ວາລະສານຈໍາປາ | ຜູ້ພິທັກເມືອງນ້ອຍທີ່ຢູ່ເໜືອສຸດຂອງໂລກ
ເມືອງນ້ອຍທີ່ມີຊື່ວ່າ ນີອາເລຊັນ (Ny-Ålesund) ຕັ້ງຢູ່ໃນກຸ່ມດອນສະວໍບາດ (Svalbard), ປະເທດນອກແວ (Norway), ຢູ່ເສັ້ນຂະໜານທີ 79 ອົງສາເໜືອ, ມັນເປັນຖິ່ນອາໄສຂອງມະນຸດທີ່ຢູ່ເໜືອສຸດຂອງໂລກ, ເນື່ອງຈາກຢູ່ໃນເສັ້ນຂະໜານທີ່ສູງຫຼາຍ ແລະ ມີລະບົບນິເວດທາງທໍລະນີທີ່ອຸດົມສົມບູນ ມັນຈຶ່ງຖືກນັກວິທະຍາສາດຂົ້ວໂລກຂະໜານນາມໃຫ້ເປັນ “ດິນແດນສັກສິດແຫ່ງການສໍາຫຼວດທາງວິທະຍາສາດ”. ໃນເດືອນ ກໍລະກົດ 2004, ສະຖານີສໍາຫຼວດວິທະຍາສາດອາກຕິກຂອງຈີນແຫ່ງທໍາອິດກໍຄື ສະຖານີຫວງເຫີ (China Arctic Yellow River Station) ໄດ້ຖືກກໍ່ຕັ້ງຂຶ້ນຢ່າງເປັນທາງການຢູ່ ນີອາເລຊັນ.
ນັບຕັ້ງແຕ່ກໍ່ຕັ້ງສະຖານີ, ສະຖານີຫວງເຫີໄດ້ສະໜັບສະໜູນການສັງເກດ ແລະ ຕິດຕາມການສໍາຫຼວດວິໄຈໃນຫຼາຍຂະແໜງວິຊາເຊັ່ນ: ວິທະຍາທານນໍ້າກ້ອນ (Glaciology), ນິເວດວິທະຍາທາງບົກ, ນິເວວິທະຍາທາງທະເລ, ຟີຊິກອາວະກາດ, ຊັ້ນບັນຍາກາດ, ຂໍ້ມູນທາງພູມສາດ ແລະອື່ນໆ. ສະຖານີຫວງເຫີໄດ້ປະກອບສ່ວນສໍາຄັນດ້ານວຽກງານວິໄຈອາກຕິກຂອງຈີນ, ພ້ອມທັງມີບົດບາດສໍາຄັນໃນການຊ່ວຍໃຫ້ນັກວິທະຍາສາດເຂົ້າໃຈອາກຕິກ, ປົກປັກຮັກສາອາກຕິກ ແລະ ໃຊ້ປະໂຫຍດຈາກອາກຕິກ.
ໃນປີ 2024 ສະຖານີຫວງເຫີໄດ້ບັນຈົບຄົບຮອບ 20 ປີ,ຕະຫຼອດ 20 ປີຜ່ານມາ ສະຖານີຫວງເຫີໄດ້ປະຈັກເຖິງຄວາມທຸ້ມເທໃນການເຮັດວຽກຂອງບັນດານັກວິໄຈ ແລະ ຄວາມກ້າຫານຂອງເຂົາເຈົ້າໃນການປະເຊີນໜ້າກັບອຸບັດເຫດທີ່ອາດເກີດຂຶ້ນ. ຍົກຕົວຢ່າງ,ການສໍາຫຼວດວິໄຈດ້ານທານນໍ້າກ້ອນ, ນັກວິໄຈຕ້ອງໄດ້ຍ່າງເປັນໄລຍະທາງ 20 ກວ່າກິໂລແມັດ, ໃຊ້ເວລາ 10 ກວ່າຊົ່ວໂມງໃນການເດີນທາງໄປຍັງຈຸດເຝົ້າສັງເກດທີ່ໄກທີ່ສຸດເພື່ອເກັບຕົວຢ່າງ; ໃນຊ່ວງລະດູຮ້ອນທີ່ກາງເວັນຍາວນານ, ດວງຕາເວັນຍັງບໍ່ລັບຂອບຟ້າເຖິງແມ່ນວ່າຈະເປັນຕອນກາງຄືນ, ເຮັດໃຫ້ທີມນັກວິໄຈລືມໄປວ່າເຂົາເຈົ້າໄດ້ເຮັດວຽກຮອດ “ກາງເດິກ” ແລ້ວ; ການປະກົດຕົວຂອງໝີຂົ້ວໂລກ, ທານນໍ້າກ້ອນແຕກແຍກ ແລະ ພາຍຸຫິມະທີ່ມາແບບກະທັນຫັນ,ລ້ວນນາບຂູ່ຄວາມປອດໄພຂອງເຂົາເຈົ້າໃນທຸກເວລາ.
ມາຮອດທ້າຍປີ 2023, ສະຖານີຫວງເຫີໄດ້ໃຫ້ການສະໜັບສະໜູນໂຄງການວິໄຈທາງວິທະຍາສາດຫຼາຍກວ່າ250 ໂຄງການ ແລະ ໄດ້ຕ້ອນຮັບນັກວິໄຈຫຼາຍກວ່າ 660 ຄົນທີ່ມາທໍາການສໍາຫຼວດທາງວິທະຍາສາດ.