ທ່ານ ສີຈິ້ນຜິງ ຮ່ວມສົນທະນາກັບນັກທຸລະກິດເອກະຊົນຂອງຈີນ ເພື່ອສົ່ງສັນຍານຫຍັງ?

ແຫຼ່ງຂ່າວ:CGTN   |    2025-02-19 17:32:26

ວັນທີ 17 ກຸມພານີ້ ຢູ່ນະຄອນຫຼວງປັກກິ່ງ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ສົນທະນາກັບຜູ້ຕາງໜ້ານັກທຸລະກິດເອກະຊົນຂອງຈີນ.

ໃນຖານະທີ່ເປັນຜູ້ນໍາສູງສຸດຂອງຈີນ, ທ່ານ ສີຈິ້ນຜິງ ໃຫ້ຄວາມສໍາຄັນໃນ​ລະ​ດັບສູງຕໍ່ການພັດທະນາເສດຖະກິດເອກະຊົນ, ໂດຍທ່ານໄດ້ໃຫ້ກຽດເປັນປະທານກອງປະຊຸມສົນທະນາທີ່ກ່ຽວຂ້ອງ ໃນປີ 2018 ແລະ ປີ 2020. ໃນທ້າຍປີ 2024, ຈີນໄດ້ອອກຮ່າງກົດໝາຍວ່າດ້ວຍການສົ່ງເສີມເສດຖະກິດເອກະຊົນ ເຊິ່ງເປັນກົດໝາຍພື້ນຖານ ສະເພາະ ກ່ຽວກັບການພັດທະນາເສດຖະກິດເອກະຊົນສະບັບທໍາອິດຂອງຈີນ.

ຜູ້ຕາງໜ້ານັກທຸລະກິດເອກະຊົນ ທີ່ເຂົ້າຮ່ວມກອງປະຊຸມສົນທະນາຄັ້ງນີ້ ມີຜູ້ຮັບຜິດຊອບ 6 ທ່ານຈາກວິສາຫະກິດເອກະຊົນຂອງຈີນເຊັ່ນ: ບໍລິສັດຫົວເຫວີຍເຕັກໂນໂລຊີຈໍາກັດ, ບໍລິສັດ BYD ຫຸ້ນສ່ວນຈໍາກັດ, ບໍລິສັດສຽວໝີວິທະຍາສາດເຕັກໂນໂລຊີຈໍາກັດ ເປັນຕົ້ນ, ໂດຍໄດ້ກວມເອົາຂົງເຂດອິນເຕີເນັດ, ປັນຍາປະດິດ ຫຼື AI, ພະລັງງານໃໝ່, ກະສິກຳ ແລະ ການລ້ຽງສັດ, ການຜະລິດລົດຍົນ, ເຊມີຄອນດັກເຕີ, ສິນຄ້າເອເລັກໂຕຣນິກ, ຄວາມໝັ້ນຄົງດ້ານອິນເຕີເນັດ, ການບິນອະວະກາດ​ເພື່ອການຄ້າ ແລະອື່ນໆ.

ໃນຖານະທີ່ເປັນສ່ວນປະກອບອັນສຳຄັນຂອງເສດຖະກິດແຫ່ງຊາດ, ເສດຖະກິດເອກະຊົນໄດ້ເສຍພາສີອາກອນປະກອບເຂົ້າງົບປະມານລັດຖະບານຂອງຈີນ ຫຼາຍກວ່າ 50%, ປະກອບສ່ວນເຂົ້າໃນລວມຍອດຜະລິດຕະພັນພາຍໃນຫຼື GDP ຫຼາຍກວ່າ 60%, ສ້າງໝາກຜົນການປະດິດສ້າງດ້ານເຕັກນິກຫຼາຍກວ່າ 70% ແລະ ສ້າງວຽກເຮັດງານທຳໃຫ້ແກ່ຕົວເມືອງຫຼາຍກວ່າ 80%.

ໃນ 3 ໄຕມາດທຳອິດຂອງປີ 2024, ວິສາຫະກິດເອກະຊົນທີ່ລົງທະບຽນຂອງຈີນມີຫຼາຍກວ່າ 55 ລ້ານແຫ່ງ. ໃນນັ້ນ, ມີວິສາຫະກິດເອກະຊົນທີ່ລົງທະບຽນໃໝ່ຫຼາຍກວ່າ 6 ລ້ານແຫ່ງ, ໄດ້ກວມເຖິງຂົງເຂດຕ່າງໆເຊັ່ນ: ການຄົ້ນຄວ້າພັດທະນາ​​ຊັອຟແວປັນຍາປະດິດ, ການບິນພົນລະເຮືອນ, ຂໍ້ມູນຂ່າວສານກວນຕຳ (quantum information), ຫຸ່ນຍົນ ແລະ ຂົງເຂດອື່ນໆ.

ນັກວິເຄາະຊີ້ໃຫ້ເຫັນວ່າ, ຄວາມເວົ້າຂອງທ່ານສີຈິ້ນຜິງ ໃນກອງປະຊຸມສົນທະນາຄັ້ງນີ້ ໄດ້ສົ່ງສັນຍານສຳຄັນຕ່າງໆເຊັ່ນ: ຈີນສົ່ງເສີມການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີຕື່ມອີກ ແລະຍຶດໝັ້ນປະຕິບັດການເປີດປະຕູສູ່ພາຍນອກຢ່າງເດັດດ່ຽວ; ທິດທາງນະໂຍບາຍພື້ນຖານຂອງຈີນ ກ່ຽວກັບວິສາຫະກິດເອກະຊົນຈະບໍ່ປ່ຽນແປງ; ການພັດທະນາ ເສດຖະກິດເອກະຊົນ ມີອະນາຄົດອັນກວ້າງຂວາງ ແລະ ອື່ນໆ, ເຊິ່ງໄດ້ເພີ່ມຄວາມໝັ້ນໃຈດ້ານການພັດທະນາວິສາຫະກິດເອກະຊົນຢ່າງແຂງແຮງ, ແລະເພີ່ມແຮງຂັບເຄື່ອນໃໝ່ໃຫ້ແກ່ການພັດທະນາເສດຖະກິດຈີນຢ່າງມີຄຸນນະພາບສູງ.

ແຫຼ່ງ​ຂ່າວ​ຈາກ: CGTN

ທ່ານ ສີຈິ້ນຜິງ ຮ່ວມສົນທະນາກັບນັກທຸລະກິດເອກະຊົນຂອງຈີນ ເພື່ອສົ່ງສັນຍານຫຍັງ?