ໂຄງການຂ່າວຮັບຊົມວິດີໂອພາສາມືການຮ່ວມມືລາວ-ຈີນລົງນາມໃນສັບປະດາແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງ
ໃນວັນທີ 17 ມິຖຸນານີ້, ງານສັບປະດາຮັບຊົມວິດີໂອແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ, ໂດຍໄດ້ຮັບການສະໜັບສະໜູນຈາກກົມໃຫຍ່ສະຖານີວິທະຍຸ-ໂທລະພາບແຫ່ງຊາດຈີນ, ຮ່ວມກັບອໍານາດການປົກຄອງແຂວງຢຸນນານ, ພ້ອມດ້ວຍສະຖານີວິທະຍຸ ແລະ ໂທລະພາບແຂວງຢຸນນານໄດ້ຮ່ວມກັນເປີດສາກຂຶ້ນ. ໃນມື້ດຽວກັນນັ້ນ, ສານສື່ສານສາກົນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຂອງແຂວງຢຸນນານໄດ້ລົງນາມຂໍ້ຕົກລົງກັບໂທລະພາບແຫ່ງຊາດລາວເພື່ອຄວາມຮ່ວມມືລາວ-ຈີນໃນໂຄງການຂ່າວຮັບຊົມວິດີໂອພາສາມື.
ໂຄງການນີ້ແມ່ນໂຄງການຂ່າວຮັບຊົມວິດີໂອພາສາມືຄັ້ງທໍາອິດໃນປະເທດລາວໂດຍການສະໜັບສະໜູນດ້ານການເງິນໂດຍບໍລິສັດພະລັງງານສາກົນແມ່ນໍ້າລ້ານຊ້າງ-ແມ່ນໍ້າຂອງໄຟຟ້າພາກໃຕ້ຈຳກັດ (China Southern Power Grid Lanmei International Energy Co., Ltd.), ສູນສື່ສານສາກົນພາກພື້ນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້ຂອງແຂວງຢຸນນານ ແລະ ໂທລະພາບແຫ່ງຊາດລາວຮ່ວມກັນຈັດຕັ້ງປະຕິບັດການວາງແຜນ, ການຖ່າຍທຳ, ການແປພາສາມື ແລະ ການຈັດວາງໂຄງການທີ່ຈະອອກອາກາດ. ໂຄງການນີ້ເພື່ອແນໃສ່ສືບຕໍ່ເສີມຂະຫຍາຍບົດບາດຂອງສື່ມວນຊົນໃນການຮັບໃຊ້ການກໍ່ສ້າງປະຊາຄົມຮ່ວມຊາຕາກຳລາວ-ຈີນ, ເຕີມເຕັມຊ່ອງຫວ່າງໃນໂຄງການພາສາມືຂອງລາວ, ຊຸກຍູ້ການເຜີຍແຜ່ຂໍ້ມູນຂ່າວສານທີ່ແທ້ຈິງໃຫ້ທັນເວລາ, ເຮັດໃຫ້ການຮ່ວມມືທີ່ເປັນມິດຕະພາບ ແລະ ການແລກປ່ຽນວັດທະນະທຳລະຫວ່າງປະຊາຊົນລາວ-ຈີນເລິກເຊິ່ງຍິ່ງຂຶ້ນ. ລາຍການດັ່ງກ່າວຈະເປີດຕົວໃນເດືອນກໍລະກົດປີນີ້ ແລະ ຈະອອກອາກາດທາງໂທລະພາບ ແຫ່ງຊາດລາວໃນພາກຂ່າວ
ຮ່ວມລົງນາມໃນຄັ້ງນີ້ຝ່າຍລາວແມ່ນ ທ່ານ ນ. ມາໄລວຽງ ວົງຈັນດີ ຮອງຜູ້ອໍານວຍການໃຫຍ່ໂທລະພາບແຫ່ງຊາດລາວ, ຝ່າຍຈີນ ທ່ານ ຫວັງຖິງຢ້າວ (Wang Tingyao) ຮອງບັນນາທິການໃຫຍ່ໜັງສືພິມລາຍວັນຢຸນນານ, ຫົວໜ້າສູນການສື່ສານສາກົນພາກພື້ນອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ແຂວງຢຸນນານພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.