ໄດ້ຫົ່ມຜ້າຫົ່ມສີຂຽວໃຫ້ແກ່ທະເລຊາຍ ແລະ ພູເຮື້ອ
ຫວ່າງມໍ່ໆມານີ້, ຢູ່ເມືອຢູຖຽນເຂດປົກຄອງຕົນເອງອຸເກີຊິນຈ່ຽງຈີນ, ໂດຍໄດ້ຜ່າຄວາມພະຍາຍາມຢ່າງບໍ່ລົດລະມາເປັນເວລາ 40 ກວ່າປີ, ຈີນໄດ້ສ້າງ“ກຳແພງພືດຂັ້ນຂີ້ຊາຍສີຂຽວ”ທີ່ມີຄວາມຍາວທັງໝົດ 3,046 ກິໂລແມັດ ເຊິ່ງໄດ້ອ້ອມທະເລຊາຍຕັກລາມາກັນຢ່າງຮອບດ້ານ. ຫວ່າງກ່ອນນີ້ບໍ່ດົນ, ກໍລະນີຫຼຸດຜ່ອນຄວາມທຸກຍາກທາງນິເວດກ່ຽວກັບການປົວແປງການຫັນເປັນຫີນຊາຍຢູ່ເມືອງຊີໂສແຂວງຢຸນນານຈີນຖືກຈັດເຂົ້າໃນບັນຊີກໍລະນີດີເລີດໃນກິດຈະກຳປະກວດກໍລະນີຫຼຸດຜ່ອນຄວາມທຸກຍາກທົ່ວໂລກຄັ້ງທີ 5. ການປ້ອງກັນການຫັນເປັນດິນຊາຍ ແລະ ຫີນຊາຍ ເປັນສິ່ງທ້າທາຍຮ່ວມຂອງມວນມະນຸດ, ການຄົ້ນຄວ້າການປົວແປງການຫັນເປັນທະເລຊາຍ ແລະ ຫີນຊາຍ ແບບມີຫົວຄິດປະດິດສ້າງຂອງຈີນຄື: ເອົາການບຳບັດ ແລະ ກາພັດທະນາເຊື່ອມໂຍງເຂົ້າກັນ.
ທະເລຊາຍກາຍເປັນດອນຂຽວ
ຕອນເຊົ້າວັນທີ 28 ພະຈິກຜ່ານມາ, ຢູ່ ເມືອງຢູຖຽນນະຄອນເຫີຖຽນ ທີ່ຢູ່ ສົ້ນໃຕ້ຂອງທະເລຊາຍຕັກລາມາກັນຊິນຈ່ຽງ, ຄຽງຄູ່ກັບການປູກເບ້ຍໄມ້ຂັ້ນຂີ້ຊາຍຕ່າງໆໃສ່ດິນຊາຍແຫ່ງສຸດທ້າຍທີ່ກວ້າງ 50 ແມັດ ແລະ ຍາວ 100 ແມັດ, “ກຳແພງພືດຂັ້ນຂີ້ຊາຍສີຂຽວ” ທີ່ມີຄວາມຍາວທັງໝົດ 3,046 ກິໂລແມັດທີ່ໄດ້ອ້ອມຂອບທະເລຊາຍຕັກລາມາກັນໄດ້ສ້າງສຳເລັດຢ່າງຮອບດ້ານແລ້ວ.
ທະເລຊາຍຕັກລາມາກັນມີເນື້ອທີ່ທັງໝົດ 337,600 ກິໂລຕາແມັດ, ເປັນທະເລຊາຍເຄື່ອນໄຫຼທີ່ໃຫຍ່ທີ່ສຸດຂອງຈີນ ແລະ ໃຫຍ່ອັນດັບທີ 2 ຂອງໂລກ, ຄວາມຍາວອ້ອມທະເລຊາຍມີເຖິງ 3,046 ກິໂລແມັດ.ມາຮອດທ້າຍປີ 2023, ຈີນໄດ້ສ້າງກຳແພງຂັ້ນພືດຂີ້ຊາຍສີຂຽວຍາວປະມານ 2,761 ກິໂລແມັດຢູ່ຕາມ ຂອບທະເລຊາຍ, ຍັງເຫຼືອແຕ່ 285 ກິໂລແມັດເປັນເຂດທີ່ປູກພືດຍາກທີ່ສຸດ.
ຈະເຮັດແນວໃດເພື່ອເຮັດໃຫ້ປະຊາຊົນເຂົ້າຮ່ວມຢ່າງຫ້າວຫັນໄດ້? ເລີ່ມແຕ່ຕົ້ນປີນີ້ເປັນຕົ້ນມາ, ເຂດຊິນຈ່ຽງໄດ້ຈັດສັນງົບປະມານລາຍຈ່າຍທາງການເງິນ 1 ຕື້ຢວນຕໍ່ປີໃຫ້ແກ່ໂຄງການໃໝ່ແຫ່ງການປ້ອງກັນຊາຍ ແລະ ບຳບັດຊາຍ. ພາຍໃຕ້ການສະໜັບສະໜູນຂອງນະໂຍບາຍດັ່ງກ່າວ, ຊາວບ້ານຫຼາຍຄົນໄດ້ເໝົາດິນຊາຍ. ປັດຈຸບັນ, ມີປະຊາຊົນນະຄອນເຫີຖຽນ 8,277 ຄອບຄົວ ໄດ້ຮັບເໝົາດິນຊາຍ 27,500 ກວ່າເຮັກຕາ, ສະຫະກອນຊາວນາ 14 ແຫ່ງ ແລະ ວິສາຫະກິດ 33 ແຫ່ງໄດ້ເຂົ້າຮ່ວມການປ້ອງກັນ ແລະ ບົວລະບັດຮັກສາຂີ້ຊາຍ.
ໃນໄລຍະສຸດທ້າຍແຫ່ງການສ້າງກຳແພງພືດຂັ້ນຂີ້ຊາຍ, ທຸກມື້,ເມືອງຢູຖຽນຈະມີປະຊາຊົນຫຼາຍກວ່າ 10,000 ຄົນ ເຂົ້າຮ່ວມການປູກຕົ້ນໄມ້. ຄົນທັງຫຼາຍໄດ້ປູກພືດສະໝູນໄພຈຳນວນໜຶ່ງ ຢູ່ຕາມໄຮ່ປູກພືດທີ່ປ້ອງກັນຂີ້ຊາຍ ເຊິ່ງໄດ້ສ້າງລາຍຮັບໃຫ້ແກ່ປະຊາຊົນໃນຂະນະທີ່ປ້ອງກັນຂີ້ຊາຍ.
ທ້າວ ໄອເຊີຈື ໄມຕີຢົວຈື ມາຈາກເມືອງຢູຖຽນ, ປີນີ້ອາຍຸ 36 ປີ, ລາວ ໄດ້ຮັບເໝົາດິນຊາຍປູກພືດປ້ອງກັນຂີ້ຊາຍທັງໝົດ 0.5 ເຮັກຕາ ແລະ ໄດ້ປູກຕົ້ນຢົ້ວສົງຢົງ ທີ່ເປັນຕົ້ນຢາສະໝູນໄພຈີນໄປພ້ອມ. ລາວກ່າວ ວ່າ: ຜົນຜະລິດຂອງຢົ້ວສົງຢົງ ມີເຖິງ 3,900 ກິໂລຕໍ່ເຮັກຕາ, ໄດ້ສ້າງລາຍຮັບປະມານ 2,600ຢວນ.”
ທ່ານ ເຈຍສຸນເຜິງ ເລຂາຄະນະພັກຫ້ອງການປ່າໄມ້ແລະ ທົ່ງຫຍ້າ ເມືອງຢູຖຽນ ກ່າວວ່າ:ການພັດທະນາ ຂະແໜງການປ້ອງກັນ ແລະ ບົວລະບັດຮັກສາຂີ້ຊາຍ, ຍັງຕ້ອງການຄົ້ນຄວ້າການພັດທະນາ ຫຼາຍຮູບແບບເພື່ອຫຼີກເວັ້ນບໍ່ໃຫ້ເປັນການພັດທະນາທີ່ຄ້າຍຄືກັນ. ເມືອງຢູຖຽນບໍ່ພຽງແຕ່ໄດ້ປູກຕົ້ນຢົ້ວສົງຢົງເທົ່ານັ້ນ, ຫາກຍັງໄດ້ປູກຕົ້ນກຸຫຼາບອີກດ້ວຍ.
ນອກຈາກປະຊາຊົນທ້ອງຖິ່ນແລ້ວ, ຍັງມີວິສາຫະກິດ, ນັກວິທະຍາສາດ ແລະ ອາສາສະໝັກເຂົ້າຮ່ວມການປ້ອງກັນ ແລະ ບຳບັດຂີ້ຊາຍເປັນຈຳນວນຫຼວງຫຼາຍ.ນັບແຕ່ປີ 2015 ເປັນຕົ້ນມາ, ທ່ານ ຫຼີເຕີເຢິນ ແລະ ນາງ ຈູຢີຊວນ ທີ່ເປັນຄູ່ຜົວເມຍ ນັກວິທະຍາສາດ ໄດ້ຈັດວາງອາສາສະໝັກ 16 ຊຸດ ໄປປູກຕົ້ນໄມ້ຕາມພັນທະຢູ່ເມືອງໄກ້ຖີເຂດຊິນຈ່ຽງ. 10 ປີຜ່ານມາ, ອາສາສະໝັກທັງຫຼາຍ ໄດ້ປູກຕົ້ນໄມ້ທັງໝົດ 45,088 ຕົ້ນ. ປັດຈຸບັນ, ຕົ້ນປ໋າຍຢ໋າງ ທີ່ພວກອາສາສະໝັກປູກເມື່ອ 10 ປີກ່ອນ ໄດ້ສູງເຖິງ 10 ກວ່າແມັດແລ້ວ. ທ່ານຈູຢີຊວນທັງຍິ້ມທັງກ່າວວ່າ: ພວກເຮົາເໝືອນດັ່ງນົກອົບພະຍົບ,ຈະກັບມາປູກຕົ້ນໄມ້ຢູ່ແຫ່ງນີ້ໃນລະດູບານໃໝ່ ແລະ ລະດູໃບໄມ້ຫຼົ່ນຂອງທຸກປີ.ປັດຈຸບັນ,ຄົນທັງຫຼາຍເດີນທາງຈາກຕາແສງໄປໃນເມືອງ, ຈະບໍ່ຕ້ອງຂີ່ລົດມ້າອີກແລ້ວ, ທາງຫຼວງທີ່ຮາບພຽງເລັ່ງໄປເຖິງທຸກແຫ່ງຫົນ. ນັກທ່ອງທ່ຽວ ມາທ່ຽວແຫ່ງນີ້ນັບມື້ນັບຫຼາຍຂຶ້ນ, ຊີວິດການເປັນຢູ່ຂອງປະຊາຊົນກໍນັບມື້ນັບຮັ່ງມີຂຶ້ນ.
ເຂດເຮື້ອຮ້າງເມືອງຊີໂສໄດ້ກາຍເປັນສວນໝາກ
ຫຼາຍປີກ່ອນ, ພູມສັນຖານຂອງເມືອງຊີໂສແຂວງຢຸນນານທີ່ຕັ້ງຢູ່ເຂດຊາຍແດນ ພາກຕາເວັນຕົກສ່ຽງໃຕ້ຂອງຈີນໄດ້ຫັນເປັນຫີນຊາຍນັບມື້ນັບຮ້າຍແຮງຂຶ້ນ, ພູມສັນຖານກາສເຕີທີ່ຫັນເປັນຫີນຊາຍໄດ້ກວມ 75.4% ຂອງເນື້ອທີ່ຕົວເມືອງ ແລະ ເຫັນວ່າເປັນ “ສະຖານທີ່ທີ່ໝົດໂອກາດການດຳລົງຊີວິດຂອງມວນມະນຸດໂດຍພື້ນຖານ”.
ໃນຊຸມປີຜ່ານມາ, ເພື່ອປ່ຽນແປງສະພາບການດັ່ງກ່າວ, ເມືອງຊີໂສໄດ້ຄົ້ນຄວ້າຮູບການບຳບັດ ການຫັນເປັນຫີນຊາຍແບບສັງລວມ ທີ່ສາມາດລອກແບບໄດ້ ເຊິ່ງໄດ້ປູກຕົ້ນໄມ້ຢູ່ຈອມພູ, ພັດທະນາອຸດສາຫະກຳການຜະລິດປ່າເສດຖະກິດຢູ່ເນີນພູ, ຂຸດນາຂັ້ນໄດຢູ່ເຂດຕີນພູບໍ່ສູງຊັນ, ສ້າງທົ່ງນາທີ່ມີຜົນຜະລິດສູງຢູ່ເຂດຮາບພຽງ,ສ້າງສະແກັສຊີວະພາບ ແລະ ສະນ້ຳນ້ອຍ ເພື່ອປັບປຸງເງື່ອນໄຂການຜະລິດ ແລະ ເງື່ອນໄຂການດຳລົງຊີວິດຂອງປະຊາຊົນໃຫ້ດີຂຶ້ນ, ຍົກຍ້າຍປະຊາຊົນໄປສູ່ເຂດທີ່ມີເງື່ອນໄຂດຳລົງຊີວິດດີກວ່າເກົ່າ ແລະ ສົ່ງແຮງງານໄປສູ່ເຂດທີ່ພັດທະນາເພື່ອຫຼຸດຄວາມກົດດັນຕໍ່ສິ່ງແວດລ້ອມນິເວດ.
ນັບແຕ່ປີ 2016 ເປັນຕົ້ນມາ, ເມືອງຊີໂສ ໄດ້ບຳບັດເນື້ອທີ່ຫັນເປັນ ຫີນຊາຍທັງໝົດ 40 ກວ່າກິໂລຕາແມັດ, ໄດ້ສ້າງໄຮ່ນາທີ່ສາມາດຮັກສາດິນ, ຮັກສານ້ຳ ແລະ ຮັກສາປຸຍໄດ້ທັງໝົດ 6,700 ກວ່າເຮັກຕາ. ປັດຈຸບັນ, ຕາແສງຊິງເຈ່ຍ ເມືອງຊີໂສ ທີ່ເຄີຍມີສະພາບຫັນເປັນຫີນຊາຍໜັກໜ່ວງທີ່ສຸດໄດ້ກາຍເປັນສູນການປູກຕົ້ນ ໝາກກີວີ ທີ່ໃຫຍ່ທີ່ສຸດຂອງແຂວງຢຸນນານ.ທ່ານເຕິ້ງຮວາລົງ ເຈົ້າໜ້າທີ່ສູນການປູກຕົ້ນໝາກກີວີ ບໍລິສັດພັດທະນາກະສິກຳຮາວຮົງເວີນຊານ ຈຳກັດ ກ່າວວ່າ: “ສູນດັ່ງກ່າວ ໄດ້ເຮັດໃຫ້ຊາວກະສິກອນ 2,173ຄອບຄົວ ໃນ 24 ບ້ານ ສ້າງລາຍຮັບ ສະເລ່ຍ 8,000 ຢວນຕໍ່ຄອບຄົວຕໍ່ປີ.”
ສິ່ງທີ່ໜ້າເວົ້າເຖິງນັ້ນກໍຄື ຜົນງານຂອງຕາແສງຫຼຽນຮວາຖັງເມືອງຊີໂສ. ໃນຊຸມປີຜ່ານມາ,ຕາແສງຫຼຽນ ຮວາຖັງ ໄດ້ສ້າງສູນປູກຜັກ 6.7 ເຮັກຕາ ແລະ ສູນປູກຕົ້ນຊານ້ຳມັນ 4 ເຮັກຕາ,ໄດ້ຜະລິດ ຜະລິດຕະພັນ ພື້ນເມືອງຕ່າງໆເຊັ່ນ: ໄກ່ລາດ,ຊາຫວາຍ, ຊາດອກກຸຫຼາບ ແລະ ນ້ຳຕານແດງເປັນຕົ້ນ. ທ່ານ ວາງຮວາຊຽງ ເລຂາຄະນະພັກ ຕາແສງຫຼຽນຮວາຖັງກ່າວວ່າ: ປັດຈຸບັນ, ມູນຄ່າການຜະລິດຂອງອຸດສາຫະກຳການຜະລິດເສດຖະກິດລວມໝູ່ຂອງບ້ານມີທັງໝົດ 6 ລ້ານກວ່າຢວນ ແລະ ສ້າງກຳໄລໄດ້ເຖິງ 9 ແສນກວ່າຢວນເຊິ່ງໄດ້ເພີ່ມລາຍໄດ້ໃຫ້ແກ່ປະຊາຊົນພັນກວ່າຄົນໃນ 10 ບ້ານ.
ແຫຼ່ງຂ່າວ: ໜັງສືພິມລາຍວັນຢຸນນານ, ເວັບໄຊຊິນຮວາ ແລະ ອື່ນໆ