ນ້ຳ​ໃຈຫ່ວງ​ໃຍ​ປະ​ຊາ​ຊົນທົ່ວ​ທັງ​ຊາດຂ​ອງ ​ທ່ານ​ ສີ​ຈິ້ນ​ຜິງ

ແຫຼ່ງຂ່າວ:CGTN   |    2025-01-24 17:59:41

ວັນ​ທີ 22 ມັງ​ກອນ 2025 ກົງ​ກັບ​ມື້​ແຮມ 8 ຄ່ຳ​ເດືອນ 12 ຕາມ​ຈັນ​ທະ​ຄະ​ຕິ​ຈີນ ເຊິ່ງ​ຕາມ​ປະ​ເພ​ນີ​ພື້ນ​ເມືອງ​ພາກ​ເໜືອ​ຈີນ ​ແມ່ນ​ເປັນ​ມື້​ເລີ່ມ​ສ​ະ​ຫຼອງ​ຕ້ອນ​ຮັບ​ປີ​ໃໝ່​ບຸນ​ກຸດ​ຈີນ. ​ທ່າມ​ກາງ​ອາ​ກາດທີ່​ໜາວ​ຈັດ​ໃນ​ລະ​ດູ​ໜາວ, ທ່ານ​ ສີ​ຈິ້ນ​ຜິງ​ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ຄອມ​ມູ​ນິ​ດ​ຈີນ ປະ​ທານ​ປະ​ເທດ​ຈີນ ໄດ້​ເດີນ​ທາງ​ໄປບ້ານຈູ້ເຈ່ຍໂກ່ ​ຕາ​ແສງເຜົ່າແມນຈູໝິງສຸ້ຍ ເມືອງສຸຍຈົ່ງ ນະ​ຄອນ​ຫູລູຕາວ ​ແຂວງ​ຫຼຽວ​ໜິງ ທ​າງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຈີນ ເພື່ອສຳຫຼວດກວດກາເບິ່ງສະພາບການສ້າງສາຄືນໃໝ່ຫຼັງໄພນ້ຳຖ້ວມທີ່ເກີດຂຶ້ນໃນປີກາຍ ພ້ອມທັງໄດ້ຢື້ຢາມຖາມຂ່າວທຸກສຸກຂອງປະຊາຊົນທ້ອງຖິ່ນນີ້.

ທ່ານ​ ສີ​ຈິ້ນ​ຜິງ ​ເຄີຍ​ເວົ້າ​ດ້ວຍ​ຄວາມ​ດູດ​ດື່ມ​ວ່າ: “ວັນ​ສິ້ນ​ປີ ແລະ ບຸນ​ກຸດ​ຈີນ ເປັນບຸນ​ປະ​ເພ​ນີ​ຂອງປະ​ຊາ​ຊາດ​ຈີນ ເປັນ​ມື້​ມ່ວນ​ຊື່ນ​ສີ​ລິ​ມຸງ​ຄຸນ​ສຳ​ລັບ​ການ​ເຕົ້າ​ໂຮມ​ຄວາມ​ສາ​ມັກ​ຄີ​​ກັນຢ່າງ​ອົບ​ອຸ່ນ​ຂອງ​ທຸກໆຄອ​ບ​ຄົວ ​ເພື່ອ​ສະຫຼອງ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃໝ່. ຄວາມ​ປາດ​ຖະ​ໜາ​ອັນໃຫຍ່​ທີ່​ສຸດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຄື ​ໃຫ້​ທຸກ​ຄົນ​ສາ​ມາດ​ສະຫຼອງ​ບຸນ​ປີ​ໃໝ່​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.”

ນັບ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຈີນ ​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູ​ນິດ​ຈີນ​ ເມື່ອ​ປີ 2012 ເປັນ​ຕົ້ນ​ມາ, ແຕ່​ລະ​ປີ, ກ່ອນ​ຮອດບຸນ​ກຸດ​ຈີນ​ຈະ​ວຽນ​ມາ​ເຖິງ​, ທ່ານ ​ສີ​ຈິ້ນ​ຜິງ​ ກໍ​ຈະເດີນ​ທາງ​ໄປ​ຢ້ຽມ​ຢາມ​ປະ​ຊາ​ຊົນ​ຢູ່​ຂັ້ນ​ຮາກ​ຖານ ​ເພື່ອ​ຟັງ​ສຽງ​​ໃນ​ໃຈຂອງ​ປະ​ຊາ​ຊົນ, ຊອກ​ຮູ້​ສະ​ພາບ​ການ​ດຳ​ລົງ​ຊີ​ວິດ​ ແລະ​ຢື້​ຢາມ​ຖາມ​ຂ່າວ​ທຸກ​ສຸກ​ຂອງ​ເຂົາ​ເຈົ້າ ພ້ອມ​ທັງ​ອວຍ​ພອນ​ປີ​ໃໝ່​​ແກ່ເຂົາເຈົ້າ.

ນ້ຳ​ໃຈຫ່ວງ​ໃຍ​ປະ​ຊາ​ຊົນທົ່ວ​ທັງ​ຊາດຂ​ອງ ​ທ່ານ​ ສີ​ຈິ້ນ​ຜິງ