ງານສັບປະດາພາບ ແລະ ສຽງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ກຳລັງຈະຈັດຂຶ້ນ

2024-06-11 11:28:02

ງານສັບປະດາພາບ ແລະ ສຽງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ທີ່ຮ່ວມກັນຈັດຕັ້ງຂຶ້ນໂດຍ ກົມໃຫຍ່ວິທະຍຸຍຸ ແລະ ໂທລະພາບແຫ່ງຊາດຈີນ, ກະຊວງໂທລະຄົມຄົມມະນາຄົນ ແລະ ສື່ມວນຊົນ ຫວຽດນາມ ແລະ ອຳນາດການປົກຄອງແຂວງຢຸນນານ ຈະຈັດຂຶ້ນໃນວັນທີ 17-22 ມິຖຸນາ 2024 ຢູ່ນະຄອນຄຸນໝິງ ແລະ ນະຄອນຢຸ້ຍຊີ. ງານສັບປະດາພາບ ແລະ ສຽງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງດັ່ງກ່າວ ຈັດຕັ້ງພາຍໃຕ້ຫົວຂໍ້ “ການສືບທອດມໍລະດົກຮູບແຕ້ມ-ການເຊື່ອມຈອດຂອງພູຜາແມ່ນໍ້າ” ໂດຍຜ່ານວິທີການສະແດງມໍລະດົກນາມມະທຳທີ່ມີເອກະລັກພິເສດຂອງຈິີນ ແລະ ບັນດາປະເທດອາຊຽນ ເພື່ອເພີ່ມທະວີຄວາມເຂົ້າອົກເຂົ້າໃຈ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນຈີນ-ອາຊຽນ, ພ້ອມທັງເຮັດໃຫ້ອາລະຍະທຳຂອງບັນດາປະເທດຕ່າງໆ ໄດ້ຮັບການສຶບທອດ, ສ້າງສັນນະວັດຕະກໍາໃນການຮ່ວມມື ແລະ ພັດທະນາຂຶ້ນຜ່ານການຮ່ວມມື.

ໃນໄລຍະການຈັດງານສັບປະດາດັ່ງກ່າວ, ຈະມີກິດຈະກຳປະເພດຕ່າງໆ 6 ລາຍການ ຄື: ພິທີເປີດງານພາບ ແລະ ສຽງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ (XIU) ຜ່ານທາງສື່ອອນລາຍ, ເປີດສະແດງລາຍການວິດີໂອທີ່ດີເດັ່ນ, ເປີດສະແດງລະຄອນເລື່ອງ “ຮັບຊົມປະເທດຈີນ-ກ້າວເຂົ້າສູ່ປະເທດຫວຽດນາມ” ບົດລະຄອນໂທລະພາບດີເດັ່ນຂອງຈີນກັບ ຫວຽດນາມ ແລະ ອື່ນໆ. ງານດັ່ງກ່າວໄດ້ສ່ອງແສງໃຫ້ເຫັນໝາກຜົນການຮ່ວມມືຂອງແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ຊຸກຍູ້ບາດກ້າວການຮ່ວມມືທາງໂທລະພາບ ແລະ ວິດີໂອໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ເພີ່ມພູນກຳລັງແຮງທາງດ້ານພາບ ແລະ ສຽງ ໃຫ້ແກ່ການປະກອບສ່ວນການກໍ່ສ້າງຄູ່ຮ່ວມຊະຕາກຳອາຊີ.

ນັກຂ່າວ: Zhu Hai

ງານສັບປະດາພາບ ແລະ ສຽງ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຄັ້ງທີ 5 ກຳລັງຈະຈັດຂຶ້ນ