ພິທີເປີດງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ
ວັນທີ 17 ມິຖຸນານີ້, ພິທີເປີດງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 ທີ່ຮ່ວມກັນຈັດຕັ້ງຂຶ້ນໂດຍການເປັນເຈົ້າພາບຂອງກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ, ກະຊວງຂໍ້ມູນຂ່າວສານ ແລະ ສື່ສານຫວຽດນາມ ແລະ ອໍານາດການປົກຄອງແຂວງຢຸນນານ, ໂດຍການປະຕິບັດຂອງກົມວິທະຍຸ ແລະ ໂທລະພາບແຂວງຢຸນນານໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງ.
ງານສັບປະດາຮັບຊົມວິດີໂອແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງດັ່ງກ່າວຈັດຕັ້ງພາຍໃຕ້ຫົວຂໍ້ “ການສືບທອດມໍລະດົກຮູບແຕ້ມ-ການເຊື່ອມຈອດຂອງພູຜາແມ່ນໍ້າ” ໂດຍຜ່ານວິທີການສະແດງມໍລະດົກນາມມະທຳທີ່ມີເອກະລັກພິເສດຂອງຈິີນ ແລະ ບັນດາປະເທດອາຊີໃຕ້-ອາຊີຕາເວັນອອກສ່ຽງໃຕ້ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນບັນດາປະເທດ, ພ້ອມທັງເຮັດໃຫ້ອາລະຍະທຳຂອງບັນດາປະເທດຕ່າງໆໄດ້ຮັບການສຶບທອດ, ສ້າງສັນນະວັດຕະກໍາ ແລະ ພັດທະນາຂຶ້ນຜ່ານການຮ່ວມມື.
ໃນໄລຍະການຈັດງານສັບປະດາດັ່ງກ່າວ(ວັນທີ 17 ຫາວັນທີ 22 ມິຖຸນາ), ຈະມີກິດຈະກໍາປະເພດຕ່າງໆຄື: ເປີດສະແດງລາຍການວິດີໂອທີ່ດີເດັ່ນ, ຝຶກອົບຮົມສ້າງວິດີໂອສັ້ນຂອງຊາວໜຸ່ມຄັ້ງທີ 3, ການໂອ້ລົມສົນທະນາແລກປ່ຽນວິດີໂອ, ການຢ້ຽມຢາມ"ຈີນທີ່ສວຍງາມທີ່ສຸດ·ວິຖີຊີວິດການເປັນຢູ່ແບບຢຸນນານ", ເປີດສະແດງລະຄອນເລື່ອງ“ຮັບຊົມປະເທດຈີນ-ກ້າວເຂົ້າສູ່ປະເທດຫວຽດນາມ”ບົດລະຄອນໂທລະພາບດີເດັ່ນຂອງຈີນກັບຫວຽດນາມ ແລະ ກິດຈະກຳອື່ນໆ, ງານດັ່ງກ່າວໄດ້ສ່ອງແສງໃຫ້ເຫັນໝາກຜົນການຮ່ວມມືຂອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຊຸກຍູ້ບາດກ້າວການຮ່ວມມືທາງດ້ານວິດີໂອໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ.
ຜູ້ຕາງໜ້າ 400 ກວ່າຄົນຈາກໜ່ວຍງານວິທະຍຸ ແລະ ໂທລະພາບຂອງລັດຖະບານ ແລະ ອົງການສື່ມວນຊົນຕົ້ນຕໍຈາກບັນດາປະເທດລ້ານຊ້າງ-ແມ່ນ້ຳຂອງແລະ ບັນດາປະເທດອາຊີໃຕ້ເຊັ່ນ: ປາກີສະຖານ, ສີລັງກາ, ບັງກະລາເທດ ໄດ້ເຂົ້າຮ່ວມງານ.