ລາຍການພາສາມື | ຟ້ອນເສີບອາຫານນານຈ້ຽນ: ງານລ້ຽງທີ່ເລີງລະບໍາ

2024-10-14 09:08:49

 

ຢູ່ທີ່ເມືອງປົກຄອງຕົນເອງເຜົ່າຢີ ນານຈ້ຽນ (Nanjian Yi Autonomous County) ໃນກິ່ງແຂວງປົກຄອງຕົນເອງເຜົ່າປາຍ ຕ້າຫຼີ (Dali Bai Autonomous Prefecture), ແຂວງຢຸນນານ (Yunnan), ມີບົດຟ້ອນເກົ່າແກ່ທີ່ມີເອກະລັກ ກໍຄືຟ້ອນເສີບອາຫານຂອງເຜົ່າຢີ, ມັນແມ່ນທໍານຽມໃນການເສີບອາຫານຢ່າງໜຶ່ງທີ່ປະສົມປະສານບົດຟ້ອນ, ດົນຕີ ແລະ ອາຫານເຂົ້າດ້ວຍກັນ, ທັງແມ່ນບົດຟ້ອນພິທີການທີ່ໃຊ້ຕ້ອນຮັບແຂກສໍາຄັນຂອງຊາວເຜົ່າຢີ ແຫ່ງເມືອງນານຈ້ຽນ ແລະ ເອີ້ນອີກຊື່ໜຶ່ງວ່າ “ຟ້ອນຍໍອາຫານ”. ໃນປີ 2008, “ບົດຟ້ອນເສີບອາຫານຂອງເຜົ່າຢີ” ເມືອງນານຈ້ຽນ ໄດ້ຖືກບັນຈຸເຂົ້າເປັນມໍລະດົກທາງວັດທະນະທໍານາມມະທໍາແຫ່ງຊາດຈີນ ຊຸດທີ II.

ການຟ້ອນເສີບອາຫານຂອງເຜົ່າຢີມີປະຫວັດຄວາມເປັນມາທີ່ຍາວນານ, ມີຕົ້ນກໍາເນີດມາຕັ້ງແຕ່ລະບອບສັງຄົມທີ່ຜູ້ຍິງເປັນໃຫຍ່ (Matrilineality) ໃນຍຸກດຶກດໍາບັນ ແລະ ເປັນທີ່ນິຍົມໃນສະໄໝລາຊະວົງຖັງ (ຄ.ສ 618 – 907) ຂອງຈີນ, ນັກຟ້ອນໃນສະໄໝນັ້ນຈະຍໍຖາດພ້ອມທັງຟ້ອນລໍາດ້ວຍທ່າທາງທີ່ງົດງາມ, ມັນໄດ້ກາຍເປັນສາກການສະແດງທີ່ອະລັງການໃນພະລາຊະວັງ. ເມື່ອເວລາຜ່ານໄປ, ບົດຟ້ອນປະເພດນີ້ຄ່ອຍໆແຜ່ກະຈາຍສູ່ສາມັນຊົນ ແລະ ໄດ້ຝັງຮາກເລິກໃນເຂດ ນານຈ້ຽນທີ່ເປັນບ່ອນຢູ່ອາໄສຂອງເຜົ່າຢີ, ມັນກາຍເປັນໜຶ່ງໃນວັດທະນະທໍາພື້ນບ້ານທີ່ສໍາຄັນຂອງທ້ອງຖິ່ນ.

ບົດຟ້ອນເສີບອາຫານນານຈ້ຽນສາມາດແບ່ງເປັນ “ຟ້ອນເສີບອາຫານໃນງານລ້ຽງ” ແລະ “ຟ້ອນເສີບອາຫານເທິງເວທີ”, ການສະແດງຟ້ອນເສີບອາຫານໂດຍທົ່ວໄປຈະປະກອບດ້ວຍຜູ້ຟ້ອນນໍາ ແລະ ຜູ້ຍໍອາຫານ. ຜູ້ຟ້ອນນໍາຈະຮັບຜິດຊອບນໍາພາການຟ້ອນແຕ່ຕົ້ນຈົນຈົບ, ພວກເຂົາຈະຖືຜ້າຫຼາກສີສັນ ແລະ ເປັນຜູ້ເບີກທາງຢູ່ດ້ານໜ້າ; ສ່ວນຜູ້ຍໍອາຫານຈະຍໍຖາດທີ່ເຕັມໄປດ້ວຍອາຫານ ແລະ ຍ່າງນໍາຫຼັງມາຕິດໆ. ເມື່ອສຽງດົນຕີດັງຂຶ້ນ, ທັງຜູ້ຟ້ອນນໍາ ແລະ ຜູ້ຍໍອາຫານຕ່າງພາກັນເຄື່ອນໄຫວໄປຕາມຈັງຫວະທີ່ກໍານົດ, ຟ້ອນເຍາະແຍະປະສານສຽງດົນຕີ, ຟ້ອນໄປພ້ອມເສີບອາຫານໃຫ້ແຂກໄປພ້ອມ. ໃນລະຫວ່າງທີ່ຟ້ອນ, ຜູ້ຍໍອາຫານບໍ່ພຽງແຕ່ຕ້ອງປະຄັບປະຄອງຖາດອາຫານໃຫ້ໝັ້ນຄົງເທົ່ານັ້ນ, ແຕ່ຍັງຕ້ອງສະແດງລີລາດ້ວຍການແກວ່ງຕົວ, ໝູນຕົວ ແລະ ທ່າທາງອື່ນໆໄປພ້ອມ. ການສະແດງນີ້ບໍ່ພຽງແຕ່ທົດສອບກໍາລັງວັງຊາ ແລະ ທັກສະຂອງຜູ້ຍໍອາຫານເທົ່ານັ້ນ, ແຕ່ຍັງເປັນການສືບສານທໍານຽມວັດທະນະທໍາພື້ນເມືອງອີກດ້ວຍ.

ການຟ້ອນເສີບອາຫານ ນານຈ້ຽນ ບໍ່ໄດ້ເປັນພຽງແຕ່ການຟ້ອນລໍາເທົ່ານັ້ນ, ແຕ່ມັນຍັງປະສົມປະສານດົນຕີ, ກາຍະສິນ, ລວມເຖິງວັດທະນະທໍາການກິນເຂົ້າໄວ້ດ້ວຍກັນ. ໃນລະຫວ່າງການຟ້ອນເສີບອາຫານ, ນອກຈາກຈະມີການສະແດງທີ່ໜ້າຕື່ນຕາຕື່ນໃຈຂອງນັກຟ້ອນແລ້ວ, ຍັງມີການບັນເລງເຄື່ອງດົນຕີພື້ນເມືອງ ເຊັ່ນ: ຄ້ອງ, ປີ່ຊົ່ວນ້າ ແລະ ອື່ນໆ, ເຄື່ອງດົນຕີເຫຼົ່ານີ້ໄດ້ເຮັດໃຫ້ການສະແດງມີຊີວິດຊີວາຍິ່ງຂຶ້ນ. ນອກນັ້ນ, ການຟ້ອນເສີບອາຫານຍັງກ່ຽວພັນກັບວັດທະນະທໍາອາຫານທີ່ອຸດົມສົມບູນ, ການກະກຽມອາຫານ ແລະ ການຈັດວາງອາຫານລ້ວນເປັນໄປຕາມຂໍ້ກໍານົດແບບສະເພາະ,​ ອາຫານທຸກເຫຍື່ອງຕ່າງມີເນື້ອໃນຄວາມໝາຍພິເສດ, ສິ່ງນີ້ສະແດງໃຫ້ເຫັນວ່າ ຊາວເຜົ່າຢີໃຫ້ຄວາມເຄົາລົບນັບຖືອາຫານ.

ຫຼາຍປີມານີ້, ເນື່ອງມາຈາກປະເທດຈີນໄດ້ເພີ່ມທະວີການອະນຸຮັກມໍລະດົກທາງວັດທະນະທໍານາມມະທໍາ, ຈຶ່ງເຮັດໃຫ້ການຟ້ອນເສີບອາຫານ ນານຈ້ຽນ ໄດ້ຮັບການສືບທອດ ແລະ ພັດທະນາດີຂຶ້ນ. ໂຮງຮຽນໃນທ້ອງຖິ່ນໄດ້ເປີດຫຼັກສູນທີ່ກ່ຽວຂ້ອງ ແລະ ຈັດການສິດສອນການຟ້ອນເສີບອາຫານ, ເຮັດໃຫ້ໄວໜຸ່ມມີໂອກາດໄດ້ສໍາຜັດ ແລະ ສຶກສາການຟ້ອນເສີບອາຫານ. ໃນຂະນະດຽວກັນ, ເມືອງນານຈ້ຽນກໍໄດ້ຈັດກິດຈະກໍາແລກປ່ຽນດ້ານວັດທະນະທໍາຕ່າງໆ, ເພື່ອສ້າງເວທີນໍາສະເໜີສິລະປະການຟ້ອນເສີບອາຫານ. ໃນງານເທດສະການ, ງານໂຄສະນາການທ່ອງທ່ຽວ ລວມເຖິງງານກິດຈະກໍາແລກປ່ຽນວັດທະນະທໍາ, ບັນດານັກຟ້ອນຈະພາກັນແຕ່ງກາຍດ້ວຍຊຸດຊົນເຜົ່າທີ່ສວຍງາມ, ມືຍໍຖາດທີ່ເຕັມໄປດ້ວຍອາຫານເລີດລົດ, ເຂົາເຈົ້າຈະປະສົມປະສານບົດຟ້ອນ ແລະ ອາຫານເຂົ້າດ້ວຍກັງຢ່າງກົມກຽວກັນ, ເຊິ່ງນີ້ໄດ້ສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນໃນການໃຊ້ຊີວິດຂອງເຜົ່າຢີ, ພ້ອມທັງເຮັດໃຫ້ຜູ້ຄົນເຂົ້າໃຈ ແລະ ຊື່ນຊົມຮູບແບບສິລະປະທີ່ມີເອກະລັກນີ້ຫຼາຍຂຶ້ນ.

(ຂໍສະແດງຄວາມຂອບໃຈມາຍັງສູນສື່ປະສົມປະສານນານຈ້ຽນ ທີ່ໄດ້ສະໜອງວິດີໂອ ແລະ ຂໍ້ມູນ)

ແປໂດຍ: ​Yang Chunmei

ລາຍການພາສາມື | ຟ້ອນເສີບອາຫານນານຈ້ຽນ: ງານລ້ຽງທີ່ເລີງລະບໍາ