ບົດກະວີ ແລະ ທາງໄກ ສໍາລັບ ນັກຮຽນເຂດຫ່າງໄກສອກຫຼີ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-12-23 20:45:32

ຈາກ​ເຂດ​ຫ່າງ​ໄກ​ສອກຫຼີກ​ແຫ່ງ​ໜຶ່ງ​ຂອງ​ແຂວງ​ຢຸນ​ນານ ​ໄປ​ຫາ​ນະ​ຄອນ​ນິວຢອກ​ຂອງອ​າ​ເມ​ຣິ​ກາ​ ຈະ​ໄກ​ຊ່ຳ​ໃດ? ອາດ​ຈະ​ຫ່າງ​ໄກ​ກັນ​ປານ​ບົດ​ກະ​ວີ​ບົດ​ໜຶ່ງ​ເທົ່າ​ນັ້ນ.

“ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ຄ່ຳ​ຄືນ​ທີ່​ມືດ​ມົນ, ຍ້ອນ​ວ່າ​ມັນ​ສາ​ມາດ​ປົກ​ປິດ​ທຸກ​ສິ່ງ​ທຸກ​ຢ່າງ, ເໝືອນ​ດັ່ງ​ຄວາມ​ຮັກ.” ປີ 2020, ໜ້າ​ຈໍ​ໃຫຍ່​ຢູ່​ສະ​ໜາມຫຼວງ ​ນິວຢອກ​ທາມ ​ໄດ້​ເຜີຍ​ແຜ່​ບົດ​ກະ​ວີ​ທີ່​ພາດ​ຫົວ​ຂໍ້​ວ່າ: “ຄ່ຳ​ຄືນ​ທີ່​ມືດ​ມົນ” ເປັນ​ອາ​ທິດ​ໜຶ່ງ​ຕິດ​ຕໍ່​ກັນ, ຜູ້​ຂຽນ​ແມ່ນ​ ນາງ ຫຼີຫຼິງ (Li Ling) ທີ່​ມາ​ຈາກ​ຕາ​ແສງ​ໝາງ​ສຸຍ​ເມືອງ​ຊາງ​ນິງ ​ນະ​ຄອນ​ປາວຊານ​ແຂວງ​ຢຸນ​ນານ ຈີນ. ນາງ ຫຼີຫຼິງ ​ແມ່ນໜຶ່ງ​ໃນ “ນັກ​ກະ​ວີ​ໜຸ່ມ​ໝາງສຸຍ”. ຢູ່​ຕາ​ແສງໝາງ​ສຸຍ​ທີ່​ມີ​ພູ​ອ້ອມ​ທັງ​ສີ່​ດ້ານ, ການ​ສຶກ​ສາກ່ຽວ​ກັບ​ກະ​ວີ ​ໄດ້​ດຳ​ເນີນ​ມາ​ເປັນ​ເວ​ລາ 8 ປີ​ແລ້ວ.

ຢູ່​ຊົນ​ນະ​ບົດ​ຂອງ​ຈີນ, ການ​ສຶກ​ສາກ່ຽວ​ກັບ​ບົດ​ກະ​ວີ​ ພວມ​ໄດ້​ປ່ຽນ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເດັກ​ນ້ອຍ​ຊົນ​ນະ​ບົດ​ ເທື່ອ​ລະ​ກ້າວ. ພວກ​ເຂົາ​ເຈົ້າ​ໄດ້​ຄົ້ນ​ພົບ​ຄວາມ​ງາມ​ໃນ​ຊີ​ວິດ ແລະ ສະ​ແດງ​ອາ​ລົມ​ຈິດ​ຂອງ​ຕົນ ດ້ວຍ​ບົດ​ກະ​ວີ ເພື່ອ​ກ້າວ​ໄປ​ສູ່​ເວ​ທີ​ທີ່​ໃຫຍ່ກວ່າ​ເກົ່າ.

 

 

ກຳ​ລັງ ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ໝູ່​ນັກ​ຮຽນ

“ຖ້າ​ຂ້ອຍ​ເປັນ​ດອກ​ໄມ້​ດວງ​ໜຶ່ງ, ເພື່ອນ​ມິດ​ຂ້ອຍຈະ​ຮັກ​ແພງ​ຂ້ອຍ. ພວກ​ເຂົາ​ເຈົ້າ​ ບໍ່​ວ່າ​ເປັນ​ເດັກ​ຊາຍ ຫຼື ເດັກ​ຍິງ,ລ້ວນ​ແຕ່​ຮັກ​ແພງ​ຂ້ອຍ. ຖ້າ​ຂ້ອຍ​ເປັນ​ດອກ​ໄມ້​ດວງ​ໜຶ່ງ, ກໍ​ເປັນ​ເລື່ອງ​ທີ່​ດີ​ພໍ​ສົມ​ຄວນ.” ນີ້​ແມ່ນ​ບົດ​ກະ​ວີ​ ທີ່​ພາດ​ຫົວ​ຂໍ້​ວ່າ:“ຖ້າ​ຂ້ອຍ​ເປັນ​ດອກ​ໄມ້​ດວງ​ໜຶ່ງ” ທີ່​ຂຽນ​ໂດຍ: ​ນາງ ​ຢູຫຼຽນ​ເຈຍ (Yu Lianjie) ນັກ​ຮຽນ​ອາ​ຍຸ 9 ປີ​ຂອງ​ໂຮງ​ຮຽນ​ປະ​ຖົມ​ສົມ​ບູນ​ບ້ານ​ໝິງ​ຮ​ວາ ​ຕາ​ແສງ​ໝາງ​ສຸຍ ​ເມືອງ​ຊາງ​ນິງ (Changning) ນະ​ຄອນ​ປາວ​ຊານ (Baoshan) ແຂວງ​ຢຸນ​ນານ.

ເລີ່ມ​ຕົ້ນ​ສົກ​ຮຽນ​ໃໝ່​ ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ, ນາງ​ ຢູ​ຫຼຽນ​ເຈຍ ແລະ ໝູ່​ນັກ​ຮຽນ​ໄດ້​ມີ​ຫຼັກ​ສູດ​ໃໝ່ ຄື: ຫຼັກ​ສູດ​ສອນ​ບົດ​ກະ​ວີ. ນາງ ຫຼີ​ຊູ​ຮ​ວາ (Li Shuhua) ຄູ​ສອນ ຫຼັກ​ສູດ​ດັ່ງ​ກ່າວ ​ໄດ້​ນຳ​ພາ​ໝູ່​ນັກ​ຮຽນ​ເດີນທາງ​ອອກ​ຈາກ​ຫ້ອງ​ຮຽນ ແລະ ໄປ​ແຕ່ງ​ບົດ​ກະ​ວີ​ ຢູ່​ຕາມ​ທຳ​ມະຊາດ ທີ່​ມີ​ທ້ອງ​ຟ້າ​ປອດ​ໂປ່ງ​ສົດ​ໃສ. ນາງ​ ຢູຫຼຽນ​ເຈຍ​ ກໍ​ໄດ້​ຂຽນ​ບົດ​ກະ​ວີ​ບົດ​ນີ້ ​ໃນ​ໂມງ​ຮຽນ​ບົດ​ກະ​ວີ. ນາງ​ເວົ້າ​ວ່າ: “ໂມງ​ຮຽນ​ບົດ​ກະ​ວີ​ ເຮັດ​ໃຫ້​ຂ້ອຍຮູ້​ສຶກ​ມ່ວນ​ຊື່ນຫຼາຍ, ສາ​ມາດ​ຂຽນ​ຄຳ​ເວົ້າ​ໃນ​ໃຈ​ຂອງ​ຕົນ​ເປັນ​ບົດ​ກະ​ວີ.”

ໃນ​ສາ​ຍ​ຕາ​ຂອງ “ນັກ​ກະ​ວີ​ໜຸ່ມ” ຂອງ​ຕາ​ແສງ​ໝາງ​ສຸຍ, ບົດ​ກະ​ວີ ​ມີ​ຄວາມ​ໝາຍ​ພິ​ເສດຫຼາຍ. ພວກ​ເຂົາ​ເຈົ້າ​ ໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ໃນ​ທ່າມ​ກາງ​ບົດ​ກະ​ວີ, ໄດ້​ສຳ​ຜັດ​ກັບ​ຄວາມ​ອົບ​ອຸ່ນ ແລະ ຄວາມ​ສວຍ​ງາມ. ນາງ ວາ​ງ​ຊຸນຫຼິນ (Wang Chunlin) ນັກ​ຮຽນ​ ປໍ 3 ຂອງ​ໂຮງ​ຮຽນມັດ​ທະ​ຍົມ​ຕົ້ນ​ໝາງ​ສຸຍ, ນາງ​ ໄດ້​ສຳ​ຜັດ​ກັບ​ບົດ​ກະ​ວີ​ ໃນ​ໄລ​ຍະ​ນາງ​ຮຽນ ປໍ 3, ປັດ​ຈຸ​ບັນ, ນາງ​ ໄດ້​ຂຽນ​ບົດ​ກະ​ວີ 200 ກວ່າ​ບົດ​ແລ້ວ. ນາງ​ເວົ້າ​ວ່າ: “ກະ​ວີ​ ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜູນ​ ດ້ານ​ອາ​ລົມ​ຈິດຫຼາຍ​ຢ່າງ​ໃຫ້​ແກ່​ຂ້າ​ພະ​ເຈົ້າ, ເຮັດ​ໃຫ້​ຈິດ​ໃຈ​ຂອງ​ຂ້າ​ພະ​ເຈົ້າ​ ມີ​ຄວາມ​ເບີກ​ບານກວ່າ​ເກົ່າ.”

 

  

 

ນາງ ວາງ​ຊິງ​ລູ ນັກ​ຮຽນ ມໍ 3 ຂອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕົ້ນ​ໝາງ​ສຸຍ​ ກ່າວ​ວ່າ: “ພາຍຫຼັງ​ສຳ​ຜັດ​ກັບ​ບົດ​ກະ​ວີ​ແລ້ວ, ຂ້າ​ພະ​ເຈົ້າ​ ໄດ້​ຄົ້ນ​ພົບ​ວິ​ທີ​ລະ​ບາຍ​ອາ​ລົມ​ແບບ​ອ່ອນ​ໂຍນ, ມັນ​ຈະ​ປອບ​ໃຈ​ຂ້າ​ພະ​ເຈົ້າ, ເຮັດ​ໃຫ້​ຄວາມ​ໂມ​ໂຫ ແລະ ຄວາມ​ໂສກ​ເສົ້າ​ຂອງ​ຂ້າ​ພະ​ເຈົ້າ ​ສູນ​ຫາຍ​ໄປ ພ້ອມ​ທັງ​ສາ​ມາດ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ຂ້າ​ພະ​ເຈົ້າ.” ນາງ​ ກ່າວ​ຕື່ມ​ວ່າ: ການ​ຂຽນ​ບົດ​ກະ​ວີ ​ເປັນ​ເລື່ອງ​ທຳ​ມະ​ດາ​ສາ​ມັນ, ລາວ​ຍັງ​ໄດ້​ຂຽນ​ບົດ​ກະ​ວີ​ເວົ້າ​ຕະຫຼົກ​ໃສ່​ໝູ່​ເພື່ອນ ແລະ ແລກ​ປ່ຽນ​ກັບ​ໝູ່​ເພື່ອນ​ດ້ວຍ​ບົດ​ກະ​ວີ.

ຢູ່​ໂຮງ​ຮຽນ​ປາ​ຖະ​ໜາ​ຊູ​ຢູ​ເມືອງ​ຮຸຍ​ຖົງ (Huitong) ​ນະ​ຄອນ​ຮ​ວຍ​ຮ​ວາ ​(Huaihua) ແຂວງ​ຫູ​ໜານ​ ກໍ​ເຊັ່ນ​ດຽວ​ກັນ. ນາງ​ ລົງ​ເມິງ​ຢາວ (Long Mengyao) ນັກ​ກະ​ວີ​ນ້ອຍ​ໃນ “ຫ້ອງ​ກະ​ວີ​ລູ​ກ​ທົ່ງ” ໂຮງ​ຮຽນ​ປາ​ຖະ​ໜາ​ຊູ​ຢູ​ ກ່າວ​ວ່າ: ການ​ຂຽນ​ບົດ​ກະ​ວີ​ ເຮັດ​ໃຫ້​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ອຸ​ດົມ​ສົມ​ບູນກວ່າ​ເກົ່າ, ຂ້າ​ພະ​ເຈົ້າ ​ມັກ​ສັງ​ເກດ​ໂລກ​ນີ້ຫຼາຍກວ່າ​ເກົ່າ​ອີກ.” ນາງ​ເວົ້າ​ວ່າ: “ເມື່ອ​ຂ້າ​ພະ​ເຈົ້າ​ໃຫຍ່​ຂຶ້ນ​ແລ້ວ, ຢາກ​ເປີດ​ຮ້ານ​ບົດ​ກະ​ວີ ເພື່ອ​ເຮັດ​ທຸ​ລະ​ກິດ​ກ່ຽວ​ກັບ​ເລື່ອງ​ກະ​ວີ.”

ປີ 2017, ທ່ານ ຫຼີ​ໂປ​ລິນ (Li Bolin) ຄູ​ສອນ​ ທີ່ເກີດຫຼັງ​ປີ 1995 ຂອງ​ໂຮງ​ຮຽນ​ປາ​ຖະໜາ​ຊູ​ຢູ ​ໄດ້​ສ້າງ​ຕັ້ງ “ຫ້ອງ​ກະ​ວີ​ລູກ​ທົ່ງ”. ທ່ານ​ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ ບໍ່​ພຽງ​ແຕ່​ສົນ​ໃຈ​ນຳ​ການ​ຂຽນ​ບົດ​ກະ​ວີ​ຂອງ​ເດັກ​ນ້ອຍ​ທັງຫຼາຍ​ເທົ່າ​ນັ້ນ, ຍິ່ງ​ຫວັງ​ວ່າ: ສາ​ມາດ​ກະ​ຕຸກ​ຊຸກ​ຍູ້​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ພວກ​ເຂົາ​ເຈົ້າ ໂດຍ​ຜ່ານ​ການ​ຂຽນ​ບົດ​ກະ​ວີ.” ທ່ານ​ ກ່າວ​ຕື່ມ​ອີກວ່າ: ຕົນ​ຫວັງ​ວ່າ ສາ​ມາດ​ຊ່ວຍ​ເດັກ​ນ້ອຍ​ທັງຫຼາຍ​ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍຕົນ​ເອງ ໂດຍ​ຜ່ານ​ຈາກ​ກຳ​ລັງ​ຂອງວັນ​ນະ​ຄະ​ດີ.

 

  

 

ເຝົ້າ​ຮັກ​ສາ “​ບົດ​ກະ​ວີ ແລະ ທາງ​ໄກ”

ນັກ​ຮຽນ​ທັງຫຼາຍ​ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ອ່ອນ​ໂຍນ ແລະ ຄວາມ​ປາ​ນີດ​ໃນ​ບົດ​ກະ​ວີ​ຂອງ​ຕົນ ເຊິ່ງ​ໄດ້​ເຮັດ​ໃຫ້​ ນາງ ​ຈ່າງ​ຈື​ລານ (Zhang Zilan) ຄູ​ສອນ​ໂຮງ​ຮຽນ​ມັດທະ​ຍົມ​ຕົ້ນ​ໝາງ​ສຸຍ​ກະ​ຕຸ້ນ​ໃຈ​ນຳ. ນາງ​ ເວົ້າ​ວ່າ: ບົດ​ກະ​ວີ​ເປັນ​ຂົວ​ຕໍ່​ລະ​ຫວ່າງ​ຕົນ​ກັບ​ນັກ​ຮຽນ. ໂດຍ​ຜ່ານ​ຈາກ​ບົດ​ກະ​ວີ, ນາງ​ ສາ​ມາດ​ເຂົ້າ​ໃຈ​ຄວາມ​ຄິດ​ຂອງ​ນັກ​ຮຽນ​ທັງຫຼາຍ ແລະ ຮັບ​ຮູ້​ເຖິງ​ຄວາມ​ປ່ຽນ​ແປງ​ດ້ານ​ອາ​ລົມ​ຂອງ​ນັກ​ຮຽນ.

ທ່ານ ​ຢູ​ຊຸນ​ຢຸນ (Yu Chunyun) ເລ​ຂາ​ຄະ​ນະ​ພັກໂຮງ​ຮຽນ​ ໃຈ​ກາງ​ຕາ​ແສງ​ໝາງ​ສຸຍ​ ກ່າວ​ວ່າ: “ພວກ​ເຮົາ​ ໄດ້​ຄົ້ນ​ຫາ​ວິ​ທີ​ນຳ​ພາ​ໃຫ້​ໝູ່​ນັກ​ຮຽນ​ທັງຫຼາຍ ​ມີ​ຄວາມ​ກະ​ຕື​ລື​ລົ້ນ​ໃນ​ດ້ານ​ສູນ​ທອນພົດ ​ເຊັ່ນ: ການ​ແຕ້ມ​ຮູບ, ດົນ​ຕີ ຫຼື ການ​ຟ້ອນ. ແຕ່​ພາຍຫຼັງ​ມາ, ພວກ​ເຮົາ​ເຫັນ​ວ່າ: ການ​ຂຽນ​ບົດ​ກະ​ວີ ​ຈະ​ເປັນ​ວິ​ທີ​ທີ່​ງ່າຍ​ທີ່​ສຸດ, ຖ້າ​ທ່ານ​ມີ​ເຈ້ຍ​ມີ​ສໍ, ທ່ານ​ກໍ​ສາ​ມາດ​ຂຽນ​ບົດ​ກະ​ວີ​ໄດ້​ແລ້ວ.

ນັບ​ແຕ່​ປີ 2016 ເປັນ​ຕົ້ນມາ, ໂຮງ​ຮຽນ​ໃຈ​ກາງ​ຕາ​ແສງ​ໝາງ​ສຸຍ ແລະ ໂຮງ​ຮຽນ​ມັດ​ທະ​ຍົມ​ຕົ້ນ​ໝາງ​ສຸຍ ເລີ່ມ​ການ​ທົດ​ລອງ​ເຂົ້າ​ຮ່ວມ​ການ​ສຶກ​ສາ​ບົດ​ກະ​ວີ. ປີ 2019, ຕາ​ແສງ​ໝາງ​ສຸຍ ​ໄດ້​ເປີດຫຼັກ​ສູດ​ບົດ​ກະ​ວີ​ພາຍ​ໃຕ້ 4 ຫົວ​ຂໍ້ຄື: ແສງ​ສະ​ຫວ່າງ​ໃນ​ລະ​ດູ​ບານ​ໃໝ່, ພາບ​ວິວ​ໃນ​ລະ​ດູ​ຮ້ອນ, ດວງ​ຕາ​ເວັນ​ໃນ​ລະ​ດູ​ໃບ​ໄມ້ຫຼົ່ນ ແລະຕາ​ເວັນ​ອົບ​ອຸ່ນ​ໃນ​ລະ​ດູ​ໜາວ ໃຫ້​ແກ່​ນັກ​ຮຽນ ປໍ 3 ຫາ ມໍ 7 ທົ່ວ​ຕາ​ແສງ, ຫຼັກ​ສູດ​ໜຶ່ງ​ຈະ​ມີ 3 ຊົ່ວ​ໂມງ​ຮຽນ.

ນາງ​ ຈ່າງ​ຈື​ລານ ​ເຫັນ​ວ່າ: “ໂດຍ​ຜ່ານ​ຈາກ​ບົດ​ກະ​ວີ, ຂ້າ​ພະ​ເຈົ້າ​ ຈະ​ສາ​ມາດ​ເຂົ້າ​ໃຈ​ນັກ​ຮຽນ​ໄດ້​ດີກວ່າ​ເກົ່າ ແລະ ມີ​ຈິດ​ໃຈ​ກວມ​ລວ​ມຫຼາຍກວ່າ​ເກົ່າ​ຕໍ່​ພວກ​ເຂົາ​ເຈົ້າ.” ນາງ​ເວົ້າ​ວ່າ: ນັກ​ຮຽນ​ທັງຫຼາຍ​ຈະ​ມີ​ພອນ​ສະ​ຫວັນ​ໃນ​ການ​ຂຽນ​ບົດ​ກະ​ວີ, ພວກ​ເຂົາ​ເຈົ້າ​ ມີ​ຄວາມ​ຮັກ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ, ຄູ​ສອນ​ວິ​ທີ​ຂຽນ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ, ພວກ​ເຂົາ​ເຈົ້າ​ ກໍ​ຈະ​ສາ​ມາດ​ຂຽນບົດ​ກະ​ວີ​ ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ມີ​ຊີ​ວິດ​ຊີ​ວາ. “ການ​ສຶກ​ສາແມ່ນ​ເມກ​ຜືນ​ໜຶ່ງ​ຊຸກ​ດັນ​ເມກ​ອີກ​ຜືນ​ໜຶ່ງ, ຂ້າ​ພະ​ເຈົ້າ​ ກໍ​ໄດ້​ຮັບ​ເອົາ​ກຳ​ລັງ​ຊຸກ​ດັນ​ທີ່​ບໍ່​ມີວັນສິ້ນສຸດ​ຈາກ​ບົດ​ກະ​ວີ​ຂອງ​ໝູ່​ນັກ​ຮຽນ​ທັງຫຼາຍ.”

 

  

 

ເພື່ອປົກປັກຮັກ​ສາ “ບົດ​ກະ​ວີ ແລະ ທາງ​ໄກ” ໃຫ້​ແກ່​ເດັກ​ນ້ອຍ​ຢູ່​ຊົນ​ນະ​ບົດ, ອົງ​ການ​ສາ​ທາ​ລະ​ນະ​ປະ​ໂຫຍດ​ຕ່າງໆ​ຂອງ​ຈີນ ​ກໍ​ໄດ້​ເຮັດ​ກິດ​ຈະ​ກຳຫຼາຍ​ຢ່າງ. ປີ 2018, ສະ​ໂມ​ສອນ “ບົດ​ກະ​ວີ​ຊືກວາງ” ທີ່​ເປັນ​ອົງ​ການ​ສາ​ທາ​ລະ​ນະ​ປະ​ໂຫຍດ​ດ້ານ​ການ​ສຶກ​ສາ​ບົດ​ກະ​ວີ ​ຢູ່​ຊົນ​ນະ​ບົດ​ແຫ່ງ​ທຳ​ອິດ​ຂອງ​ຈີນ​ ໄດ້​ສ້າງ​ຕັ້ງ​ຂຶ້ນ ໂດຍ​ໄດ້​ສົ່ງ​ເສີມ​ໃຫ້​ຖື​ເອົາ​ບົດ​ກະ​ວີ​ເປັນ​ວິ​ທີ​ຊ່ວຍ​ເດັກ​ນ້ອຍ​ຊົນ​ນະ​ບົດ​ ສະ​ແດງ​ຄວາມ​ຮັກ​ຂອງ​ຕົນ ແລະ ເປັນ​ເພື່ອນທາງ​ຈິດ​ໃຈ​ໃຫ້​ແກ່​ເດັກ​ນ້ອຍ​ເຫຼົ່າ​ນີ້.

ທ່ານ​ ຄາງ​ຢູ (Kang Yu) ໜຶ່ງ​ໃນ​ຜູ້​ສ້າງ​ຕັ້ງ​ສະ​ໂມ​ສອນ “ບົດ​ກະ​ວີ​ຊືກວາງ” ກ່າວ​ວ່າ: “ພວກ​ເຮົາ​ສອນ​ເດັກ​ນ້ອຍ​ຂຽນ​ບົດ​ກະ​ວີ​ ມີ​ແຕ່​ຢາກບອກ​ພວກ​ເຂົາ​ເຈົ້າ​ວ່າ: ໃນ​ການ​ເຕີບ​ໃຫຍ່​​ພຽງ​ເທື່ອ​ດຽວ​ ໃນ​ຊີ​ວິດ​ຂອງ​ຕົນ, ຄວນ​ຮັກ​ຫອມ​ການ​ຄົ້ນ​ຄວ້າ ແລະ ຮັກ​ສາ​ຄວາມ​ອ່ອນ​ໄຫວ ​ຕໍ່​ການ​ສຳ​ຜັດ​ທຸກ​ສິ່ງ​ຂອງ.” ທ່ານ​ ກ່າວ​ຕື່ມ​ວ່າ: ນັບ​ແຕ່​ສະ​ໂມ​ສອນ​ຕົນ​ສ້າງ​ຕັ້ງ​ຂຶ້ນຈົນ​ເຖິງ​ປີ 2023, ໄດ້​ບໍ​ລິ​ການ​ໂຮງ​ຮຽນ​ຊົນ​ນະ​ບົດ 1.700 ກວ່າ​ແຫ່ງ, ໄດ້​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ເດັກ​ນ້ອຍ​ຊົນ​ນະ​ບົດ 150.000 ກວ່າ​ຄົນ ໃນ 28 ແຂວງ, ເຂດ ແລະ ກຳ​ແພງນະ​ຄອນ​ຂອງ​ຈີນ.

ເດືອນ​ກໍ​ລະ​ກົດ​ປີ 2023, ຫ້ອງ​ສະ​ຕູດີໂອ​ການ​ຂຽນ​ແບບ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ທ່ານ ຫຼີ​ໂປ​ລິນ​ ໄດ້​ສ້າງ​ຕັ້ງ​ຂຶ້ນ ເຊິ່ງໄດ້​ດຶງ​ດູດ​ຄູ​ສອນ 10 ທ່ານ​ເຂົ້າ​ຮ່ວມ. ໃນ​ຫ້ອງ​ສະ​ຕູ​ດີໂອ​ດັ່ງ​ກ່າວ, ຄູ​ສອນ​ຄະ​ນິດ​ສາດ​ ໄດ້​ເອົາ​ວິ​ທີ “ບວກ, ລົບ, ຄູນ ແລະ ຫານ” ເຊື່ອມ​ໂຍງ​ເຂົ້າ​ໃນ​ບົດ​ກະ​ວີ, ຄູ​ສອນ​ວິ​ຈິດ​ສິນ​ ໄດ້​ສອນ​ເດັກ​ຮຽນ​ທັງຫຼາຍ​ແຕ້ມ​ບັນ​ຍາ​ກາດ​ບົດ​ກະ​ວີ​ຢູ່​ຕາມ​ກ້ອນ​ຫີນ, ຄູ​ສອນ​ດົນ​ຕີ ​ໄດ້​ສອນ​ເດັກ​ຮຽນ​ທັງຫຼາຍ​ຂຽນ​ທຳ​ນອງ​ເພງ​ໃຫ້​ແກ່​ບົດ​ກະ​ວີ​ຂອງ​ຕົນ ເພື່ອ​ໄປ​ຄົ້ນ​ຄວ້າ​ຄວາມ​ເລິກ​ລັບ​ໃນ​ບົດ​ກະ​ວີ.

ບົດກະວີ ແລະ ທາງໄກ ສໍາລັບ ນັກຮຽນເຂດຫ່າງໄກສອກຫຼີ