ວາລະສານຈໍາປາ | ຍົກເວັ້ນວີຊ່າ ຂ້າມແດນ144 ຊົ່ວໂມງ, ການທ່ອງທ່ຽວຂ້າມແດນຕາມທາງລົດໄຟລາວ-ຈີນ ກາຍເປັນກະແສໃໝ່

2024-11-06 17:29:21

 

ໃນມື້ມໍ່ໆນີ້, ສຳນັກງານກວດຄົນເຂົ້າເມືອງແຫ່ງຊາດຈີນໄດ້ອອກປະກາດ, ນະໂຍບາຍຍົກເວັ້ນວີຊ່າ ຂ້າມແດນ144 ຊົ່ວໂມງຂອງແຂວງຢຸນນານໄດ້ຂະຫຍາຍຂອບເຂດການພັກເຊົາໃຫ້ກວ້າງຂຶ້ນຈາກ ນະຄອນຄຸນໝິງໄປຍັງເຂດປົກຄອງນະຄອນ(ກິ່ງແຂວງ)9 ແຫ່ງເຊັ່ນ: ຢູ້ຊີ, ພູເອີ, ສິບສອງພັນນາ ແລະ ອື່ນໆ, ລວມເອົາດ່ານທາງລົດໄຟບໍ່ຫານ ທີ່ເປັນໜຶ່ງໃນດ່ານທີ່ປະຕິບັດນຳໃຊ້ນະໂຍບາຍດັ່ງກ່າວນີ້, ເຊິ່ງນີ້ຈະນຳເອົາຄວາມສະດວກສະບາຍຢ່າງຫຼວງຫຼາຍ ມາໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ໂດຍສານນຳຂະບວນລົດໄຟ EMU ທາງລົດໄຟລາວ-ຈີນ ເຂົ້າມາໃນເຂດແດນຈີນ.

ຜູ້ຮັບຜິດຊອບທີ່ກ່ຽວຂ້ອງ ຂອງດ່ານທາງລົດໄຟ ສະຖານີກວດກາຊາຍແດນບໍ່ຫານ ແນະນຳວ່າ, ການຍົກເວັ້ນວີຊ່າຂ້າມແດນ144 ຊົ່ວໂມງ, ໝາຍເຖິງຄົນຕ່າງປະເທດທີ່ມີເງື່ອນໄຂສອດຄ່ອງສາມາດແຈ້ງເອກະສານການເດີນທາງລະຫວ່າງປະເທດຂອງຕົນທີ່ມີອາຍຸຫຼາຍກວ່າສາມເດືອນ, ປີ້ໂດຍສານແບບເຊື່ອມຕໍ່ (ທີ່ກຳນົດບ່ອນນັ່ງ ແລະ ມື້ແລ້ວ) ໄປຍັງປະເທດທີສາມພາຍໃນ 144 ຊົ່ວໂມງ ຫຼື ເອກະສານຢັ້ງຢືນທີ່ກ່ຽວຂ້ອງໃຫ້ແກ່ໜ່ວຍງານກວດກາຊາຍແດນແລ້ວ, ສາມາດຍື່ນຄຳຮ້ອງຂໍເຂົ້າເຂດແດນຊົ່ວຄາວກັບໜ່ວຍງານກວດກາດ່ານຊາຍແດນ, ພັກເຊົາຢູ່ປະເທດຈີນໂດຍບໍ່ຕ້ອງຂໍວີຊ່າເປັນເວລາ 144 ຊົ່ວໂມງ.

ອີງຕາມການແນະນຳ, ຫຼັງຈາກການປະຕິບັດນະໂຍບາຍຍົກເວັ້ນວີຊ່າ, ພົນລະເມືອງທີ່ມີເງື່ອນໄຂສອດຄ່ອງໃນການເຂົ້າເຂດແດນຊົ່ວຄາວຈາກ 54 ປະເທດ ເຊັ່ນ: ອາເມລິກາ, ການາດາ, ອັງກິດ ແລະ ອື່ນໆ, ສາມາດຂີ່ຂະບວນລົດໄຟ EMU ທາງລົດໄຟລາວ-ຈີນເຂົ້າສູ່ເຂດແດນຈີນ, ມຸ່ງໜ້າໄປຍັງເຂດທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຂອງແຂວງຢຸນນານຈຳນວນຫຼາຍ, ນຳເອົາຄວາມສະດວກສະບາຍຍິ່ງຂຶ້ນມາສູ່ນັກທ່ອງທ່ຽວຕ່າງປະເທດ ທີ່ມາເຄື່ອນໄຫວໄລຍະສັ້ນຢູ່ປະເທດຈີນເຊັ່ນ: ທ່ອງທ່ຽວ, ຢ້ຽມຢາມພີ່ນ້ອງ, ການສຳຫຼວດດ້ານທຸລະກິດ ແລະ ອື່ນໆ, ຊຸກຍູ້ຢ່າງຫຼວງຫຼາຍຕໍ່ການໄປມາຫາສູ່ກັນລະຫວ່າງປະເທດທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ສົ່ງເສີມການເຊື່ອມໂຍງຈິດໃຈຂອງປະຊາຊົນ, ເສີມສ້າງຄວາມເຂົ້າໃຈ, ຮ່ວມກັນສົ່ງເສີມການພັດທະນາ.

ຢາງຣຸຍ (Yang Rui) ນາຍພາສາຜູ້ຊ່ວຍ ສະຖານີບໍ່ຫານ ແນະນຳວ່າ, ຢູ່ເຂດລໍຖ້າລົດສາກົນສະຖານີບໍ່ຫານໄດ້ສະໜອງການບໍລິການເດີນທາງທ່ອງທ່ຽວດ້ວຍຕົນເອງ,ການຊ່ວຍເຫຼືອຂ້າມດ່ານ, ການຊ່ວຍເຫຼືອໃນດ້ານການສື່ສານ, ບໍລິການຊ່ວຍເຫຼືອທາງການແພດ, ໃນຫ້ອງໂຖງກວດຄົນເຂົ້າເມືອງເຊື່ອມຕໍ່ມີຕິດຕັ້ງຕູ້ ATM, ສະດວກແກ່ນັກທ່ອງທ່ຽວຕ່າງປະເທດໃນການຖອນເງິນຢວນ, ເຮັດໃຫ້ນັກທ່ອງທ່ຽວເດີນທາງໂດຍປາສະຈາກອຸປະສັກ ແລະ ໄດ້ຮັບປະສົບການທີ່ດີຂຶ້ນໃນການໂດຍສານດ້ວຍທາງລົດໄຟລາວ-ຈີນ.

ວາລະສານຈໍາປາ | ຍົກເວັ້ນວີຊ່າ ຂ້າມແດນ144 ຊົ່ວໂມງ, ການທ່ອງທ່ຽວຂ້າມແດນຕາມທາງລົດໄຟລາວ-ຈີນ ກາຍເປັນກະແສໃໝ່