ທ່ານສີຈິ້ນຜິງ ພົບປະກັບຜູ້ຕາງໜ້າວົງການອຸດສາຫະກຳການຄ້າສາກົນ
ຕອນເຊົ້າວັນທີ 28 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບຜູ້ຕາງໜ້າອຸດສາຫະກຳການຄ້າສາກົນຢູ່ຫໍສະພາປະຊາຊົນແຫ່ງຊາດຈີນທີ່ນະຄອນຫຼວງປັກກິ່ງ.
ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ວິສາຫະກິດທຶນຕ່າງປະເທດໄດ້ມີສ່ວນຮ່ວມສຳຄັນໃນຂະບວນການສ້າງຄວາມທັນສະໄໝແບບຈີນ, ກໍຄືການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ ແລະ ການປະດິດສ້າງຂອງຈີນ, ໃນຂະບວນການດັ່ງກ່າວ, ວິສາຫະກິດທຶນຕ່າງປະເທດກໍໄດ້ຮັບຜົນປະໂຫຍດຢ່າງຫຼວງຫຼາຍ, ໄດ້ບັນລຸຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ການເປີດປະຕູສູ່ພາຍນອກແມ່ນນະໂຍບາຍພື້ນຖານແຫ່ງຊາດຂອງຈີນ, ຈີນພວມອອກແຮງຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ, ນະໂຍບາຍນຳໃຊ້ທຶນຕ່າງປະເທດບໍ່ໄດ້ມີການປ່ຽນແປງ ແລະ ຈະບໍ່ປ່ຽນແປງໃນອະນາຄົດ. ຈີນຈະສຸມຄວາມພະຍາຍາມຈົນສຸດຄວາມສາມາດເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທຸລະກິດຕ່າງປະເທດມາລົງທຶນຢູ່ຈີນ, ແລະ ປົກປັກຮັກສາສິດຜົນປະໂຫຍດທີ່ຊອບດ້ວຍກົດໝາຍຂອງວິສາຫະກິດຕ່າງປະເທດຕາມກົດໝາຍ.
ຜູ້ຕາງໜ້າວິສາຫະກິດທຶນຕ່າງປະເທດ 40 ກວ່າທ່ານໄດ້ເຂົ້າຮ່ວມການພົບປະກັນ. ເຂົາເຈົ້າຍ້ອງຍໍຊົມເຊີຍໃນລະດັບສູງຕໍ່ລັດຖະບານຈີນໃນການສ້າງສະພາບແວດລ້ອມການດຳເນີນທຸລະກິດທີ່ຍຸຕິທຳ ແລະ ດີງາມໃຫ້ແກ່ວິສາຫະກິດຕ່າງປະເທດ ແລະ ສະແດງຄວາມຕັ້ງໃຈທີ່ຈະເປີດກວ້າງການລົງທຶນ ແລະ ການຮ່ວມມືກັບຈີນຢ່າງເດັດດ່ຽວໜຽວແໜ້ນ, ຕັ້ງໜ້າເຂົ້າຮ່ວມຂະບວນການສ້າງຄວາມທັນສະໄໝແບບຈີນ, ແລະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດໂລກ.