ທັດສະນະສຳຄັນຂອງທ່ານ ສີຈິ້ນຜິງ ທີ່ກ່າວໃນກອງປະຊຸມສອງສະພາ(ພາກທີ 1): ເດັດຂາດຕ້ອງເດີນຕາມເສັ້ນທາງການປະດິດສ້າງຢ່າງເປັນເຈົ້າຕົນເອງ
ກອງປະຊຸມຄັ້ງທີ 3 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ຈະຈັດຂຶ້ນໃນວັນທີ 5ມີນາ 2025 ຢູ່ນະຄອນຫຼວງປັກກິ່ງ ຂະນະທີ່ກອງປະຊຸມຄັ້ງທີ 3 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ໄຂຂຶ້ນແລ້ວໃນວັນທີ 4 ມີນາ 2025 ຢູ່ນະຄອນຫຼວງປັກກິ່ງ. ຢູ່ຈີນ ສອງກອງປະຊຸມດັ່ງກ່າວແມ່ນຖືກເອີ້ນລວມວ່າ ກອງປະຊຸມສອງສະພາ ເຊິ່ງເປັນເຫດການສຳຄັນທາງຊີວິດການເມືອງຂອງຈີນ. ຕໍ່ໄປ ຜູ້ຂຽນຈະທົບທວນຄືນທັດສະນະສຳຄັນຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ທີ່ກ່າວໃນກອງປະຊຸມສອງສະພາໃນຫຼາຍປີຜ່ານມາ.
ໃນໄລຍະກອງປະຊຸມສອງສະພາປະຈຳປີ 2013, ຄຳວ່າ “ປະດິດສ້າງ” ຖືກສື່ມວນຊົນຈີນ ປະກາດເປັນໜຶ່ງໃນ 10 ຄຳສັບສຳຄັນ.
ວັນທີ 4 ມີນາ ປີນັ້ນ, ໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືປະສົມ ຂອງສະມາຊິກສະພາຈາກສະມາຄົມວິທະຍາສາດເຕັກໂນໂລຊີຈີນ ແລະ ວົງການວິທະຍາສາດເຕັກໂນໂລຊີຂອງ ກອງປະຊຸມຄັ້ງທີ 1 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 12, ທ່ານ ສີຈິ້ນຜິງ ໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: “ໃນການແຂ່ງຂັນກຳລັງແຮງສັງລວມແຫ່ງຊາດທີ່ນັບມື້ດຸເດືອດຂຶ້ນໃນທົ່ວໂລກ, ພວກເຮົາບໍ່ມີທາງເລືອກອື່ນຫຼາຍ, ເດັດຂາດຕ້ອງເດີນຕາມເສັ້ນທາງການປະດິດສ້າງຢ່າງເປັນເຈົ້າຕົນເອງ.”
ທ່ານ ສີຈິ້ນຜິງ ກ່າວຕື່ມວ່າ: “ໃນໄລຍະ30ກວ່າປີຜ່ານມາ, ການພັດທະນາຂອງຈີນຕົ້ນຕໍແມ່ນອາໄສການນຳເຂົ້າໝາກຜົນດ້ານການປະຕິວັດອຸດສາຫະກຳຄັ້ງຜ່ານມາ, ໂດຍພື້ນຖານແລ້ວແມ່ນນຳໃຊ້ເຕັກນິກຕ່າງປະເທດ, ໃນໄລຍະເບື້ອງຕົ້ນແມ່ນເຕັກນິກມືສອງ, ໄລຍະທ້າຍແມ່ນເຕັກນິກກ້າວໜ້າທ່ວງທັນກັບຕ່າງປະເທດ. ຖ້າຫາກປັດຈະບັນຍັງນຳໃຊ້ແນວຄວາມຄິດແບບນີ້ຄືເກົ່າ ມັນບໍ່ພຽງແຕ່ຈະເຮັດໃຫ້ມີຄວາມແຕກໂຕນກັບຕ່າງປະເທດນັບມື້ນັບຫຼາຍຂຶ້ນເທົ່ານັ້ນ ຍັງຈະເຮັດໃຫ້ຖືກຈຳກັດຢູ່ໃນລະດັບຕ່ຳໃນໂຄງປະກອບການແບ່ງງານດ້ານອຸດສາຫະກຳເປັນໄລຍະຍາວອີກດ້ວຍ”.
ເຄີຍມີໄລຍະໜຶ່ງຜ່ານມາ, ຢູ່ຈີນມີບາງຄົນໄດ້ຮັບຜົນປະໂຫຍດຈາກວິທີການ “ຮັບເອົາ ແລະນຳໃຊ້ສິ່ງທີ່ມີປະໂຫຍດຂອງພາຍນອກ”, ເມື່ອພົບພໍ້ບັນຫາຫຍຸ້ງຍາກມັກຈະນຳໃຊ້ເຕັກນິກຂອງຕ່າງປະເທດຈົນກາຍເປັນຄວາມຊິນເຄີຍ, ຍິ່ງໄປກວ່ານັ້ນ ມີບາງຄົນເຫັນວ່າ “ການສ້າງສິ່ງໃດໜຶ່ງດ້ວຍຕົນເອງບໍ່ທໍ່ຊື້ຈາກຕ່າງປະເທດ, ການຊື້ຈາກຕ່າງປະເທດບໍ່ທໍ່ການເຊົ່າໃຊ້ນຳຕ່າງປະເທດ”. ແຕ່ເຂົາບໍ່ຮູ້ວ່າ ແມ່ນຢູ່ເຮົາສາມາດນຳເຂົ້າເຕັກນິກໄດ້, ແຕ່ຕົນເອງຊ້ຳພັດຂາດຄວາມສາມາດດ້ານການປະດິດສ້າງ. ອີກຢ່າງໜຶ່ງ ເຂົາຖືເຕັກນິກສຳຄັນຕົ້ນຕໍເປັນ “ສິ່ງປະເສີດສຳຄັນທີ່ສຸດ” ແລະ “ເຄັດລັບສະເພາະຕົວ” ຂອງຕົນ, ເຂົາຊິສະໜອງໃຫ້ເຮົານຳໃຊ້ໄດ້ແນວໃດ?
ການປະດິດສ້າງຢ່າງເປັນເຈົ້າຕົນເອງ ຂໍກຸນແຈສຳຄັນແມ່ນ “ເປັນເຈົ້າຕົນເອງ”. ເດືອນທັນວາປີ 2017, ໃນໂອກາດຢ້ຽມຢາມກຸ່ມບໍລິສັດກົນຈັກວິສາວະກຳສວີໂຈ່ວ ແຂວງຈ່ຽງຊູຈຳກັດ, ທ່ານ ສີຈິ້ນຜິງ ໄດ້ຂຶ້ນນັ່ງຫ້ອງຂັບລົດຍົກນ້ຳໜັກທີ່ໃຊ້ງານໄດ້ທຸກພື້ນທີ່ຄັນໜຶ່ງ. ເພິ່ນໃຫ້ຄຳຊີ້ນຳວ່າ: “ການປະດິດສ້າງຄືບໍ່ເກີດແຫ່ງກຳລັງແຂ່ງຂັນແກນກາງຂອງວິສາຫະກິດ, ເຕັກນິກສຳຄັນຕົ້ນຕໍຫຼາຍຢ່າງແມ່ນຂໍບໍ່ໄດ້ ແລະຫາຊື້ກໍບໍ່ໄດ້” ຄຳເວົ້າດັ່ງກ່າວໄດ້ສ້າງ ຄວາມປະທັບໃຈຢ່າງເລິກເຊິ່ງໃຫ້ແກ່ທ່ານ ຊ້ານເຈີ່ງໄຫ ວິສະວະກອນຂອງກຸ່ມບໍລິສັດກົນຈັກວິສະວະກຳສວີໂຈ່ວ ແຂວງຈ່ຽງຊູ. ເດືອນມີນາປີ 2023, ໃນຖານະເປັນຜູ້ແທນສະພາປະຊາຊົນແຫ່ງຊາດ ທີ່ເຂົ້າຮ່ວມກອງປະຊຸມສອງສະພາປີນັ້ນ, ລາວໄດ້ໃຫ້ສຳພາດຕໍ່ສື່ມວນຊົນວ່າ: “ຈາກປະສົບການເຮັດວຽກໃນຂະແໜງການນີ້ມາໄດ້ເກືອບ 30 ປີ, ຂ້າພະເຈົ້າມີຄວາມຮູ້ສຶກອັນເລິກເຊິ່ງວ່າ ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແມ່ນຕ້ອງປະຖິ້ມຄວາມເພີ້ຝັນ, ຕ້ອງເພີ່ງຕົນເອງ!”
ຜ່ານຈາກການຖ່າຍທອດສົດທາງໂທລະພາບ, ທ່ານ ສີຈິ້ນຜິງ ໄດ້ເຫັນພາບດັ່ງກ່າວ. ໃນຕອນບ່າຍມື້ດຽວກັນ, ຢູ່ສະຖານທີ່ການປຶກສາຫາລືຂອງຄະນະຜູ້ແທນແຂວງຈ່ຽງຊູ ໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນ, ພໍແຕ່ທີ່ທ່ານ ຊ້ານເຈີ່ງໄຫ ປະກອບຄຳເຫັນ, ທ່ານ ສີຈິ້ນຜິງ ກໍຈື່ຈຳລາວໄດ້ທັນທີເລີຍ. ທ່ານ ຊ້ານເຈີ່ງໄຫ ລາຍງານຕໍ່ທ່ານ ສີຈິ້ນຜິງ ວ່າ: “ລົດຍົກນ້ຳໜັກທີ່ໃຊ້ງານໄດ້ທຸກພື້ນທີ່ ເຊິ່ງທ່ານໄດ້ຂຶ້ນນັ່ງຫ້ອງຂັບເມື່ອທ່ານໄປຢ້ຽມຢາມກຸ່ມບໍລິສັດກົນຈັກວິສະວະກຳສວີໂຈ່ວນັ້ນ, ຕົວຊີ້ວັດອັນສຳຄັນທີ່ສຸດແມ່ນໄດ້ຄອງອັນດັບໜຶ່ງຢູ່ໃນໂລກແລ້ວ” “ແຜ່ນຊິບໃນລົດຍົກນ້ຳໜັກແມ່ນຜະລິດໂດຍປະເທດເຮົາໝົດ.”
ໃນໂອກາດເຂົ້າຮ່ວມກອງປະຊຸມສອງສະພາຂອງຈີນໃນຊຸມປີຜ່ານມານີ້, ໂດຍປິ່ນອ້ອມຫົວຂໍ້ ການປະດິດສ້າງຢ່າງເປັນເຈົ້າຕົນເອງ, ທ່ານ ສີຈິ້ນຜິງ ໄດ້ມີທັດສະນະສຳຄັນຕ່າງໆ ຕໍ່ກັບບັນຫານີ້ ເຊັ່ນ: ກຳຈັດປັດເປົ່າປາກົດການອັນໂດດດ່ຽວເໝືອນ “ເກາະດຽວກາງມະຫາສະໝຸດ” ແຫ່ງການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ເຮັດໃຫ້ຜົນງານດ້ານການປະດິດສ້າງ ຫັນເປັນກຳລັງການຜະລິດຕົວຈິງໃຫ້ໄວກວ່າເກົ່າ.
ຕ້ອງສ້າງສະພາບແວດລ້ອມທີ່ດີ ຕໍ່ການພັດທະນານະວັດຕະກຳ ການສ້າງທຸລະກິດ ແລະ ກນປະດິດສ້າງ. ເພີ່ມທະວີການເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ ລະຫວ່າງການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ ແລະການປະດິດສ້າງດ້ານອຸດສາຫະກຳ ແລະອື່ນໆ.
ຈາກການພິມແບບ 3D, ການສື່ສານລະບົບ 5G ຮອດຖານຂໍ້ມູນໃຫຍ່, ຄລາວຄອມພິວຕິງ(cloud computing)ຕະຫຼອດຮອດ ການຂັບຂີ່ໂດຍອັດຕະໂນມັດ, ປັນ ຍາປະດິດຫຼື AI, ການປ່ຽນແປງດ້ານຫົວຂໍ້ປຶກສາຫາລືກ່ຽວກັບການປະດິດສ້າງ ໃນກອງປະຊຸມສອງສະພາຂອງຈີນໃນຫຼາຍປີຜ່ານມາ ໄດ້ເປັນສັກຂີພິຍານໃຫ້ແກ່ລະດັບການປະດິດສ້າງຂອງຈີນທີ່ໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ໃນໄລຍະບຸນກຸດຈີນປີ 2025, DeepSeek ເຄື່ອງມື AI ທີ່ໄດ້ຮັບຄວາມນິຍົມສູງຢ່າງກວ້າງຂວາງ ໄດ້ກາຍເປັນ “ຜູ້ມີຊື່ສຽງທີ່ສຸດ” ໃນການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີໃນທົ່ວໂລກ.
ການປະດິດສ້າງຢ່າງເປັນເຈົ້າຕົນເອງ ເປັນຂະບວນການທີ່ສະສົມພະລັງແຮງ ແລະເສີມຂະຫຍາຍບົດບາດເທື່ອລະກ້າວ. ໃນກອງປະຊຸມສອງສະພາຂອງຈີນປະຈຳປີ 2016, ທ່ານ ສີຈິ້ນຜິງ ໄດ້ກ່າວວ່າ: ຈີນກາຍເປັນປະເທດທີ່ເຂັ້ມແຂງດ້ານວິທະຍາສາດເຕັກໂນໂລຊີຢ່າງແທ້ຈິງ ອາດຈະຕ້ອງໃຊ້ເວລາ 10 ປີ, 15 ປີ, 20ປີ ຫຼື ອາດຈະແມ່ນ 30 ປີ, 50ປີ ກໍເປັນໄປໄດ້. ແຕ່ວ່າ ພວກເຮົາຕ້ອງກຳແໜ້ນກາລະໂອກາດ, ຊອກເຫັນເສັ້ນທາງການພັດທະນາດ້ວຍການປະດິດສ້າງໃຫ້ຖືກທິດແລ້ວ, ກໍຕ້ອງຮັກສາຄວາມໜັກແໜ້ນ, ຍຶດໝັ້ນຢ່າງສະ ເໝີຕົ້ນສະເໝີປາຍ ແລະກ້າວເດີນໄປຂ້າງໜ້າຢ່າງບໍ່ລົດລະ.