ທ່ານ ສີຈິ້ນຜິງ ພ້ອມດ້ວຍທ່ານນາງ ເພີ່ງລີ້ຢວນ ພັນລະຍາຂອງທ່ານຈັດງານລ້ຽງຕ້ອນຮັບແຂກຜູ້ມີກຽດສາກົນທີ່ມາເຂົ້າຮ່ວມພິທີໄຂງານມະຫະກຳກິລາເອຊຽນເກມລະດູໜາວຄັ້ງທີ 9 ຢູ່ນະຄອນຮາບິນ
ຕອນທ່ຽງວັນທີ 7 ກຸມພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານນາງ ເພີງລີ້ຢວນ ພັນລະຍາຂອງທ່ານ ໄດ້ຈັດງານລ້ຽງຕ້ອນຮັບຢູ່ໂຮງແຮມທ້າຍຢາງຕາວນະຄອນຮາບິນແຂວງເຮີ່ຍລົງຈ່ຽງ ເພື່ອສະແດງຄວາມຍິນດີຕ້ອນຮັບຕໍ່ແຂກຜູ້ມີກຽດສາກົນທີ່ມາເຂົ້າຮ່ວມພິທີໄຂງານມະຫະກຳກິລາເອຊຽນເກມລະດູໜາວ ຄັ້ງທີ 9 ຢູ່ນະຄອນຮາບິນ.
ແຂກຜູ້ມີກຽດທີ່ເຂົ້າຮ່ວມງານມີ: ສົມເດັດ ຮາຈິ ຮາຊານານ ໂບນເກຍ ຊຸນຕານແຫ່ງບຣູໄນດາຣູຊາລາມ, ທ່ານ ຊາເດີ ນູໂກໂຈເອວິກ ຈາພາຣົຟ ປະທານາທິບໍດີກຽກກິດສະຖານພ້ອມດ້ວຍທ່ານນາງ ໄອກຸລີ ຈາພາຣົຟ ພັນລະຍາຂອງທ່ານ, ທ່ານ ອາຊິຟ ອາລີ ຊາດາຣີ ປະທານາທິບໍດີປາກິດສະຖານ, ທ່ານນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີໄທ, ທ່ານ ອູອົນຊິກ ປະທານລັດຖະສະພາ ສ ເກົາຫຼີ ພ້ອມດ້ວຍທ່ານນາງ ຊິນຈອງຮຸຍ ພັນລະຍາຂອງທ່ານ,ນອກຈາກນັ້ນ,ຍັງມີທ່ານ ໂທມັສ ບາສ ປະທານຄະນະກຳມະການໂອລິມປິກສາກົນ, ທ່ານ ໂຮ້ເຈີ້ນຖີງ ຮອງປະທານຜູ້ທີໜຶ່ງຂອງສະພາໂອລິມປິກອາຊີແລະທ່ານອື່ນໆ.