ທ່ານສີຈິ້ນຜິງລົງກວດກາ ແລະ ຢ້ຽມຢາມກອງທັບໃນໂອກາດບຸນກຸດຈີນຈະວຽນມາເຖິງ
ເນື່ອງໃນໂອກາດບຸນກຸດຈີນ ບຸນປະເພນີຂອງປະຊາຊາດຈີນຈະວຽນມາເຖິງ, ວັນທີ 24 ມັງກອນນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນ ປະທານຄະນະກຳມະການການທະຫານສູນກາງຈີນໄດ້ລົງກວດກາ ແລະ ຢ້ຽມຢາມເຂດທະຫານພາກເໜືອຈີນ, ສະແດງຄວາມຢື້ຢາມຖາມຂ່າວຕໍ່ນາຍ ແລະ ພົນທະຫານຂັ້ນພື້ນຖານຜ່ານທາງວິດີໂອ, ກວດກາສະພາບກຽມພ້ອມສູ້ຮົບ ແລະ ສະພາບການປະຕິບັດໜ້າທີ່ຂອງກອງທະຫານ, ພ້ອມທັງຕາງໜ້າຄະນະກຳມະການສູນກາງພັກ ແລະ ຄະນະກຳມະການການທະຫານສູນກາງ, ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈ ແລະ ຄວາມອວຍພອນປີໃໝ່ຕໍ່ນາຍ ແລະ ພົນທະຫານທັງໝົດຂອງກອງທັບປົດປ່ອຍປະຊາຊົນຈີນ, ນາຍ ແລະ ພົນທະຫານຂອງກຳລັງຕຳຫຼວດປະກອບອາວຸດ, ພະນັກງານທົ່ວໄປຂອງກອງທະຫານ, ທະຫານກະກຽມ ແລະ ທະຫານລາດ.
ແຫຼ່ງຂ່າວຈາກ: CGTN