ວາລະສານຈໍາປາ | ສ້າງສາບ້ານຊາຍແດນຜາສຸກ ແລະ ທັນສະໄໝ
ນັບຕັ້ງແຕ່ເດືອນ ພະຈິກ 2021 ເປັນຕົ້ນມາ, ແຂວງຢຸນນານ ໄດ້ສົ່ງເສີມການກໍ່ສ້າງ ບ້ານຊາຍແດນຜາສຸກ ແລະທັນສະໄໝ ຢ່າງລົງເລິກ ແລະ ຮອບດ້ານໃນ 374 ບ້ານ (ເຂດຊຸມຊົນ) ໃນທົ່ວແຂວງ, ໂດຍປິ່ນອ້ອມເປົ້າໝາຍ “ ພື້ນຖານໝັ້ນຄົງ, ອຸດສາຫະກໍາຮຸ່ງເຮືອງ, ສະພາບແວດລ້ອມສວຍງາມ, ຊີວິດທີ່ດີ, ຊາຍແດນມີສະຖຽນລະພາບ, ການກໍ່ສ້າງຜັກໃຫ້ເຂັ້ມແຂງ”.
ມາຮອດທ້າຍປີ 2023, ແຂວງຢຸນນານ ໄດ້ຈັດສັນງົບປະມານສໍາລັບໂຄງການກໍ່ສ້າງພິເສດຈໍານວນ 13,8 ຕື້ຢວນ ແລະ ໄດ້ຈັດຕັ້ງປະຕິບັດໂຄງການກໍ່ສ້າງ 13.423 ໂຄງການ, ເຊິ່ງໂຄງການຕ່າງໆໄດ້ບັນລຸຕາມຄາດໝາຍຢ່າງຮອບດ້ານ ແລະ ໄດ້ມາດຕະຖານ, ຄວາມເພິ່ງພໍໃຈຂອງປະຊາຊົນສູງເຖິງ 99,48%, ບ້ານຊາຍແດນໃນທົ່ວແຂວງຖືກກໍ່ສ້າງເປັນຕົ້ນແບບໃນການສ້າງຄວາມຮັ່ງມີທີ່ຊາຍແດນ, ຕົວແບບໃນການຮັກສາສະຖຽນລະພາບທີ່ຊາຍແດນ ແລະ ເປັນດ່ານໜ້າໃນການປ້ອງກັນຊາຍແດນ.
ພື້ນຖານໂຄງລ່າງ ແລະ ການບໍລິການສາທາລະນະໄດ້ຮັບການປັບປຸງຢ່າງຕໍ່ເນື່ອງ
ຄວາມໝັ້ນຄົງໃນການຈ່າຍໄຟຟ້າແກ່ບ້ານທີ່ຢູ່ລຽບຕາມຊາຍແດນສູງເຖິງ 99,8%, ສັນຍານອິນເຕີເນັດ 5G ກວມ100%, 3.824 ບ້ານທີ່ຢູ່ພາຍໃຕ້ອໍານາດການປົກຄອງຂັ້ນໝູ່ບ້ານມີຖະໜົນເບຕົງອອກສູ່ທາງໃຫຍ່ກວມ 100%, ການເຂົ້າເຖິງນໍ້າປະປາໃນເຂດຊົນນະບົດກວມຫຼາຍກວ່າ 90%,ມີແພດປະຈໍາບ້ານ 737 ຄົນ, ອັດຕາການເຂົ້າຮຽນຂອງເດັກທີ່ຮອດເກນອາຍຸ ແລະ ການສຶກສາທາງໄກບັນລຸ 100%,ການສະໜອງອຸປະກອນອອກກໍາລັງກາຍໃຫ້ບັນດາບ້ານກວມ 100%.
ເສດຖະກິດສະຫະກອນບ້ານເຕີບໃຫຍ່ຢ່າງຕໍ່ເນື່ອງ
ໝູ່ບ້ານທີ່ຢູ່ລຽບຕາມຊາຍແດນຕ່າງກໍໄດ້ສ້າງອຸດສາຫະກໍາຕົ້ນຕໍຂອງຕົນເອງ ແລະ ໄດ້ສ້າງຕັ້ງສະຫະກອນດ້ານກະສິກໍາຈໍານວນ 944 ຫົວໜ່ວຍ, ເຊິ່ງການດໍາເນີນທຸລະກິດແບບລວມໝູ່ຂອງໝູ່ບ້ານໄດ້ສ້າງລາຍຮັບຕໍ່ປີຫຼາຍກ່ວາວ່າ100.000 ຢວນ.
ລາຍຮັບຂອງປະຊາຊົນເພີ່ມຂຶ້ນຢ່າງຕໍ່ເນື່ອງ
ລາຍຮັບສຸດທິຕໍ່ຫົວຄົນຂອງປະຊາຊົນໃນເຂດຊົນນະບົດລຽບຕາມຊາຍແດນສູງເຖິງ 20.631 ຢວນ, ເຊິ່ງສູງກວ່າຄ່າສະເລ່ຍຂອງເຂດຊົນນະບົດໃນທົ່ວແຂວງ 4.270 ຢວນ.ຈໍານວນຄົນທີ່ກັບຄືນມາເພື່ອເຮັດທຸລະກິດຫຼື ສ້າງສາບ້ານເກີດໄດ້ເພີ່ມສູງຂຶ້ນ, ຈໍານວນປະຊາກອນຖາວອນຂອງໝູ່ບ້ານທີ່ລຽບຕາມຊາຍແດນເພີ່ມຂຶ້ນ 16.000 ຄົນເມື່ອທຽບກັບປີ 2019.
ພາບພົດຂອງບ້ານຊາຍແດນໄດ້ຮັບການຍົກລະດັບຢ່າງຕໍ່ເນື່ອງ
ການບໍາບັດຂີ້ເຫຍື້ອໃນຊີວິດປະຈຳວັນຂອງໝູ່ບ້ານທີ່ຢູ່ລຽບຕາມຊາຍແດນປະຕິບັດໄດ້ 86%, ການບໍາບັດນໍ້າເສຍປະຕິບັດໄດ້ 50%, ຫ້ອງນໍ້າທີ່ສະອາດໄດ້ກວມ 90%.
ອົງການພັກຂັ້ນຮາກຖານນັບມື້ນັບເຂັ້ມແຂງຂຶ້ນ
ການກໍ່ສ້າງອົງການພັກຂັ້ນຮາກຖານໃນໝູ່ບ້ານທີ່ລຽບຕາມຊາຍແດນໃຫ້ເປັນລະບົບລະບຽບ ແລະ ໄດ້ມາດຖານໄດ້ບັນລຸຄາດໝາຍຢ່າງສໍາເລັດ ແລະ ອັດຕາການບໍລິການສາທາລະນະຂັ້ນພື້ນຖານຂອງສູນບໍລິການພັກ-ປະຊາຊົນໄດ້ກວມ 100%.