ທ່ຽວຊົມມໍລະດົກໂລກຢູ່ແຂວງຢຸນນານ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-12-23 20:05:26

ວັນ​ທີ 19 ພະ​ຈິກ​ນີ້, ແຂວງ​ຢຸນ​ນານ​ ໄດ້​ຮ່ວມ​ກັບ​ແຂວງ​ຝູ​ຈ້ຽນ ແລະ ແຂວງ​ຊານຕົ່ງ​ຂອງ​ຈີນ, ນະ​ຄອນ​ຂອນ​ແກ່ນ​ຂອງ​ໄທ, ແຂວງຫຼວງ​ພະ​ບາງ​ຂອງ​ລາວ ແລະ ແຂວງ​ຊຽມ​ຣຽບຂອງ​ກຳ​ປູ​ເຈຍ, ໄດ້​ຮ່ວມ​ກັນ​ເຜີຍ​ແຜ່ “ແຜນ​ການ​ທ່ຽວຊົມ​ມໍ​ລະ​ດົກ​ໂລກ” ຢູ່​ນະ​ຄອນ​ຄຸນ​ໝິງ ໂດຍ​ສະ​ເໜີ​ໃຫ້​ສ້າງ​ເວ​ທີ​ການ​ຮ່ວມ​ມື​ສາ​ກົນ ​ທີ່​ມີຫຼາຍ​ຝ່າຍ​ເຂົ້າ​ຮ່ວມ, ເຕົ້າ​ໂຮມ​ກຳ​ລັງ​ວິ​ຊາ​ການ​ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ, ຕົວ​ເມືອງ​ມິດ​ຕະ​ພາບ, ສື່​ມວນ​ຊົນ, ວົງ​ການ​ວິ​ຊາ​ການ ແລະ ວິ​ສາ​ຫະ​ກິດ, ຮ່ວມ​ກັນ​ຊຸກ​ຍູ້​ການ​ປົກ​ປ້ອງ ແລະ ນຳ​ໃຊ້​ມໍ​ລະ​ດົກ​ໂລກ, ຈັດ​ຕັ້ງ​ປະ​ຕິ​ບັດ​ ຂໍ້​ລິ​ເລີ່ມວ່າດ້ວຍ​ອະ​ລິ​ຍະ​ທຳ​ທົ່ວ​ໂລກ ດ້ວຍ​ການ​ກະ​ທຳ​ຕົວ​ຈິງ ແລະ ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວ​ນ​ມະ​ນຸດ. ແຂວງ​ຢຸນ​ນານ​ ມີ​ມໍ​ລະ​ດົກ​ໂລກ 6 ແຫ່ງ ເຊິ່​ງ​ໄດ້​ກາຍ​ເປັນ​ຂົວ​ແຫ່ງ​ການ​ແລກ​ປ່ຽນ​ ລະ​ຫວ່າງ ​ແຂວງ​ຢຸນ​ນານ​ກັບ​ໂລກ. ໃນ​ພາກ​ນີ້, ພວກ​ເຮົາ ​ມາ​ຮ່ວມ​ກັນ​ຟັງ​ເລື່ອງ​ລາວ​ ລະ​ຫວ່າງ​ ບຸກ​ຄົນ​ມິດ​ຕະ​ພາບ​ຕ່າງ​ປະ​ເທດ ກັບ​ມໍ​ລະ​ດົກ​ຂອງ​ແຂວງ​ຢຸນ​ນານ ເພື່ອ​ຮັບ​ຮູ້​ເຖິງ​ຄວາມ​ມ່ວນ​ຊື່ນ​ໃນ​ການ​ທ່ຽວ​ຊົມ​ມໍ​ລະ​ດົກ​ໂລກ.

 

 

ຫວັງ​ວ່າ ​ຈະ​ສາ​ມາດ​ໄປ​ທ່ຽວ​ຊົມ​ມໍ​ລະ​ດົກ​ໂລກຫຼາຍກວ່າ​ເກົ່າ
​ບ້ານ​ເກີດ​ຂອງ ຜູ້ນຳ​ທ່ຽວ​ລາວ ​ທ້າວ ​ສຸລິເດດ ຢູ່ນະ​ຄອນ-ຫຼວງ​ພະ​ບາງ ເຊິ່ງເປັນເປັນ​ຕົວ​ເມືອງ​ທ່ອ​ງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຂອງ​ລາວ ແລະ ກໍ​ແມ່ນ​ເມືອງ​ມໍ​ລະ​ດົກ​ທຳ​ມະ​ຊາດ ແລະ ວັດ​ທະ​ນະ​ທຳ​ຂອງ​ໂລກ. ທ້າວ​ ສຸລິເດດ​ ກ່າວ​ວ່າ: ນອກ​ຈາກ​ທິວ​ທັດ​ທຳ​ມະ​ຊາດ ແລະ ເມືອງ​ບູ​ຮານ​ແລ້ວ, ເຄື່ອງ​ຫັດ​ຖະ​ກຳ ​ທີ່​ມີ​ເອ​ກະ​ລັກ​ພິ​ເສດ​ ຂອງ​ນະ​ຄອນ-ຫຼວງ​ພະ​ບາງ​ ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ນັກ​ທ່ອງ​ທ່ຽວຫຼາຍ, ໃນ​ນັ້ນ, ​ນັກ​ທ່ອງ​ທ່ຽວ​ຈີນ​ ມັກ​ມາ​ເລືອກ​ຊື້ສິ້ນ​ລາວຢູ່​ແຫ່ງ​ນີ້.

ທ້າວ​ ສຸລິເດດ ກ່າວ​ຕື່ມ​ວ່າ: ໃນຊຸມປີ​ຜ່ານ​ມາ, ການ​ທ່ຽວ​ຊົມ​ມໍ​ລະ​ດົກ​ໂລກ​ ໄດ້​ຮັບຄວາມນິ​ຍົມ​ຫຼາຍຂຶ້ນ ແລະ ໄດ້​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ຂະ​ແໜງ​ການ​ທ່ອງ​ທ່ຽວ​ຂອງ​ລາວ ເຊິ່ງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ທ່ຽວ​ ນະ​ຄອນ-ຫຼວງ​ພະ​ບາງ​ ນັບ​ມື້​ນັບຫຼາຍ​ຂຶ້ນ. ພ້ອມກັນນັ້ນ, ທ້າວ ​ສຸລິເດດ​ ກໍ​ມັກ​ພາ​ນັກ​ທ່ອ​ງ​ທ່ຽວ​ລາວ​ ມາ​ທ່ຽວ​ແຂວງ​ຢຸນ​ນານ​ຂອງ​ຈີນ ແລະ ກໍ​ມີ​ຄວາມ​ຮັບ​ຮູ້​ໃໝ່​ອ່ຽມຕໍ່​ແຂວງ​ຢຸນ​ນານ.

 

  

 

ທາງ​ລົດ​ໄຟ ​ລາວ-ຈີນ ​ກໍ​ໄດ້​ນຳ​ເອົາ​ການ​ປ່ຽນ​ແປງ​ໃໝ່​ມາ​ໃຫ້​ວຽກ​ງານ​ຂອງ​ທ້າວ ​ສຸລິເດດ. ພາຍຫຼັງ​ໄດ້​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ ລາວ-ຈີນແລ້ວ, ທ້າວ​ ສຸລິເດດ​ ໄດ້​ໄປ​ແລກ​ປ່ຽນບົດຮຽນ ຢູ່​ຈີນຫຼາຍ​ເທື່ອ ໂດຍ​ໄດ້​ຮັບ​ຮູ້​ເຖິງ​ຄວາມ​ກະ​ຕື​ລື​ລົ້ນ​ຕໍ່​ການ​ທ່ອງ​ທ່ຽວຂອງ​ປະ​ຊາ​ຊົນ​ສອ​ງ​ຊາດ​ ລາວ-ຈີນ​. ເທື່ອ​ນີ້, ມາ​ເຂົ້າ​ຮ່ວມ​ພິ​ທີ​ເຜີຍ​ແຜ່ “ແຜນ​ການ​ທ່ຽວ​ຊົມ​ມໍ​ລະ​ດົກ​ໂລກ” ຢູ່​ນະ​ຄອນ​ຄຸນ​ໝິງ, ທ້າວ ​ສຸລິເດດ​ ໄດ້​ຮັບ​ຂອງ​ຂວັນ​ຈາກຜູ້ນຳ​ທ່ຽວ​ແຂວງ​ຢຸນ​

ນານ​ ສະ​ບັບ​ໜຶ່ງ ​ຄື: ບົດ​ປະ​ພັນ​ທີ່​ຂຽນ​ດ້ວຍ​ຕົວ​ໜັງ​ສື​ຕົງປາ.ຕົວ​ໜັງ​ສື​ຕົງ​ປາ ​ເປັນ​ຕົວ​ໜັງ​ສື​ທີ່​ບູ​ຮານ​ເກົ່າ​ແກ່​ຂອງ​ເຜົ່າ​ນາ​ຊີ​ຂອງ​ຈີນ ແລະ ຖືກ​ເອີ້ນ​ວ່າ​ເປັນ “ຕົວ​ໜັງ​ສື​ທີ່​ແຕ້ມ​ຕາມ​ຮູບ​ທີ່​ຍັງ​ໃຊ້​ໄດ້​ ໃນ​ປັດ​ຈຸ​ບັນ​ພຽງ​ໜຶ່ງ​ດຽວ​ໃນ​ໂລກ”. ສ່ວນ​ເມືອງ​ເກົ່າ​ລ້ີ​ຈ່ຽງ ທີ່​ເປັນ​ຈຸດ​ຕັ້ງ​ຖິ່ນ​ຖານ​ຂອງ​ເຜົ່າ​ນາ​ຊີ ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ມໍ​ລະ​ດົກ​ວັດ​ທະ​ນະທຳ​ໂລກ​ ໃນປີ 1997. ປັດ​ຈຸ​ບັນ, ເມືອງ​ເກົ່າ​ ທີ່​ມີ​ປະ​ຫວັດສາດ 800 ກວ່າ​ປີ​ແຫ່ງນີ້ ໄດ້​ກາຍ​ເປັນ​ຈຸດ​ໝາຍ​ປາຍ​ທາງການ​ທ່ອງ​ທ່ຽວ​ ທີ່​ມີ​ຊື່​ສຽງ​ລະດັບ​ສາ​ກົນ. ທ້າວ ​ສຸລິເດດ​ ຫວັງ​ຢ່າງ​ຍິ່ງວ່າ: ຈະ​ສາມາດ​ທ່ຽວ​ຊົມ​ມໍ​ລະ​ດົກ​ໂລກ​ ກັບ ໝູ່ເພື່ອນຢຸນນ​ານຫຼາຍກວ່າ​ເກົ່າ.

ເດືອນ​ກັນ​ຍາ 2024, ແຂວງ​ຊຽງ​ຂວາງ​ຂອງ​ລາວ ແລະ ນະ​ຄອນ​ຈ່າວ​ທົ່ງ​ຂອງ​ແຂວງ​ຢຸນ​ນານ​ຈີນ, ໄດ້ສ້າງ​ເປັນ​ເມືອງ​ແຮກ​ສ່ຽວ​ຢ່າງ​ເປັນ​ທາງ​ການ. ທ່ານ ​ສີ​ວິ​ໄລ ແສງ​ຈະ​ເລີນ ຮອງ​ເຈົ້າແຂວງ​ຊຽງ​ຂວາງ ​ປະທານຄະ​ນະກຳ​ມະ​ການ​ ​ກ່າວ​ວ່າ: ການ​ເຜີຍ​ແຜ່ “ແຜນ​ການ​ທ່ຽ​ວ​ຊົມ​ມໍ​ລະ​ດົກ​ໂລກ” ຈະ​ເຮັດ​ໃຫ້​ມໍ​ລະ​ດົກໂລກ​ຂອງ​ແຂວງ​ຢຸນ​ນານ ແລະ ລາ​ວ​ມີການພົວ​ພັນ​ກັນ​ຢ່າງ​ແໜ້ນ​ແຟ້ນ ເຊິ່ງ​ຈະ​ສ້າງ​ອະ​ນາ​ຄົດ​ໃໝ່​ອ່ຽມ​ ໃຫ້​ແກ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ ວັດ​ທະ​ນະ​ທຳ​ຂອງ​ສອງ​ຝ່າຍ.

 

  

 

ພູ​ຈິງ​ມ້າຍຊານ ​ເຮັດ​ໃຫ້​ຄົນ​ຮູ້​ສຶກ​ປະ​ທັບ​ໃຈຫຼາຍ

ຫວ່າງ​ມໍ່ໆ​ມາ​ນີ້, ນາງ ​ເຜິງສຽວ​ຜິງ ນັກ​ສຶກ​ສາ​ກຳ​ປູ​ເຈຍ​ ທີ່​ມາ​ຮຽນ​ຕໍ່​ຢູ່​ຈີນ​ ໄດ້​ເຂົ້າ​ຮ່ວມ​ກິດ​ຈະ​ກຳ “ຮັບ​ຮູ້​ຈີນ, ເດີນ​ທາງ​ເຂົ້າ​ສູ່​ນະ​ຄອນ​ຜູ​ເອີ” ໂດຍ​ໄດ້​ເດີນ​ທາງ​ໄປ​ເຖິງ​ພູ​ຈິງ​ມ້າຍ​ຊານ​​ຂອງ​ເມືອງ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ລາ​ຫູ ລ້ານ​ຊ້າງ ​ນະ​ຄອນ​ຜູ​ເອີ​ ພ້ອມ​ນັກ​ສຶກ​ສາ​ທີ່​ມາ​ຈາກ​ປະເທດ​ຕ່າງໆ ເພື່ອ​ຮັບ​ຮູ້​ວັດ​ທະນະ​ທຳ​ຊາ​ຂອງ​ຈີນ, ຮັບ​ຮູ້​ຂັ້ນ​ຕອນ ແລະ ສີ​ມື​ຜະ​ລິດ​ຊາ​ຕ່າງໆເຊັ່ນ: ​ເດັດ​ໃບ​ຊາ, ຂົ້ວ​ຊາ ແລະ ອັດ​ກ້ອນ​ຊາ​ເປັນ​ຕົ້ນ. ນາງ​ ກ່າວ​ວ່າ: ໃນ​ກິດ​ຈະ​ກຳ​ດັ່ງ​ກ່າວ, ຂ້າ​ພ​ະ​ເຈົ້າ​ ໄດ້​ຮູ້​ຈັກ​ກັບ​ເພື່ອນ​ມິດຫຼາຍ​ຄົນ​ ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ, ໄດ້​ຮຽນ​ຮູ້​ຄວາມ​ຮູ້ຫຼາຍ​ຢ່າງ​ກ່ຽວ​ກັບ​ຊາ, ຂ້າ​ພະ​ເຈົ້​າ​ຮູ້​ສຶກ​ດີ​ໃຈ​ທີ່​ສຸດ.

ວັນ​ທີ 17 ກັນ​ຍາ​ 2023, “ທິວ​ທັດ​ວັດ​ທະ​ນະ​ທຳ​ປ່າ​ຕົ້ນ​ຊາ​ບູ​ຮານ​​ພູ​ຈິງ​ມ້າຍ​ຊານ​​ຜູ​ເອີ” ຖືກ​ຈັດ​ເຂົ້າ​ໃນ “ບັນ​ຊີ​ລາຍ​ຊື່​ມໍ​ລະ​ດົກ​ໂລກ” ຢ່າງເປັນ​ທາງ​ການ ເຊິ່ງ​ໄດ້​ກາຍ​ເປັນ​ມໍ​ລະ​ດົກໂລກ​ແຫ່ງ​ທີ 57 ຂອງ​ຈີນ.ຢູ່​ຕາມ​ພູ​ຈິງ​ມ້າຍ​ຊານ ​​ທີ່​ເກົ່າ​ແກ່​ບູ​ຮານ, ທຸກ​ບ້ານ​ໄດ້​ປູກຊາ, ທຸກ​ຄອບ​ຄົວ​ໄດ້​ຜະ​ລິດ​ຊາ, ທຸກ​ຄົນ​ກິນ​​ນ້ຳຊາ ແລະ ຕ້ອນ​ຮັບ​ແຂກ​ດ້ວຍ​ນ້ຳ​ຊາ ເຊິ່ງ​ໄດ້​ກາຍ​ເປັນ​ທິວ​ທັດ​ວັດ​ທະ​ນະ​ທຳ​ທີ່ຄົນ, ຊາ ແລະ ປ່າ​ໄມ້ ຢູ່​ຮ່ວມ​ກັນ​ຢ່າງ​ກົມ​ກຽວ​ກັນ, ​ພູ​ຈິງມ້າຍຊານ ​​ທີ່​ເຕັມ​ໄປ​ດ້ວຍ​ປັດ​ໄຈ​ສີ​ຂຽວ, ມີ​ຄວາມ​ກົມ​ກຽວ​ກັນ, ມີຫຼາກຫຼາຍ​ສີ​ສັນ ແລະ ກວມ​ລວມ ໄດ້​ສ້າງ​ພາກ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ ນາງ​ ເຜິງ​ສຽວ​ຜິງ.

 

  

 

ນາງ ​ເຜິງ​ສຽວ​ຜິງ​ ກ່າວ​ວ່າ: ຂ້າ​ພະ​ເຈົ້າ​ ມັກ​ແລກ​ປ່ຽນ​ກັບ​ຄົນ​ທີ່​ມີ​ວັດ​ທະ​ນະ​ທຳ​ທີ່​ຕ່າງ​ກັນ ແລະ ຫວັງ​ວ່າຈະ​ສາ​ມາດ​​​ເປີດກວ້າງ​ສາຍ​ຕາ​ຂອງ​ຕົນ ແລະ ຍົກຄວາມ​ສາ​ມາດ​ຂອງ​ຕົນ ໂດຍ​ຜ່ານ​ຈາກ​ການ​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ຕ່າງໆ. ນາງ​ກ່າວ​ຕື່ມ​ວ່າ: ແຂວງ​ຢຸນ​ນານ​ ບໍ່​ພຽງ​ແຕ່​ມີ​ວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບູນ​ ແລະ ຫຼາກຫຼາຍ​ສີ​ສັນ​ເທົ່າ​ນັ້ນ, ແຕ່ຍັງ​ມີ​ສະ​ພາບ​ອາ​ກາດ​ທີ່​ດີ ແລະ ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ເຊິ່ງ​ເປັນ​ຈຸດ​ໝາຍ​ປາຍ​ທາງ​ການ​ທ່ອງ​ທ່ຽວ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ ຈາກ​ນັກ​ທ່ອງ​ທ່ຽວ.

ກຳ​ປູ​ເຈຍ ​ມີ​​ມໍ​ລະ​ດົກ​ໂລກຫຼາຍ​ແຫ່ງ ເຊັ່ນ: ອັງ​ກໍ​ວັດ, ຜາ​ສາດ​ພະ​ວິ​ຫານ, ບູ​ຮານ​ນະ​ສະ​ຖານ​ຊຳບໍ​ເບ​ຣກູກ ແລະ ບູ​ຮານນະ​ສະ​ຖານ​ເກາະແກ. ນັບ​ແຕ່​ປີ 2006 ເປັນ​ຕົ້ນ​ມາ, ແຂວງ​ຊຽມຣຽບ ​ທີ່​ມີ​ອັງ​ກໍ​ວັດ​ ແລະ ແຂວງ​ຢຸນ​ນານ​ ໄດ້​ສ້າງ​ເປັນ​ເມືອງ​ແຮກ​ສ່ຽວ​ຢ່າງ​ເປັນ​ທາ​ງ​ການ. ໃນ​ພິ​ທີ​ເຜີຍ​ແຜ່ “ແຜນ​ການ​ທ່ຽວ​ຊົມ​ມໍ​ລະ​ດົກ​ໂລກ”, ທ່ານ ​ຢຸນ​ລິນ ຮອງ​ເຈົ້າ​ແຂວງ​ຊຽມ​ຣຽບກ່າວ​ວ່າ: ປີ​ຜ່ານ​ມາ, ສະ​ໜາມ​ບິນ​ສາ​ກົນ​ ອັງ​ກໍ​ຊຽມ​ຣຽບ ໄດ້​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ ເຊິ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວ​ສາ​ກົນ​ສາ​ມາດ​ເດີນ​ທາງ​ໄປ​ເຖິງ​ອັງ​ກໍ​ວັດ ທີ່​ເປັນ​ມໍ​ລະ​ດົກ​ໂລກ ​ໄດ້​ຢ່າງ​ສະ​ດວກວ່ອງ​ໄວ​ກວ່າ​ເກົ່າ. ຄຽງ​ຄູ່​ກັບ​ການ​ປະ​ຕິ​ບັດ “ແຜນ​ການ​ທ່ຽວ​ຊົມ​ມໍ​ລະ​ດົກ​ໂລກ”, ທ່ານ ​ຢຸ​ນ​ລິນ​ ຄອງ​ຄອຍ​ໃຫ້​ນັກ​ທ່ອງ​ທ່ຽວ​ທັງຫຼາຍ​ ສາ​ມາດ​ເດີນ​ທາງ​ໄປ​ທ່ຽວ​ແຂວງ​ຢຸນ​ນານ ແລະ ແຂວງ​ຊຽມຣຽບ ນັບ​ມື້​ນັ​ບ​ຫຼາຍ​ຂຶ້ນ ເພື່ອ​ຮັບ​ຮູ້​ເຖິງ​ທິວ​ທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ ແລະ ປະຫວັດ​ສາດ​ທີ່​ເກົ່າ​ແກ່​ຂອງ​ສອງ​ແຂວງ​ດັ່ງ​ກ່າວ.

ທ່ຽວຊົມມໍລະດົກໂລກຢູ່ແຂວງຢຸນນານ