ທູດພິເສດຂອງທ່ານປະທານສີຈິ້ນຜິງຈະເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕຳແໜ່ງຂອງປະທານາທິບໍດີນາມີບີ
ແຫຼ່ງຂ່າວ:CGTN |
2025-03-19 18:12:21
ວັນທີ 18 ມີນານີ້, ໂຄສົກກະຊວງການຕ່າງປະເທດຈີນປະກາດວ່າ, ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະບານນາມີບີ, ທ່ານເຜີງຊິ່ງຮວາ ຮອງປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ ຈະເປັນທູດພິເສດຂອງທ່ານສີຈິ້ນຜິງ ປະທານປະເທດຈີນ ເດີນທາງໄປນະຄອນຫຼວງວິນດ໌ໂຮເອັກປະເທດນາມີບີ ເພື່ອເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕຳແໜ່ງຂອງທ່ານນາງ ເນຕຸມໂບ ນັນດີ ເອັນໄດອິດວາ ປະທານາທິບໍດີນາມີບີ ທີ່ຈະຈັດຂຶ້ນໃນວັນທີ 21 ມີນານີ້.