ວາລະສານຈໍາປາ | ທາງລົດໄຟຈີນ-ລາວ-ໄທ ເພີ່ມເຕີມການເຊື່ອມໂຍງເຊື່ອມຈອດຂອງພາກພື້ນ

ແຫຼ່ງຂ່າວ:CHAMPA   |    2024-11-01 13:02:13

ກົມລົດໄຟແຫ່ງຊາດໄທໄດ້ຖະແຫຼງວ່າ, ທາງລົດໄຟຂ້າມຊາຍແດນທີ່ເຊື່ອມຕໍ່ນະຄອນຫຼວງບາງກອກປະເທດໄທ(ສະຖານີກາງອະພິວັດ)ກັບນະຄອນຫຼວງວຽງຈັນປະເທດລາວ(ສະຖານີຄຳສະຫວາດ)ຈະທົດລອງການແລ່ນລົດໃນໃກ້ໆນີ້. ທາງລົດໄຟລາວ-ໄທທີ່ເປີດໃຫ້ບໍລິການໃໝ່ ບໍ່ພຽງແຕ່ຈະປັບປຸງການຄົມມະນາຄົມທາງລົດໄຟລະຫວ່າງສອງປະເທດລາວ ແລະ ໄທ, ຫາກຍັງຈະເຊື່ອມຕໍ່ກັບທາງລົດໄຟລາວ-ຈີນ ແລະ ຈະຊຸກຍູ້ສົ່ງເສີມເສດຖະກິດການຄ້າ, ການຂົນສົ່ງ ແລະ ການໄປມາຫາສູ່ກັນລະຫວ່າງປະເທດລາວ, ໄທ ແລະ ຈີນ.

Nikkei Asian Review ຂອງປະເທດຍີ່ປຸ່ນໄດ້ວິໄຈວ່າ, ເຖິງແມ່ນວ່າປະເທດໄທ ແລະ ປະເທດຈີນບໍ່ມີຊາຍແດນຕິດຈອດກັນ, ແຕ່ການຮ່ວມມືທາງລົດໄຟຈະສາມາດບັນລຸ “ການຂົນສົ່ງແບບໄຮ້ຮອຍຕໍ່” ຂອງສອງປະເທດ. ຕາມການຄາດຄະເນຂອງສູນຄົ້ນຄວ້າຄາຍໄທປະເທດໄທແລ້ວ, ປີນີ້ ໂດຍຜ່ານທາງລົດໄຟຂ້າມຊາດລາວ-ໄທ ແລະ ຊ່ອງທາງດ່ວນລົດໄຟລາວ-ຈີນ ຍອດມູນຄ່າການສົ່ງອອກທາງບົກຂອງໄທໄປສູ່ຈີນຈະເພີ່ມຂຶ້ນ 17% ໃນມູນຄ່າເກືອບ 250 ຕື້ບາດ, ຕົວເລກດັ່ງກ່າວນີ້ຈະມີຄວາມຫວັງເພີ່ມຂຶ້ນອີກກ້າວໜຶ່ງໃນຕໍ່ໄປ.

ທາງລົດໄຟຂ້າມຊາດລາວ-ໄທຈະດຳເນີນການທົດລອງການແລ່ນຕອນບາງກອກ(ສະຖານີອະພິວັດ)-ອຸດອນທານີ-ໜອງຄາຍ-ນະຄອນຫຼວງວຽງຈັນ(ສະຖານີຄຳສະຫວາດ). ກ່ອນໜ້ານີ້,ສອງປະເທດລາວ ແລະ ໄທໄດ້ສໍາເລັດການດໍາເນີນການທົດລອງການແລ່ນລົດໄຟຕອນອຸດອນທານີທີ່ເປັນຕົວເມືອງຕາເວັນອອກສ່ຽງເໜືອຂອງໄທຫານະຄອນຫຼວງວຽງຈັນປະເທດລາວແລ້ວ. ການປະສົມປະສານກັນຂອງທາງລົດໄຟຂ້າມຊາດລາວ-ໄທກັບທາງລົດໄຟລາວ-ຈີນ ຈະສົ່ງເສີມບົດບາດອັນສໍາຄັນເຂົ້າໃນການເຊື່ອມໂຍງເຊື່ອມຈອດກັນລະຫວ່າງປະເທດພາກພື້ນອາຊຽນ ແລະ ເພີ່ມເຕີມການໄປມາຫາສູ່ກັນດ້ານເສດຖະກິດການຄ້າຂອງບັນດາປະເທດອາຊຽນ.

ຜ່ານການຊຸກຍູ້ສົ່ງເສີມການຮ່ວມມືໃນຫຼາຍປີທີ່ຜ່ານມາ, ສາມປະເທດຈີນ, ລາວ ແລະ ໄທໄດ້ສ້າງເປັນພື້ນຖານການເຊື່ອມຕໍ່ກັນທາງລົດໄຟຂ້າມຊາດ. ໃນເດືອນ ທັນວາ2021, ທາງລົດໄຟລາວ-ຈີນໄດ້ເປີດການນຳໃຊ້ຕະຫຼອດທາງຢ່າງເປັນທາງການ. ການດໍາເນີນງານໃນໄລຍະສອງກວ່າປີທີ່ຜ່ານມາ, ຄວາມສາມາດການຂົນສົ່ງສິນຄ້າ ແລະ ຜູ້ໂດຍສານຂອງທາງລົດໄຟລາວ-ຈີນສືບຕໍ່ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ,ມີປະສິດທິຜົນອັນພົ້ນເດັ່ນໃນການນໍາພາການເຊື່ອມໂຍງເຊື່ອມຈອດກັນ ແລະ ການພັດທະນາຮ່ວມກັນຂອງພາກພື້ນ. ພ້ອມດຽວກັນນັ້ນ, ທາງລົດໄຟລາວ-ໄທກໍໄດ້ຮັບການຊຸກຍູ້ສົ່ງເສີມຢ່າງຕໍ່ເນື່ອງ. ທາງລົດໄຟຈີນ-ໄທຕັ້ງຢູ່ໃນເຂດປະເທດໄທ, ເປັນໂຄງການສໍາຄັນໃນການຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງຈີນ ແລະ ໄທ, ແລະ ເປັນທາງລົດໄຟຄວາມໄວສູງທີ່ນໍາໃຊ້ລາງລົດຖືກມາດຕະຖານສາຍທໍາອິດຂອງໄທ. ໂຄງການນີ້ໄດ້ເລີ່ມການກໍ່ສ້າງຢ່າງເປັນທາງການໃນປີ 2017 ໂດຍແບ່ງເປັນສອງໄລຍະ. ໄລຍະທີ1ແມ່ນເຊື່ອມຕໍ່ນະຄອນຫຼວງບາງກອກ ແລະ ຈັງຫວັດໂຄຣາດທີ່ເປັນພາກຕາເວັນອອກສ່ຽງເໜືອຂອງໄທ, ໄລຍະທີ 2 ແມ່ນຈະຂະຫຍາຍໄປເຖິງ ໂຄຣາດ-ໜອງຄາຍທີ່ເປັນບ່ອນທີ່ແຍກກັບນະຄອນຫຼວງວຽງຈັນປະເທດລາວພຽງແມ່ນໍ້າຂອງສາຍດຽວ, ເຊິ່ງໄດ້ບັນລຸການເຊື່ອມຕໍ່ກັນກັບທາງລົດໄຟລາວ-ຈີນ. ການທົດລອງການແລ່ນລົດຂອງທາງລົດໄຟຂ້າມຊາດລາວ-ໄທເທື່ອນີ້ ໝາຍເຖິງການເຊື່ອມໂຍງເຊື່ອມຈອດກັນຂອງທາງລົດໄຟສາມປະເທດຈີນ-ລາວ-ໄທໄດ້ຮັບຄວາມຄືບໜ້າ ອັນໃໝ່.

ເບື້ອງຫຼັງຂອງການຂະຫຍາຍຕົວຂອງເຄືອຂ່າຍທາງລົດໄຟຂ້າມຊາດນັບມື້ນັບກວ້າງຂວາງຂຶ້ນນັ້ນແມ່ນຄວາມຕ້ອງການອັນໃຫຍ່ຫຼວງໃນການໄປມາຫາສູ່ກັນຂອງປະຊາຊົນ ແລະ ການແລກປ່ຽນທາງການຄ້າ ຂອງສາມປະເທດຈີນ, ລາວ ແລະ ໄທ. ໃນຂົງເຂດເສດຖະກິດການຄ້າ, ປັດຈຸບັນຈີນເປັນຄູ່ການຄ້າອັນດັບໜຶ່ງຂອງໄທ, ພ້ອມດຽວກັນນັ້ນຍັງເປັນປະເທດສົ່ງອອກອັນດັບໜຶ່ງ ແລະ ຄູ່ການຄ້າອັນດັບສອງຂອງລາວ. ໃນຕົ້ນປີ 2024, ສອງຝ່າຍຈີນ ແລະ ໄທໄດ້ເຊັນອະນຸສັນຍາວ່າດ້ວຍການສົ່ງອອກຜະລິດຕະພັນກະສິກໍາທີ່ກ່ຽວຂ້ອງຂອງໄທໄປສູ່ຈີນ ແລະ ເອກະສານການຮ່ວມມືອື່ນໆ, ເພື່ອເຮັດໃຫ້ຜະລິດຕະພັນກະສິກໍາຂອງໄທອັນຍິ່ງຫຼາຍກວ່າສາມາດສົ່ງໄປສູ່ຕະຫຼາດຂອງຈີນ. ພາຍໃຕ້ເບື້ອງຫຼັງນີ້, ການຫຼຸດຜ່ອນຕົ້ນທຶນ ແລະ ຍົກສູງປະສິທິພາບເປັນຄວາມຕ້ອງການຕົວຈິງຂອງການຄ້າທີ່ກ່ຽວຂ້ອງ. ໂດຍປຽບທຽບກັບຮູບແບບການຂົນສົ່ງອື່ນໆ ຄື: ການຂົນສົ່ງທາງທະເລ, ການຂົນສົ່ງປະສານທາງບົກ ທາງຫຼວງ ກັບທາງລົດໄຟນັ້ນ, ການຂົນສົ່ງທາງລົດໄຟຕະຫຼອດທາງແມ່ນມີຕົ້ນທຶນຍິ່ງຕໍ່າກວ່າ ແລະປະສິດທິພາບຍິ່ງສູງກວ່າ, ຈຶ່ງມັນສາມາດກາຍເປັນໜຶ່ງໃນຮູບແບບການຄ້າຫຼັກຂອງການຂົນສົ່ງຜະລິດຕະພັນກະສິກໍາຂອງສາມປະເທດ.

ໃນດ້ານການແລກປ່ຽນລະຫວ່າງປະຊາຊົນ. ຈົນມາຮອດເດືອນ ເມສາ 2024, ຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟລາວ-ຈີນໄດ້ເປີດການນຳໃຊ້ຄົບຮອບໜຶ່ງປີ, ໄດ້ຂົນສົ່ງຜູ້ໂດຍສານທັງໝົດ 7 ແສນເທື່ຄົນ ແລະ ລວມໄດ້ດຶງດູດຜູ້ໂດຍສານຈໍານວນ 180.000 ກວ່າເທື່ອຄົນທີ່ມາຈາກ18 ປະເທດ ແລະ ພາກພື້ນໄດ້ດໍາເນີນການທ່ອງທ່ຽວຂ້າມຊາດ. ນອກຈາກນີ້ແລ້ວ, ຕັ້ງແຕ່ເດືອນ ມີນາ 2024 ເປັນຕົ້ນມາ, ສັນຍາການຍົກເວັ້ນວິຊາລະຫວ່າງຈີນກັບໄທເຊິ່ງກັນ ແລະ ກັນ ໄດ້ເກີດມີຜົນສັກສິດຢ່າງເປັນທາງການ, ຈໍານວນນັກທ່ອງທ່ຽວຂ້າມຊາດຂອງຈີນ ແລະ ໄທສືບຕໍ່ມີການເພີ່ມສູງຂຶ້ນຢ່າງບໍ່ຢຸດຢັ້ງ, ຄວາມຕ້ອງການທາງການເດີນທາງຂອງຜູ້ໂດຍສານມີການເພີ່ມຂຶ້ນໃນອີກກ້າວໜຶ່ງ.

ການເປີດນຳໃຊ້ຂອງທາງລົດໄຟຂ້າມຊາດລາວ-ໄທ ຈະນໍາເອົາຜົນປະໂຫຍດອັນໃໝ່ມາໃຫ້ແກ່ປະເທດໃນພາກພື້ນ.ໃນດ້ານການຂົນສົ່ງສິນຄ້າ, ທາງລົດໄຟຂ້າມຊາດລາວ-ໄທຈະຊ່ວຍໜູນສົ່ງອອກຜົນຜະລິດຕະພັນກະສິກຳຈາກປະເທດໄທ ໄປສູ່ປະເທດຈີນໂດຍຜ່ານທາງລົດໄຟລາວ-ຈີນ, ອໍານວຍການເລືອກຊ່ອງທາງອັນຍິ່ງຫຼາຍກວ່າໃຫ້ແກ່ສິນຄ້າໄທໃນການເຂົ້າສູ່ນະຄອນຫຼວງວຽງຈັນປະເທດລາວ ແລະ ສົ່ງຕໍ່ໄປສູ່ນະຄອນຄຸນໝິງປະເທດຈີນ, ຈຶ່ງສາມາດປັບປຸງສະພາບການຂົນສົ່ງຂອງສາມປະເທດຈີນ, ລາວ ແລະ ໄທໃຫ້ດີຂຶ້ນ,ຕັດຫຍໍ້ເວລາການຂົນສົ່ງສິນຄ້າລະຫວ່າງສາມປະເທດ, ຫຼຸດຜ່ອນຕົ້ນທຶນການຂົນສົ່ງ ແລະ ເພີ່ມທະວີການໄປມາຫາສູ່ກັນທາງການຄ້າໃນພາກພື້ນ. ໃນດ້ານການຂົນສົ່ງຜູ້ໂດຍສານ,ທາງລົດໄຟຂ້າມຊາດລາວ-ໄທຈະບັນລຸການເຊື່ອມຕໍ່ກັບຂະບວນລົດໄຟໂດຍສານສາກົນຂອງທາງລົດໄຟລາວ-ຈີນ, ເຊື່ອມຕໍ່ນະຄອນຄຸນໝິງ, ສິບສອງພັນນາ, ຫຼວງພະບາງ, ນະຄອນຫຼວງວຽງຈັນ ແລະ ຕົວເມືອງອື່ນໆໃຫ້ເປັນສາຍດຽວ, ຈຶ່ງຈະບັນລຸເປົ້າໝາຍ “ການອອກເດີນທາງໃນຕອນເຊົ້າ ແລະ ໄປຮອດຈຸດໝາຍປາຍທາງການທ່ອງທ່ຽວໃນຕອນແລງ”. ສາຍທາງໃໝ່ມີຄວາມຫວັງຈະຍົກສູງລະດັບຄວາມນິຍົມການທ່ອງທ່ຽວຂອງແຫຼ່ງທ່ອງທ່ຽວຕາມທາງ ບໍ່ວ່າເປັນແຫຼ່ງທ່ອງທ່ຽວວັດທະນະທໍາບູຮານ ຫຼືວ່າ ແຫຼ່ງທ່ອງທ່ຽວທໍາມະຊາດ.

ໃນອະນາຄົດ, ການເຊື່ອມຕໍ່ທາງລົດໄຟຂ້າມຊາດລາວ-ໄທຈະດໍາເນີນໄປຕາມເປົ້າໝາຍທີ່ສອດຜ່ານຕະຫຼອດທາງລົດໄຟຄວາມໄວສູງຢ່າງຕໍ່ເນື່ອງ. ໃນນັ້ນ, ການກໍ່ສ້າງຂອງທາງລົດໄຟຈີນ-ໄທເປັນຂອດສຳຄັນ. ເມື່ອບໍ່ດົນມານີ້, ກອງປະຊຸມຄະນະກໍາມະການຮ່ວມມືທາງລົດໄຟຈີນ-ໄທຄັ້ງທີ31 ໄດ້ຈັດຂຶ້ນຢູ່ທີ່ນະຄອນຫຼວງປັກກິ່ງ. ໃນໄລຍະກອງປະຊຸມ, ສອງຝ່າຍໄດ້ຕິດຕາມຄວາມຄືບໜ້າຂອງການກໍ່ສ້າງໂຄງການໄລຍະທີ 1 ແລະຢັ້ງຢືນແຜນການໂຄງການໄລຍະທີ 2, ພ້ອມທັງຮ່ວມກັນປຶກສາຫາລືໂຄງການໜອງຄາຍປະເທດໄທຫານະຄອນຫຼວງວຽງຈັນ, ຝ່າຍໄທກ່າວວ່າ, ໄລຍະທີ 2 ຂອງທາງລົດໄຟຈີນ-ໄທຄາດວ່າຈະເລີ່ມການກໍ່ສ້າງໃນປີ 2025, ແລະ ສໍາເລັດການກໍ່ສ້າງໃນປີ 2030.

ການຮ່ວມມືສ້າງທາງລົດໄຟຈີນ-ໄທມີການດຳເນີນໄປທາງໜ້າຢ່າງຕໍ່ເນື່ອງ ແລະ ໝັ້ນຄົງ, ຈະຊ່ວຍເຫຼືອໃຫ້ແກ່ພາກພື້ນມີການເຊື່ອມໂຍງເຊື່ອມຈອດກັນໃນອີກກ້າວໜຶ່ງ, ແລະຊຸກຍູ້ໃຫ້ແກ່ການກໍ່ສ້າງທາງລົດໄຟທົ່ວອາຊີມີການບຸກທະລຸ. ຫຼັງຈາກທາງລົດໄຟຈີນ-ໄທ ແລະ ທາງລົດໄຟລາວ-ຈີນເຊື່ອມຈອດກັນແລ້ວ, ຈະຊຸກຍູ້ສ້າງເປັນເຄືອຂ່າຍຄົມມະນາຄົມທາງລົດໄຟຄວາມໄວສູງຂ້າມຊາດຈີນ-ລາວ-ໄທ, ແລະ ອໍານວຍກໍາລັງຊຸກດັນອັນແຂງແຮງໃຫ້ແກ່ການຮ່ວມກັນກໍ່ສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ແລະ ການພັດທະນາເສດຖະກິດໃນພາກພື້ນໃຫ້ຮຸ່ງເຮືອງ. ການເຊື່ອມຈອດກັນຂອງເຄືອຂ່າຍຄົມມະນາຄົມທາງລົດໄຟຄວາມໄວສູງຂ້າມຊາດຈີນ-ລາວ-ໄທ, ຈະສາມາດອໍານວຍການບໍລິການໃຫ້ແກ່ປະເທດທີ່ຮ່ວມກັນສ້າງ “ໜຶ່ງແລວ ໜຶ່ງເສັ້ນທາງ” ທີ່ກ່ຽວຂ້ອງໃນພາກພື້ນອາຊຽນ ແລະ ຕົວເມືອງຕົ້ນຕໍໃນ 31 ແຂວງ(ລວມທັງເຂດປົກຄອງຕົນເອງ, ນະຄອນ)ຂອງປະເທດຈີນ, ຂະຫຍາຍການໄປມາຫາສູ່ກັນຂອງຈີນກັບອາຊຽນ, ເພີ່ມທະວີກໍາລັງແຮງທີ່ມີຊີວິດຊີວາອັນໃໝ່ເຂົ້າໃນປະຊາຄົມຮ່ວມຊາຕາກໍາຂອງຈີນແລະ ອາຊຽນ. ພ້ອມດຽວກັນນັ້ນ, ການເຊື່ອມໂຍງເຊື່ອມຈອດກັນຂອງຈີນ-ລາວ-ໄທ ຍັງຈະນໍາເອົາໂອກາດໃໝ່ໃຫ້ແກ່ການສ້າງສາຊ່ອງທາງໃໝ່ທາງບົກ-ທາງທະເລພາກຕາເວັນຕົກ,ນໍາເອົາຄວາມອາດສາມາດການຮ່ວມມືອັນໃໝ່ໃຫ້ແກ່ເສັ້ນທາງຂົນສົ່ງຕະຫຼອດທາງລົດໄຟທີ່ເຊື່ອມຕໍ່ຈີນ, ລາວ, ໄທໄປເຖິງມາເລເຊຍ.

ວາລະສານຈໍາປາ | ທາງລົດໄຟຈີນ-ລາວ-ໄທ ເພີ່ມເຕີມການເຊື່ອມໂຍງເຊື່ອມຈອດຂອງພາກພື້ນ