ທ່ານ ສີຈິ້ນຜິງ ເຄື່ອນໄຫວຢ້ຽມຢາມນະຄອນເປີນຊີ່ແຂວງຫຼຽວໜິງ
ຕອນເຊົ້າວັນທີ 23 ມັງກອນນີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ໄດ້ເດີນທາງໄປສູນການຄ້າອາຫາສຳຮອງຕ້າຕົ່ງ ແລະ ເຂດຊຸມຊົນສາງອ່ານ, ຖະໜົນສາງອ່ານເມືອງຕ້າຕົ່ງ ນະຄອນເສີນຢາງ ແຂວງຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ ເພື່ອຮັບຮູ້ສະພາບການຕ່າງໆຂອງທ້ອງຖິ່ນດ່ັງກ່າວ ເຊັ່ນ: ການສະໜອງສິນຄ້າຂອງຕະຫຼາດໃນໄລຍະບຸນກຸດຈີນ, ການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ ແລະ ການປັບປຸງການບໍລິການເພື່ອຄວາມສະດວກ ແລະ ສ້າງຜົນປະໂຫຍດແກ່ປະຊາຊົນໃຫ້ດີຂຶ້ນ, ຍົກສູງຄຸນນະພາບຊີວິດຂອງປະຊາຊົນ ເປັນຕົ້ນ.
ຕອນບ່າຍ ວັນທີ 23 ມັງກອນນີ້, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປໂຮງງານແຜ່ນເຫຼັກກ້າທີ3 ຂອງໂຮງງານຜະລິດແຜ່ນເຫຼັກກ້າເປີນກ່າງ ຂອງນະຄອນເປີນຊີ່ ແຂວງຫຼຽວໜິງ, ກວດເບິ່ງສູນຄອມພິວເຕີຄວບຄຸມການຜະລິດ ແລະຫ້ອງຜະລິດແຜ່ນເຫຼັກກ້າເພື່ອຮັບຮູ້ສະພາບການເລັ່ງປັບປຸງຍົກລະດັບ,ຫັນປ່ຽນໂຄງປະກອບ ແລະ ຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຂອງວິສາຫະກິດແຫ່ງນີ້.
ແຫຼ່ງຂ່າວຈາກ: CGTN