ທ່ານສີຈິ້ນຜິງເຄື່ອນໄຫວຢ້ຽມຢາມປະຊາຊົນທີ່ປະສົບໄພຢູ່ນະຄອນຫູລູຕາວແຂວງຫຼຽວໜິງ
ແຫຼ່ງຂ່າວ:CGNT |
2025-01-23 16:56:26
ຕອນບ່າຍວັນທີ 22 ມັງກອນນີ້, ທ່າມກາງອາກາດທີ່ໜາວຈັດ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເດີນທາງໄປບ້ານຈູ້ເຈ່ຍໂກ່ຕາແສງເຜົ່າແມນຈູໝິງສຸ້ຍເມືອງສຸຍຈົ່ງນະຄອນຫູລູຕາວແຂວງຫຼຽວໜິງທາງພາກຕາເວັນອອກສຽງເໜືອຂອງຈີນ ເພື່ອຢ້ຽມຢາມປະຊາຊົນທີ່ປະສົບໄພນ້ຳຖ້ວມໃນປີກາຍ. ທ່ານສີຈິ້ນຜິງໄດ້ໄປສຳຫຼວດກວດເບິ່ງສະພາບການສ້າງສາຄືນໃໝ່ຫຼັງໄພພິບັດຂອງທ້ອງຖິ່ນ, ໄດ້ຍ່າງເຂົ້າເຮືອນໃໝ່ຂອງຊາວບ້ານທີ່ຍ້າຍມາຢູ່ກ່ອນລະດູໜາວມາເຖິງ ເພື່ອຮັບຮູ້ຄຸນນະພາບຂອງເຮືອນທີ່ສ້າງໃໝ່, ການຮັບປະກັນດ້ານຊີວິດປະຈຳວັນ ແລະ ສະພາບອື່ນໆ.