ທ່ານສີຈິ້ນຜິງ ຈັດພິທີຕ້ອນຮັບທ່ານຊາເດີ ນູໂກໂຈເອວິຈ ຈາພາຣົຟ ປະທານາທິບໍດີກຽກກິດສະຖານ ຢ້ຽມຢາມຈີນ
ແຫຼ່ງຂ່າວ:CGTN |
2025-02-05 16:49:08
ຕອນເຊົ້າວັນທີ 5 ກຸມພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຈັດພິທີຢູ່ຫໍສະພາປະຊາຊົນແຫ່ງຊາດຈີນ, ເພື່ອຕ້ອນຮັບ ທ່ານຊາເດີ ນູໂກໂຈເອວິຈ ຈາພາຣົຟ ປະທານາທິບໍດີກຽກກິດສະຖານ ທີ່ມາຢ້ຽມຢາມຈີນ.
ໂດຍຕອບສະໜອງຕາມການເຊື້ອເຊີນຂອງທ່ານສີຈິ້ນຜິງ, ທ່ານຊາເດີ ນູໂກໂຈເອວິຈ ຈາພາຣົຟ ປະທານາທິບໍດີກຽກກິດສະຖານ ຈະຢ້ຽມຢາມຈີນທາງລັດຖະກິດແຕ່ວັນທີ 4 ຫາ 7 ກຸມພານີ້.