ວາລະສານຈໍາປາ | ອາຊີບຫວານ ໃນບ້ານແຫ່ງຄວາມສຸກ ຕາມເຂດຊາຍແດນ

2024-11-06 17:33:43

ເທິງແຜ່ນດິນທີ່ເຕັມໄປດ້ວຍກຳລັງຊີວິດຊີວາທີ່ບ້ານອາລີຊ້າງໄຈກຸ່ມບ້ານອາລີຕາແສງນໍ້ຝູເມືອງປົກຄອງຕົນເອງເຜົ່າລາຮູ້ລ້ານຊ້າງນະຄອນພູເອີ(Ali Shangzhai, Ali Village, Nuofu Township, Lancang Lahu Autonomous County, Pu'er City)ແຂວງຢຸນນານແຜ່ນນີ້, ທົ່ງອ້ອຍແມ່ນກວ້າງໃຫຍ່ໄພສານ, ເຮືອນ​ໄມ້​ທີ່​​ແຈກ​ຢາຍ​ຢູ່​ຕາມພູຜາ ແລະ ສາຍນໍ້າ​, ສະ​ແດງ​ໃຫ້​ເຫັນ​ເຖິງ​ໃບ​ຫນ້າ​ທີ່​ມີ​ຄວາມ​ສຸກ​ຂອງ​ຊາວ​ບ້ານ​.

“ການກໍ່ສ້າງບ້ານຄວາມສຸກເຂດຊາຍແດນແບບທັນສະໄໝ ເຮັດໃຫ້ບ້ານເກີດເມືອງນອນພວກເຮົາເກີດມີຊີວິດໃໝ່.”ທ່ານ ຈ່າງໄອຮົວ(Zhang Aihua) ເລຂາໜ່ວຍພັກບ້ານອາລີ ອຸທານວ່າ, ຕັ້ງແຕ່ໄດ້ລິເລີ່ມໂຄງການເປັນຕົ້ນມາ, ບ້ານອາລີຊ້າໄຈໄດ້ປະຕິບັດການປັບປຸງແບບສັງລວມໃນຫຼາຍດ້ານຕາມລຳດັບ, ເຊັ່ນ: ການສະໜັບສະໜູນອຸດສາຫະກໍາ, ການປັບປຸງສິ່ງແວດລ້ອມ, ການປັບປຸງພື້ນຖານໂຄງລ່າງ ແລະອື່ນໆ.

ຂະນະນີ້ພວມເປັນໄລຍະສໍາຄັນຂອງການເຕີບໃຫຍ່ຂອງອ້ອຍ, ຊາວສວນອ້ອຍ ຫຼີຈ່າຢ້າວ(Li Zayao)ທີ່ເປັນຊາວບ້ານຂອງບ້ານອາລີຊ້າງໄຈແລ່ນຜ່ານທົ່ງອ້ອຍທີ່ຂຽວອຸ່ມທຸ່ມດ້ວຍຄວາມດີໃຈ ແລະ ເວົ້າວ່າ: “ຈາກພື້ນທີ່ 0,33 ເຮັກຕາໃນເບື້ອງຕົ້ນຂະຫຍາຍເຖິງພື້ນທີ່ 2,7 ເຮັກຕາໃນປັດຈຸບັນ, ປີນີ້, ລາຍຮັບຂອງຂ້າພະເຈົ້າມີຄວາມຫວັງຈະສ້າງສະຖິຕິໃໝ່ ແລະບັນລຸເຖິງປະມານ 60.000 ຢວນ.”

ເພື່ອບັນລຸການພັດທະນາອຸດສາຫະກໍາອ້ອຍໃຫ້ມີຄຸນນະພາບສູງ, ຕາແສງນໍ້ຝູສືບຕໍ່ຄົ້ນຄວ້າ ແລະ ປະດິດສ້າງໃໝ່ຢ່າງບໍ່ຢຸດຢັ້ງ, ຍັງເພີ່ມທະວີການຊີ້ນໍາທາງເຕັກນິກໃຫ້ເຂັ້ມແຂງ, ຈາກການເລືອກແນວພັນ ການໃສ່ຝຸ່ນເຖິງການຄຸ້ມຄອງທົ່ງ, ທຸກຂັ້ນຕອນລ້ວນແຕ່ຕ້ອງໃຫ້ມີຄວາມແມ່ນຢໍາ.

“ພື້ນທີ່ການປູກຝັງປີນີ້ຂອງພວກເຮົາໄດ້ບັນລຸການເພີ່ມຂຶ້ນເປັນເທົ່າໆ, ພວກເຮົາສຸມກໍາລັງຢ່າງສຸດຄວາມສາມາດຂອງຕົນເຂົ້າໃນການຄຸ້ມຄອງທົ່ງນາໃຫ້ເຂັ້ມແຂງ, ພ້ອມທັງຍັງຮັດແໜ້ນການຮ່ວມມືກັບວິສາຫະກິດທີ່ບໍລິການໃຫ້, ຊຸກຍູ້ສົ່ງເສີມການດໍາເນີນໃຫ້ເປັນລະບົບດຽວ ໃນການປູກຝັງ, ການຄຸ້ມຄອງ ແລະ ການເກັບຊື້, ຮັບປະກັນຜົນປະໂຫຍດອັນສູງສຸດຂອງຊາວສວນອ້ອຍ.” ທ່ານ ເສີນເຕີຮວຍ(Chen Dehuai)ຫົວໜ້າສູນບໍລິການສັງລວມກະສິກໍາຕາແສງນໍ້ຝູກ່າວດັ່ງນີ້.

ໃນປັດຈຸບັນ, ພື້ນທີ່ການປູກອ້ອຍຂອງຕາແສງນໍ້ຝູມີເຖິງປະມານ1.333 ເຮັກຕາ, ມີຍອດຜະລິດຕະພັນໜຶ່ງແສນໂຕນໃນມູນຄ່າຄາດວ່າແມ່ນ 46 ລ້ານຢວນ, ລາຍຮັບສະເລ່ຍຕໍ່ຄອບຄົວໜຶ່ງມີຄວາມຄາດຫວັງຈະຍົກສູງຂຶ້ນເປັນ 20.000 ຢວນຂຶ້ນໄປ.

ວາລະສານຈໍາປາ | ອາຊີບຫວານ ໃນບ້ານແຫ່ງຄວາມສຸກ ຕາມເຂດຊາຍແດນ