ວາລະສານຈໍາປາ | ແກງຖົ່ວຂຽວ, ວິທີທີ່ດີໃນການຄາຍຮ້ອນຂອງຈີນ

2024-11-01 13:20:37

ລະດູຮ້ອນໃນຄວາມຊົງຈຳຂອງຄົນຈີນທຸກຄົນ, ຕ້ອງມີແກງຖົ່ວຂຽວທີ່ສົດຊື່ນຖ້ວຍໜຶ່ງຢ່າງແນ່ນອນ. ຈີນມີອານາເຂດທີ່ກວ້າງໃຫຍ່, ລົດຊາດອາຫານຂອງພາກເໜືອພາກໃຕ້ແຕກຕ່າງກັນຫຼາຍ, ແຕ່ວ່າແກງຖົ່ວຂຽວເທົ່າກັບລະດູຮ້ອນ, ພັດແມ່ນການຮັບຮູ້ຮ່ວມກັນທີ່ທະລາຍໄລຍະຫ່າງຂອງເຂດແຄວ້ນ.

ໃນອາຫານລະດູຮ້ອນທຸກປະເພດ, ແກງຖົ່ວຂຽວເປັນອາຫານທີ່ທຳມະດາ ແລະ ຖ່ອມໂຕທີ່ສຸດ, ແຕ່ວ່າສາມາດເຫັນໄດ້ທຸກບ່ອນ. ມັນແມ່ນແກງຫວານຄາຍຄວາມຮ້ອນຫຼັງຈາກທີ່ເດັກນ້ອຍໄປຫຼິ້ນມາ, ເປັນນ້ຳຫວານທີ່ຄຸນນະພາບດີລາຄາຖືກທີ່ສຸດໃນຮ້ານອາຫານ, ແມ່ນອາຫານບຳລຸງຊັ້ນດີທີ່ເຢັນ ແລະ ສົດຊື່ນ, ເປັນອາຫານດີທີ່ປ້ອງກັນລົມຮ້ອນ ແລະ ປອບໃຈຜູ້ອອກແຮງງານ.

ປະຈຳການໃນລະດູຮ້ອນ, ລົດຊາດຫຼາກຫຼາຍ
ພັນປີມາແລ້ວ, ແກງຖົ່ວຂຽວບໍ່ເຄີຍຂາດຫາຍໄປຈາກລະດູຮ້ອນຂອງຄົນຈີນ.

ກາງລະດູຮ້ອນໃນສະໄໝລາຊະວົງຊົ້ງເໜືອ (ປີ ຄ.ສ 960-ປີ ຄ.ສ 1127) ນະຄອນຫຼວງຕົງຈິ່ງ (Dongjing, ນະຄອນໄຄເຟິງແຂວງເຫີໜານໃນປັດຈຸບັນ) ຕາມ “ຖະໜົນອາຫານເດິກ” ທີ່ຄຶກຄື້ນທີ່ສຸດໃນເມືອງ, ມັກມີພໍ່ຄ້າຈຳໜ່າຍເຄື່ອງດື່ມເຢັນຄາຍຮ້ອນ, ຄົນຜ່ານທາງທີ່ຜ່ານໄປມາສາມາດສັ່ງແກງການຊາວ (Gancao, ສະໝຸນໄພຊະນິດໜຶ່ງ)ຖົ່ວຂຽວທີ່ຫວານໆຈອກໜຶ່ງ. ໃນຕຳລາການແພດຈີນ "ບົດສະຫຼຸບຢາສະໝຸນໄພ" (Compendium of Medical Herbs) ຂອງລີສືເຈິນ (Li Shizhen) ນັກການແພດການຢາທີ່ມີຊື່ສຽງໃນສະໄໝລາຊະວົງໝິງ (ປີ ຄ.ສ 1368-ປີ ຄ.ສ 1644), ໄດ້ຮັບຮອງເອົາຖົ່ວຂຽວເປັນອາຫານດີໃນການຄາຍຮ້ອນ:“ຖົ່ວຂຽວສາມາດກຳຈັດຄວາມຮ້ອນແກ້ພິດ, ຄາຍຄວາມຮ້ອນຫຼຸດອຸນຫະພູມຮ່າງກາຍ, ສະຫງົບຈິດໃຈ,ເສີມພະລັງໃນຮ່າງກາຍ, ຜິວໜັງຊຸ່ມຊື່ນ.”ເມື່ອຮອດສະໄໝລາຊະວົງຊິງ (ປີ ຄ.ສ 1644-ປີ ຄ.ສ 1912), ຜູຊົງຫຼິງ (Pu Songling) ນັກວັນນະຄະດີໄດ້ຕົ້ມແກງຖົ່ວຂຽວໃຫ້ຄົນຜ່ານທາງເພື່ອຄາຍຮ້ອນ, ດ້ວຍເຫດນີ້ກໍໄດ້ປ່ຽນເລື່ອງເລົ່າ, ຖົ່ວຂຽວນ້ອຍໆມີສ່ວນປະກອບໃນເວລາຂຽນ “ເລື່ອງເລົ່າປະຫຼາດຈາກຫ້ອງເຮັດວຽກຈີນ” (Strange Stories from a Chinese Studio) ທີ່ເປັນນິຍາຍລຶກລັບ ແລະເລື່ອງເໜືອທຳມະຊາດ.

ປັດຈຸບັນ, ແກງຖົ່ວຂຽວທົ່ວໄປທີ່ປຸງເອງຢູ່ເຮືອນຍັງຄົງນຳເອົາຄວາມຫວານຊຸ່ມ ແລະ ເຢັນສົດຊື່ນມາໃຫ້ຄົນຈີນໃນທຸກລະດູຮ້ອນຢ່າງສະເໝີຕົ້ນສະເໝີປາຍ. ຈາກໃຕ້ໄປເໜືອ,ຕັ້ງແຕ່ແຜ່ນດິນໃຫຍ່ໄປຍັງແຄມທະເລ, ກໍໄດ້ປັບໃຫ້ສອດຄ່ອງກັບສະພາບພູມສາດ, ລວມໂຕກັນເປັນໜຶ່ງດຽວກັບສະພາບແວດລ້ອມທຳມະຊາດ, ວິວັດທະນາການອອກມາເປັນຫຼາຍລົດຊາດ.

ສານບາງຊະນິດໃນເປືອກຂອງຖົ່ວຂຽວຈະເກີດການອັອກຊີໄດຊ໌ (Oxidize) ໃນອາກາດໄດ້ງ່າຍ, ເຮັດໃຫ້ແກງຖົ່ວຂຽວປ່ຽນເປັນສີແດງ. ແຕ່ວ່າຄຸນນະພາບນ້ຳໃນເຂດພາກເໜືອສ່ວນໃຫຍ່ຂອງຈີນມີພາວະເປັນດ່າງ, ຍັງເຮັດໃຫ້ມັນເພີ່ມຄວາມໄວໃນການປ່ຽນເປັນສີແດງ; ສ່ວນຄຸນນະພາບນ້ຳຂອງພາກໃຕ້ຈະຂ້ອນຂ້າງເປັນກົດ, ເມື່ອຕົ້ມແລ້ວເຖິງວ່າຈະປະໄວ້ອີກແປັບໜຶ່ງ, ແກງຖົ່ວຂຽວຍັງຄົງຮັກສາສີຂຽວສົດໄດ້ຢູ່.

ນະຄອນຊູໂຈ່ວແຂວງຈ່ຽງຊູ ທີ່ຕັ້ງຢູ່ລຸ່ມແມ່ນ້ຳຢັງຊີກຽງອາຫານຂອງທີ່ນີ້ພິຖີພິຖັນ ແລະ ປານີດ, ແກງຖົ່ວຂຽວກໍປຸງແຕ່ງຢ່າງລະອຽດໃສ່ໃຈ. ເຂົ້າໜຽວ ແລະ ຖົ່ວຂຽວຈະຖືກແຍກໜຶ້ງຈົນສຸກ, ຮັກສາສຳຜັດຄວາມເປັນເມັດໄວ້, ເພີ່ມໝາກກະທັນເຊື່ອມສີເຫຼືອງສົ້ມ ແລະ ເຂົ້າໜົມໝາກໂຕ່ນສີເຫຼືອງອຳພັນ, ສຸດທ້າຍຕື່ມນ້ຳໃບຫອມລາບທີ່ເຢັນຊື່ນໃຈລົງໄປ, ໃຫ້ຄວາມສົດຊື່ນເຢັນສະບາຍ. ເຂດອ້ອມແອ້ມແຂວງກວາງຕຸ້ງ, ຖົ່ວຂຽວຂອງແກງຖົ່ວຂຽວຕ້ອງຕົ້ມຕໍ່ເນື່ອງຈົນເນື້ອລະອຽດ, ຍັງປາກົດມີສາຫຼ່າຍ, ເປືອກໝາກກ້ຽງ, ຫຍ້າເໝັນ (ສະໝຸນໄພຈີນຊະນິດໜຶ່ງ) , ສາຫຼ່າຍທີ່ໜຽວນຸ້ມປະສານກັບກິ່ນຫອມຫວານຂອງຫຍ້າເໝັນ, ເຮັດໃຫ້ລົດຊາດມີເອກະລັກສະເພາະ. ສ່ວນປະສົມມາດຕະຖານຂອງນ້ຳແກງຖົ່ວຂຽວຊຽງໄຮແມ່ນດອກລິນລີ້ສົດ(Lily), ດອກລິນລີ້ທີ່ຫອມຫວານ, ພໍດີຈັບຄູ່ກັບຖົ່ວຂຽວທີ່ຫອມສົດຊື່ນ. ນ້ຳແຂງໃສຖົ່ວຂຽວກໍເປັນເມນູອຳມະຕະ, ຕື່ມເຂົ້າໜົມດອກກຸ້ຍ (Gui) ເຂົ້າໄປ, ກິ່ນຫອມຂອງດອກໄມ້ ແລະ ກິ່ນຫອມຂອງຖົ່ວຂຽວປະສານເຂົ້ານຳກັນ, ແມ່ນຂອງຫວານທີ່ຕ້ອງມີໃນການຄາຍຮ້ອນໃນລະດູຮ້ອນ. ສ່ວນປັກກິ່ງເອົານ້ຳແຊ່ດອກຄາໂມມາຍ (Chamomile) ປະສົມກັບນ້ຳຖົ່ວຂຽວໃຫ້ເຂົ້າກັນ, ຈາກນັ້ນຖອກນ້ຳແປ້ງສາລີທີ່ລະລາຍແລ້ວເຮັດເປັນເຄື່ອງດື່ມຖົ່ວຂຽວ. ຂອງຫວານຖົ່ວຂຽວໃນເຂດໃກ້ຄຽງຝູຈ້ຽນ (Fujian), ພັດນຳໃຊ້ຖົ່ວຂຽວປອກເປືອກຕົ້ມຈົນສຸກ, ຍັງຕ້ອງເພີ່ມຄວາມເຂັ້ມຂຸ້ນ, ບໍ່ມີການລົບກວນຈາກເປືອກຖົ່ວຂຽວ, ແມ່ນລົດຊາດທີ່ບໍລິສຸດ.

ຄວາມຊົງຈຳທີ່ຂ້າມຜ່ານເວລາ ແລະ ທະເລພູຜາ
ແກງຖົ່ວຂຽວຂ້າມຜ່ານເວລາ ແລະ ເຂດແຄວ້ນ, ເກາະກ່ຽວລະດູຮ້ອນທຸກລະດູແຕ່ນ້ອຍຮອດໃຫຍ່, ຕື່ມເຕັມຄວາມຊົງຈຳໄວເດັກທີ່ສຸກສະບາຍໄຮ້ກັງວົນ.

ຊຸນຊຸນ(Sunsun) ຫວນຄືນຄວາມຊົງຈຳວ່າ, ພໍ່ແມ່ບອກກັບລາວສະເໝີວ່າໃຫ້ປະຕິບັດຕໍ່ການສອບເສັງເຂົ້າມະຫາວິທະຍາໄລດ້ວຍສະພາບຈິດໃຈທີ່ປົກກະຕິ, ການສອບເສັງເຂົ້າມະຫາວິທະຍາໄລກໍບໍ່ໄດ້ແຕກຕ່າງຫຍັງຈາກການທົດສອບທົ່ວໄປ. ດ້ວຍເຫດນີ້ໃນດ້ານການກິນ, ກໍບໍ່ມີການຈັດການຫຍັງທີ່ເປັນພິເສດ, ທັງເຮັດໃຫ້ລາວສາມາດຮັກສາສະພາບຈິດໃຈໃຫ້ໝັ້ນຄົງ. ການສອບເສັງເຂົ້າມະຫາວິທະຍາໄລໃນປີນັ້ນຂອງລາວອາກາດຮ້ອນເປັນພິເສດ, ຊ່ວງສອງສາມອາທິດທີ່ໃກ້ກັບການສອບເສັງເຂົ້າມະຫາວິທະຍາໄລ,ພັກທ່ຽງກັບເມືອເຮືອນ, ເທິງໂຕະມັກມີແກງຖົ່ວຂຽວທີ່ເຢັນສົດຊື່ນຖ້ວຍໜຶ່ງ, ກຳຈັດຄວາມຮ້ອນໃນທັນທີ.

“ແກງຖົ່ວຂຽວທີ່ແມ່ຕົ້ມແມ່ນ ‘ແກງສີແດງ’ ທີ່ລຽບງ່າຍທີ່ສຸດ. ຕອນເຊົ້າຫຼັງຈາກຕື່ນນອນ, ລາວເອົາຖົ່ວຂຽວແຊ່ໃນນ້ຳເຢັນ, ຖ້າໃກ້ຮອດຕອນຂ້ອຍເລີກຮຽນ, ກໍຖອກນ້ຳເຢັນ ແລະ ຖົ່ວຂຽວທີ່ແຊ່ດີແລ້ວລົງໄປໃນໝໍ້ຄວາມດັນສູງ, ຕົ້ມດ້ວຍໄຟແຮງ, ຈາກນັ້ນໃຊ້ໄຟອ່ອນຕຸ້ມ 20 ນາທີ, ເມື່ອເຫັນເປືອກຖົ່ວຂຽວຫຼຸດອອກເລັກນ້ອຍ, ກໍໃສ່ນ້ຳຕານກ້ອນສອງກ້ອນລົງໄປ, ຕົ້ມຕໍ່ເນື່ອງອີກບຶດໜຶ່ງ, ຖ້າໃຫ້ຖົ່ວຂຽວມີດອກນ້ອຍໆບານອອກ. ຫຼັງຈາກທີ່ເປືອກ ຖົ່ວຂຽວເກີດປະຕິກິລິຍາອັອກຊີໄດຊ໌, ແກງຖົ່ວຂຽວກໍປ່ຽນເປັນແກງສີແດງ. ໃນຕອນນີ້ກໍມອດໄຟ, ນຳເອົານ້ຳແກງ ແລະ ຖົ່ວຖອກລົງໃນຖ້ວຍ,ປ່ອຍໃຫ້ເຢັນແປັບໜຶ່ງ. ແກງສີແດງກໍສົດຊື່ນຄາຍຄວາມຢາກນ້ຳ, ຖົ່ວຂຽວກອບອ່ອນນຸ້ມໜຽວ”.

ເມື່ອໃກ້ການສອບເສັງເຂົ້າມະຫາວິທະຍາໄລ,ການສອບເສັງນ້ອຍໃຫຍ່ຈຳນວນນັບບໍ່ຖ້ວນກໍເຮັດໃຫ້ຄົນຮູ້ສຶກອິດເມື່ອຍ, ລະດູຮ້ອນທີ່ອົບເອົ້າເຮັດໃຫ້ຄົນຈິດໃຈຫົດຫູ່. ແກງຖົ່ວຂຽວໜຶ່ງຖ້ວຍ, ບໍ່ພຽງແຕ່ນຳເອົາລົດຊາດທີ່ເຢັນສົດຊື່ນມາໃຫ້ຕ່ອມຮັບລົດຊາດ, ຍັງແມ່ນຄວາມສະຫງົບໃຈທີ່ຄຽງຄູ່ກັບຄົນໃນຄອບຄົວ.

ປັດຈຸບັນ, ໃນໂຮງອາຫານຢູ່ມະຫາວິທະຍາໄລຂອງຊຸນຊຸນ, ຕອນທ່ຽງກໍມີແກງຖົ່ວຂຽວສະໜອງໃຫ້ແບບບໍ່ເສຍຄ່າໃຊ້ຈ່າຍ, ແກງຖົ່ວຂຽວໜຶ່ງຄຳ, ເຮັດໃຫ້ລາວຄິດຮອດສະພາບຈິດໃຈຕອນທີ່ໃກ້ສອບເສັງເຂົ້າມະຫາວິທະຍາໄລ.

ລົດຊາດແກງຖົ່ວຂຽວໃນຄວາມຊົງຈຳຂອງຫຼາຍຄົນແມ່ນແກງທີ່ແມ່ຕົ້ມ, ແຕ່ມີຊາວເນັດຜູ້ໜຶ່ງ, ແກງຖົ່ວຂຽວໃນຄວາມຊົງຈຳທີ່ປະທັບໃຈຂອງລາວແມ່ນແມ່ເຖົ້າຕົ້ມໃຫ້, ພວກເຮົາມາຟັງເລື່ອງເລົ່າຂອງລາວ.

ບ້ານເກີດຂອງຂ້ອຍຢູ່ບ້ານນ້ອຍໆແຫ່ງໜຶ່ງຂອງນະຄອນຊິນຢາງ(Xinyang)ແຂວງເຫີໜານ, ເຮືອນຂອງຂ້ອຍມີໄລຍະຫ່າງຈາກເຮືອນແມ່ເຖົ້າພຽງແຕ່10 ນາທີ. ຕອນຂ້ອຍຍັງນ້ອຍຂ້ອຍຄິດສະເໝີວ່າເຕົາໄຟຂອງແມ່ເຖົ້າແມ່ນຖົງສົມບັດ, ສາມາດເຮັດອາຫານທີ່ແຊບຊ້ອຍແຕ່ລະປະເພດອອກມາໄດ້, ມັນກໍບໍ່ແມ່ນອາຫານລ້ຳຄ່າຈາກທະເລຈາກພູຜາ,ແຕ່ແມ່ນປາໄຫຼ, ກະດູກຂ້າງສົດໆ ແລະອື່ນໆ, ຜ່ານການເຮັດຈາກມືຂອງເພິ່ນ, ກໍສາມາດອອກມາເປັນລົດຊາດທີ່ບໍ່ຄືໃຜ. ຈົນວ່າຫຼັງຈາກທີ່ເພິ່ນເສຍຊີວິດໄປ, ຂ້ອຍກໍບໍ່ໄດ້ກິນຂອງແບບນັ້ນອີກເລີຍ, ລົດຊາດຕ່າງໆຄ່ອຍໆຈາງໄປໃນຄວາມຊົງຈຳ.ແຕ່ວ່າຍັງຈື່ໄດ້ຕະຫຼອດມາ, ກໍຄືແກງຖົ່ວຂຽວຖ້ວຍໜຶ່ງໃນລະດູຮ້ອນ.

ເມື່ອເຂົ້າລະດູຮ້ອນ, ທຸກມື້ຕອນຄ່ຳ ແມ່ເຖົ້າຈະເຮັດແກງຖົ່ວຂຽວ, ຕົ້ມຈົນຂຸ້ນໆ, ທັງແກ້ຫິວແກ້ຮ້ອນ, ບາງເທື່ອກໍຈະໃສ່ເຂົ້າໜ້ອຍໜຶ່ງ, ກາຍເປັນເຂົ້າປຽກເຂົ້າຖົ່ວຂຽວ. ບາງເທື່ອໃສ່ກັບເຂົ້າໜົມໄຂ່ໄກ່, ບາງເທື່ອກັບໝານໂຖ (Mantou), ເພີ່ມດ້ວຍຍຳໝາກແຕງທີ່ເຢັນສົດຊື່ນ, ຂ້ອຍກິນຈົນເຫື່ອອອກຄືຝົນ, ອິ່ມໜຳສົມບູນຫຼາຍ. ຫຼັງຈາກກິນເຂົ້າແລ້ວອາບນ້ຳ, ນັ່ງຢູ່ເດີ່ນໜ້າເຮືອນຕາກລົມຍາມຄ່ຳ, ໃຊ້ວີພັດເບົາໆໄປມາ, ແລ້ວຟັງແມ່ເຖົ້າເລົ່າເລື່ອງຕະຫຼົກແປກປະຫຼາດເລັກນ້ອຍ, ເປັນເວລາທີ່ເຕັມອີ່ມທັງຜ່ອນຄາຍແທ້ໆ.

ຫຼັງຈາກນັ້ນ ແມ່ເຖົ້າຍ້າຍນຳລຸງເຂົ້າໄປໃນເຂດໂຕເມືອງ, ບໍ່ມີເດີ່ນກວ້າງ ແລະ ໂຕະຫີນທີ່ພວກເຮົາກິນເຂົ້າກ້ອງຕົ້ນໄມ້.ກາງຄືນຂອງລະດູຮ້ອນຄືວ່າຄວາມມ່ວນຊື່ນຂາດຫາຍໄປຫຼາຍ, ຍັງມີພຽງແຕ່ແກງຖົ່ວຂຽວຂຸ້ນໆທີ່ປອບໃຈ. ແຕ່ວ່າຕອນນັ້ນຂ້ອຍຂຶ້ນຊັ້ນມັດທະຍົມຕົ້ນ, ການຮຽນກໍເລີ່ມຫຍຸ້ງຂຶ້ນມາ, ແກງຖົ່ວຂຽວຂອງແມ່ຕູ້, ກໍໄດ້ດື່ມໜ້ອຍລົງ. ຫຼັງຈາກນັ້ນອີກຂ້ອຍກໍອອກໄປຮຽນມະຫາວິທະຍາໄລທີ່ຢູ່ໄກ, ປີໜຶ່ງກັບເມືອໄດ້ບໍ່ພໍເທົ່າໃດເທື່ອ.

ຕໍ່ມາຫຼັງຈາກນັ້ນ, ແມ່ເຖົ້າເສຍຊີວິດ, ແກງຖົ່ວຂຽວຖ້ວຍນີ້ກໍບໍ່ໄດ້ກິນອີກແລ້ວ. ຂ້ອຍກິນໄປຫຼາຍຖ້ວຍປານນັ້ນ, ກໍຍັງບໍ່ຄືລົດຊາດແກງຖົ່ວຂຽວທີ່ແມ່ເຖົ້າເຮັດ. ຄ່ຳຄືນລະດູຮ້ອນທີ່ອົບອຸ່ນເຫຼົ່ານັ້ນ, ຊ່ວງເວລາທີ່ຄຽງຂ້າງກັນ ແລະ ກັນ ເຫຼົ່ານັ້ນ, ກໍກາຍເປັນຄວາມຊົງຈຳທີ່ເຊື່ອງໄວ້. ແກງຖົ່ວຂຽວຖ້ວຍໜຶ່ງ, ທາງໃນມີຄວາມອົບອຸ່ນທີ່ນັບບໍ່ຖ້ວນ, ແມ່ນສິ່ງຂອງທີ່ມອບພະລັງໃຫ້ແກ່ຂ້ອຍ.

ວາລະສານຈໍາປາ | ແກງຖົ່ວຂຽວ, ວິທີທີ່ດີໃນການຄາຍຮ້ອນຂອງຈີນ