ວາລະສານຈໍາປາ | ເມືອງຫຼິວໂຈ່ວ ສູ້ຊົນເພື່ອອະນາຄົດ ໃນໝີ່ຫຼົວຊືເຟິນຖ້ວຍໜຶ່ງ
ໃນນາມທີ່ເປັນໜຶ່ງໃນເຂດວັດທະນະທຳດ້ານອາຫານທີ່ມີເອກະລັກທີ່ສຸດຂອງຈີນ, ສູດການປຸງແຕ່ງອາຫານຂອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຂ້ອນຂ້າງອຸດົມສົມບູນ. ກະເພາະອາຫານຂອງຄົນກວາງຊີ, ສາມາດບັນຈຸລົດຊາດສົ້ມຫວານຂົມເຜັດເຄັມ, ແຕ່ພັດຕ້ອງການພຽງແຕ່ໝີ່ພຽງຖ້ວຍໜຶ່ງ, ກໍສາມາດເຮັດໃຫ້ຄິດຮອດບ້ານເກີດໄດ້ຢ່າງງ່າຍດາຍ. ໝີ່ຫຼົວຊືເຟິນ(Luosifen),ກໍແມ່ນອາຫານປະຈຳວັນທີ່ຂາດບໍ່ໄດ້ຂອງຄົນຫຼິວໂຈ່ວ(Liuzhou).
ຈົນຮອດທຸກມື້ນີ້, ຄວາມໝາຍຂອງໝີ່ຫຼົວຊືເຟິນທີ່ມີຕໍ່ຄົນຫຼິວໂຈ່ວນັ້ນ, ແມ່ນເກີນກວ່າຄວາມຜູກພັນທີ່ມີຕໍ່ອາຫານແລ້ວ, ບໍ່ວ່າແມ່ນຮ່ອມຊອຍທີ່ເກົ່າແກ່, ຫຼືຖະໜົນທີ່ຮຸ່ງເຮືອງ,ທຸກໆບ່ອນຫ່າງໄປບໍ່ພໍເທົ່າໃດສິບແມັດກໍມີຮ້ານໝີ່ຫຼົວຊືເຟິນຮ້ານໜຶ່ງ, ດຶງດູດຜູ້ທີ່ມາຫາຊິມລົດຊາດ. ກິ່ນສົ້ມຈາງໆທີ່ລອຍອອກມາຈາກຮ້ານນ້ອຍໆແຕ່ລະຮ້ານ, ໄດ້ກາຍເປັນນາມບັດອັນໜຶ່ງຂອງອາຫານຫຼິວໂຈ່ວທີ່ໄດ້ກ້າວໄປໃນລະດັບໂລກ.
ໜໍ່ໄມ້ສົ້ມ, “ຈິດວິນຍານ” ຂອງໝີ່ຫຼົວຊືເຟິນ
ແມ່ນ້ຳຫຼິວຈ່ຽງ(Liujiang) ທີ່ໄຫຼຜ່ານເມືອງ, ໄດ້ມອບຂອງຂວັນດ້ານລົດຊາດ ໃຫ້ແກ່ຄົນຫຼິວໂຈ່ວ. ຫອຍຫຼົວຊື (spiral shell, ຫອຍນ້ຳຈືດຊະນິດໜຶ່ງຄ້າຍຄືຫອຍຂົມ-ຫອຍຈູບ). ຫອຍຫຼົວຊືທີ່ລົດຊາດແຊບໄດ້ຖືກຂ້ຽວເປັນນໍ້າແກງ, ເພີ່ມໜໍ່ໄມ້ສົ້ມທີ່ມີກິ່ນ ແລະ ລົດຊາດທີ່ເປັນເອກະລັກ, ເພີ່ມດ້ວຍໝາກເຜັດ, ຜັກບົ່ວຊອຍ, ຖົ່ວດິນ, ເຫັດຫູໜູ ແລະ ວັດຖຸດິບອື່ນໆ, ຊົດກິນໝີ່ທີ່ນ້ຳແກງຟົດ ແລະ ເຜັດຮ້ອນຄຳໜຶ່ງ, ບຳລຸງຂວັນຂອງຮ່າງກາຍທີ່ເມື່ອຍມາມື້ໜຶ່ງ.
ຫຼັງຈາກທີ່ຊ່ວງເວລາຕ້າຊູ(Dashu,ໜຶ່ງໃນ 24 ຊ່ວງເວລາຂອງຈີນ, ປະມານທ້າຍເດືອນ ກໍລະກົດ) ຜ່ານໄປ, ໜໍ່ໄມ້ຫວານທີ່ລີ້ຢູ່ໃນປ່າຂອງກວາງຊີຈະຂຶ້ນໃໝ່ຢ່າງດຸເດືອດ,ເມື່ອຖືກຊາວສວນໜໍ່ໄມ້ຄົ້ນພົບແລ້ວ, ກໍຜ່ານວິທີການຈັດການທີ່ເປັນເອກະລັກພິເສດ, ກາຍເປັນ “ໜໍ່ໄມ້ສົ້ມ”—ແຫຼ່ງກຳເນີດລົດຊາດ “ຈິດວິນຍານ” ທີ່ຂາດບໍ່ໄດ້ໃນໝີ່ຫຼົວຊືເຟິນຫຼິວໂຈ່ວ.
“ຄວາມເໝັນ”ຂອງໜໍ່ໄມ້ສົ້ມ, ທີ່ຈິງແລ້ວແມ່ນໜໍ່ໄມ້ສົດທີ່ແຊ່ນ້ຳ, ຫຼັງຈາກຜ່ານການໝັກໄປເວລາໜຶ່ງແລ້ວ, ກໍຈະເກີດກິ່ນທີ່ເປັນເອກະລັກ, ໜໍ່ໄມ້ສົ້ມທີ່ມີຄຸນນະພາບດີ, ມີສີເຫຼືອງເງົາ, ລົດຊາດແຊບກອບ, ມີກິ່ນຫອມຂອງນ້ຳສົ້ມ.
ໜ້າທີ່ຫຼັກຢ່າງໜຶ່ງຂອງ ທ່ານ ລີເຫຼິນ (Li Ren) ຮອງປະທານຝ່າຍທຸລະກິດກະສິກຳຂອງ “ຫຼົວມານຕີ” ຍີ່ຫໍ້ໝີ່ຫຼົວຊືເຟິນຂອງທ້ອງຖິ່ນຫຼິວໂຈ່ວ, ກໍແມ່ນຮັບຜິດຊອບການຈັດຊື້ໜໍ່ໄມ້ສົ້ມ ແລະ ວັດຖຸດິບອື່ນໆ ແລະ ການຄຸ້ມຄອງສາງ, ປະສາດສຳຜັດການໄດ້ກິ່ນທີ່ໄວຢ່າງເປັນທຳມະຊາດ ແລະ ຄວາມລຶ້ງເຄີຍຕໍ່ຂັ້ນຕອນການຜະລິດໜໍ່ໄມ້ສົ້ມ, ຍິ່ງເຮັດໃຫ້ລາວສາມາດແບກຮັບຖານະອີກຢ່າງໜຶ່ງກໍຄື-ນັກວິໄຈກິ່ນ ທີ່ເປັນພາລະໜ້າທີ່ອັນສຳຄັນ, ດັງຂອງລາວ, ສາມາດ “ດົມ”ສິ່ງທີ່ເຄື່ອງຈັກບໍ່ຮູ້.
ເຖິງແມ່ນວ່າເຄື່ອງຈັກຈະສາມາດວັດແທກຄ່າ pH ຂອງໜໍ່ໄມ້ສົ້ມອອກມາໄດ້ຢ່າງແມ່ນຢຳ, ສາມາດຄວບຄຸມຄຸນນະພາບທີ່ກ່ຽວຂ້ອງ, ແຕ່ວ່າຖ້າຢາກເອົາຄວາມນິຍົມຂອງຜູ້ບໍລິໂພກທີ່ບໍ່ຂາດທາງເລືອກ, ເພື່ອຮັບປະກັນວ່າຜູ້ກິນສາມາດມີຄວາມຊື່ນຊົມກັບກິ່ນ ແລະ ລົດຊາດຂອງອາຫານທີ່ເຂົ້າປາກໄປນັ້ນຢ່າງສຸດຍອດ, ກໍຍັງຕ້ອງໃຊ້ການວິນິດໄສທາງອາລົມນອກເໜືອຈາກເຫດຜົນ. ຢູ່ໃນສາງໜໍ່ໄມ້ສົ້ມທີ່ ລີເຫຼິນ ຮັບຜິດຊອບການຄຸ້ມຄອງນັ້ນ ມີຖັງດອງຂະໜາດໃຫຍ່ນ້ອຍບໍ່ເທົ່າກັນ 400 ກວ່າຖັງຈັດວາງຢ່າງເປັນລະບຽບ,ສິ່ງທີ່ລາວຕ້ອງເຮັດໃນທຸກໆມື້, ກໍຄືກັບແພດແຜນຈີນ, ສຸ່ມກວດໜໍ່ໄມ້ດອງຫຼາຍຮ້ອຍໂຕນ, ເບິ່ງສີ, ດົມກິ່ນ, ໃຊ້ມືສຳຜັດ, ວິນິດໄສລົດຊາດຂອງ ໜໍ່ໄມ້ສົ້ມຊຸດນີ້, ລວມເຖິງຈັດການຜະລິດຕະພັນໜໍ່ໄມ້ສົ້ມທີ່ຄຸນນະພາບບໍ່ດີພໍໃຫ້ໄດ້ທັນເວລາ.
ໃນກາງລະດູຮ້ອນຂອງທຸກປີ, ລ້ວນແຕ່ແມ່ນເວລາທີ່ ລີເຫຼິນ ຄາວຽກທີ່ສຸດ. ເພື່ອສາມາດຊື້ໜໍ່ໄມ້ທີ່ມີຄຸນນະພາບຂັ້ນໜຶ່ງ, ລີເຫຼິນ ມັກຈະຢູ່ນະຄອນປາຍເຊີ(Baise)ທີ່ຫ່າງຈາກຫຼິວໂຈ່ວຫຼາຍຮ້ອຍກິໂລແມັດ, ອາໄສຢູ່ປະມານສອງສາມເດືອນ, ເຂົ້າໄປໃນພູໃນປ່າເລິກດ້ວຍຕົນເອງ, ສຳຫຼວດຄຸນນະພາບຂອງໜໍ່ໄມ້ທີ່ຢູ່ໃນມືຂອງຊາວກະສິກອນທ້ອງຖິ່ນ,ຫຼັງຈາກທີ່ກັບມາຫຼິວໂຈ່ວ, ກໍດຳເນີນການກວດສອບຄຸນນະພາບໜໍ່ໄມ້ສົ້ມຢ່າງບໍ່ຢຸດເຊົາໃນທັນທີ.
ຄຽງຄູ່ກັບການຄ້າເອເລັກໂຕຣນິກທີ່ກາຍເປັນວິທີທີ່ວ່ອງໄວ ແລະ ມີປະສິທິຜົນຍິ່ງຂຶ້ນໃນການເຮັດໃຫ້ໝີ່ຫຼົວຊືເຟິນແບບບັນຈຸຊອງເຂົ້າໄປໃນຫຼາຍພັນຫຼາຍໝື່ນຄອບຄົວເຮືອນຊານ, ໝີ່ຫຼົວຊືເຟິນກາຍເປັນແຂກປະຈຳຂອງບລັອກເກີຣີວິວ (review) ແລະ ຢູ່ໃນລາຍການສິນຄ້າໄລຟ໌(live) ສົດຫິ້ວເຄື່ອງຊື່ດັງໃນສື່ສັງຄົມອອນລາຍໃຫຍ່ຕ່າງໆ, ຕ່ອງໂສ້ອຸດສາຫະກຳໝີ່ຫຼົວຊືເຟິນກໍໄດ້ຖືກຕື່ມເຕັມດ້ວຍວິສາຫະກິດ ແລະ ບຸກຄະລາກອນທີ່ເຂົ້າມານັບມື້ນັບຫຼາຍຂຶ້ນ.
ອີງຕາມສະຖິຕິທີ່ຍັງບໍ່ສົມບູນ, ທຸກໆມື້ໝີ່ຫຼົວຊືເຟິນທີ່ສົ່ງຈາກຫຼິວໂຈ່ວໄປຍັງສະຖານທີ່ແຫ່ງຕ່າງໆໃນທົ່ວໂລກມີກາຍ 5,5 ລ້ານຖົງ, ເບື້ອງຫຼັງຂອງປະລິມານຄວາມຕ້ອງການທີ່ໜ້າຕົກໃຈນີ້ແມ່ນການຍົກລະດັບກຳລັງການຜະລິດໂດຍລວມຂອງຕ່ອງໂສ້ອຸດສາຫະກຳໝີ່ຫຼົວຊືເຟິນ.
ຄວາມຄິດຮອດບ້ານເກີດທີ່ສຽບຫ້ອຍເຂົ້າກັບໝີ່ໜຶ່ງຖ້ວຍ
ເນື່ອງຈາກເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຢູ່ໃກ້ກັບແຂວງກວາງຕຸ້ງ, ການໄປອາໄສຢູ່ກວາງຕຸ້ງເຄີຍແມ່ນທາງເລືອກທຳອິດໃນການກ້າວເຂົ້າສູ່ສັງຄົມຂອງຊາວໜຸ່ມກວາງຊີ. ທ່ານ ເຕິ້ງເໜິງເຈີ(Deng Nengzhe)ກໍບໍ່ຖືກຍົກເວັ້ນ.
ມີຄວາມຄິດ, ໜັກເອົາເບົາສູ້, ແມ່ນຄວາມປະທັບໃຈທຳອິດທີ່ເຕິ້ງເໜີງເຈີມອບໃຫ້ຜູ້ຄົນ. ຫຼັງຈົບມະຫາວິທະຍາໄລ, ລາວກໍໄປເຮັດວຽກສູ້ຊົນຢູ່ເຊິນເຈິ້ນຕາມລຳພັງ, ປີ 2015ກໍເລີ່ມໃກ້ຊິດກັບການຄ້າເອເລັກໂຕຣນິກ, ຢູ່ທາງນອກຫ່າງຈາກບ້ານບໍ່ພໍເທົ່າໃດປີ, ຄວາມຄິດຮອດທີ່ມີຕໍ່ບ້ານເກີດພັດນັບມື້ນັບເລິກເຊິ່ງ, ສິ່ງທຳອິດທີ່ເຮັດທຸກຄັ້ງເມື່ອກັບໄປຫຼິວໂຈ່ວ, ກໍຄືໄປຮ້ານໝີ່ຫຼົວຊືເຟິນທີ່ຢູ່ຂ້າງສະຖານີລົດ, ຊົດໝີ່ຖ້ວຍໜຶ່ງ. ໃນຄວາມຊົງຈຳອັນເລິກເຊິ່ງຂອງຄົນຫຼິວໂຈ່ວຫຼາຍໆຄົນທີ່ອາຍຸຊ່ຳໆກັບເຕິ້ງເໜິງເຈີ, ຮອດທຸກມື້ນີ້ກໍຍັງມີມຸມໜຶ່ງ, ທີ່ບັນຈຸຄວາມສຸກຍາມຍັງນ້ອຍຕອນທີ່ໄດ້ຮັບໝີ່ຫຼົວຊືເຟິນທີ່ມີນ້ຳມັນແດງລອຍຢູ່, ແລະ ມີຄວາມເຜັດຫອມສົດຊື່ນຖ້ວຍໜຶ່ງຈາກພໍ່ຄ້າແມ່ຄ້າແຄມຖະໜົນ.
ທ່ານ ໂມຊິນຈິ(Mo Qinji) ຕັດສິນໃຈກັບບ້ານເກີດໄວກວ່າເຕິ້ງເໜິເຈີ. ຫຼັງຈາກທີ່ຮຽນຈົບມະຫາວິທະຍາໄລຢູ່ກວາງໂຈ່ວ, ລາວກໍເປັນວິສະວະກອນຢູ່ໃນທ້ອງຖິ່ນ, ເງິນເດືອນດີຊີວິດໝັ້ນຄົງ. ສິ່ງດຽວທີ່ຂາດຫາຍໄປ, ກໍອາດແມ່ນຄວາມຄິດຮອດບ້ານເກີດທີ່ມາຈາກໝີ່ຫຼົວຊືເຟິນຄຳໜຶ່ງ.
ທຸກຄັ້ງທີ່ຈາກບ້ານເກີດກັບໄປກວາງໂຈ່ວ, ໂມຊິນຈິກໍຈະໄປຮ້ານອາຫານນ້ອຍຊື້ໝີ່ຫຼົວຊືເຟິນສອງສາມຖ້ວຍ, ໃຊ້ຖົງນ້ອຍທີ່ຕົນກະກຽມໄວ້, ແຍກເສັ້ນ ແລະ ເຄື່ອງປຸງພ້ອມດ້ວຍນ້ຳແກງໃສ່ຖົງ. ຂັ້ນຕອນການບັນຈຸທີ່ຫຍຸ້ງຍາກ, ຄວາມຄິດຮອດບ້ານທີ່ເພີ່ມຂຶ້ນທຸກມື້, ເຮັດໃຫ້ໂມຊິນຈິບັງເອີນເກີດຄວາມຄິດໃນການນຳເອົາສາຂາວິຊາທີ່ຕົນໄດ້ຮຽນມາປະສານສົມທົບກັບຜະລິດຕະພັນພິເສດຂອງບ້ານເກີດ, ທັງນຳໄປປະຕິບັດຢ່າງວ່ອງໄວ. ຈາກນັ້ນມາກໍແມ່ນເສັ້ນທາງຫວນຄືນກັບບ້ານເພື່ອປະກອບທຸລະກິດ, ມີຊາວໜຸ່ມເພີ່ມອີກຄົນໜຶ່ງທີ່ອາໄສໝີ່ຫຼົວຊືເຟິນເປັນອາຊີບ, ສ້າງໂຮງງານເອງ, ຄົ້ນຄວ້າອຸປະກອນເອງ, ສ້າງຍີ່ຫໍ້ເອງ.
ປີ 2017, ເຕິ້ງເໜິງເຈີ ກັບຮອດຫຼິວໂຈ່ວ, ກໍເລິ່ມການສຳຫຼວດການປະກອບກິດຈະການການຄ້າເອເລັກໂຕຣນິກ. ຫຼັງຈາກທີ່ໄດ້ພົບກັບ ໂມຊິນຈິ, ລາວກໍນຳເອົາຈຸດສະໝໍເຮືອຂອງກິດຈະການ, ໝາຍໄວ້ຢູ່ອຸດສາຫະກຳໝີ່ຫຼົວຊືເຟິນທີ່ປະລິມານທັງຄວາມຕ້ອງການ ແລະ ການຜະລິດໝັ້ນຄົງຍິ່ງຂຶ້ນ.
ຊາວໜຸ່ມສອງຄົນທີ່ມີຄວາມຄິດ ແລະ ແນວຄິດໃນການປະກອບການແບບດຽວກັນ, ພວກເຂົາກໍບັງເອີນມີຄວາມຄິດຮອດບ້ານເຊັ່ນດຽວກັນ, ລວມກຸ່ມກັນ, ສົ່ງເສີມການພັດທະນາຍີ່ຫໍ້ຢ່າງຫຼວງຫຼາຍ. ຫຼັງຈາກທີ່ເຂົ້າໄປຢູ່ໃນແພລັດຟອມ (Platform) ການຄ້າເອເລັກໂຕຣນິກ, ປະລິມານຂໍ້ມູນຈຳນວນຫຼວງຫຼາຍໄດ້ນຳສິ່ງທ້າທາຍໃໝ່ມາໃຫ້ພວກເຂົາຄື:ເມື່ອຍອດຂາຍມີຂະໜາດໃຫຍ່, ເງື່ອນໄຂໃນການຄວບຄຸມຄຸນນະພາບກໍຍິ່ງຕ້ອງສູງຂຶ້ນຢ່າງແນ່ນອນ. ແຕ່ຫຼັງຈາກ ລີເຫຼິນ ເຂົ້າຮ່ວມທິມງານແລ້ວ, ຊິ້ນສ່ວນຂອງການພັດທະນາຂະໜາດໃຫຍ່ກໍໄດ້ຖືກຕື່ມເຕັມ.
ຈາກອາຫານວ່າງຢູ່ມຸມຖະໜົນກາຍເປັນອຸດສາຫະກຳຂະໜາດໃຫຍ່
ໃກ້ໆກັບສະໜາມບິນປາຍຫຼຽນ (Bailian) ຫຼິວໂຈ່ວ, ສະຖານທີ່ເກືອບສາມກິໂລແມັດ, ເປັນສະຖານທີ່ຕັ້ງຂອງສວນອຸດສາຫະກຳຮູບແບບໃໝ່ຂອງຫຼິວໂຈ່ວ, ບໍລິສັດກວາງຊີເມີຍຈີອາຫານ ແລະ ວິທະຍາສາດ- ເຕັກໂນໂລຊີທີ່ຍີ່ຫໍ້“ຫຼົວມານຕີ” ຂຶ້ນກັບນັ້ນກໍຢູ່ໃກ້ໆ.
ກ່ອນປີ 2017, ສະຖານທີ່ຂອງ ໂມຊິນຈິ ຜູ້ກໍ່ຕັ້ງ, ແມ່ນຫ້ອງເຮັດວຽກຂະໜາດນ້ອຍໜຶ່ງ ແລະ ສາຍການຜະລິດສອງສາມສາຍ, ສຶກສາຄົ້ນຄວ້າລົດຊາດທີ່ດີທີ່ສຸດຂອງວັດຖຸດິບປະເພດຕ່າງໆຂອງໝີ່ຫຼົວຊືເຟິນດ້ວຍຄວາມຕັ້ງໃຈ. ປັດຈຸບັນ, ທິມຂອງ ໂມຊິນຈິ ກໍມີສາງສອງແຫ່ງ, ໃນນັ້ນສາງຜະລິດສ່ວນປະສົມ ແລະ ຫໍ່ບັນຈຸມີເນື້ອທີ່ຮອດ 30.000 ຕາແມັດ,ສາງແປຮູບ ແລະ ເກັບຮັກສາໜໍ່ໄມ້ສົ້ມທີ່ ລີເຫຼິນ ເຮັດວຽກມີເນື້ອທີ່ຮອດ 6000 ຕາແມັດ. ໃນ 8 ປີ, ຍອດຈຳໜ່າຍໝີ່ຫຼົວຊືເຟິນໄດ້ເພີ່ມຂຶ້ນຢ່າງກ້າວກະໂດດ, ຈຳໜ່າຍໄປໄກຮອດປະເທດອາຊີຕາເວັນອອກສ່ຽງໃຕ້ເຊັ່ນ: ໄທ, ມາເລເຊຍ ແລະອື່ນໆ.
ເມື່ອໃຊ້ຄຳເວົ້າຂອງ ເຕິ້ງເໜິງເຈີ, ນອກຈາກການປະກອບສ່ວນຂອງອຸດສາຫະກຳຫຼົວຊືເຟິນ, “ການພັດທະນາຂຶ້ນຂອງແພລັດຟອມການຄ້າເອເລັກໂຕຣນິກ, ໄດ້ສະໜອງໂອກາດ ແລະ ໄດ້ເຮັດໃຫ້ຊາວໜຸ່ມໄດ້ຢູ່ບ້ານເກີດ” ໂອກາດເຊັ່ນນີ້, ບໍ່ພຽງແຕ່ສຳລັບຄົນແບບ ໂມຊິນຈິ, ລີເຫຼິນ ຫຼື ເຕິ້ງເໜິງເຈີເອງ. ຍັງເຮັດໃຫ້ບ້ານຊົນນະບົດທີ່ເຄີຍເປົ່າວ່າງ, ທີ່ມີຄື້ນ “ສຽງ” ຂອງການກັບເມືອ, ຄ່ອຍໆກາຍເປັນພາບບັນຍາກາດທີ່ຄຶກຄື້ນຄືເມື່ອກ່ອນ.
ອີງຕາມສະຖິຕິຂອງກົມການຄ້ານະຄອນຫຼິວໂຈ່ວ, ລາຍຮັບຈາກການຈຳໜ່າຍຈາກຕ່ອງໂສ້ອຸດສາຫະກຳໝີ່ຫຼົວຊືເຟິນທັງໝົດຂອງຫຼິວໂຈ່ວມີຮອດ 50,16 ຕື້ຢວນ, ໃນນັ້ນລາຍຮັບຈາກການຂາຍໝີ່ຫຼົວຊືເຟິນຫຼິວໂຈ່ວແບບຖົງມີຮອດ15,197 ຕື້ຢວນ, ເພີ່ມຂຶ້ນ 38,23% ເມື່ອທຽບກັບໄລຍະດຽວກັນ, ສ້າງຕຳແໜ່ງວຽກເຮັດງານທຳ 3 ແສນກວ່າຕຳແໜ່ງ. ໝີ່ຫຼົວຊືເຟິນທີ່ກາຍເປັນນາມບັດຂອງນະຄອນຫຼິວໂຈ່ວ, ໄດ້ເຮັດໃຫ້ຄົນທີ່ຫຼາຍຍິ່ງຂຶ້ນມີຄວາມໝັ້ນໃຈທີ່ຈະເຂົ້າຮ່ວມ, ເກີດມີຊາວໜຸ່ມທີ່ກ້າຄິດກ້າເຮັດຫຼາຍຍິ່ງຂຶ້ນ, ເລີ່ມເບິ່ງຄືນກັບໄປບ້ານເກີດ.