ວາລະສານຈໍາປາ | "ຈີນແບບໃໝ່" ທີ່ຊາວໜຸ່ມຫຼົງຮັກ
ປີມໍ່ໆນີ້, ບໍ່ວ່າຈະແມ່ນການນຸ່ງຖືໃນຮູບແບບ “ຈີນແບບໃໝ່” ຫຼື ການດື່ມຊາໃນຮູບແບບ “ຈີນແບບໃໝ່”, ກໍລ້ວນແຕ່ສາມາດນຳກະແສໜຶ່ງຂຶ້ນມາ. ສິ່ງທີ່ເອີ້ນວ່າ “ໃໝ່” ແມ່ນການນຳເອົາເຄື່ອງໝາຍວັດທະນະທຳຈີນດັ້ງເດີມ ແລະ ພາສາຂອງການອອກແບບໃນຍຸກປັດຈຸບັນມາປະສົມປະສານເຂົ້າກັນ, ສ້າງສັນອອກຜົນລັບທາງດ້ານວິໄສທັດໂດຍທັງມີເນື້ອໃນທີ່ກວມເອົາວັດທະນະທຳດັ້ງເດີມທີ່ໂດດເດັ່ນ ທັງບໍ່ສູນເສຍຄວາມຮູ້ສຶກຂອງກະແສສະໄໝໃໝ່.“ຈີນແບບໃໝ່” ໄດ້ອີງໃສ່ພາບດ້ານວິໄສທັດ ແລະ ວັດທະນະທຳທີ່ເປັນເອກະລັກທີ່ເປັນແຮງດຶງດູດສອງຢ່າງທີ່ເຂັ້ມແຂງ, ໄດ້ສ້າງບັນຍາກາດທີ່ເປັນໜຶ່ງບໍ່ມີສອງ. ພະລັງຂອງການເຜີຍແຜ່ຂອງສື່ມວນຊົນໃນສື່ສັງຄົມອອນລາຍກໍເຮັດໃຫ້ຄວາມຮູ້ສຶກຂອງບັນຍາກາດນີ້ຂະຫຍາຍໃຫຍ່ອອກຢ່າງບໍ່ຢຸດເຊົາ, ກຳລັງດຶງດູດຜູ້ບໍລິໂພກທີ່ ນັບມື້ນັບຫຼາຍຂຶ້ນ.
“ນັກປຸງເຄື່ອງດື່ມ” ເປັນໜຶ່ງໃນອາຊີບໃໝ່ທີ່ໄດ້ຮັບການປະກາດຕໍ່ສາທາລະນະຊົນໃນຊຸມປີມໍ່ໆນີ້, ຕົ້ນຕໍ ແມ່ນຮັບຜິດຊອບການນຳໃຊ້ ວັດຖຸດິບເຊັ່ນ: ໃບຊາ, ໝາກໄມ້, ນົມແລະອື່ນໆ, ເພື່ອເຮັດເຄື່ອງດື່ມທີ່ມີລົດຊາດຫຼາກຫຼາຍຕ່າງໆຜ່ານການຈັບຄູ່ສີ, ການສ້າງຮູບຊົງ, ອັດຕາສ່ວນການປະສົມທາງໂພຊະນາການ ແລະ ອື່ນໆ. ຮູບແບບໃໝ່ຂອງການດື່ມຊາ ທີ່ເປັນ “ການປຸງເຄື່ອງດື່ມແບບຈີນໃໝ່” ກໍເກີດຂຶ້ນງຽບໆຕາມສະຖານທີ່ແຫ່ງຕ່າງໆ, ໂດຍໃຊ້ຊາຈີນດັ້ງເດີມເປັນຖານ, ເພີ່ມວັດຖຸດິບຕ່າງໆລົງໄປ ເຮັດເປັນເຄື່ອງດື່ມທີ່ທັງດີຕໍ່ສຸຂະພາບ ແລະ ສຸນທະລີຍະສາດ, ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກກຸ່ມກະແສຫຼັກທີ່ເປັນຊາວໜຸ່ມ.
ເມື່ອປຽບທຽບກັບການທ່ອງທ່ຽວທ່ຽວຊົມແບບດັ້ງເດີມ,ການທ່ອງທ່ຽວ “ຈີນແບບໃໝ່” ໄດ້ໃຫ້ຄວາມສຳຄັນຍິ່ງຂຶ້ນຕໍ່ກັບການສຳຜັດປະສົບການທາງວັດທະນະທຳ ແລະ ປະຕິກິລິຍາຂອງການມີສ່ວນຮ່ວມ. ມໍ່ໆນີ້, “ວເຄືອບສີແລັກເກີ” ທີ່ປະສົມປະສານກັບເຕັກນິກແລັກເກີ (lacquer) ທີ່ເປັນມໍລະດົກວັດທະນະທຳທີ່ບໍ່ເປັນວັດຖຸໄດ້ຮັບຄວາມນິຍົມຫຼາຍ, ນັບແຕ່ເຂດຊົມທິວທັດໃຫຍ່ ຈົນຮອດ ແຜງນ້ອຍຂາຍເຄື່ອງ, ໂຄງການສຳຜັດປະສົບການ “ວີເຄືອບສີແລັກເກີ” ໄດ້ກາຍເປັນຮ່າງມາດຕະຖານຂອງການທ່ອງທ່ຽວ. ນຳເອົາແລັກເກີສີຢົດລົງນ້ຳ ແລ້ວຄົນ, ເຂ່ຍໃຫ້ທົ່ວ, ຈາກນັ້ນນຳເອົາວີທີ່ໜ້າເປົ່າຈຸ່ມແຊ່ລົງນ້ຳໃນມຸມທີ່ກຳນົດ, ເຮັດໃຫ້ສີແລັກເກີຫຸ້ມເອົາໜ້າຂອງວີ. ທິດທາງການໄຫຼຂອງນ້ຳ, ຄວາມໄວ ແລະ ວິທີການສັ່ນທີ່ແຕກຕ່າງ, ເຮັດໃຫ້ວີເຄືອບສີແລັກເກີແຕ່ລະອັນມີເອກະລັກທີ່ບໍ່ຄືໃຜ. ຄວາມສຳເລັດຂອງ“ DIYວີເຄືອບສີແລັກເກີ” ແມ່ນໄດ້ກຳນົດຕຳແໜ່ງຢ່າງແມ່ນຢຳຕໍ່ຜູ້ບໍລິໂພກຊາວໜຸ່ມທີ່ສະແຫວງຫາຄວາມເປັນໂຕເອງ ແລະຄວາມເລິກເຊິ່ງຂອງວັດທະນະທຳ. ຜ່ານການປະສົມປະສານຂອງ ປັດໃຈດ້ານວັດທະນະທຳດັ້ງເດີມ ແລະ ຄ່ານິຍົມດ້ານສຸນທະລີຍະສາດຂອງຍຸກສະໄໝໃໝ່,ມອບຄຸນຄ່າທາງອາລົມໃນຂັ້ນຕອນຂອງການສ້າງສັນຜົນງານດ້ວຍມືຂອງຕົນເອງ, ວີເຄືອບສີແລັກເກີ ບໍ່ພຽງແຕ່ແມ່ນ ຜົນງານສິລະປະທີ່ສະທ້ອນລົດນິຍົມຂອງບຸກຄົນ, ແຕ່ແມ່ນເຄື່ອງບັນຈຸຄວາມຊົງຈຳຂອງການເຂົ້າຮ່ວມການສືບທອດວັດທະນະທຳ ແລະ ການສຳຜັດປະສົບການມໍລະດົກວັດທະນະທຳທີ່ບໍ່ແມ່ນວັດຖຸ.
“ປິ່ນປັກຜົມດອກໄມ້” ທີ່ມາຈາກປະເພນີດັ້ງເດີມຂອງ ຊາວປະມົງໃນບ້ານສຸນພູ(Xunpu)ນະຄອນສວນໂຈ່ວແຂວງຝູຈ້ຽນ, ປັດຈຸບັນ ໄດ້ຖືກມອບພະລັງແຫ່ງຊີວິດໃໝ່ທັງໝົດແລ້ວ. ເອົາຜົມມັດໄປທາງຫຼັງ,ໃສ່ປິ່ນປັກຜົມໜຶ່ງ, ແລ້ວໃສ່ພວງມາໄລດອກໄມ້ທີ່ຫ້ອຍດ້ວຍດອກໄມ້ຈູມຫຼື ດອກໄມ້ທີ່ບໍ່ບານ, ແລ້ວສຽບດອກໄມ້ຜ້າໄໝ ຫຼື ດອກໄມ້ສົດຈຳນວນໜຶ່ງ, ສຸດທ້າຍ ໃຊ້ກິບ ຫຼື ຫວີຈັດຊົງຜົມໃຫ້ຢູ່ຊົງ, ຈັບຄູ່ກັບຊຸດເສື້ອຜ້າ“ຈີນແບບໃໝ່”ເຊັ່ນ ຊຸດ ກີ່ເພົ້າ(Qipao), ກະໂປງມາມຽນ (Mamian) ແລະອື່ນໆ, ຮູບພາບທີ່ຖ່າຍອອກມາງົດງາມເປັນພິເສດ. ນັກທ່ອງທ່ຽວຈາກທົ່ວທຸກທິດ, ຊ່າງແຕ່ງໜ້າ ແລະ ຊ່າງຖ່າຍຮູບລ້ວນແຕ່ມາ ບ້ານສຸນປູເພື່ອສຳຜັດປະສົບການກັບ “ປິ່ນປັກຜົມດອກໄມ້”, ການທ່ອງທ່ຽວຖ່າຍຮູບຄົນຄືກັບວ່າໄດ້ກາຍເປັນຂະແໜງການເກີດໃໝ່ຂອງບ້ານປະມົງນ້ອຍແຫ່ງນີ້ທີ່ເມື່ອກ່ອນອາໄສການປະມົງ ແລະລ້ຽງສັດນ້ຳຕາມຫາດເປັນຕົ້ນຕໍ.