ວາລະສານຈໍາປາ | ຄວາມຊາບຊື້ນກ່ຽວກັບເມືອງຊາຍແດນ
ນີ້ແມ່ນຄັ້ງທໍາອິດທີ່ຂ້ອຍໄດ້ມາຢາມເມືອງຫຼ້າ, ກິ່ງແຂວງປົກຄອງຕົນເອງເຜົ່າໄທລື້ສິບສອງພັນນາ, ຈິດໃຈຂ້ອຍເຕັມໄປດ້ວຍຄວາມຢາກຮູ້ຢາກເຫັນກ່ຽວກັບເມືອງຊາຍແດນນ້ອຍໆແຫ່ງນີ້, ໃນເວລາບໍ່ເທົ່າໃດມື້, ສິ່ງທີ່ຂ້ອຍສໍາຜັດໄດ້ສ່ວນຫຼາຍແມ່ນຄວາມປະທັບໃຈ ແລະ ຄວາມສຸກ.
ໃນຕອນທີ່ໄປເລາະຕະຫຼາດນັດຢູ່ ບ້ານມານເລ, ຂ້ອຍໄດ້ຊິມອາຫານພື້ນເມືອງຂອງເຜົ່າໄທລື້ໃນປະເທດຈີນ, ເຊິ່ງການປຸງແຕ່ງ, ວັດຖຸດິບ ແລະ ລົດຊາດຄ້າຍຄືກັບອາຫານລາວຫຼາຍ. ຂ້ອຍຍັງສາມາດໃຊ້ພາສາລາວສື່ສານກັບປະຊາຊົນທ້ອງຖິ່ນ, ຮູ້ສຶກໃກ້ຊິດຫຼາຍ ແລະ ໃຫ້ຄວາມຮູ້ສຶກຄືກັບຢູ່ເຮືອນ.
ຢູ່ໂຮງຮຽນວິຊາຊີບເມືອງຫຼ້າ, ຂ້ອຍໄດ້ພົບກັບນັກຮຽນລາວຫຼາຍຄົນ. ຂ້ອຍເອງກໍເຄີຍເປັນນັກຮຽນຕ່າງປະເທດ ແລະ ຮູ້ດີເຖິງຄວາມຍາກລໍາບາກໃນການຮຽນ ແລະ ການໃຊ້ຊີວິດໃນຕ່າງແດນ. ແຕ່ຢູ່ນີ້, ຂ້ອຍເຫັນຮອຍຍິ້ມເທິງໃບໜ້າຂອງພວກເຂົາທຸກຄົນ, ພວກເຂົາຮໍ່າຮຽນ ແລະ ຢອກລໍ້ກັນຢ່າງມ່ວນຊື່ນປານວ່າແມ່ນຄົນໃນຄອບຄົວດຽວກັນ, ໂດຍສະເພາະແມ່ນຕອນທີ່ໄດ້ຍິນພວກນັກຮຽນຮ້ອງເພງຈີນຢູ່ເດີ່ນກິລາ, ຮູ້ສຶກອົບອຸ່ນຫຼາຍ.
ຢູ່ໂຮງໝໍປະຊາຊົນເມືອງຫຼ້າ, ຂ້ອຍໄດ້ພົບກັບທ່ານໝໍທີ່ມີຄວາມສາມາດທ່ານໜຶ່ງ, ລາວເວົ້າພາສາລາວໄດ້ຢ່າງຫຼ່ຽນໄຫຼ ແລະ ໄດ້ຊ່ວຍເຫຼືອຜູ້ປ່ວຍຄົນລາວທີ່ມາປິ່ນປົວຢູ່ໂຮງໝໍແຫ່ງນີ້. ນອກຈາກຈະມີເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝແລ້ວ, ຍັງມີຜູ້ແປນາຍພາສາ ແລະທ່ານໝໍທີ່ຊ່ວຍເບິ່ງແຍງຮັກສາສຸຂະພາບຂອງປະຊາຊົນໃນເຂດຊາຍແດນລາວ-ຈີນອີກດ້ວຍ. ດ້ວຍວ່າຂ້ອຍເອງກໍຮຽນຈົບແພດ, ການເດີນທາງຄັ້ງນີ້ຂ້ອຍໄດ້ເກັບກ່ຽວປະສົບການຫຼາຍຢ່າງ ແລະ ໄດ້ສໍາຜັດກັບຄວາມອຸ່ນໃຈ ແລະ ຄວາມສຸກຂອງປະຊາຊົນໃນເຂດຊາຍແດນລາວ-ຈີນ.