ວາລະສານຈໍາປາ | ໃນລະຫວ່າງການທ່ອງທ່ຽວແບບສອບຖາມ ຄົ້ນພົບຄວາມສຸກ ແລະ ຄວາມປະຫຼາດໃຈ
“
ທ່ານຮູ້ບໍ່ວ່າເປັດຢ້າງຂອງຮ້ານໃດໃນນະຄອນຫຼວງປັກກິ່ງທີ່ລົດຊາດຂ້ອນຂ້າງເປັນຕົ້ນຕຳລັບ?” “ມີເວລາແຕ່ເຄິ່ງມື້,ຢູ່ນະຄອນຈົງກິ່ງໄປຫຼິ້ນແນວໃດ? ” ລະດູການທ່ອງທ່ຽວໃນຍາມພັກຮ້ອນ, ຄົນໜຸ່ມກຳລັງທົດລອງວິທີທ່ອງທ່ຽວທີ່ພິເສດແບບໜຶ່ງກໍຄື - “ການທ່ອງທ່ຽວແບບສອບຖາມ”. ຄົນທີ່ເລືອກອອກເດີນທາງດ້ວຍວິທີນີ້, ບໍ່ໄດ້ຮັບການຜູກມັດຈາກຄູ່ມືການທ່ອງທ່ຽວ, ຄວາມມ່ວນຊື່ນການກິນດື່ມທັງໝົດແມ່ນອາໄສຄົນທ້ອງຖິ່ນແນະນຳ, ການໄປທ່ຽວຊົມກໍຄືກັບການເປີດ “ກ່ອງສຸ່ມ”.
ໃນຄູ່ມືການທ່ອງທ່ຽວທີ່ສາມາດເຫັນໄດ້ທຸກບ່ອນ, ຮ້ານອາຫານ, ບ່ອນຊົມວິວທີ່ດັງໃນອິນເຕີເນັດສາມາດຄົ້ນຫາໄດ້ຕະຫຼອດເວລາ, ຊາວໜຸ່ມຈຳນວນບໍ່ໜ້ອຍ ກໍຊອກຫາວິທີໃໝ່, ໃຊ້ວິທີຕື່ນໂຕໃນການສອບຖາມ ເພື່ອເຊື່ອມຕໍ່ຕົນເອງກັບສິ່ງທີ່ຢູ່ “ໃກ້ຄຽງ”. ນີ້ແມ່ນການຂຶ້ນລະດັບສູງອີກປະເພດໜຶ່ງ, ທັງເປັນການເອົາໃຈໃສ່ຄວາມຮູ້ສຶກຂອງຕົນ; ກໍແມ່ນການຖອຍກັບປະເພດໜຶ່ງ, ໃຊ້ວິທີລຽບງ່າຍສຳຜັດຄວາມຮູ້ສຶກຂອງກິ່ນອາຍຂອງວິຖີຊີວິດ.
ຫຼຸດຜ່ອນການຜູກມັດຈາກຄູ່ມືການທ່ອງທ່ຽວຈຳນວນໜຶ່ງ
ຟ້ານຊິງ (Fan Qing) ເຮັດວຽກກ່ຽວກັບການຕະຫຼາດຢູ່ນະຄອນໜານຈິ່ງ (Nanjing) ແຂວງຈ່ຽງຊູ (Jiangsu),ເດືອນ ເມສາ ຂອງປີນີ້ໃນຕອນທີ່ລາວອອກມາວຽກຕ່າງແຂວງຢູ່ ນະຄອນຄຸນໝິງແຂວງຢຸນນານ, ລາວກໍໄດ້ທ່ອງທ່ຽວຊິມອາຫານໂດຍຜ່ານການສອບຖາມ. “ໃນຕອນນັ້ນ ເຮັດວຽກແລ້ວກໍແມ່ນ 9 ໂມງຕອນຄ່ຳ, ຂ້ອຍ ແລະ ເພື່ອນຮ່ວມງານຍັງບໍ່ໄດ້ກິນເຂົ້າ.” ຄິດວ່າມື້ທີສອງກໍຕ້ອງໄດ້ໄປແລ້ວ, ລາວທີ່ມາຄຸນໝິງເປັນຄັ້ງທຳອິດ, ຄິດຢາກຊິມອາຫານແຊບຂອງທ້ອງຖິ່ນຫຼາຍ. “ຮ້ານທີ່ແນະນຳເທິງເນັດສ່ວນຫຼາຍກໍລວມໂຕກັນຢູ່ເຂດຊົມທິວທັດ, ໄລຍະຫ່າງໄກພໍສົມຄວນ, ຂ້ອຍພຽງແຕ່ຄິດຢາກກິນອາຫານທີ່ມີເອກະລັກຂອງຄຸນໝິງທີ່ໃກ້ກັບບ່ອນເຮັດວຽກ” ຟ້ານຊິງ ຄິດວ່າຄູ່ມືການທ່ອງທ່ຽວອອນລາຍບໍ່ມີທາງທີ່ຈະເໝາະສົມກັບຄວາມຕ້ອງການຂອງຕົນຢ່າງວ່ອງໄວ, ດ້ວຍເຫດນັ້ນ ລາວຈຶ່ງຫັນສາຍຕາໄປຍັງພະນັກງານເຮັດວຽກທ້ອງຖິ່ນທີ່ຢູ່ທາງຂ້າງຂອງຕົນນັ້ນ.
ຫຼັງຈາກທີ່ຮູ້ຄວາມຕ້ອງການຂອງ ຟ້ານຊິງ, ພະນັກງານບໍ່ພຽງແຕ່ແນະນຳດ້ວຍຄວາມກະຕືລືລົ້ນ, ຍັງຫາໝູ່ມາວາງແຜນເສັ້ນທາງໃຫ້. ປະຕິບັດຕາມຄຳແນະນຳ, ຟ້ານຊິງແລະ ເພື່ອນຮ່ວມງານ ໄດ້ຊິມ ເສັ້ນເອີຊື (Ersi, ອາຫານເສັ້ນຊະນິດໜຶ່ງເຮັດຈາກແປ້ງເຂົ້າ), ປີ້ງຢູຊານ (Rushan, ປີ້ງຊະນິດໜຶ່ງເຮັດຈາກນ້ຳນົມ), ສຸດທ້າຍຊື້ເຂົ້າໜົມດອກໄມ້ກ່ອງໜຶ່ງຖືກັບເມືອໂຮງແຮມ, ສົມໃຈປາຖະໜາ. ລາວເວົ້າວ່າ : “ຄັ້ງທຳອິດທີ່ກິນ, ເຖິງແມ່ນວ່າບໍ່ໝັ້ນໃຈວ່າແມ່ນລົດຊາດຕົ້ນຕຳລັບຫຼືບໍ່, ແຕ່ວ່າຢ່າງໜ້ອຍກໍສອດຄ່ອງກັບລົດຊາດການກິນອາຫານຂອງຂ້ອຍ.”
ຖ້າຫາກເວົ້າວ່າການສອບຖາມຂອງ ຟ້ານຊິງ ແມ່ນເກີດຂຶ້ນຢ່າງກະທັນຫັນ, ຊັ້ນ ເຢຊູຊູ (Ye Susu) ທີ່ຮຽນຢູ່ມະຫາວິທະຍາໄລປີສາມທີ່ປັກກິ່ງ ກໍພັດແມ່ນຄວາມລຶ້ງເຄີຍ. ເຢຊູຊູ ຈະບໍ່ສອບຖາມກັບຄົນແປກໜ້າ, ແຕ່ວ່າກ່ອນອອກເດີນທາງຈະສອບຖາມກັບຄົນຮູ້ຈັກ, ປີກາຍທີ່ໄປທ່ອງທ່ຽວຢູ່ນະຄອນເສິນຢາງ (Shenyang) ແຂວງຫຼຽວໜິງ(Liaoning) ກໍເຊັ່ນດຽວກັນ. ພາຍໃຕ້ການແນະນຳຂອງໝູ່,ເຢຊູຊູ ເຊັກອິນຢູ່ຮ້ານປີ້ງຊີ້ນທີ່ເປັນດັ່ງສົມບັດທີ່ເຊື່ອງຢູ່. ເນື້ອທີ່ຂອງຮ້ານນ້ອຍຫຼາຍ, ຢູ່ທ່າມກາງຕຶກອາຄານຈຳນວນຫຼາຍທັງບໍ່ໂດດເດັ່ນ, ການເຜີຍແຜ່ເທິງສື່ສັງຄົມອອນລາຍກໍໜ້ອຍຫຼາຍ. ເຢຊູຊູ ຖອນໃຈ, ຫາກວ່າບໍ່ສອບຖາມ, ລາວມີຄວາມເປັນໄປໄດ້ສູງທີ່ຈະບໍ່ເລືອກບ່ອນນີ້. ປີ້ງຊີ້ນຂອງຮ້ານນ້ອຍນີ້ ມີສີສັນ ກິ່ນອາຍ ແລະ ລົດຊາດທີ່ດີ, ພ້ອມດຽວກັນລາຄາກໍບໍ່ແພງ. ມາຮອດຕອນນີ້, ເຢຊູຊູ ກໍຍັງຄິດຮອດຄິດເຖິງລົດຊາດປີ້ງຊີ້ນຂອງຮ້ານນັ້ນ.
ກອດເອົາໂຕເລືອກທີ່ອຸດົມສົມບູນຍິ່ງຂຶ້ນ
ເມື່ອປຽບທຽບປະສົບການໃນ “ການທ່ອງທ່ຽວຕາມຄູ່ມື”ແລະ “ການທ່ອງທ່ຽວແບບສອບຖາມ” ມີຄວາມແຕກຕ່າງກັນແນວໃດແທ້? ເປັນຫຍັງມັນຈຶ່ງກາຍເປັນຮູບແບບໃໝ່ຂອງການທ່ອງທ່ຽວອີກແບບໜຶ່ງ.
ຈາກຄວາມຄິດຂອງ ເຢຊູຊູ, ການແນະນຳຈຳນວນຫຼາຍເທິງແພລັດຟອມ (platform) ສື່ສັງຄົມອອນລາຍ ເບິ່ງຄືກັບຄູ່ມືການທ່ອງທ່ຽວ, ແຕ່ຄວາມຈິງພັດແມ່ນການໂຄສະນາທາງອ້ອມ. ໃນເວລາດຽວກັນ, ການເຮັດຄູ່ມືຕ້ອງໄດ້ຄົ້ນຄວ້າຂໍ້ມູນຈຳນວນຫຼາຍລ່ວງໜ້າ, ຕົ້ນທຶນດ້ານເວລາກໍສູງ, “ການທ່ອງທ່ຽວແບບສອບຖາມ” ບໍ່ພຽງແຕ່ປະຢັດເວລາປະຢັດແຮງງານ, ການແນະນຳສ່ວນຫຼາຍກໍມາຈາກຄົນໃນທ້ອງຖິ່ນ ຫຼື ຄົນທີ່ເຄີຍມີປະສົບການມາກ່ອນຈຶ່ງອັດຕາທີ່ເກີດຄວາມບໍ່ພໍໃຈກໍຂ້ອນຂ້າງຕ່ຳ.
“ການແບ່ງປັນຈຳນວນບໍ່ໜ້ອຍເທິງອິນເຕີເນັດ ນັບມື້ນັບເປັນຮູບແບບທີ່ຄືກັນ, ເບິ່ງຄືວ່າຫຼາກຫຼາຍ, ໃນຄວາມຈິງກໍມັກລວມໂຕກັນຢູ່ບໍ່ພໍເທົ່າໃດຮ້ານ.” ຟ້ານຊິງ ຄິດວ່າ,“ການທ່ອງທ່ຽວແບບສອບຖາມ” ສາມາດຊ່ວຍໃຫ້ຕົນເອງທຳລາຍການຄຸມຂັງຂອງຂໍ້ມູນໃຫຍ່, ຜ່ານການແລກປ່ຽນໂຕຈິງກັບຄົນ, ກອດເອົາໂຕເລືອກທີ່ອຸດົມສົມບູນຍິ່ງຂຶ້ນ, ແລ້ວຈາກພື້ນຖານຄວາມຕ້ອງການຂອງບຸກຄົນ, ກຳນົດເສັ້ນທາງການທ່ອງທ່ຽວສະເພາະບຸກຄົນໄດ້ຢ່າງວ່ອງໄວ.
ລີຊີເຢ (Li Qiyue) ເຮັດວຽກຢູ່ບໍລິສັດອິນເຕີເນັດແຫ່ງໜຶ່ງ, ສຳລັບລາວແລ້ວ “ການທ່ອງທ່ຽວແບບສອບຖາມ” ຄືກັບ “ການຈົກກ່ອງສຸ່ມ”: ບາງເທື່ອກໍໄດ້ຮັບຄວາມດີໃຈ ແລະປະຫຼາດໃຈ, ບາງເທື່ອກໍບໍ່ສົມດັ່ປາຖະໜາ, ແຕ່ວ່າໃນຂັ້ນຕອນຂອງຕົນເອງກໍຄືລໍຖ້າການເປີດເຜີຍຂອງຄຳຕອບ, ກໍສາມາດເຮັດໃຫ້ຄົນຄອງຄອຍ ແລະ ມີຄວາມສຸກ, ຖ້າວ່າໄດ້ຜົນທີ່ດີ, ຄວາມຮູ້ສຶກຂອງການສຳຜັດປະສົບການກໍເພີ່ມຂຶ້ນຢ່າງຫຼວງຫຼາຍ. ໃນໄລຍະວັນພັກບຸນຕ່ວນອູຂອງປີກາຍນີ້, ລີຊີເຢ ແລະ ຄອບຄົວກໍໄດ້ມຸ່ງໜ້າໄປທ່ອງທ່ຽວຢູ່ ນະຄອນກວ່າງໂຈວ, ນະຄອນເຊິນເຈິ້ນແຂວງກວາງຕຸ້ງ, ໄດ້ຂໍໃຫ້ໝູ່ແນະນຳຊາຍຫາດທີ່ຄົນໜ້ອຍໃຫ້. “ໃນຕອນທຳອິດຂ້ອຍກໍບໍ່ໄດ້ ຫວັງຫຍັງຫຼາຍ. ຢ່າງໃດກໍແມ່ນວັນພັກທາງການ, ບໍ່ວ່າຢູ່ບ່ອນໃດ, ຄົນກໍໜ້າຈະບໍ່ໜ້ອຍ.” ແຕ່ວ່າ ຊາຍຫາດທີ່ໝູ່ແນະນຳນັ້ນ ບໍ່ພຽງແຕ່ຄົນບໍ່ຫຼາຍ, ຍັງສະອາດ ແລະ ສະດວກສະບາຍ, ລີຊີເຢ ເວົ້າຢ່າງກົງໄປກົງມາວ່າ“ໄດ້ກຳໄລແລ້ວ”.
ກ່ອນການມາ ນະຄອນສວນໂຈ່ວແຂວງຝູຈ້ຽນ, ຢູເຊຍກໍເຄີຍໄດ້ຍິນກ່ຽວກັບກະແສຄວາມນິຍົມຂອງວັດທະນະທຳຊາຢູ່ນີ້ແຕ່ດົນແລ້ວ, ແຕ່ວ່າ ກະແສຄວາມນິຍົມຢູ່ໃນລະດັບໃດ, ລາວກໍບໍ່ຄ່ອຍເຂົ້າໃຈ. ໃນການຂຶ້ນລົດຢູ່ທ້ອງຖິ່ນ, ໃນລະຫວ່າງການລົມຫຼິ້ນລະຫວ່າງລາວ ແລະ ຄົນຂັບລົດ ກໍໄດ້ຄົ້ນພົບວ່າ, ຄົນຂັບລົດຈຳນວນບໍ່ໜ້ອຍ ມີຄວາມລຶ້ງເຄີຍເປັນຢ່າງດີຕໍ່ກັບໃບຊາ, ການດື່ມຊາ ແມ່ນຂອດທີ່ຕ້ອງມີໃນຊີວິດປະຈຳວັນຂອງຄົນສ່ວນໃຫຍ່. ເມື່ອໄປຢ້ຽມຢາມບໍລິສັດອີກຝ່າຍໜຶ່ງ, ລາວກໍໄດ້ສຳຜັດກັບປະສົບການນີ້ຢ່າງເລິກເຊິ່ງ: “ເມື່ອເຂົ້ານັ່ງໃນຫ້ອງປະຊຸມ, ຂ້ອຍຫາກໍ່ກະກຽມແນະນຳ, ໂຄງການຝ່າຍກົງກັນຂ້າມກໍສະແດງທ່າທາງໃຫ້ຂ້ອຍຢຸດ, ຫຼັງຈາກດື່ມຊາຈັກຈອກແລ້ວຈຶ່ງເລີ່ມຕົ້ນ.” ຫຼັງຈາກນັ້ນ ຢູເຊຍ ຈຶ່ງຮູ້ວ່າ, ນີ້ແມ່ນວິຖີການຮັບແຂກຂອງຄົນສວນໂຈ່ວ. ລາວຄິດວ່າ “ການທ່ອງທ່ຽວແບບສອບຖາມ” ສາມາດເປີດປະຕູວັດທະນະທຳທ້ອງຖິ່ນໃຫ້ແກ່ທຸກຄົນ, ໄດ້ຮັບປະສົບການທ່ອງທ່ຽວທີ່ແຕກຕ່າງໃນການແລກປ່ຽນ ແລະ ການມີປະຕິສຳພັນກັນ.
ທັກສະການສອບຖາມສຳຄັນຫຼາຍ
ແນ່ນອນວ່າ “ການທ່ອງທ່ຽວແບບສອບຖາມ” ກໍບໍ່ໄດ້ສົມບູນແບບ, ບໍ່ແມ່ນບໍ່ມີຄວາມສ່ຽງເລີຍ. ຄັດເລືອກຂໍ້ມູນທີ່ມີປະສິທິພາບແນວໃດ, ບໍ່ຕົກເຂົ້າໄປໃນກັບດັກການບໍລິໂພກ,ກໍແມ່ນບັນຫາທີ່ນັກທ່ອງທ່ຽວທຸກຄົນຕ້ອງປະເຊີນໜ້າ.
ເມື່ອ ຈ່າງເສິງ (Zhang Cheng) ໄດ້ຮັບຄຳແນະນຳຈາກຄົນແປກໜ້າ, ຈະຕັ້ງໃຈຟັງຢ່າງລະອຽດ, ແລ້ວຄ່ອຍຕັດສິນໃຈ. ອີງຕາມການສັງເກດຂອງລາວ, ຫາກວ່າຝ່າຍກົງກັນຂ້າມຕື່ນໂຕມາແນະນຳເອງ, ລະດັບຄວາມໜ້າເຊື່ອຖືຂ້ອນຂ້າງຕ່ຳ; ສະຖານທີ່ທີ່ຮູ້ໄດ້ຈາກການລົມຫຼິ້ນຈາກການພົບພໍ້ແບບບັງເອີນນັ້ນ, ອັດຕາຄວາມເປັນໄປໄດ້ຈະບໍ່ຜິດພາດ.
ເມື່ອທຽບກັບຄົນແປກໜ້າ, ລີຊີເຢ ຈະໂອນອຽງມາສອບຖາມກັບໝູ່ເພື່ອນ. ລາວຄິດວ່າ, ຄົນທີ່ສາມາດເປັນໝູ່ໄດ້,ລົດນິຍົມ ກໍຄ້າຍຄືກັນໃນລະດັບໜຶ່ງຢ່າງແນ່ນອນ, ບວກກັບທີ່ຮູ້ຄວາມມັກຂອງອີກຝ່າຍ, ການແນະນຳໃນຫຼາຍຄັ້ງກໍສອດຄ່ອງກັບສິ່ງທີ່ຕົນເອງຫວັງ.
ໃນຄວາມຄິດຂອງ ຟ້ານຊິງ, ການອອກທ່ອງທ່ຽວຕາມຄູ່ມື ແລະ “ການທ່ອງທ່ຽວແບບສອບຖາມ” ຕ່າງກໍມີຂໍ້ດີຂໍ້ເສຍ, ຕ່າງກໍບໍ່ໄດ້ປະທະກັນ, ເມື່ອເອົາສອງຢ່າງປະສານກັນ,ມີສ່ວນຊ່ວຍໃຫ້ການເດີນທາງ ໄດ້ຮັບປະສົບການທີ່ດີຍິ່ງຂຶ້ນ. “ໃນສະພາບການທົ່ວໄປ, ນັກທ່ອງທ່ຽວເມື່ອໄປຮອດສະຖານທີ່ໃດໜຶ່ງເປັນຄັ້ງທຳອິດ, ສິ່ງທີ່ຢາກເຮັດທຳອິດກໍແມ່ນການເຊັກອິນ ຢູ່ຈຸດຊົມທິວທັດທີ່ມີຊື່ສຽງ.” ລາວຄິດວ່າ ຄູ່ມືເທິງອິນເຕີເນັດກໍກວມເອົາເນື້ອໃນໂດຍພື້ນຖານ, ພຽງພໍແກ່ການນຳໃຊ້.
ຟ້ານຊິງ ຄິດວ່າ, ຢາກເຂົ້າໃຈປະເພນີຂອງທ້ອງຖິ່ນ, ຜ່ານການສອບຖາມກໍແມ່ນເໝາະສົມແລ້ວ. ທ້າຍປີ 2023, ການທ່ອງທ່ຽວຂອງນະຄອນຮາບີນແຂວງເຮີຍຫຼົງຈ່ຽງ ກໍໄດ້ຮັບຄວາມນິຍົມຫຼາຍ, ທິວທັດ ກຳແພງ “ກຸຫຼາບນ້ຳແຂງ” ກໍດຶງດູດສາຍຕາຄົນຈຳນວນບໍ່ໜ້ອຍ, ຟ້ານຊິງ ຫຼັງຈາກທີ່ກັບມາຈາກການທ່ອງທ່ຽວຮາບິນ, ມີໝູ່ເພື່ອນໃນທ້ອງຖິ່ນຈຳນວນບໍ່ໜ້ອຍມາສອບຖາມນຳລາວວ່າໄປເບິ່ງ “ກຸຫຼາບນ້ຳແຂງ” ຢູ່ໃສ.