ວາລະສານຈໍາປາ | "ຄວາມຝັນຂອງພວກເຮົາໃນເມື່ອກ່ອນ ມື້ນີ້ໄດ້ປະກົດຜົນເປັນຈິງແລ້ວ"

ແຫຼ່ງຂ່າວ:CHAMPA   |    2024-11-06 17:18:31

 

“ຊາວບ້ານລ້ວນແຕ່ພາກພູມໃຈກັບຂ້ອຍທີ່ໄດ້ເຮັດວຽກຢູ່ທາງລົດໄຟ! ຫຼັງຈາກທາງລົດໄຟລາວ-ຈີນເປີດການນຳໃຊ້ແລ້ວ, ຜະລິດຕະພັນກະສິກໍາຫຼາຍຢ່າງຂອງບ້ານລ້ວນແຕ່ໄດ້ຂາຍໃນລາຄາດີ, ຊີວິດການເປັນຢູ່ມີການປ່ຽນແປງຢ່າງໃຫຍ່ຫຼວງ, ຄວາມຝັນຂອງພວກເຮົາໃນເມື່ອກ່ອນ ດຽວນີ້ໄດ້ຄ່ອຍໆກາຍເປັນຄວາມຈິງແລ້ວ.” ເມື່ອເວົ້າເຖິງການປ່ຽນແປງຫຼັງຈາກການເປີດນໍາໃຊ້ທາງລົດໄຟລາວ-ຈີນໃນສອງກວ່າປີທີ່ຜ່ານມາ, ນາງ ຢູດາ ຜູ້ຢູ່ຍາມໂດຍສານຂອງສະຖານີເມືອງງາທາງລົດໄຟລາວ-ຈີນ ເຕັມໄປດ້ວຍຄວາມມ່ວນຊື່ນ.

ນາງ ຢູດາ ປີນີ້ອາຍຸ 23 ປີ, ຖືກແຕ່ງຕັ້ງຕໍາແໜ່ງວຽກງານຢູ່ເມືອງງາແຂວງອຸດົມໄຊປະເທດລາວທີ່ເປັນບ້ານເກີດເມືອງນອນຂອງຕົນຫຼັງຈາກເຂົ້າຮ່ວມເຮັດວຽກ, ລາວໄດ້ເປັນສັກຂີພິຍານການປ່ຽນແປງອັນໃຫຍ່ຫຼວງຂອງບ້ານເກີດພາຍຫຼັງທາງລົດໄຟລາວ-ຈີນໄດ້ເປີດການນຳໃຊ້ໃນໄລຍະສອງກວ່າປີທີ່ຜ່ານມາ.

ຖະໜົນຈາກເມືອງງາໄປຫາເທດສະບານເມືອງໄຊແມ່ນຄັບແຄບ ແລະ ສູງຊັນ, ເກືອບບໍ່ມີລົດຍົນເດີນທາງໄດ້, ຄົນທັງຫຼາຍພຽງແຕ່ສາມາດຂີ່ລົດຈັກເປັນເວລາ 5 ຫຼື 6 ຊົ່ວໂມງຈຶ່ງໄປຮອດ, ດຽວນີ້ ຂີ່ລົດໄຟພຽງເຄິ່ງຊົ່ວໂມງກໍໄປຮອດແລ້ວ. ການຄົມມະນາຄົມດີຂຶ້ນການເດີນທາງກໍສະດວກສະບາຍແລ້ວ, ຜະລິດຕະພັນກະສິກໍາ ແລະ ໝາກໄມ້ຫຼາຍຢ່າງກໍຂາຍໄດ້ໃນລາຄາດີ, ຄວາມຝັນແຫ່ງການຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີນັບມື້ນັບຊັດເຈນຂຶ້ນ.

ເຊັ່ນດຽວກັນ, ຄວາມຝັນແຫ່ງການຂີ່ລົດໄຟຄັ້ງທໍາອິດຂອງແມ່ຕູ້ ວັນດີ ສົມພະວັນ ອາຍຸ 92 ປີທີ່ດຳລົງຊີວິດຢູ່ແຂວງຫຼວງພະບາງກໍໄດ້ກາຍເປັນຈິງ. ໃນຫຼາຍປີກ່ອນເພິ່ນໄດ້ສົ່ງລູກກົກໄປຮໍ່າຮຽນວິຊາທີ່ກ່ຽວພັນກັບລົດໄຟທີ່ຕ່າງປະເທດ. ໃນປັດຈຸບັນ, ນາງ ວັນທອງ ຫຼານຍິງ ຂອງແມ່ຕູ້ໄດ້ກາຍເປັນຫົວໜ້າຈຸຂົນສົ່ງຜູ້ໂດຍສານຄົນໜຶ່ງຂອງຂະບວນລ້ານຊ້າງ EMUຂອງທາງລົດໄຟລາວ-ຈີນ. ຫຼັງຈາກທາງລົດໄຟລາວ-ຈີນເປີດການນໍາໃຊ້ເມື່ອບໍ່ດົນ, ນາງວັນທອງ ກໍພາແມ່ຕູ້ໄປສໍາຜັດການຂີ່ລົດໄຟ, ເຮັດໃຫ້ຄວາມຝັນຂອງແມ່ຕູ້ປະກົດຜົນເປັນຈິງ.

“ໃນຂະບວນລົດໄຟລ້ານຊ້າງ EMU, ແມ່ຕູ້ແມ່ນຕື່ນຕາຕື່ນໃຈຫຼາຍ, ເພິ່ນໄດ້ທັກທາຍນໍາຜູ້ໂດຍສານທີ່ຢູ່ອ້ອມຂ້າງຢ່າງກະຕືລືລົ້ນ.” ນາງ ວັນທອງ ໄດ້ຫວນຄືນພາບພົດຂອງແມ່ຕູ້ໄປຂີ່ລົດໄຟ, “ແມ່ຕູ້ເວົ້າເປັນພາສາຈີນໜ້ອຍໜຶ່ງ, ເພິ່ນຈະທັກທາຍ ສະບາຍດີ ດ້ວຍພາສາຈີນນໍາຄົນຈີນຢ່າງເປັນເຈົ້າການເມື່ອພົບກັບຄົນຈີນ, ແລ້ວຍັງຍົກນິ້ວໂປ້ຂຶ້ນ.”

“ດຽວນີ້ພວກເຮົາສ່ວນຫຼາຍຂີ່ລົດໄຟໄປເຮັດວຽກຢູ່ຕ່າງຖິ່ນ, ບໍ່ໄດ້ຂັບລົດເປັນເວລານານແລ້ວ.” ຕອນຮັບການສໍາພາດ, ອາລົມຂອງນາງ ໄມຍິງ ແມ່ນດີຫຼາຍ. ລາວເປັນຜູ້ຈັດການຂອງບໍລິສັດ KM ລາວ, ຕົ້ນຕໍແມ່ນເຮັດທຸລະກິດບໍ່ແຮ່ກັບການສົ່ງອອກ-ນຳເຂົ້າຜະລິດຕະພັນກະສິກຳ.

ເປັນຫຍັງຈຶ່ງເລືອກຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ? ນາງ ໄມຍິງ ໄດ້ຄິດໄລ່ບັນຊີໃຫ້ແກ່ຕົນເອງແລ້ວ, ຄື:“ແຕ່ລະເດືອນ ບໍລິສັດຂອງຕົນໄດ້ຂົນສົ່ງຫີນບໍ່ແຮ່ເຫຼັກຈຳນວນ 50.000 ໂຕນ, ຜົນຜະລິດຕະພັນ 20.000 ໂຕນຜ່ານທາງລົດໄຟລາວ-ຈີນ. ກ່ອນການເປີດນໍາໃຊ້ທາງລົດໄຟລາວ-ຈີນ, ການຂົນສົ່ງສິນຄ້າຜ່ານທາງຫຼວງຕ້ອງໃຊ້ເວລາ10 ມື້ຢ່າງໜ້ອຍທີ່ສຸດ, ໃນປັດຈຸບັນ ພຽງແຕ່3 ມື້ກໍຮອດ, ບໍ່ພຽງແຕ່ໄດ້ຕັດຫຍໍ້ເວລາການຂົນສົ່ງຢ່າງຫຼວງຫຼາຍ ສ່ວນຕົ້ນທຶນການຂົນສົ່ງກໍຫຼຸດລົງເປັນຢ່າງສູງຄືກັນ. ໃນສອງປີທີ່ຜ່ານມາ, ຂະໜາດຂອງບໍລິສັດນັບມື້ນັບຂະຫຍາຍຂຶ້ນຂອບເຂດທຸລະກິດຂອງພວກເຮົາໄດ້ຂະຫຍາຍໄປເຖິງຫຼາຍຂົງເຂດ,ເຊັ່ນ: ກະສິກໍາ, ອາຫານ ເປັນຕົ້ນ.”

ເພື່ອສົ່ງເສີມບົດບາດແຫ່ງຊ່ອງທາງອັນສຳຄັນຂອງທາງລົດໄຟລາວ-ຈີນ, ສູນຄຸ້ມຄອງບໍລິຫານນະຄອນຫຼວງວຽງຈັນທາງລົດໄຟລາວ-ຈີນເພີ່ມທະວີການປະສານສົມທົບກັບອົງການທີ່ກຽວຂ້ອງຂອງບໍລິສັດທາງລົດໄຟລາວ-ຈີນຈໍາກັດ, ວາງແຜນລ່ວງໜ້າ ແລະ ປະຕິບັດມາດຕະການຫຼາຍຢ່າງພ້ອມກັນ, ເພື່ອວິໄຈກົດເກນການປ່ຽນແປງຂອງກະແສໂດຍສານຢ່າງແມ່ນຢໍາ, ເພີ່ມເຕີມກໍາລັງການຂົນສົ່ງໃຫ້ຫຼາຍຂຶ້ນ, ປະຕິບັດມາດຕະການເຊັ່ນ: ການເພີ່ມເຕີມຂະບວນລົດໄຟ, ການຕິດຕູ້ລົດໄຟໃຫ້ເຂົ້າກັນ, ການເພີ່ມເຕີມຕູ້ລົດໃຫ້ແກ່ຂະບວນລົດໄຟໂດຍສານ ແລະອື່ນໆ; ໄດ້ອໍານວຍບໍລິການໃຫ້ແກ່ຜູ້ໂດຍສານໃນສາມພາສາ ຄື ພາສາຈີນ, ພາສາລາວ ແລະ ພາສາອັງກິດ; ປະສານງານ ກັບອົງການກວດກາດ່ານພາສີ, ອົງການຕໍາຫຼວດ, ອົງການປ້ອງກັນຄວາມປອດໄພ ເປັນຕົ້ນຢ່າງຫ້າວຫັນ ເພື່ອໃຫ້ມີການແລກປ່ຽນຄຸ້ມຄອງຂໍ້ມູນໃຫ້ເຂັ້ມແຂງ, ເພີ່ມທະວີການຊີ້ນໍາຢູ່ບ່ອນເຂົ້າ-ອອກສະຖານີ, ປະຕູລິບ, ທາງໃຕ້ດິນ, ເວທີລໍຖ້າລົດ ແລະ ບ່ອນທີ່ມີຄົນເຕົ້າໂຮມຫຼາຍໃຫ້ເຂັ້ມແຂງ, ພະຍາຍາມໃຫ້ຜູ້ໂດຍສານ “ມີການເດີນທາງທີ່ພໍໃຈ, ເດີນທາງທີ່ປອດໄພ ແລະການທ່ອງທ່ຽວທີ່ມ່ວນຊື່ນ.”

ພ້ອມດຽວກັນນັ້ນ, ໂດຍປິ່ນອ້ອມເປົ້າໝາຍທີ່ “ສ້າງດ່ານພາສີໃຫ້ສະດວກສະບາຍ” ມາປັບປຸງວິທີການເຮັດວຽກໃຫ້ດີຂຶ້ນ, ຖອດຖອນບົດຮຽນຂອງ “ຮູບແບບທ່າບົກ” ມາຍົກສູງປະສິທິພາບຂອງການຜ່ານດ່ານ, ປະສານອົງການກວດກາຕັ້ງຫຼັກປັກຖານຢູ່ສະໜາມສິນຄ້າຂອງທາງລົດໄຟ ເພື່ອຮ່ວມງານກັນ ແລະ ກວດກາເປັນຕອນ, ການກວດກາສິນຄ້າຢູ່ດ່ານພາສີຂະຫຍາຍໄປເຖິງຢູ່ສະຖານີອອກເດີນທາງ ແລະ ສະຖານີຮອດ, ແກ້ໄຂບັນຫາຄວາມແອອັດຢູ່ສະຖານີທ່າດ່ານ ເພື່ອຮັບປະກັນຂະບວນລົດໄຟສິນຄ້າມີການແລ່ນຢ່າງປະສິທິພາບສູງ ແລະ ສະດວກສະບາຍ.

ວາລະສານຈໍາປາ | "ຄວາມຝັນຂອງພວກເຮົາໃນເມື່ອກ່ອນ ມື້ນີ້ໄດ້ປະກົດຜົນເປັນຈິງແລ້ວ"