ລາຍການພາສາມື | “ສັດນຳໂຊກ” ເທິງຫຼັງຄາ

2024-10-14 09:05:46

 

ແມວປັ້ນດິນເຜົາ, ແມ່ນ ສິລະປະຫັດຖະກຳເຄື່ອງປັ້ນດິນເຜົາດັ້ງເດີມ ທີ່ເປັນເອກະລັກສະເພາະຂອງກຸ່ມປະຊາຊົນໃນຢຸນນານ, ພົບເຫັນໄດ້ຢ່າງກວ້າງຂວາງໃນ ນະຄອນຄຸນໝິງ (Kunming), ນະຄອນຢູ້ຊີ (Yuxi), ກິ່ງແຂວງປົກຄອງຕົນເອງເຜົ່າຈ້ວງ - ເຜົ່າມົ້ງ ເຫວິນຊານ (Wenshan) , ກິ່ງແຂວງປົກຄອງຕົນເອງເຜົ່າປາຍ ຕ້າຫຼີ (Dali) ແລະ ແຫ່ງອື່ນໆ, ໃນນັ້ນ ແມວປັ້ນດິນເຜົາ ຂອງເມືອງ ເຮີຊິ້ງ (Heqing) ທີ່ຂຶ້ນກັບຕ້າຫຼີ ແມ່ນມີຊື່ສຽງທີ່ສຸດ.

ແມວປັ້ນດິນເຜົາ, ເຖິງແມ່ນວ່າມີຊື່ເອີ້ນວ່າ “ແມວ”, ແຕ່ພັດແມ່ນເສືອທີ່ມີຄວາມໝາຍແຝງເປັນແມວ. ໃນກຸ່ມປະຊາຊົນຈີນ, ເສືອ ເນື່ອງຈາກມີຮ່າງກາຍທີ່ໃຫຍ່, ມີອຳນາດ ແລະ ດຸຮ້າຍ, ຈຶ່ງຖືກເອີ້ນເປັນ “ລາຊາແຫ່ງສັດປ່າ”, ແມວປັ້ນດິນເຜົາ ຂອງຢຸນນານ ກໍມາຈາກວິວັດທະນາການຂອງຮູບຮ່າງເສືອທີ່ດຸຮ້າຍ, ດັ່ງນັ້ນ ແມວປັ້ນດິນເຜົາ ຈຶ່ງມັກຖືກກຸ່ມປະຊາຊົນເອີ້ນເປັນ “ແມວເທບ” “ເສືອນຳໂຊກ” ແລະ ອື່ນໆ. ປີ 2022, ແມວປັ້ນດິນເຜົາ ຖືກບັນຈຸເຂົ້າໃນລາຍຊື່ ຕົວແທນ ມໍລະດົກວັດທະນະທຳນາມມະທໍາ ຂັ້ນແຂວງ ແຂວງຢຸນນານ.

ການສ້າງຮູບຮ່າງຂອງແມວປັ້ນດິນເຜົາ ມີຄວາມປານີດຫຼາຍ, ຕາຂອງພວກມັນທັງໃຫຍ່ ທັງມົນ, ມີທ່າທາງອຳນາດທີ່ເຕັມປ່ຽມ; ປາກອ້າກວ້າງ, ສະແດງໃຫ້ເຫັນລີ້ນທີ່ຍາວໆ ແລະ ແຂ້ວທີ່ແຫຼມໆ; ຫາງຕັ້ງຊື່ຫງາຍຂຶ້ນ, ເທິງໂຕມີເກັດ, ແຂນຂາທັງສີ່ໜາໃຫຍ່ມີພະລັງ, ລັກສະນະທ່າທາງການສະແດງອອກເໝືອນຈິງຫຼາຍ.

ຢູ່ຢຸນນານ, ເທິງຫຼັງຄາຂອງບ້ານຫຼັກ (ບ້ານທີ່ສ້າງອ້ອມເດີ່ນທັງສີ່ດ້ານ) ທີ່ເປັນບ່ອນພັກອາໄສແບບດັ້ງເດີມຈຳນວນຫຼາຍ, ເງົາຂອງແມວປັ້ນດິນເຜົາ ກາຍເປັນແຖບທິວທັດທີ່ມີສະເໜ່ອັນຮັ່ງມີໜຶ່ງທີ່ເປັນເອກະລັກ, ພວກມັນຢືນຢ່າງສະຫງ່າຜ່າເຜີຍເທິງຫຼັງຄາ, ສາຍຕາເປັ່ງປະກາຍ, ແນມເບິ່ງໄປໄກ, ປົກປັກຮັກສາບ້ານເຮືອນທຸກໆຫ້ອງຢ່າງຽບໆ, ນຳເອົາຄວາມສະຫງົບສຸກ ແລະ ໂຊກມາໃຫ້ແກ່ປະຊາຊົນຜູ້ຢູ່ອາໄສ.

ການຜະລິດແມວປັ້ນດິນເຜົາ ແມ່ນ ຫັດຖະກຳທີ່ລະອຽດປານີດຂະແໜງໜຶ່ງ. ນັບຕັ້ງແຕ່ການປຸງແຕ່ງ ດິນຕົມສຳລັບເຜົາ ທີ່ ຄັດເລືອກມາຢ່າງປານີດ ຈົນໄປຮອດ ດິນຕົມເນື້ອລະອຽດທີ່ເໝາະສົມແກ່ການຜະລິດ, ຮອດການບີບເປັນຮູບຮ່າງແມວປັ້ນດິນເຜົາ, ໄປຮອດການຕາກ ແລະ ເຜົາ, ທຸກຂັ້ນຕອນໄດ້ລວມເອົາ ແຮງກາຍແຮງໃຈ ແລະ ພູມປັນຍາຂອງຊ່າງຫັດຖະກຳ. ອຸນຫະພູມຂອງເຕົາເຜົາ ແລະ ໄລຍະເວລາຂອງການເຜົາທີ່ແຕກຕ່າງກັນ ໄດ້ສົ່ງຜົນຕໍ່ສີ ແລະ ຄຸນນະພາບຂອງພື້ນຜິວແມວປັ້ນດິນເຜົາ, ການຜະລິດແມວປັ້ນດິນເຜົາສີດຳ ພັດຕ້ອງຕື່ມຟືນ ແລະ ຫຍ້າແຫ້ງຈຳນວນຫຼາຍໃນເວລາທີ່ເຜົາ, ປິດປະຕູເຕົາເຜົາ ແລະ ປ່ອງຄວັນໄຟ, ເຮັດໃຫ້ເກີດທາດກາກບອນ ຈຳນວນຫຼາຍ, ເຮັດໃຫ້ຄວັນຖືກຮົມເຂົ້າໄປໃນດິນທີ່ຍັງບໍ່ໄດ້ເຜົາ, ກາຍເປັນເຄື່ອງປັ້ນດິນເຜົາສີດຳ.

ຢູ່ຢຸນນານ, ແມວປັ້ນດິນເຜົາ ບໍ່ພຽງແຕ່ແມ່ນເຄື່ອງປະດັບຕົບແຕ່ງອາຄານແບບດັ້ງເດີມ, ມັນຍັງໄດ້ຍ່າງເຂົ້າມາໃນຊີວິດສະໄໝປັດຈຸບັນ, ກາຍເປັນເຄື່ອງໝາຍວັດທະນະທຳ ທີ່ໄດ້ຮັບຄວາມນິຍົມປະເພດໜຶ່ງ. ນັບແຕ່ການຕົບແຕ່ງໃນຮ້ານກາເຟ, ຈົນຮອດການຈັດວາງໃນຮ້ານເຄື່ອງຫັດຖະກຳ, ເງົາຂອງແມວປັ້ນດິນເຜົາມີຢູ່ທຸກແຫ່ງ. ຢູ່ເຂດທິວທັດທ່ອງທ່ຽວຂອງຢຸນນານ, ແມວປັ້ນດິນເຜົາ ກາຍເປັນເຄື່ອງທີ່ລະນຶກ ທີ່ບັນດານັກທ່ອງທ່ຽວຕ້ອງຊື້. ແມວປັ້ນດິນເຜົາ ບໍ່ພຽງແຕ່ເປັນຕົວແທນ ເອກະລັກວັດທະນະທຳທີ່ບໍ່ແມ່ນວັດຖຸຂອງຢຸນນານ, ທັງໄດ້ບັນຈຸຄວາມຮູ້ສຶກອັນເລິກເຊິ່ງທີ່ປະຊາຊົນຢຸນນານມີຕໍ່ບ້ານເຮືອນ ແລະ ຄວາມມຸ່ງມາດປາຖະໜາຕໍ່ຊີວິດອັນດີງາມ.

(ຂໍຂອບໃຈ ສູນສື່ມວນຊົນປະສົມ ກິ່ງແຂວງຕ້າຫຼີ ໃນການສະໜອງຂໍ້ມູນປະກອບວິດີໂອ)

ຜູ້ແປ:​ Yang Chunmei

ລາຍການພາສາມື | “ສັດນຳໂຊກ” ເທິງຫຼັງຄາ