ້ນຜິງພົບປະກັບທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ