ລາຍການພາສາມື | “ຫຼາກຫຼາຍສີສັນ” ໃນໝາກໄມ້ໜຶ່ງໜ່ວຍ
ໝາກອາໂວຄາໂດ (Avocado) ມີຊື່ເອີ້ນແຕ່ໃດມາວ່າ “ເນີຍປ່າ” ແລະ ຊື່ອື່ນໆ, ອຸດົມໄປດ້ວຍທາດບຳລຸງນາໆຊະນິດ. ໃນອະດີດ, ໝາກອາໂວຄາໂດຂອງຈີນ ເກືອບວ່າອາໄສການນຳເຂົ້າທັງໝົດ. ສິ່ງທີ່ບໍ່ຄ່ອຍມີຄົນຮູ້ກໍຄື, ເມືອງເມິງລຽນ (Menglian) ນະຄອນຜູເອີ (Pu'er) ແຂວງຢຸນນານ (Yunnan) ໃນປັດຈຸບັນໄດ້ກາຍເປັນເຂດທີ່ປູກໝາກອາໂວຄາໂດທີ່ມີຂະໜາດໃຫຍ່ທີ່ສຸດຂອງຈີນ.
ເນື້ອທີ່ການປູກໝາກອາໂວຄາໂດ ຂອງເມືອງເມິງລຽນ ກາຍ 7900 ເຮັກຕາ, ເນື້ອທີ່ສາມາດເກັບໝາກໄດ້ມີເຖິງ 1700 ເຮັກຕາ. ຢູ່ທີ່ນີ້ ແມ່ນຢູ່ໃນເສັ້ນຮຸ້ງດຽວກັນກັບເມັກຊິກ (Mexico) ທີ່ເປັນສະຖານທີ່ກຳເນີດໝາກອາໂວຄາໂດ, ມີແສງແດດພຽງພໍ, ນ້ຳຝົນສົມບູນ, ແລະ ມີລົມແຮງໜ້ອຍ, ບວກກັບຄວາມອຽງຊັນຂອງພູມປະເທດດິນຄາສ (karst), ເໝາະສົມຫຼາຍກັບການປູກໝາກອາໂວຄາໂຄທີ່ມີຮາກຕື້ນ ແລະ ຕ້ອງການນ້ຳຫຼາຍແຕ່ບໍ່ສາມາດເກັບສະສົມນ້ຳໄດ້, ເປັນເຂດພື້ນທີ່ຈຳນວນໜ້ອຍໃນຈີນທີ່ສາມາດຜະລິດໝາກອາໂວຄາໂດຄຸນນະພາບສູງໃນຮູບແບບຂະໜາດມາດຕະຖານໄດ້. ໝາກອາໂວຄາໂດຂອງບ່ອນນີ້ ມີລະດັບຄວາມສຸກສູງ ແລະ ກິ່ນລົດຊາດດີຫຼາຍ, ໄດ້ຮັບຄວາມນິຍົມຊົມຊອບ ຈາກຜູ້ບໍລິໂພກ, ເມືອງເມິງລຽນ ກໍໄດ້ຮັບນາມມະຍົດວ່າ “ເມືອງແຫ່ງໝາກອາໂວຄາໂດຈີນ” ຈາກເຫດຜົນນີ້.
ໃນລະດູໃບໄມ້ຫຼົ່ນ, ລະດູເກັບກ່ຽວໝາກອາໂວຄາໂດ ທີ່ອຸດົມສົມບູນ ກໍໄດ້ມາເຖິງ. ໃນສວນໝາກໄມ້ທີ່ມີເນື້ອທີ່ຫຼາຍພັນເຮັກຕາ, ໝາກອາໂວຄາໂດ ທີ່ອວບໆມົນໆ ແຕ່ລະໜ່ວຍທີ່ຫ້ອຍຢູ່ນັ້ນ ຄືກັບມໍລະກົດ, ສ່ອງແສງຢ່າງດຶງດູດໃຈຄົນ ພາຍໃຕ້ແສງທີ່ສ່ອງຈາກແສງແດດ. ຊາວສວນໝາກໄມ້ທີ່ນຸ່ງຊຸດຊົນເຜົ່າທີ່ງົດງາມມີສີສັນ, ໃນມືຖືກະຕ່າໄມ້ໄຜ່ ຫຼື ຖົງຜ້າ, ໄປໆມາໆລະຫວ່າງຕົ້ນໝາກໄມ້, ເດັດໝາກໄມ້ທີ່ໜັກໆລົງມາດ້ວຍຄວາມລະມັດລະວັງ, ໃບໜ້າເຕັມໄປດ້ວຍຮອຍຍິ້ມຂອງຄວາມພໍໃຈ.
ໝາກອາໂວຄາໂດ ທີ່ເດັດລົງມາ ຕ້ອງຜ່ານການຊັ່ງນ້ຳໜັກຢ່າງເຂັ້ມງວດ, ເພື່ອຮັບປະກັນວ່າ ພວກມັນບັນລຸມາດຕະຖານນ້ຳໜັກຂອງຕະຫຼາດ, ຫຼັງຈາກນັ້ນ ກໍສົ່ງໄປຍັງໂຮງງານປຸງແຕ່ງທີ່ຢູ່ໃກ້ຄຽງ ເພື່ອລ້າງໃຫ້ສະອາດ ແລະ ບັນຈຸ. ໝາກອາໂວຄາໂດ ທີ່ບັນຈຸດ້ວຍຄວາມໃສ່ໃຈແຕ່ລະກ່ອງ ຫຼັງຈາກທີ່ຜ່ານການປຸງແຕ່ງແລ້ວ, ກໍຖືກບັນທຸກໃສ່ລົດແຊ່ເຢັນ, ສົ່ງໄປຍັງຊູເບີມາເກັດ ແລະ ຕະຫຼາດຜັກໝາກໄມ້ໃນສະຖານທີ່ຕ່າງໆ.
ຄຽງຄູ່ກັບຄື້ນກະແສຂອງອິນເຕີເນັດ, ໝາກອາໂວຄາໂດຂອງເມືອງເມິງລຽນ ກໍທັນຂຶ້ນລົດດ່ວນຂອງການຖ່າຍທອດສົດເທິງອິນເຕີເນັດ, ພ້ອມດຽວກັນນັ້ນ, ຜ່ານງານວາງສະແດງສິນຄ້າ, ງານວາງສະແດງສິນຄ້າກະສິກຳ ແລະ ກິດຈະກຳອື່ນໆ, ໄດ້ຈໍາໜ່າຍຢູ່ທາງ ອອນລາຍ (online) ແລະ ອອຟລາຍ (offline), ບໍ່ພຽງແຕ່ໄດ້ຂະຫຍາຍຊ່ອງທາງການຈຳໜ່າຍ, ຍັງໄດ້ນຳພາການພັດທະນາເສດຖະກິດທ້ອງຖິ່ນ, ນຳເອົາລາຍຮັບອັນແທ້ຈິງມາສູ່ຊາວກະສິກອນ.
ຢູ່ເມືອງເມິງລຽນ, ໝາກອາໂວຄາໂດ ມີວິທີການກິນທີ່ຫຼາກຫຼາຍ: ເອົາໝາກອາໂຄຄາໂດຊອຍເປັນແຜ່ນບາງໆ, ແລ້ວຈຸ່ມລົງໃນແຈ່ວວາຊາບິ (Wasabi), ລົດຊາດທີ່ເຜັດເລັກນ້ອຍ ແລະ ລົດຊາດເນື້ອໝາກອາໂວຄາໂດທີ່ນຽນລະອຽດປະສານກັນໃນປາກ, ນຳມາສູ່ການປະທະກັນດ້ານລົດຊາດທີ່ບໍ່ເຄີຍມີມາກ່ອນ, ນີ້ກໍແມ່ນສະເໜ່ອັນເປັນເອກະລັກຂອງອາໂວຄາໂດຊອຍແຜ່ນຈຸ່ມວາຊາບິ; ສ່ວນຊານົມອາໂວຄາໂດ, ກໍພັດແມ່ນການບົດອາໂວຄາໂອໃຫ້ລະອຽດ, ແລ້ວຕື່ມລົງໄປໃນຊານົມທີ່ມີປະລິມານເໝາະສົມ, ແລ້ວໂຮຍຖົ່ວເປືອກແຂງທີ່ບົດແລ້ວ ຫຼື ເສັ້ນໝາກພ້າວຂູດ ເປັນໂຕປະດັບ, ຄວາມສົດໃໝ່ຂອງໝາກອາໂວຄາໂດ ແລະ ຄວາມຫອມທີ່ເຂັ້ມຂຸ້ນຂອງຊານົມເປັນການປະສົມປະສານກັນທີ່ສົມບູນແບບຍິ່ງຂຶ້ນ; ກາເຟອາໂວຄາໂດ, ແມ່ນການປະສົມປະສານກັນຂອງໝາກອາໂວຄາໂດບົດ ແລະ ກາເຟທີ່ເຂັ້ມຂຸ້ນ, ບໍ່ພຽງແຕ່ຄົງຮັກສາຄວາມຫອມເຂັ້ມຂຸ້ນຂອງກາເຟ, ຍັງເພີ່ມຄວາມຫອມສົດຊື່ນ ແລະ ຄວາມນຽນລະອຽດຂອງໝາກອາໂວຄາໂດ, ເຮັດໃຫ້ ໄດ້ກິນດື່ມຢ່າງແຊບຊ້ອຍ.
ປີ 2024. ລະດູການຜະລິດ ໝາກອາໂວຄາໂດຂອງເມືອງເມິງລຽນ ຄາດການວ່າຈະສາມາດເກັບກ່ຽວໝາກໄມ້ສົດໄດ້ 1,95 ໝື່ນໂຕນ, ຄາດວ່າຈະສາມາດບັນລຸມູນຄ່າການຜະລິດທາງກະສິກຳໄດ້ 680 ລ້ານຢວນ.