ການແຂ່ງຂັນສ້າງວີດີໂອສັ້ນເລີ່ມເກັບຜົນງານແລ້ວ!

ແຫຼ່ງຂ່າວ:    |    2024-06-24 15:38:23

ການແຂ່ງຂັນສ້າງວີດີໂອສັ້ນພາຍໃຕ້ຫົວຂໍ້ XIU ວິດີໂອສັ້ນ"ລຸ້ນ Z" ແມ່ນ້ຳລ້ານຊ້າງ-ແມ່ນຳຂອງ ແລະ "ສະບາຍດີ·ຈີນ"ການເດີນທາງຢຸນນານ, ເຊິ່ງເປັນກິດຈະກຳໜຶ່ງຂອງງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5ໄດ້ເລີ່ມຕົ້ນການເກັບຜົນງານແລ້ວ. ກິດຈະກໍາດັ່ງກ່າວເຊີນໄວໜຸ່ມຈາກພາກພື້ນແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ແລະ ປະເທດຕ່າງໆເຂົ້າຮ່ວມງານໂດຍການສ້າງວິດີໂອສັ້ນ ແລະ ການຖ່າຍທອດສົດ. ເຊີນທ່ານເຂົ້າຮ່ວມຢ່າງຕັ້ງໜ້າ.
ໄລຍະເວລາເກັບແມ່ນແຕ່ວັນທີ 18 ມິຖຸນາ ຫາ 31 ສິງຫາ ປີ 2024.
ຫົວຂໍ້ຂອງວິດີໂອສັ້ນ: "XIU" --- "ສະແດງວັດທະນະທໍາ", "ຊົມໃຊ້ຊີວິດ",
"ແນະນຳອາຫານທີ່ແຊບ", "ສະແດງຕົວຕົນ" ແລະ ຫົວຂໍ້ທີ່ແຕກຕ່າງກັນອື່ນໆ.
ວິທີການເຂົ້າຮ່ວມ:
1. ເມື່ອເຜີຍແຜ່ຜົນງານເທິງ Facebook ແລະ ຕິກຕ໋ອກ ໃນຕ່າງປະເທດ ໃຫ້ໃຊ້ຫົວຂໍ້ #XIU ວິດີໂອສັ້ນງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ# ແລະ @LETS-Share Journey. ຮູບແບບຫົວຂໍ້ລວມ: ຫົວຂໍ້ວິດີໂອ| ຄໍາອະທິບາຍປະໂຫຍກດຽວ, ຕົວຢ່າງ: ສະແດງວັດທະນະທໍາ|ມໍລະດົກວັດທະນະທໍາທີ່ບໍ່ເປັນວັດຖຸ ຖັກແສ່ວຜ້າຍ້ອມສີ ຂ້ອຍເອົາທ້ອງຟ້າ ແລະ ເມກຂາວໄວ້ເທິງຮ່າງກາຍຂອງຂ້ອຍ! 2. ຜົນງານສົ່ງໃຫ້ອີແມວ: hi china@126.com.
ຂໍ້ກໍານົດຂອງຜົນງານ: ບໍ່ມີຂໍ້ຈໍາກັດກ່ຽວກັບວິທີການຖ່າຍ, ຮູບແບບ, ຫຼື ພາສາ, ໄລຍະເວລາລະຫວ່າງ 30 ວິນາທີ ເຖິງ 5 ນາທີ, ຄໍາບັນຍາຍພາສາຈີນ, ຄວາມລະອຽດແມ່ນບໍ່ຫນ້ອຍກວ່າ 1920 * 1080, ແລະ ຮູບແບບແມ່ນ MP4.
ລາງວັນກິດຈະກຳ: ໃນຈຳນວນ 60 ຜົນງານດີເດັ່ນທີ່ສຸດໄດ້ຄັດເລືອກ, ໄດ້ຮັບລາງວັນທີ 1 ມີ 1 ຜົນງານ,ຈະໄດ້ຮັບລາງວັນ 1.000 ຢວນ ພ້ອມກັບ ໃບຢັ້ງຢືນ, ລາງວັນທີ 2 ມີ 3 ຜົນງານ,ຈະໄດ້ຮັບລາງວັນ 600 ຢວນ ພ້ອມກັບ ໃບຢັ້ງຢືນ, ລາງວັນທີ 3 ມີ 3 ຜົນງານຈະໄດ້ຮັບເງິນລາງວັນ 300 ຢວນ ພ້ອມກັບ ໃບຢັ້ງຢືນ. ຜົນງານດີເດັ່ນ ແລະ ອື່ນໆຈະອອກໃບຢັ້ງຢືນຊື່ຜົນງານດີເດັ່ນ, ຜົນງານໄດ້ຮັບລາງວັນຈະປະກາດໃນເວທີສື່ມວນຊົນໃຫມ່.

ການແຂ່ງຂັນສ້າງວີດີໂອສັ້ນເລີ່ມເກັບຜົນງານແລ້ວ!