ງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 ໄດ້ຈັດກິດຈະກຳການຢ້ຽມຢາມແລະສຳຜັດພາຍໃຕ້ຫົວຂໍ້ "ຈີນທີ່ສວຍງາມທີ່ສຸດ·ຊີວິດການເປັນຢູ່ແບບຢຸນນານ"

ແຫຼ່ງຂ່າວ:    |    2024-06-24 15:36:01

ແຕ່ວັນທີ 17 ຫາວັນທີ 19 ມິຖຸນານີ້, ກິດຈະກຳການຢ້ຽມຢາມແລະສຳຜັດພາຍໃຕ້ຫົວຂໍ້ "ຈີນທີ່ສວຍງາມທີ່ສຸດ·ຊີວິດການເປັນຢູ່ແບບຢຸນນານ"ເຊິ່ງເປັນກິດຈະກຳໜຶ່ງຂອງງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ, ນະຄອນຢຸ້ຍຊີ ແລະ ສະຖານທີ່ອື່ນໆ, ໂດຍມີຜູ້ແທນຂອງພະແນກຂ່າວແລະສື່ມວນຊົນປະມານ 40 ຄົນຈາກມຽນມາ, ກຳປູເຈຍ, ລາວ. ຫວຽດນາມ, ໄທ, ບັງກະລາເທດ, ປາກີສະຖານ, ສີລັງກາ ແລະ ປະເທດອື່ນໆໄດ້ເຂົ້າຮ່ວມ.
ຢູ່ນະຄອນຄຸນໝິງ, ແຂກຜູ້ມີກຽດໄດ້ທ່ຽວຊົມຢ້ຽມຢາມສະຖານທີ່ຫຼາຍແຫ່ງເຊັ່ນ: ສູນປະມູນ ແລະ ການຄ້າດອກໄມ້ສາກົນຄຸນໝິງ, ກຸ່ມບໍລິິສັດຢຸນນານປາຍເຢົາຈຳກັດ ແລະ ຫ້ອງທົດລອງຕົ້ນຕໍປັນຢາປະດິດຢຸນນານຂອງມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງແລະ ສະຖານທີ່ອື່ນໆ, ໂດຍຜ່ານການທ່ຽວຊົມຢ້ຽມຢາມເຮັດໃຫ້ແຂກຜູ້ມີກຽດຮຽນຮູ້ກ່ຽວກັບທ່ວງທ່າເຄື່ອນໄຫວຂະຫຍາຍຕົວໃໝ່ໃນດ້ານອຸດສາຫະກຳພິເສດຂອງແຂວງຢຸນນານ ເຊັ່ນ: ຂະແໜງການດອກໄມ້ຢຸນນານ, ການປິ່ນປົວແລະ ຢຸກຢາຊີວະສັດ,ການແປປັນຍາປະດິດເປັນຕົ້ນ, ແລະ ຍັງໄດ້ດຳເນີນການພົບປະແລກປ່ຽນ ແລະ ປຶກສາຫາລືກ່ຽວກັບການປະຍຸກໃຊ້ “ສື່ມວນຊົນ + ເຕັກໂນໂລຊີດີຈີຕອນ” ແບບໃໝ່ ໃນນະຄອນຢຸ້ຍຊີ, ແຂກຜູ້ມີກຽດໄດ້ໄປຢ້ຽມຊົມພິພິທະພັນທຳມະຊາດຊາກຫອຍເສີງຈຽງ, ບ້ານມາຟາງເມືອງເສີງຈຽງ ແລະ ສະຖານທີ່ອື່ນໆເພື່ອສຳຜັດຜົນສຳເລັດດ້ານການປົກປັກຮັກສາລະບົບນິເວດທີ່ນ້ຳຂຽວ ແລະ ພູເຂົາສີຂຽວແຂວງຢຸນນານ ຕະຫຼອດເຖິງຮູບແບບໃໝ່ຂອງການຟື້ນຟູຊົນນະບົດ.
"ຂ້ອຍສາມາດເອົາເຄື່ອງແປພາສານີ້ກັບໄປກໍາປູເຈຍໄດ້ບໍ?" ທ່ານ ເອົາກົງປູນ ຮອງຜູ້ອໍານວຍການພະແນກຂ່າວສານແລະໂທລະພາບແລະວິທະຍຸກະຊວງຂ່າວສານກໍາປູເຈຍ ມີຄວາມສົນໃຈຫຼາຍຕໍ່ອຸປະກອນການແປພາສາມືຖື. ທ່ານ ເອົາກົງປູນ ມັກຈະຕ້ອງຕິດຕໍ່ສື່ສານກັບຫມູ່ເພື່ອນຈີນໃນການເຮັດວຽກງານ ແລະ ຊີວິດປະຈໍາວັນຢູ່ກໍາປູເຈຍ, ລາວເຊື່ອວ່າຄຸນປະໂຫຍດໃນການແປພາສາສຽງຂອງເຄື່ອງແປພາສານີ້ ສາມາດປັບປຸງປະສິດທິພາບ ແລະ ຄວາມຖືກຕ້ອງຂອງການພົບປະແລກປ່ຽນເຊິ່ງກັນແລະກັນ.

“ຜ່ານການຢ້ຽມຢາມສູນປະມູນ ແລະ ການຄ້າດອກໄມ້ສາກົນຄຸນໝິງ, ຂ້າພະເຈົ້າຮູ້ສຶກເຖິງຮູບແບບການພັດທະນາກ້າວໜ້າຂອງອຸດສາຫະກຳດອກໄມ້ຂອງແຂວງຢຸນນານຄືນັບແຕ່ການປູກດອກໄມ້, ການຄົ້ນຄວ້າວິໄຈ ແລະ ພັດທະນາ, ການປຸງແຕ່ງຈົນເຖິງການຂາຍ, ທັງເປັນການເຊື່ອມໂຍງເຂົ້າກັນເພື່ອສ້າງລະບົບນິເວດທີ່ມີປະສິດທິພາບສູງ ແລະ ຍືນຍົງ. ພ້ອນດຽວການນັ້ນ,ໂດຍຜ່ານລະບົບການປະມູນເອເລັກໂຕຣນິກທີ່ກ້າວຫນ້າ ແລະ ເວທີການຄ້າອອນລາຍ, ການເຮັດທຸລະກໍາດອກໄມ້ມີຄວາມວ່ອງໄວ ແລະ ໂປ່ງໃສຫຼາຍຂຶ້ນ, ເຮັດໃຫ້ຜູ້ປູກດອກໄມ້ສະໜອງຕະຫຼາດທີ່ກວ້າງຂວາງ, "ທ່ານ ໂມທີລາ ຫົວໜ້າພະແນກການພົວພັນພາຍນອກຂອງໂທລະພາບແຫ່ງຊາດສີລັງກາກ່າວວ່າ, ສີລັງກາມີຊັບພະຍາກອນກະສິກຳ ແລະ ການທ່ອງທ່ຽວທີ່ອຸດົມສົມບູນ ແລະ ສາມາດຮຽນຮູ້ຈາກປະສົບການຂອງແຂວງຢຸນນານ.

ທ່ານ ຊາມີງ·ອາປູດູລາ·ຈາເຫີດີຮອງຫົວໜ້າບັນນາທິການໂທລະພາບເອກະລາດບັງກະລາເທດໄດ້ມາຢ້ຽມຢາມແຂວງຢຸນນານເປັນຄັ້ງທຳອິດ, ທ່ານກ່າວໂດຍສະເພາະວ່າ, ຢູ່ຫໍພິພິທະພັນທຳມະຊາດຊາກຫອຍເສີງຈຽງ, ວິທະຍາສາດເຕັກໂນໂລຊີທີ່ທັນສະໄໝໄດ້ສະແດງໃຫ້ເຫັນຂະບວນວິວັດການດຳລົງຊີວິດຢ່າງສົດໃສ. ເຮັດໃຫ້ຂ້າພະເຈົ້າມີຄວາມປະທັບໃຈຢ່າງເລິກເຊິ່ງ, ແລະ ຫວັງວ່າຈະໄດ້ຮ່ວມມືກັບສື່ມວນຊົນຢຸນນານໃນການຖ່າຍຮູບເງົາຂ່າວສານພູມສາດທຳມະຊາດເພື່ອຮ່ວມກັນສຳຫຼວດ ແລະ ບັນທຶກທິວທັດທຳມະຊາດ ແລະ ຄວາມຫຼາກຫຼາຍດ້ານນິເວດວິທະຍາຂອງສອງຝ່າຍ.

ງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 ໄດ້ຈັດກິດຈະກຳການຢ້ຽມຢາມແລະສຳຜັດພາຍໃຕ້ຫົວຂໍ້ "ຈີນທີ່ສວຍງາມທີ່ສຸດ·ຊີວິດການເປັນຢູ່ແບບຢຸນນານ"