ງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 ມີຈຸດເດັ່ນຫຍັງແດ່?

ແຫຼ່ງຂ່າວ:    |    2024-06-18 14:47:50

ແຕ່ວັນທີ 17 ຫາວັນທີ 22 ມິຖຸນານີ້, ງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 ຈັດຂຶ້ນຢູ່ຄຸນໝິງ, ຢຸ້ຍຊີ ແລະ ສະຖານທີ່ອື່ນໆຂອງແຂວງຢຸນນານ. ງານສັບປະດາຮັບຊົມວິດີໂອນີ້ເມື່ອປຽບທຽບກັບປີທີ່ຜ່ານມາມີຄວາມປະດິດສ້າງໃຫມ່ຫຼາຍກວ່າໃນເນື້ອຫາ ແລະ ຮູບແບບ. ງານດັ່ງກ່າວນີ້ມີຈຸດເດັ່ນຫຍັງແດ່,ເຊີນທ່ານມາເບິ່ງນໍາກັນ.

ງານດັ່ງກ່າວຈະເປັນເວທີທີ່ແລກປ່ຽນທຸລະກິດແບບໜ້າຕໍ່ໜ້າລະຫວ່າງສື່ມວນຊົນຈີນກັບສື່ມວນຊົນສຳຄັນຂອງບັນດາປະເທດອາຊີໃຕ້ແລະອາຊີຕາເວັນອອກສຽງໃຕ້,ໃນຂະນະດຽວກັນ, ພິທີເປີດດັ່ງກ່າວຈະເຜີຍແຜ່, ໂຄສະນາ ແລະ ສົ່ງເສີມບົດປະພັນເຊັ່ນ:ປະກອບການປະດິດຄິດແຕ່ງດ້ວຍຫົວຂໍ້ວ່າ "ການທ່ອງທ່ຽວຢູ່ແຂວງຢຸນນານດ້ວຍລະຄອນສັ້ນ" ແລະ ລະຄອນອອນລາຍພາຍໃຕ້ຊື່ວ່າ"ເມື່ອລະດູຝົນມາຮອດ" ເຊິ່ງຮ່ວມຜະລິດໂດຍ 6 ປະເທດແມ່ນໍ້າລ້ານຊ້າງ-ແມ່ນ້ຳຂອງ, ການຜະລິດສາລະຄະດີພາຍໃຕ້ຊື່ວ່າ"ເພື່ອນບ້ານທີ່ດີ"ໂດຍຈີນກັບຕ່າງປະເທດຮ່ວມຖ່າຍ ແລະຜະລິດ, ຈະແບ່ງປັນປະສົບການທີ່ກ້າວໜ້າ ແລະ ການປະຕິບັດແບບຢ່າງຂອງການຮ່ວມມື ແລະ ການຖ່າຍທໍາຮ່ວມກັນ.

ນັບເປັນຄັ້ງທໍາອິດທີ່ກິດຈະກຳໄດ້ເຊີນແຂກທັງພາຍໃນ ແລະ ຕ່າງປະເທດໄປຢ້ຽມຢາມນະຄອນຕ່າງໆຂອງແຂວງຢຸນນານ,ໂດຍເລີ່ມຈາກນະຄອນຄຸນໝິງ, ຊົມທິວທັດພູມສັນຖານແລະ ຮີດຄອງປະເພນີທ້ອງຖິ່ນ, ເຂົ້າໃຈສະພາບການພັດທະນາເສດຖະກິດສັງຄົມຂອງນະຄອນຢຸ້ຍຊີ, ກິ່ງແຂວງປົກຄອງຕົນເອງເຜົ່າຢີຊູສົງ, ກິ່ງແຂວງປົກຄອງຕົນເອງເຜົ່າມົ້ງເຜົ່າຈວງເວີນຊານ.

ງານສັບປະດາຮັບຊົມວິດີໂອແມ່ນນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງນີ້ເອົາໃຈໃສ່ເຖິງການສະແດງອອກຂອງຊາວໜຸ່ມ ແລະ ເປັນແບບສາກົນຫຼາຍກວ່າເກົ່າ, ເພີ່ມທະວີອັດຕາສ່ວນການນຳສະເໜີວິດີໂອອອນລາຍໃນກິດຈະກຳຕົ້ນຕໍ, ແລະ ເຊື່ອມໂຍງອົງປະກອບກະແສນິຍົມອິນເຕີເນັດຫຼ້າສຸດ,ເພື່ອເຕີມເຕັມບາດກ້າວໃໝ່ເຂົ້າໃນການພົບປະແລກປ່ຽນວັດທະນະທຳຂອງເຂດແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ.

ງານສັບປະດາຮັບຊົມວິດີໂອແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງຄັ້ງທີ 5 ມີຈຸດເດັ່ນຫຍັງແດ່?