ທ່ານ ສີຈິ້ນຜິງ ເນັ້ນໜັກການຊຸກຍູ້ການສ້າງປະເທດຈີນທີ່ມີຄວາມສະຫງົບໃຫ້ຂຶ້ນສູ່ລະດັບສູງກວ່າເກົ່າ

ແຫຼ່ງຂ່າວ:CGTN   |    2025-03-04 17:34:21

ຕອນເຊົ້າວັນທີ 28 ກຸມພາແລ້ວນີ້, ກົມການເມືອງຄະນະກໍາມະການສູນກາງພັກຄອມມູນິດຈີນໄດ້ຈັດການຮໍ່າຮຽນລວມໝູ່ຄັ້ງທີ 19 ພາຍໃຕ້ຫົວຂໍ້ການສ້າງປະເທດຈີນທີ່ມີຄວາມສະຫງົບໃຫ້ມີລະດັບສູງກວ່າເກົ່າ. ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກໍາມະການສູນກາງພັກຄອມມູນິດຈີນໄດ້ເປັນປະທານການຮໍ່າຮຽນຄັ້ງນີ້ ແລະ ກ່າວເນັ້ນໜັກວ່າ: ການສ້າງປະເທດຈີນທີ່ມີຄວາມສະຫງົບໃຫ້ຂຶ້ນສູ່ລະດັບສູງກວ່າເກົ່າ ກ່ຽວພັນເຖິງຄວາມຈະເລີນຮຸ່ງເຮືອງຂອງພາລະກິດ, ກ່ຽວພັນເຖິງຊີວິດການເປັນຢູ່ອັນດີງາມຂອງປະຊາຊົນ ແລະ ກ່ຽວພັນເຖິງຄວາມໝັ້ນຄົງຖາວອນຂອງປະເທດຊາດ. ຕ້ອງຈັດຕັ້ງປະຕິບັດແນວຄວາມຄິດດ້ານຄວາມໝັ້ນຄົງແຫ່ງຊາດໂດຍລວມຢ່າງເດັດດ່ຽວໜຽວແໜ້ນ, ສຸມຄວາມພະຍາຍາມໃນການເຮັດໃຫ້ປະເທດຊາດມີຄວາມໝັ້ນຄົງກວ່າເກົ່າ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍກວ່າເກົ່າ, ການປົກຄອງບໍລິຫານມີປະສິດທິຜົນກວ່າເກົ່າ ແລະ ປະຊາຊົນມີຄວາມເພິ່ງພໍໃຈຫຼາຍກວ່າເກົ່າຢ່າງຕໍ່ເນື່ອງ ເພື່ອຊຸກຍູ້ການສ້າງປະເທດຈີນທີ່ມີຄວາມສະຫງົບໃຫ້ຂຶ້ນສູ່ລະດັບສູງກວ່າເກົ່າ.

ທ່ານ ສີຈິ້ນຜິງ ເນັ້ນໜັກການຊຸກຍູ້ການສ້າງປະເທດຈີນທີ່ມີຄວາມສະຫງົບໃຫ້ຂຶ້ນສູ່ລະດັບສູງກວ່າເກົ່າ