ວິທະຍາສາດເຕັກໂນໂລຊີມືດ ເຮັດໃຫ້ໄປສະນີດ່ວນໄວກວ່າເກົ່າ

ແຫຼ່ງຂ່າວ:ຂ່າວສານ ຢຸນນານ-ຈີນ   |    2024-12-17 18:25:44

ໂຕເລກ​ ຂໍ້​ມູນ ​ທີ່​ອົງ​ການ​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ ​ເປີດ​ເຜີຍໃນ​ວັນ​ທີ 18 ພະ​ຈິກ​ນີ້​ ສະ​ແດງ​ໃຫ້​ເຫັນ​ວ່າ: ເຄື່ອງ​ໄປ​ສະ​ນີ​ດ່ວນ​ສະ​ບັບ​ທີ 150 ຕື້ຂອງ​ຂະແໜງ​ການ​ໄປ​ສະ​ນີ​ດ່ວນຈີນ ໄດ້ກຳເນີດຂຶ້ນໃນວັນທີ 17 ພະຈິກ 2014. ສ່ວນ​ຈຳ​ນວນ​ໄປ​ສະ​ນີ​ດ່ວນ​ໃນ​ວັນ​ທີ 11 ພະ​ຈິກ ທີ່​ເປັນ​ເທດ​ສະ​ການ​ຊື້​ເຄື່ອງ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນ​ ໄດ້​ບັນ​ລຸ​ເຖິງ 701 ລ້ານ​ສະ​ບັບ, ໄດ້​ສ້າງ​ສະ​ຖິ​ຕິ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ​ເທດ​ສະ​ການ​ດັ່ງ​ກ່າວ. ເຮັດ​ແນວ​ໃດ​ຈິ່ງ​ຈະ​ເຮັດ​ໃຫ້​ໄປ​ສະ​ນີ​ດ່ວນ ​ ຫຼາຍ​ຮ້ອຍ​ລ້ານ​ສະ​ບັບ​ ສົ່ງ​ໄປ​ເຖິງ​ຜູ້​ຮັບ​ເຄື່ອງ​ໄປ​ສະ​ນີ​ຢ່າງ​ປອດ​ໄພ ແລະ ວ່ອງ​ໄວ, ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ມືດ​ຕ່າງໆ ໄດ້​ເສີ​ມ​ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ. ໃນ​ຊຸມ​ປີ​ຜ່ານ​ມາ, ການ​ຮັບ​ເອົາ​ເຄື່ອງ​ທາງໄປ​ສະ​ນີ​ແບບ​ອັດ​ສະ​ລິ​ຍະ, ການ​ແຈກ​ເຄື່ອງ​ໄປ​ສະ​ນີ​ແບບ​ອັດ​ສະ​ລິ​ຍະ, “ສະ​ຖາ​ນີ​ຮັບ-ສົ່ງ​ໄປ​ສະ​ນີຕະຫຼອດ 24 ຊົ່ວ​ໂມງ”, ຕູ້​ໄປ​ສະ​ນີ​ອັດ​ສະ​ລິ​ຍະ, ການ​ຮັບ​ສົ່ງ​ໄປ​ສະ​ນີ​ດ້ວຍ​ຫຸ່ນ​ຍົນ ​ແລະ ​ເຮືອ​ບິນບໍ່​ມີ​ຄົນ​ຂັບ​ເປັນ​ຕົ້ນ ໄດ້​ຍົກ​ປະ​ສິດ​ທິ​ພາບ​ຂອງ​ຂະ​ແໜງ​ການ​ໄປ​ສະ​ນີ​ດ່ວນ ທີ່ອຳ​ນ​ວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ທັງຫຼາຍ.

ການ​ຮັບ​ເອົາ​ເຄື່ອງ​ໄປ​ສະ​ນີ​ໄວ​ກວ່າ​ເກົ່າ

ໃນ​ເວ​ລາ​ຮັບ​ເຄື່ອງ​ໄປ​ສະ​ນີ, ສາຍ​ໄຟ​ອັດ​ສະ​ລິ​ຍະ​ເທິງ​ກະ​ເປົາ​ຈະ​ຮຸ່ງ​ຂຶ້ນ​ແບບ​ອັດ​ຕະ​ໂນ​ມັດ ແລະ​ ຍັງ​ມີ​ສຽງ​ດັງ​ຂຶ້ນ, ຜູ້​ຮັບ​ເຄື່ອງ​ໄປ​ສະ​ນີ​ ຈະ​ສາ​ມາດ​ຈັບ​ເອົາ​ເຄື່ອງຂອງ​ຕົນ​ໄດ້​ຢ່າງວ່ອງ​ໄວ ແລະ ຖືກ​ຕ້ອງ. ໃນ​ເທດ​ສະ​ການ​ຊື້​ເຄື່ອງ​ທາງ​ອິນ​ເຕີ​ເນັດ​ຂອງ​ຈີນປີ​ນີ້, ສະ​ຖາ​ນີ​ຮັບ​-ສົ່ງ​ເຄື່ອງໄປ​ສະ​ນີ​ດ່ວນ​ໄຊ້​ນຽວ​ ຂອງ​ ກຸ່ມ​ບໍ​ລິ​ສັດອາ​ລີ​ບາ​ບາ ໄດ້​ເລີ່ມ​ການ​ບໍ​ລິ​ການ​ຕິດ “ສາຍ​ໄຟ​ອັດ​ສະ​ລິ​ຍະ” ຢູ່​ຕາມ​ເຄື່ອງ​ໄປ​ສະ​ນີ​ດ່ວນ ໃນ 100 ກວ່າ​ຕົວ​ເມືອງ​ຂອງ​ຈີນ ເຊິ່ງ​ໄດ້​ອຳ​ນວຍ​ຄວາມ​ສະ​ດວກ​ທີ່​ໃໝ່​ອ່ຽມມີ​ປະ​ສິດທິ​ພາບ​ສູງກວ່າ​ເກົ່າ ແລະ ເປັນ​ເລື່ອງ​ທີ່​ແປກໆ​ມ່ວນໆ​ ໃຫ້​ແກ່​ລູກ​ຄ້າ.

“ມີ​ສຽງ, ມີ​ໄຟ​ຮຸ່ງຂຶ້ນ, ຈະ​ສາ​ມາດ​ຊອກ​ ໄດ້​ເຄື່ອງ​ໄປ​ສະ​ນີ​ດ່ວນ​ຂອງ​ຕົນ ​ໃນ​ທັນ​ທີ, ຮູ້​ສຶກ​ດີຫຼາຍ”. “ອາ​ຍຸຫຼາຍ​ແລ້ວ, ໂຕເລກ​ນ້ອຍໆ​ເທິງ​ເຄື່ອງ​ໄປສະ​ນີ​ດ່ວນ​ຈະ​ເບິ່ງ​ບໍ່​ເຫັນ​ແລ້ວ. ໂດຍ​ຜ່ານ​ຈາກ​ການ​ສະ​ແກນ QR-Code ຢູ່​ຕາມ​ແອັບ Taobao ຫຼື ໄຊ້​ນຽວ, ເຄື່ອງ​ໄປ​ສະນີ​ດ່ວນ​ຂອງ​ຂ້ອຍ​ ກໍ​ມີ​ໄຟ​ຮຸ່ງຂຶ້ນ, ສະ​ດວກ​ສະ​ບາຍ​ທີ່​ສຸດ.” ຊາ​ວ​ເມືອງ​ທີ່​ໄປ​ຮັບ​ເຄື່ອງ​ໄປ​ສະ​ນີ​ດ່ວນ​ຂອງ​ຕົນ​ ຢູ່​ສະ​ຖາ​ນີ​ຮັບ-ສົ່ງ​ໄປ​ສະ​ນີ​ດ່ວນ​ ​ນະ​ຄອນ​ຕ້າຫຼຽນ​ ແຂວ​ງຫຼຽວ​ໜິງ​ກ່າວ​ວ່າ: “ສາຍ​ໄຟ​ອັດ​ສະ​ລິ​ຍະ” ເຮັດ​ໃຫ້​ຕົນ​ຮູ້​ສຶກ​ສະ​ບາຍຫຼາຍ​ໃນ​ເວ​ລາ​ໄປ​ຮັບ​ເອົາ​ເຄື່ອງ​ໄປ​ສະ​ນີ​ດ່ວນ.

ສາຍ​ໄຟ​ອັດ​ສະ​ລິ​ຍະ​ມີ 7 ສີ ຄື: ສີ​ແດງ, ສີ​ໝາກ​ກ້ຽງ, ສີ​ເຫຼືອງ, ສີ​ຂຽວ, ສີ​ຂຽວ​ອ່ອນ, ສີ​ຟ້າ ແລະ ສີ​ອິດ, ເມື່ອ​ສະ​ແກນ, ເຄື່ອງ​ໄປ​ສະ​ນີ​ດ່ວນ​ຂອງ​ລູກ​ຄ້າ​ຄົນ​ດຽວ​ຈະ​ປະ​ກົດ​ເປັນ​ສີ​ດຽວ. ຢູ່​ສະ​ຖາ​ນີ​ຮັບ-ສົ່ງ​ເຄື່ອງ​ໄປ​ສະ​ນີ​ໃຫຍ່, ລະ​ບົບ​ສາຍ​ໄຟ​ອັດ​ສະ​ລິ​ຍະ​ ຍັງ​ໄດ້​ຈັດ​ສັນ​ເຄື່ອງ​ຕາມ​ເລກ​ໝາຍ​ສຸດ​ທ້າຍ​ຂອງ​ລູກ​ຄ້າ; ໃນ​ເວ​ລາ​ໄປ​ຮັບ​ເຄື່ອງ, ລະ​ບົບ​ດັ່ງ​ກ່າວ​ ຍັງ​ບົ່ງ​ບອກ​ເຂດ​ໄປ​ຮັບ​ເຄື່ອງ​ໃຫ້​ແກ່​ລູກ​ຄ້າ​ທີ່​ຕ່າງ​ກັນ.

ທ່ານ ​ເຜິງ​ເຈ່ຍ​ປິ່ນ ຫົວໜ້າ ສະ​ຖາ​ນີ​ຮັບ-ສົ່ງ​ເຄື່ອງ​ໄປ​ສະ​ນີ​ແຫ່ງ​ໜຶ່ງ​ກ່າວ​ວ່າ: “ໃນ​ເວ​ລາ​ທີ່​ມີ​ຈຳ​ນວນ​ເຄື່ອງ​ໄປ​ສະ​ນີ​ດ່ວນຫຼາຍ​ ໃນ​ໄລ​ຍະ​ເທດ​ສະ​ການ​ຊື້​ເຄື່ອງ​ທາງ​ອິນ​ເຕີ​ເນັດ, ຈຳ​ນວນ​ເຄື່ອງ​ໄປ​ສ​ະ​ນີ​ດ່ວນ​ ຈະ​ມີ 1.800 ເຄື່ອງ ເຊິ່ງ​ໄດ້ຫຼາຍກວ່າ​ຍາມ​ທຳ​ມະ​ດາ ​ປະ​ມານ 60%.” ພາຍຫຼັງ​ມີ​ສາຍ​ໄຟ​ອັດ​ສະ​ລິ​ຍະ​ແລ້ວ, ການ​ຮັບ-ສົ່ງ​ເຄື່ອງ​ໄປ​ສະ​ນີ​ ມີ​ຄວາມ​ສະ​ດວກວ່ອງ​ໄວ​ກວ່າ​ເກົ່າ.

ຕາມ​ຂ່າວ​ແຈ້ງວ່າ: ໃນ​ໄລ​ຍະ​ເທດ​ສະ​ການ​ຊື້​ເຄື່ອງ​ທາ​ງ​ອິນ​ເຕີ​ເນັດ​ປີ​ນີ້, ບໍ​ລິ​ສັດ ແລະ ສະ​ຖາ​ນີ​ໄປ​ສະ​ນີ​ດ່ວນ​ຂອງ​ຈີນ ຫຼາຍ​ແຫ່ງລ້ວນ​ແຕ່​ໄດ້​ອັບ​ເດດ​ເຕັກ​ນິກ​ອັດ​ສະ​ລິ​ຍະ ແລະ ການ​ບໍ​ລິ​ການ​ຂອງ​ຕົນ ​ໃຫ້​ສູ​ງ​ຂຶ້ນ ໂດຍ​ໄດ້​ຈັດ​ໃຫ້​ມີ​ການ​ບໍ​ລິ​ການຮັບ​ເຄື່ອງ​ໄປ​ສະ​ນີ​ດ້ວຍ​ຕົນ​ເອງ ​ຕະຫຼອດ 24 ຊົ່ວ​ໂມງ ເພື່ອ​ຮັບ​ໃຊ້​ລູກ​ຄ້າ​ໃຫ້​ໄດ້​ດີກວ່າ​ເກົ່າ. ໂຕ​ເລກ​ຂໍ້​ມູນ​ເປີດ​ເຜີຍ​ສະ​ແດງ​ໃຫ້​ເຫັນ​ວ່າ: ສະ​ຖາ​ນີ​ໄປ​ສະ​ນີ​ດ່ວນ​ໄຊ້​ນຽວ ​ໄດ້​ເລີ່ມ​ຮູບ​ແບບ​ໄປ​ສະ​ນີ​ບໍ່​ມີ​ຄົນ​ເຝົ້າ​ເປັນ​ຄັ້ງ​ທຳ​ອິດ, ສະ​ຖາ​ນີ​ໄປ​ສະ​ນີ​ດ່ວນ​ໄຊ້​ນຽວ ທີ່​ໄດ້​ເປີດ​ບໍ​ລິ​ການ​ກາງ​ຄືນ ມີຫຼາຍກວ່າ​ໜຶ່ງ​ໝື່ນ​ແຫ່ງ ເຊິ່ງ​ໄດ້​ປົກ​ຄຸມ 200 ກວ່າ​ຕົວ​ເມືອງ​ຂອງ​ຈີນ.

ສົ່ງ​ໄປ​ສະ​ນີ​ ໄດ້ໄວ​ກວ່າ​ເກົ່າ

ຕອນ​ເຊົ້າ, ຢູ່​ແຈ​ຫ້ອງ​ໂຖ​ ຕຶກ​ສູນ​ບໍ​ລິ​ການ​ທຸ​ລະ​ກິດ​ຊົງ​ອ່ານ ​ແຂວງ​ເຫີ​ເປີຍ, ຫຸ່ນ​ຍົນ​ສົ່ງ​ໄປ​ສະ​ນີ​ໃນ​ຕຶກ​ແບບ​ອັດ​ສະ​ລິ​ຍະ ກໍເລີ່​ມ​ສົ່ງ​ເຄື່ອງ​ແລ້ວ.

ທ້າວ​ ສຽວ​ຊື​ເຈ່ຍ ພະ​ນັກ​ງານ​ບໍ​ລິ​ສັດ​ສົ່ງ​ໄປ​ສະ​ນີ​ດ່ວນ​ຊຸ້ນ​ເຟິງ​ເຫີ​ເປີຍ​ ສາ​ຂາ​ຊົງ​ອ່ານ​ທັງ​ສະ​ແກນ QR-Code ຕາມ​ໜ້າ​ຈໍ​ຫຸ່ນ​ຍົນ​ສົ່ງ​ເຄື່ອງ​ໄປ​ສະ​ນີ​ດ່ວນ​ເຄື່ອງ​ໜຶ່ງ​ ທັງ​ກ່າວ​ວ່າ: “ຫຸ່ນ​ຍົນ​ເຄື່ອງ​ນີ້​ຊື່​ວ່າ ສຽວເຟິງ, ມັນ​ສາ​ມາດ​ຂຶ້ນ​ຕຶກ​ແບບອັດ​ຕະ​ໂນ​ມັດ.” ປະ​ຕູ​ຢູ່​ຕາມ​ຮ່າງ​ກາຍ “ສຽວ​ເຟິງ” ໄດ້​ຄ່ອຍໆ​ເປີດອອກ, ທ້າວ​ ສຽວ​ຊື​ເຈ່ຍ​ ໄດ້​ປ່ອຍ​ກະ​ເປົາ​ເຂົ້າ​ໄປ, ໄດ້​ກົດຄໍາສັ່ງຈັດ​ສົ່ງ​ຢູ່​ຕາມ​ໜ້າຈໍ, ໂທລະ​ສັບ​ຂອງ​ລູກ​ຄ້າ ແລະ ຂໍ້​ມູນ​ອື່ນໆ ເພື່ອ​ອອກ​ຄຳ​ສັ່ງ​ຈັດ​ສົ່ງ.

ເມື່ອ​ໄດ້​ຮັບ​ໜ້າ​ທີ່​ແລ້ວ, “ສຽວ​ເຟິງ” ໄດ້​ເວົ້າ​ດ້ວຍ​ສຽງ​ໜ້າ​ຮັກ​ວ່າ: “ນ້ອຍຈະ​ອອກ​ເດີນ​ທາງ​ແລ້ວ​ເດີ້!” ຫຼັງ​ຈາກ​ນັ້ນ, ມັນ​ໄດ້​ຂີ່ລິບ ​ໄປ​ເຖິງ​ຊັ້ນ​ຂອງ​ລູກ​ຄ້າແລະ ໂທ​ຫາ​ລູກ​ຄ້າ​ແບບ​ອັດ​ຕະ​ໂນ​ມັດ​ວ່າ: “ເຄື່ອງ​ໄປ​ສະ​ນີ​ຂອງ​ທ່ານ​ມາ​ຮອດ​ແລ້ວ​ເດີ້, ຂໍ​ໃຫ້​ທ່ານ​ມາ​ຮັບ​ເຄື່ອງ​ຢູ່​ໜ້າ​ປະ​ຕູລິບ.” ພາຍຫຼັງ​ສົ່ງ​ເຄື່ອງ​ແລ້ວໆ, “ສຽວ​ເຟິງ” ໄດ້​ຂີ່​ລິບກັບ​ຄືນ​ແຈ​ຫ້ອງ​ໂຖ​ຂອງ​ຊັ້ນ​ໜຶ່ງ​ແບບ​ອັດ​ຕະ​ໂນ​ມັດ, ຈອດ​ຢູ່​ໃກ້​ເສົາ​ສາກ​ໄຟ ແລະ ຄອຍ​ຖ້າ​ໜ້າ​ທີ່​ໃໝ່.

ຕາມ​ຂ່າວ​ແຈ້ງວ່າ: ຫຸ່ນ​ຍົນ​ສົ່ງ​ເຄື່ອງ​ໃນ​ຕຶກ​ຂອງ​ບໍ​ລິ​ສັດ​ຊຸ້ນ​ເຟິງ ​ຖືກ​ນຳ​ໃຊ້​ຢູ່​ແຂວງກວາງ​ຕຸ້ງ, ແຂວງ​ຝູ​ຈ້ຽນ, ແຂວງ​ຊານ​ຕົ່ງ, ແຂວງ​ເຫີ​ເປີຍ, ແຂວງຫຼຽວ​ໜິງ, ແຂວງ​ຈ່ຽງ​ຊູ່, ແຂວງ​ໄຫຫຼຳ ແລະ ນະ​ຄອນຫຼວງ​ປັກ​ກິ່ງ ເຊິ່ງ​ໄດ້​ຫຼຸດ​ຕົ້ນ​ທຶນ​ໃນ​ການ​ຈັດ​ສົ່ງ​ເຄື່ອງ​ໄປ​ສະ​ນີ​ປາຍທາງແລະ ການ​ອອກ​ແຮງ​ງານ​ໜັກຂອງ​ພະ​ນັກ​ງານ​ສົ່ງ​ເຄື່ອງໄດ້ຫຼຸດ​ລົງ​ຢ່າງຫຼວງຫຼາຍ.

ນອກ​ຈາກ​ບໍ​ລິ​ສັດ​ຊຸ້ນ​ເຟິງ​ແລ້ວ, ການ​ບໍ​ລິ​ການ​ສົ່ງ​ເຄື່ອງ​ໄປ​ສະ​ນີ​ດ່ວນ EMS ຂອງ​ບໍ​ລິ​ສັດ​ໄປ​ສະ​ນີ​ແຫ່ງ​ຊາດ​ຈີນ ກໍ​ໄດ້​ທົດ​ລອງ​ປະ​ຕິ​ບັດແຜນ​ການ​ສົ່ງ​ເຄື່ອງ​ໄປ​ສະ​ນີ​ດ່ວນ​ແບບ“ລົດ​ບໍ່​ມີ​ຄົນ​ຂັບ​ຢູ່​ກາງ​ແຈ້ງ + ຫຸ່ນ​ຍົນ​ຢູ່​ໃນ​ຫ້ອງ” ເຊິ່ງ​ໄດ້​ຍົກປະ​ສິດ​ທິ​ພາບ​ການ​ສົ່ງ​ເຄື່ອງ​ໄປ​ສະ​ນີ​ດ່ວນ​ໄດ້​ເຖິງ 50% ຂຶ້ນ​ໄປ ເມື່ອ​ທຽບ​ໃສ່​ຮູບ​ແບບ​ການ​ສົ່ງ​ເຄື່ອງ​ແບບ​ດັ້ງ​ເດີ່ມ.

ນອກ​ນີ້, ເຮືອ​ບິນ​ບໍ່​ມີຄົນ​ຂັບ​ ກໍ​ໄດ້​ຖືກ​ນຳ​ໃຊ້​ໃນ​ການ​ສົ່ງ​ເຄື່ອງ​ໄປ​ສະ​ນີ​ດ່ວນ ​ຢ່າງ​ເປັນ​ກ້າວໆ. ບໍ​ລິ​ສັດ​ເຟິງ​ຢີ້ ​ທີ່​ຂຶ້ນ​ກັບ​ບໍ​ລິ​ສັດ​ຊຸ້ນ​ເຟິງ ກໍ​ໄດ້​ບັນ​ລຸ​ການ​ສົ່ງ​ເຄື່ອງ​ໄປ​ສະ​ນີ​ດ່ວນ ​ຢູ່​ໃນ​ເມືອງ ແລະ ໃນ​ເຂດ​ແຄວ້ນ​ໜຶ່ງ ດ້ວຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຢ່າງ​ມີ​ປະ​ສິດ​ທິ​ພາບ​ສູງ, ເຮືອ​ບິນ​ບໍ່​ມີ​ຄົນ​ຂັບຂອງ​ບໍ​ລິ​ສັດ​ເຟິງ​ຢີ້​ ໄດ້​ບໍ​ລິ​ການ​​ຢູ່​ເຂດ​ອ່າວ​ໃຫຍ່ກວາງ​ຕຸ້ງ - ຮົງ​ກົງ - ມາ​ກາວ ຢ່າງ​ເປັນ​ປົກ​ກະ​ຕິ​ແລ້ວ.

ວິທະຍາສາດເຕັກໂນໂລຊີມືດ ເຮັດໃຫ້ໄປສະນີດ່ວນໄວກວ່າເກົ່າ