ພວກເຮົາເດີນຕາມເສັ້ນທາງແຫ່ງຄວາມສຸກ

2024-12-23 20:19:35

ວັນ​ທີ 3 ທັນ​ວາ​ນີ້, ທາງ​ລົດ​ໄຟ​ ລາວ-ຈີນ​ ໄດ້​ເປີດນໍາໃຊ້​ຄົບ​ຮອບ 3 ປີ. 3 ປີ​ຜ່ານ​ມາ, ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ທາງ​ລົດ​ໄຟ​ທີ່ເປັນເສັ້ນທາງແຫ່ງ​ຄວາມ​ສຸກ, ເສັ້ນທາງແຫ່ງ​ການ​ພັດ​ທະ​ນາ ແລະ ເສັ້ນທາງມິດ​ຕະ​ພາບ ​ສາຍ​ນີ້​ ຈົນ​ນັບ​ບໍ່​ຖ້ວນ. ໃນ​ສາຍ​ຕາ​ຂອງ​ພວກ​ເຂົາ​ເຈົ້າ, ທາງ​ລົດ​ໄຟ​ ລາວ-ຈີນ​ ໄດ້​ນຳ​ເອົາ​ຫຍັງ​ແດ່​ມາ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ?

 

 

“ເສັ້ນ​ທາງ​ແຫ່ງ​ຄວາມ​ສຸກ” ທີ່​ເຊື່ອມ​ຕໍ່​ກັນ

ທ່ານ ປອງດອງ ປະຊາພັກດີ ກົງ​ສຸນ​ໃຫຍ່ ສ​ປ​ປ ລາວ​ ປະ​ຈຳ​ນະ​ຄອນ​ຄຸນ​ໝິງ​ ແຂວງ​ຢຸນ​ນານ ສ​ປ ຈີນ​ ກ່າວ​ວ່າ: “ປີ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ຂີ່​ຂະ​ບວນ​ລົດ​ໄຟ​ຕາມ​ທາງ​ລົດ​ໄຟ​ ລາວ-ຈີນ​ ມາ​ຄຸນ​ໝິງ​ ເພື່ອປະຕິບັດໜ້າຕາມການມອບໝາຍໃຫ້​ດຳ​ລົງ​ຕຳ​ແໜ່ງ ເປັນກົງສຸນໃຫຍ່. ພາບ​ວິວ​ທິວ​ທັດ​ຕາມ​ທາງ​ງາມຫຼາຍ, ຂະ​ບວນ​ລົດ​ໄຟ​ໄດ້​ແລ່ນ​ຕາມ​ທາງ​ຢ່າງ​​ປອດ​ໄພ ແລະ ສະ​ດວກ​ສະ​ບາຍ​ທີ່​ສຸດ. ຂ້າ​ພະ​ເຈົ້າ ​ຍັງ​ໄດ້​ອ່ານ​ວາ​ລະ​ສານ “ຈຳ​ປາ” ຢູ່​ຕາມ​ຂະ​ບວນ​ລົດ​ໄຟເຊິ່ງ​ໄດ້​ອ່ານຫຼາຍ​ເລື່ອງ​ລາວ​ທີ່ກ່ຽວກັບ​ມິດ​ຕະ​ພາບ ຄວາມຮັກແພງ ລະຫວ່າງ ລາວ-ຈີນ.” ທ່ານ​ ກ່າວ​ຕື່ມ​ວ່າ, ທາງ​ລົດ​ໄຟ​ ລາວ-ຈີນ ໄດ້​ຕອບສະໜອງ ຄວາມ​ປາ​ຖະ​ໜາ​ຂອງ​ປະ​ຊາ​ຊົນ​ສອງ​ຊາດ ແລະ ຊ່ວຍປະ​ເທດ​ລາວ ​ໄດ້​ບັນ​ລຸ​ຄວາມ​ຝັນ​ຈາກ ​“ປະ​ເທ​ດ​ທີ່​ບໍ່​ມີ​ທາງ ຕິດກັບ​ທະ​ເລ” ມາ​ເປັນ “ປະ​ເທດ​ທີ່ເຊື່ອມ​ໂຍງ​ເຊື່ອມ​ຈອດ​ຂອງ​ພາກ​ພື້ນ”.

ປີ 2022, ທ່ານ​ ກະ​ຕ່າຍ ມາກ​ໂນ​ຊາ ໂຄ​ສົກ​ຂ່າວ​ຂອງວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ລາວ​ ໄດ້​ເຂົ້າ​ຮ່ວມ​ກິ​ດ​ຈະ​ກຳ​ເກັບ​ກຳ​ຂ່າວ ຕາມເສັ້ນທາງລົດໄຟ ລາວ-ຈີນ ພາຍໃຕ້ຫົວຂໍ້ “ຄວາມຮັກແພງ ລະຫວ່າງ​ລາວ-ຈີນ ເສັ້ນ​ທາງ​ແຫ່ງ​ຄວາມ​ສຸກ”, ເດີນ​ທາງ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ໄປ​ເຖິງ​ດ່ານ​ບໍ່​ເຕ່ນ,ລົງ​ໄປ​ເກັບ​ກຳ​ຂ່າວ​ຢູ່​ຕາມ​ໂຄງ​ການ​ສັນ​ຍະ​ລັກ, ສະ​ຖາ​ນີ​ຂົນ​ຖ່າຍ​ສິນ​ຄ້າ, ຊັບ​ພະຍາ​ກອນການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ແລະ ສະ​ພາບ​ການ​ພັດ​ທະ​ນາຊົນ​ນະ​ບົດ​ຢູ່​ລຽບ​ຕາມ​ເສັ້ນ​ທາງລົດ​ໄຟ.

 

 

ທ່ານ​ ກະ​ຕ່າ​ຍ ມາກ​ໂນ​ຊາ ​ກ່າວ​ອຸ​ທານ​ວ່າ: “ປະ​ສົບ​ການ​ເກັບ​ກຳ​ຂ່າວ​ເທື່ອ​ນັ້ນ ​ໄດ້​ສ້າງ​ພາບ​ປະ​ທັບ​ໃຈ​ອັນ​ເລິ​ກ​ເຊິ່ງ​ແກ່​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ ໄດ້​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ຄຳ​ເວົ້າ​ທີ່​ວ່າ: “ທາງ​ລົດ​ໄຟ​ສ້າງ​ໄປ​ເຖິງ​ບ່ອນ​ໃດ, ກໍ​ມີ​ການ​ພັດ​ທະ​ນາ​ໄປ​ເຖິງ​ບ່ອນ​ນັ້ນ. ເຖິງ​ຈະ​ເປັນ​ບ້ານ​ທີ່​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ​ກໍ​ຕາມ, ແຕ່​ຖ້າ​ທາງ​ລົດ​ໄຟ​ແລ່ນ​ຜ່ານ​ແຫ່ງ​ນັ້ນ, ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ບ້ານ ​ກໍ​ເກີດ​ມີ​ການ​ປ່ຽນ​ແປງ​ແບບ​ໜ້າ​ມື​ເປັນຫຼັງ​ມື.”

ທ່ານ ​ວາງ​ເຈິ້ນ ຜູ້ນຳ​ທ່ຽວ​ລາວ ປີ​ນີ້​ ອາ​ຍຸ 31 ປີ ​ກ່າວ​ດ້ວຍ​ຄວາມ​ຈິງ​ໃຈ​ວ່າ: “ການ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ ​ລາວ-ຈີນ ​ບໍ່​ພຽງ​ແຕ່​ ໄດ້​ດຶ​ງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວຫຼາຍກວ່າເກົ່າ​ເທົ່າ​ນັ້ນ, ແຕ່ຫາກ​ຍັງ​ໄດ້​ຊຸກ​ຍູ້​ໃຫ້​ຍົກ​ລະ​ດັບ​ການ​ບໍ​ລິ​ການ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ລາວ ​ໃຫ້​ດີ​ຂຶ້ນ​ອີກ​ດ້ວຍ, ເຮັດ​ໃຫ້​ຄົນ​ທັງຫຼາຍ​ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ນັບ​ມື້​ນັບຫຼາຍ​ຂຶ້ນ.” ນັບ​ແຕ່​ທ່ານ ​ວາງ​ເຈິ່ນ ​ເປັນ​ຜູ້ນຳ​ທ່ຽວ 7 ປີ​ມາ​ນີ້, ທ່ານ​ ໄດ້​ກາຍ​ເປັນ​ໜຶ່ງ​ໃນຜູ້​ນຳ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​​ຈາກ​ນັກ​ທ່ອງ​ທ່ຽວ​ທີ່​ສຸດ ຍ້ອນ​ທ່ານໄດ້​ທັງ​ພາ​ສາ​ຈີນ ແລະ ພາ​ສາ​ອັງ​ກິດ.

 

  

 

ທ່ານ​ ຄຳ​ພັນ ຊະ​ນະ​ເລີດ ໄດ້​ແບ່ງ​ປັນ​ຄວາມ​ເຫັນ​ຂອງ​ຕົນ​ ດ້ວຍ​ຄວາມ​ຕື່ນ​ເຕັ້ນ​ດີ​ໃຈ​ວ່າ: “ພາຍ​ຫຼັງ​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ ລາວ-ຈີນ​ ແລ້ວ, ໄດ້​ປະ​ຢັດ​ເວ​ລາ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ, ຕົ້ນ​ທຶນ​ການ​ຂົນ​ສົ່ງ​ ກໍ​ໄດ້ຫຼຸດ​ລົງ ເຊິ່ງ​ໄດ້​ດຶງ​ດູດ​ນັກ​ທຸ​ລະ​ກິດ​ມາ​ລົງ​ທຶນ​ຂະ​ແໜງ​ການ​ກະ​ສິ​ກຳ​ຢູ່​ລາວ​ ນັບ​ມື້​ນັບຫຼາຍ​ຂຶ້ນ, ໄດ້​ນຳ​ເອົາ​ເຕັກ​ນິກ​ການປູກ​ຝັງ ແລະ ປະ​ສົບ​ການ​ຄຸ້ມ​ຄອງ​ທີ່​ທັນ​ສະ​ໄໝ ​ເຂົ້າ​ມາ​ປະ​ເທດ​ລາວ ​ອີ​ກ​ດ້ວຍ.” ທ່ານ​ ກ່າວ​ຕື່ມ​ວ່າ: ປີ​ກາຍ​ນີ້, ຄອບ​ຄົວ​ຕົນປູກ​ມັນ​ຕົ້ນໄດ້ 40 ໂຕນ ແລະ ຂາຍ​ໄດ້​ລາ​ຄາ​ດີ. ປີ​ນີ້, ທ່ານ ແລະ ຄອບ​ຄົວ​ ຕົກ​ລົງ​ຈະຂະ​ຫຍາຍ​ເນື້ອ​ທີ່​ປູກ​ມັນ​ຕົ້ນ​​ເພີ່ມຂຶ້ນ.

ທ່ານ​ ພົງ​ປະ​ເສີດ ປັນ​ຍາ​ສະ​ຫວາດ ອະດີດຮອງ​ຫົວ​ໜ້າ​ພະ​ແນກ​ກະ​ສິ​ກຳ​-ປ່າ​ໄມ້ ​ແຂວງ​ອຸ​ດົມ​ໄຊ​ ກ່າວ​ວ່າ: “ທາງ​ລົດ​ໄຟ ​ລາວ-ຈີນ​ ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ເປັນ​ພິ​ເສດ ໃຫ້​ແກ່​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ​ສິນ​ຄ້າ​ ຂອງ​ແຂວງ​ອຸ​ດົມ​ໄຊ​, ປະ​ຊາ​ຊົນ​ ແຂ​ວງ​ອຸ​ດົມ​ໄຊ​ ມັກ​ປູກ​ພືດປະ​ເພດ​ສົ່ງ​ອອກ​ຂາຍ​ເປັນ​ສິນ​ຄ້າ, ສ່ວນ​ນັກ​ທຸ​ລະ​ກິດ​ແຂວງ​ອຸ​ດົມ​ໄຊ ແລະ ນັກ​ທຸ​ລະ​ກິດ​ ຕ່າງ​ປະ​ເທດ​ ກໍ​ມັກ​ສ້າງ​ເຂດ​ນິ​ຄົມ​ກະ​ສິ​ກຳ ເພື່ອ​ຍົກ​ປະ​ສິດ​ທິ​ພາບ​ດ້ານ​ການ​ປູກ​ ເພື່ອເພີ່ມຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ໃຫ້​ສູງ​ຂຶ້ນ.”

 

  

 

“ເສັ້ນ​ທາງ ​ແຫ່ງ​ຄວາມຈະ​ເລີນ” ທີ່​ສ້າງ​ຜົນ​ປະ​ໂຫຍດ​ເຊິ່ງ​ກັນແລະ​ກັນ

ຢູ່​ໃນ​ສູນ​ໃຈ​ກາງ​ນະ​ຄອນ​ຄຸນ​ໝິງ​ ຂອງ​ບໍ​ລິ​ສັດ​ຕູ້​ຄອນເທນ​ເນີ​ທາງ​ລົດ​ໄຟ​ຈີນ​ ກຳ​ກັດ, ລົດ​ໃຫຍ່​ໄດ້​ແລ່ນ​ໄປໆ​ມາໆ, ເຄື່ອງ​ຈັກ​ດັງ​ຫຶບໆ, ເຄື່ອງ​ຈັກ​ຍົກ​ໄດ້​ຍົກ​ຕູ້​ຄອນ​ເທນ​ເນີ​ຈາກ​ລົດ​ໄຟ​ຢູ່ຕະຫຼອດເວລາ, ການ​ຈັດ​ສັນ, ການ​ຍົກ ແລະ ການ​ແຈກ​ຕູ້​ຄອນ​ເທນ​ເນີ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ.

ຢູ່​ສະ​ຖາ​ນີ​ວຽງ​ຈັນ​ໃຕ້​ຂອງ​ປະ​ເທດ​ລາວ ທີ່​ໄກ​ຈາກ​ນະ​ຄອນ​ຄຸນ​ໝິງ 1.000 ກວ່າ​ກິ​ໂລແມັດ, ​ຜົນຜະລິດ​ເຂດ​ຮ້ອນ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້​ ພວມ​ຖືກ​ຂົນ​ຖ່າຍ​ເຂົ້າ​ໃນ​ຕູ້​ລົດ​ໄຟ​ ຢ່າງ​ບໍ່​ຂາດ​ສາຍ. ນັບ​ແຕ່​ໄດ້​ເປີດ​ນຳ​ໃຊ້​ເປັນ​ເວ​ລາ 3 ປີ​ມາ​ນີ້, ຈຳ​ນວນ​ສິນ​ຄ້າ​ທີ່​ຂົນ​ສົ່ງ​ຕາມ​ທາງ​ລົດ​ໄຟ​ ລາວ-ຈີນ​ ໄດ້​ເພີ່ມ​ຂຶ້ນ​ເປັນ 3.000 ກວ່າ​ຊະ​ນິດ. ໝາກ​ມັງ​ຄຸດ, ໝາກ​ຖົ່ວ​ລຽນ, ມັນ​ຕົ້ນ, ໝາກ​ມ່ວງ ແລະ ໝາກ​ໄມ້​ອື່ນໆ ຈາກ​ລາວ ແລະ ຫຼາຍ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້ ​ຖືກ​ສົ່ງ​ເຂົ້າ​ຕະຫຼາດ​ຈີນ, ຜະ​ລິດ​ຕະ​ພັນ​ຈີນ ​ກໍ​ໄດ້​ສົ່ງ​ໄປ​ເຖິງ​ຕະຫຼາດ​ລາວ ແລະ ຫຼາຍ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້. ປີ 2023, ຍອດ​ມູນ​ຄ່າ​ການ​ຄ້າ​ລະ​ຫວ່າງ​ ຈີນ-ລາວ​ ໄດ້​ມີ​ເຖິງ 7,1 ຕື້​ໂດ​ລາ, ເພີ່ມ​ຂຶ້ນ 26,7% ເມື່ອ​ທຽບ​ໃສ່​ ປີ 2022.

ທ່ານ ຫຼິນ​ຢຸນ​ຊາວ (Luo Yunchao) ເຈົ້າ​ຂອງ​ຮ້ານ​ຂາຍເບຍຄຸນ​ນະ​ພາບ​ດີ​ຢູ່​ຄຸ້ມ​ໜານ​ລົວ​ກູ​ຊ້ຽງ ນະ​ຄອນຫຼວງ​ປັກ​ກິ່ງ​ ກ່າວ​ວ່າ: “ເດືອນ​ມິ​ຖຸ​ນາ​ປີ​ກາຍ, ຂ້າ​ພະ​ເຈົ້າ​ໄດ້​ຂາຍ​ເບຍ​ລາວ​ ເປັນ​ຄັ້​ງ​ທຳ​ອິດ, ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າຫຼາຍ. ເບຍ​ຊະ​ນິດ​ນີ້ ​ມີ​ລົດ​ຊາດ​ສົດ​ຊື່ນ, ມີ​ກິ່ນ​ຫອມ​ໝາກ​ໄມ້, ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ​ ກໍ​ຄື ມັນ​ລາ​ຄາ​ອ່າວ​ຖືກ, ປັອງ​ໜຶ່ງ​ມີ​ແຕ່ 10 ຢວນ​ເທົ່າ​ນັ້ນ.” ທ່ານ ​ກ່າວ​ຕື່ມ​ວ່າ: ໃນ​ຊຸມ​ປີ​ຜ່ານ​ມາ, ລູກ​ຄ້າ​ຈີນ ໄດ້​ເລືອກ​ຊື້​ເບຍ​ລາວ​ນັບ​ມື້​ນັບຫຼາຍ​ຂຶ້ນ.

 

  

 

ວັນ​ທີ 17 ພະ​ຈິກ​ຜ່ານ​ມາ, ໝາກ​ກ້ວຍ​ລາວ​ ທີ່ສຸກເຫຼືອງ​ດີ​ໃນ​ຮ້ານ​ຊັບ​ພະ​ສິນ​ຄ້າ​ຈິ່ງ​ເຄີ້​ລົງ​ ເຂດສາວ​ຢາງ​ ນະ​ຄອນຫຼວງ​ປັກ​ກິ່ງ ​ໄດ້​ດຶງ​ດູດຄວາມ​ສົນ​ໃຈ​ຂອງ​ລູກ​ຄ້າ​ຫຼາຍ. ທ່ານ​ ຈ່າງ​ຈຸ່ງ​ຢີ້ (Zhang Zhongyi) ຜູ້​ອຳ​ນວຍ​ການ​ໃຫຍ່​ບໍ​ລິ​ສັດ​ຜະ​ລິດ​ຕະ​ພັນ​ໝາກ​ໄມ້​ ຢົງ​ຊິນ​ເຫິງ​ຊາງ​ ປັກ​ກິ່ງ​ ກ່າວ​ວ່າ: ໝາກ​ກ້ວຍ​ເຫຼົ່າ​ນີ້ ​ເປັນ​ໝາກ​ກ້ວຍ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້​ຊຸດ​ທຳ​ອິດ ​ທີ່​ຖືກ​ຂົ​ນ​ສົ່ງ​ເຖິງ​ນະ​ຄອນຫຼວງ​ປັກ​ກິ່ງ ດ້ວຍ​ຂະ​ບວນ​ລົດ​ໄຟ​ແຊ່​ເຢັນ​ສາ​ກົນ “ສາຍປັກ​ກິ່ງ-ຢຸນ​ນານ ·​ ລ້ານຊ້າງ-ແມ່ຂອງ” ຕາມທາງລົດໄຟລາວ-ຈີນ.

ທ່ານ​ ຈ້າວ​ແຢ້ນ​ເຟີງ (Zhao Yanfeng) ຫົວ​ໜ້າ​ພະ​ແນກ​ຂົນ​ສົ່ງ​ສິນ​ຄ້າ ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ແຫ່ງ​ຊາດຈີນ ​ສາ​ຂາ​ຄຸນ​ໝິງ​ກ່າວ​ວ່າ: “ທາງ​ລົດ​ໄຟ ​ລາວ-ຈີນ ​ໄດ້​ເຊື່ອມ​ຕໍ່​ກັບ​ເຄືອ​ຂ່າຍ​ທາງ​ລົດ​ໄຟ​ຈີນ ​ຢູ່​ສົ້ນ​ເໜືອ, ຍັງ​ສາ​ມາດ​ເຊື່ອມ​ຕໍ່​ກັບ​ ຣັດ​ເຊຍ​ ໂດຍ​ຜ່ານ​ຂະ​ບວນ​ລົດ​ໄຟ ​ຈີນ-ເອີ​ຣົບ, ໄກ​ສຸດ​ສາ​ມາດ​ເດີນ​ທາງ​ໄປ​ເຖິງ​ເຢຍ​ລະ​ມັນ ແລະ ແອັສປາຍ; ສົ້ນ​ໃຕ້​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ພາຍ​ໃນ​ປະ​ເທດ​ໄທ, ໄປ​ເຖິງ​ທ່າ​ກຳ​ປັ່ນ​ພາ​ກ​ໃຕ້, ຈົນ​ເຖິງ​ກຳ​ປູ​ເຈຍ, ມາ​ເລ​ເຊຍ ແລະ ສິງ​ກະ​ໂປ.” ທ່ານ​ກ່າວ​ຕື່ມ​ວ່າ: 3 ປີ​ຜ່​ານ​ມາ, ເວ​ລາ ແລະ ຕົ້ນ​ທຶນ​ກາ​ນຂົນ​ສົ່ງ​​ສິນ​ຄ້າ​ ໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ ເຊິ່ງ​ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ການ​ຜະ​ລິດ​ຢູ່​ລຽບ​ຕາມ​ເສັ້ນ​ທາງ​ລົດໄຟ​ຢ່​າງ​ແຂງ​ແຮງ.

ພວກເຮົາເດີນຕາມເສັ້ນທາງແຫ່ງຄວາມສຸກ