ຄວາມຫຼົງໄຫຼຂອງໄວໜຸ່ມຕ່າງປະເທດ ຕໍ່ກັບຢາສະໝຸນໄພຢຸນນານ
ແຂວງຢຸນນານມີຊັບພະຍາກອນຢາສະໝຸນໄພຈີນທີ່ອຸດົມສົມບູນ, ຖືກເອີ້ນວ່າເປັນ “ຄັງຢາສະໝຸນໄພ” ຂອງຈີນ ຊຶ່ງຈຳນວນປະເພດຢາສະໝຸນໄພທີ່ຖືກຄົ້ນພົບຢູ່ແຂວງຢຸນນານ ຖືກຈັດຢູ່ອັນດັບໜຶ່ງຂອງຈີນ. ປັດຈຸບັນ, ເມື່ອເວົ້າເຖິງ “ຢາສະໝຸນໄພຢຸນນານ” ໃຜໆກໍຮູ້ແລ້ວວ່າ ມັນເປັນຢາສະໝຸນໄພຈີນທີ່ຜະລິດຢູ່ແຂວງຢຸນນານ, ອຸດສາຫະກຳຢາສະໝຸນໄພຢຸນນານ ກໍແມ່ນໜຶ່ງໃນອຸດສາຫະກຳເສົາຄ້ຳຂອງແຂວງຢຸນນານ. ໃນສະບັບນີ້, ພວກເຮົາມາຮັບຮູ້ເລື່ອງລາວກ່ຽວກັບນັກສຶກສາຕ່າງປະເທດ ທີ່ຮຽນຢູ່ແຂວງຢຸນນານ ທີ່ມີສາຍເນນ ຫຼື ຄວາມຫຼົງໄຫຼ ກັບ “ຢາສະໝຸນໄພຢຸນນານ” ແລະ ແພດແຜນຢາຈີນ.
“ຢາສະໝຸນໄພຢຸນນານ ເຮັດໃຫ້ຊີວິດຂອງຂ້ອຍມີສີສັນຫຼາຍກວ່າເກົ່າ”
ນາງ ເມີງທິງລີ ເປັນຄົນລາວ ແຕ່ພໍ່ຂອງນາງເປັນຄົນຈີນ ແລະ ເປັນທ່ານໝໍແພດແຜນຢາຈີນ. ຕອນຍັງນ້ອຍ, ທຸກຄັ້ງທີ່ພໍ່ຂອງນາງເອົາຢາສະໝຸນໄພໄປຕາກແຫ້ງ ກໍຈະສອນວິທີຈໍາແນກວັດຖຸດິບ ຂອງຢາສະໝຸນໄພແຕ່ລະຊະນິດໃຫ້ນາງ, ພ້ອມທັງສອນວິທີຈື່ຊື່ຂອງຢາສະໝຸນໄພ ໂດຍຜ່ານບົດກະວີໃຫ້ນາງ, ເຊັ່ນ “ເຖິງຈະຫັກແລ້ວກໍຕາມ, ແຕ່ສາຍໃຍຫົວບົວຍັງບໍ່ຂາດ, ຢາທີ່ບັນເທົາລະບາຍຄວາມອຸກອັ່ງໃຈຕ້ອງແມ່ນຕົ້ນຕັ່ງກ່ວຍ”... ສໍາລັບຄໍາກາບກອນຈີີນບູຮານເຫຼົ່ານີ້, ນາງສາມາດເລົ່າໄດ້ ຕັ້ງແຕ່ນ້ອຍ. ໃນໃຈຂອງນາງ, ຢາສະໝຸນໄພຈີນ ບໍ່ພຽງແຕ່ເປັນຢາສະໝຸນໄພເທົ່ານັ້ນ, ຫາກຍັງເປັນສິ່ງມີຊີວິດທີ່ສວຍງາມ.
ສໍາລັບ ນາງ ເມີງທິງລີ ແລ້ວ, ໃນບັນດາຢາສະໝຸນໄພຈີນນັ້ນ ຕັ່ງກ່ວຍ (Danggui, Angelica sinensis) ເຮັດໃຫ້ນາງມີຄວາມປະທັບໃຈຫຼາຍທີ່ສຸດ. ພາຍຫຼັງມາສຶກສາຮໍ່າຮຽນແພດແຜນຢາຈີນຢູ່ແຂວງຢຸນນານແລ້ວ, ນາງໄດ້ຮຽນຮູ້ວ່າຕັ່ງກ່ວຍ ມີປະຫວັດອັນຍາວນານ ແລະ ມີຜົນດີຕໍ່ການກັນເລືອດອອກ, ປັບຮໍໂມນເພື່ອປັບໃຫ້ປະຈຳເດືອນມາປົກກະຕິ ແລະ ບັນເທົາຄວາມເຈັບປວດ. ຕັ່ງກ່ວຍ ມີຖິ່ນກຳເນີດຢູ່ພາກຕາເວັນຕົກສ່ຽງເໜືອຂອງຈີນ ແລະ ໄດ້ນຳມາປູກຢູ່ແຂວງຢຸນນານເປັນເວລາຫຼາຍກວ່າ 200 ປີແລ້ວ, ປັດຈຸບັນ, ຜົນຜະລິດຕັ່ງກ່ວຍດິບຕໍ່ມູ້ (ຫົວໜ່ວຍວັດແທກຂອງຈີນ, 1 ມູ້ມີປະມານ 667 ຕາແມັດ) ສູງສຸດມີປະມານ 1.000 - 1.200 ກິໂລ.
ຢູ່ຖານປູກຕັ່ງກ່ວຍ ແຫ່ງໜຶ່ງຂອງເມືອງດົງຊວນ (Dongchuan) ແຂວງຢຸນນານ, ນາງ ເມີງທິງລີ ໄດ້ເຫັນເນື້ອທີ່ການປູກຕັ່ງກ່ວຍ ຢ່າງກວ້າງຂວາງ. ນາງກ່າວວ່າ ຕັ່ງກ່ວຍ ເປັນຢາສະໝຸນໄພທີ່ດີ ສໍາລັບການບໍາລຸງຮ່າງກາຍ, ຫຼັງຈາກໄດ້ຕາກແຫ້ງ ແລະ ປຸງແຕ່ງແລ້ວ, ກຳມັນຕະພາບ (Active ingredient) ຂອງຕັ່ງກ່ວຍ ຖືກກະຕຸ້ນອອກເປັນຢ່າງດີ ແລະ ສາມາດບໍາລຸງເລືອດໄດ້ດີກວ່າເກົ່າ.、
ນາງ ເມີງທິງລີ ກ່າວວ່າ: ໃນບັນດາວັດທະນະທໍາພື້ນເມືອງຂອງຈີນ, ສິ່ງທີ່ດຶງດູດຂ້ອຍຫຼາຍທີ່ສຸດກໍແມ່ນແພດແຜນຢາຈີນ ແລະ ບົດກະວີຂອງຈີນ, ກາບກອນທີ່ກ່ຽວກັບຢາສະໝຸນໄພ ມີມົນສະເໜ່ຫຼາຍທີ່ສຸດເລີຍ. ກໍແມ່ນມົນສະເໜ່ທີ່ເລິກລັບ ແລະ ເລິກເຊິ່ງດັ່ງກ່າວ, ໄດ້ດຶງດູດ ນາງ ເມີງທິງລີ ເດີນທາງມາຮອດແຂວງຢຸນນານ ເພື່ອສຶກສາຮໍ່າຮຽນແພດແຜນຢາຈີນ ທີ່ຕົນມັກ, ສິ່ງເຫຼົ່ານີ້ເຮັດໃຫ້ຊີວິດຂອງນາງມີຄວາມອຸດົມສົມບູນ ແລະ ມີສີສັນຫຼາຍຍິ່ງຂຶ້ນ.
ເສັ້ນທາງການຮຽນແພດແຜນຢາຈີນຂອງນ້ອງຊາຍ “ຫອມລາບ”
ທ້າວ ລູເວີນຮ້າວ ມາຈາກແຂວງດຽນບຽນ ປະເທດຫວຽດນາມ, ລາວມີຄວາມສົນໃຈຕໍ່ວັດທະນະທໍາຈີນ ແລະ ມັກແພດແຜນຢາຈີນເປັນຢ່າງຍິ່ງ, ພາຍຫຼັງຮຽນຈົບຈາກມັດທະຍົມປາຍແລ້ວ, ລາວກໍໄດ້ເດີນທາງມາຮຽນສີມືຝັງເຂັມ ແລະ ນວດ ຢູ່ມະຫາວິທະຍາໄລແພດແຜນຢາພື້ນເມືອງຈີນຢຸນນານ (Yunnan University of Chinese Medicine).
ທ້າວລູເວີນຮ້າວ ໄດ້ດຳລົງຊີວິດຢູ່ຈີນ ແລະ ຫ່າງໄກຈາກບ້ານເກີດເມືອງນອນຂອງຕົນ, ລາວໄດ້ເອົາແຜ່ນຕິດແກ້ອັກເສບກາເສືອຂາວ ຕິດໂຕສະເໝີ (ເປັນໜຶ່ງໃນ 3 ສົມບັດທີ່ດີຂອງຫວຽດນາມ, ສາມາດປິ່ນປົວອາການເຈັບຫຼັງປວດແອວ, ອັກເສບເອັນ ຍ້ອນລົ້ມ, ກ້າມຊີ້ນເມື່ອຍ ແລະ ເຈັບເສັ້ນເຈັບເອັນ). ລາວກ່າວວ່າ: ຢາຊະນິດນີ້ໃຊ້ໃນເວລາເຈັບປວດ, ເອົາມັນມາທາໃສ່ບ່ອນເຈັບ ແລະ ນວດໄປພ້ອມ.”
ທ້າວລູເວີນຮ້າວ ກ່າວວ່າ: “ກ່ອນໜ້ານີ້ ຂ້ອຍບໍ່ຄ່ອຍສົນໃຈຕໍ່ກັບສ່ວນປະກອບຂອງແຜ່ນຕິດແກ້ອັກເສບກາເສືອຂາວປານໃດ, ພຽງແຕ່ຮູ້ວ່າກິ່ນຂອງມັນສົດຊື່ນ, ຄືກັນກັບຜັກຫອມລາບທີ່ຂ້ອຍເຄີຍກິນ. ຫຼັງຈາກຮຽນຮູ້ດ້ານແພດແຜນຢາຈີນແລ້ວ, ຂ້ອຍໄດ້ຮູ້ວ່າ ຫອມລາບສາມາດກິນເປັນອາຫານ ແລະ ໃຊ້ເປັນຢາ ໄດ້ທັງສອງ. ຢູ່ໃນແຜ່ນຕິດແກ້ອັກເສບກາເສືອຂາວ ມີໃບມິ້ນ (ສານກັ່ນຕອງຈາກໃບຫອມລາບ) ແລະ ນໍ້າມັນຫອມລາບ. ເມື່ອຕອນຍັງນ້ອຍ, ຂ້ອຍພຽງແຕ່ຮູ້ວ່າຫອມລາບສາມາດກິນໄດ້ເທົ່ານັ້ນ, ແຕ່ໃນປັດຈຸບັນ ຂ້ອຍຍັງຮູ້ວ່າມັນສາມາດເອົາມາໃຊ້ເປັນຢາໄດ້, ຂ້ອຍຄິດວ່ານີ້ແມ່ນສາຍເນນ ລະຫວ່າງ ຂ້ອຍ ກັບ ຈີນ ແລະ ແພດແຜນຢາຈີນ.
ເມື່ອເວົ້າເຖິງແຜນການໃນອະນາຄົດຂອງຕົນ, ທ້າວ ລູເວີນຮ້າວ ກ່າວວ່າ, ຈະນຳເຕັກນິກຝັງເຂັມ ແລະ ນວດ ທີ່ລາວຮຽນຢູ່ຈີນ ກັບເມືອບ້ານເກີດເມືອງນອນຂອງຕົນ ພ້ອມທັງປະສານສົມທົບກັບຢາສະໝຸນໄພຂອງທ້ອງຖິ່ນ ເພື່ອເຜີຍແຜ່ວັດທະນະທຳຈີນ. ລາວກ່າວຕື່ມວ່າ: ຕ້ອງຮູ້ບຸນຄຸນຕໍ່ທຸກສິ່ງທຸກຢ່າງໃນຊີວິດເຮົາ, ໂດຍຜ່ານແພດແຜນຢາຈີນ ຂ້ອຍສາມາດປົວພະຍາດໃຫ້ຄົນອື່ນ ແລະ ລ້ຽງຊີບຕົນໄດ້ອີກ, ນີ້ກໍຄືສິ່ງທີ່ມີບຸນວາດສະໜາແທ້ໆແມ່ນບໍ?”
ໄລ່ຫາກິ່ນຫອມຂອງກົກໜາດ
ທ້າວ ຈູຮວງລິນ, ອາຍຸ 26 ປີ, ມາຈາກອິນໂດເນເຊຍ, ຫຼັງຈາກຮຽນແພດແຜນຢາຫຼວງເປັນເວລາ 5 ປີ, ດ້ວຍຄວາມສົນໃຈ ຕໍ່ວັດທະນະທໍາແພດແຜນຢາຈີນຢ່າງສູງ, ລາວໄດ້ເດີນທາງໄກແສນໄກແລ້ວ ມາຮອດມະຫາວິທະຍາໄລແພດແຜນຢາພື້ນເມືອງຈີນຢຸນນານ, ເພື່ອຄົ້ນຄວ້າຄວາມເລິກລັບຂອງແພດແຜນຢາຈີນ. ມີຫຼາຍຄົນບໍ່ເຂົ້າໃຈ, ເລີຍຖາມ ທ້າວ ຈູຮວງລິນ ວ່າ “ຮຽນແພດແຜນຢາຫຼວງໄດ້ 5 ປີແລ້ວ, ເປັນຫຍັງເຈົ້າຈຶ່ງກັບມາຮຽນແພດແຜນຢາຈີນອີກ?”
ທ້າວຈູຮວງລິນ ຕອບດ້ວຍໃບໜ້າທີ່ຍິ້ມແຍ້ມແຈ່ມໃສວ່າ: ພໍ່ຕູ້ ແລະ ນ້າບ່າວຂອງຕົນລ້ວນແຕ່ເປັນທ່ານໝໍແພດແຜນຢາຈີນອາວຸໂສ, ຕັ້ງແຕ່ຂ້ອຍຍັງເປັນໄວເດັກ, ຂ້ອຍກໍມີຄວາມສົນໃຈຕໍ່ແພດແຜນຢາຈີນຫຼາຍ, ຄົນໃນຄອບຄົວກໍສະໜັບສະໜູນຂ້ອຍຫຼາຍ, ສະນັ້ນຂ້ອຍຈຶ່ງໄດ້ມາຮຽນແພດແຜນຢາຈີນຢູ່ມະຫາວິທະຍາໄລແພດແຜນຢາພື້ນເມືອງຈີນຢຸນນານ.
ໃນເວລາຮຽນຢູ່ຈີນ, ທ້າວ ຈູຮວງລິນ ໄດ້ພົບເຫັນວ່າ ທິດສະດີ "ທຸກສິ່ງທຸກຢ່າງສາມາດໃຊ້ເປັນຢາໄດ້" ຂອງແພດແຜນຢາຈີນ ເປັນສິ່ງທີ່ໜ້າປະທັບໃຈຫຼາຍ, ຕົວຢ່າງວ່າ ໃບໜາດ (Aicao, Mugwort) ສາມາດໃຊ້ເປັນຢາໄດ້, ທັງເປັນອາຫານໄດ້, ຍັງສາມາດໃຊ້ໃນເວລາຝັງເຂັມໄດ້ອີກ. ທ້າວ ຈູຮວງລິນ ກ່າວວ່າ: ຕາມການບັນທຶກໃນປຶ້ມ "Compendium of Materia Medica" ຂອງຈີນ, ໃບໜາດ ສາມາດບຳລຸງຮ່າງກາຍ, ຂັບໄລ່ຄວາມຊຸ່ມ ແລະ ຄວາມເຢັນໃນຮ່າງກາຍ, ການຄາຍເສັ້ນເລືອດລົມ, ການກັນເລືອດອອກ ແລະ ຮັກສາບໍ່ໃຫ້ຫຼຸລູກ. ສະນັ້ນ ໃບໜາດຖືກເຮັດເປັນກ້ານ ເພື່ອໃຊ້ສໍາລັບການຝັງເຂັມ, ດັ່ງນັ້ນມັນຖືກເອີ້ນວ່າເປັນ "ຢາສະໝຸນໄພທີ່ດີ".
ໃບໜາດໄດ້ສ້າງສິ່ງຈູງໃຈຄວາມຮັກຫອມຕໍ່ແພດແຜນຢາຈີນຂອງ ທ້າວ ຈູຮວງລິນ. ລາວ ກ່າວວ່າ: ຂ້ອຍຢາກນຳເອົາຄວາມຮູ້ດ້ານແພດແຜນຢາຈີນທີ່ຮຽນຢູ່ຈີນ ກັບເມືອອິນໂດເນເຊຍ, ເພື່ອສືບທອດໃຈແພດແຜນຢາຈີນຂອງຄອບຄົວຕົນ, ເຮັດໃຫ້ຄົນທັງຫຼາຍເຂົ້າໃຈ ແລະ ເຫັນດີນຳແພດແຜນຢາຈີນນັບມື້ນັບຫຼາຍຂຶ້ນ."
ແຫຼ່ງຂ່າວ: ບັນຊີວີແຊັດທາງການ "ວິທະຍາໄລແພດແຜນຢາພື້ນເມືອງຈີນ ຢຸນນານ" ແລະ ອື່ນໆ
ເນື່ອໃນເພີ່ມເຕີມ: ໃນປີ 2023, ເນື້ອທີ່ປູກ ຝັງ, ປະລິມານການຜະລິດ ແລະ ມູນຄ່າການຜະລິດ ດ້ານກະສິກຳຂອງຢາສະໝຸນໄພຈີນຂອງແຂວງຢຸນນານ ເປັນອັນດັບໜຶ່ງຂອງຈີນ ເປັນເວລາ 5 ປີຕິດຕໍ່ກັນ. ຍອດມູນຄ່າການຜະລິດດ້ານກະສິກຳ ຂອງຢາສະໝຸນ ໄພຈີນທີ່ມີຊື່ສຽງ ຈໍານວນ 10 ຢ່າງ ຂອງແຂວງຢຸນ ນານ ເຊັ່ນ: ໂສມສາມເຈັດ, Chonglou, ໝາກແໜ່ງ, Gastrodia elata ແລະ ຕັ່ງກ່ວຍ ເປັນຕົ້ນ ມີຫຼາຍ ກວ່າ 1 ຕື້ຢວນ.