ໃນໃຈຂອງທຸກຄົນ ລ້ວນມີອາລື້ທ້າຍ ແຫ່ງໜຶ່ງ
ພູຫິມະອ້ອມຮອບທົ່ງຫຍ້າທີ່ກວ້າງສຸດສາຍຕາ, ສາຍຮຸ້ງແຂວນຢູ່ເທິງຂອບຟ້າ, ສຽງເພງຂັບຮ້ອງທ່າມກາງຝູງງົວຝູງແກະ, ຊາວກະສິກອນລ້ຽງສັດທັງໜ້າຮັກ ແລະ ມີຈິດໃຈບໍລິສຸດ...“ ອາເລີ້ທ້າຍຂອງຂ້ອຍ ( To the Wonder) ” ແມ່ນລະຄອນທີ່ດັດແປງມາຈາກລວມເລື່ອງສັ້ນໃນຊື່ດຽວກັນຂອງນັກຂຽນຈີນ ນາງ ຫຼີຈວຽນ ( Li Juan ), ໂດຍໄດ້ບອກເລົ່າເລື່ອງລາວຂອງຄອບຄົວ ນາງ ຫຼີເວີນຊິ້ວ (Li Wenxiu)ຜູ້ສາວເຜົ່າຮັ້ນທີ່ໄດ້ເປີດຮ້ານຂາຍເຄື່ອງຍ່ອຍຢູ່ໃນອາເລີ້ທ້າຍ ( Altay ), ເຂດປົກຄອງຕົນເອງຊົນເຜົ່າວິວເອີຊິນຈຽງ(Xinjiang Uygur Autonomous Region) ແລະ ເລື່ອງລາວການຢູ່ຮ່ວມກັບຊາວກະສິກອນລ້ຽງສັດເຜົ່າກາຊັກໃນທ້ອງຖິ່ນ. ທິວທັດທີ່ສວຍງາມປານແຕ້ມ, ໂຄງເລື່ອງທີ່ລຽບງ່າຍແຕ່ໜ້າສົນໃຈ, ບັນຍາກາດທີ່ອົບອຸ່ນຫົວໃຈ, ລວມທັງປັດສະຍາການໃຊ້ຊີວິດແບບເບິ່ງໂລກໃນແງ່ດີ, ໄດ້ເຮັດໃຫ້ ອາເລີ້ທ້າຍ ທີ່ເປັນດິນແດນລຶກລັບທີ່ຕັ້ງຢູ່ຊາຍແດນທາງຕາເວັນຕົກສ່ຽງເໜືອຂອງຈີນ ເຂົ້າໄປຢູ່ໃນໃຈຂອງຫຼາຍຄົນ.
ຄວາມຫ່າງໄກທີ່ໄຝ່ຫາ
ແຕ່ໃດມາ ອາເລີ້ທ້າຍ ແມ່ນສະຖານທີ່ທີ່ຍາກຈະໄປເຖິງ, ເກືອບສາມາດເອີ້ນອີກຊື່ໜຶ່ງວ່າ “ບ່ອນຫ່າງໄກ ”. ບ່ອນນີ້ແມ່ນຈຸດເໜືອສຸດຂອງເຂດປົກຄອງຕົນເອງຊົນເຜົ່າວິວເອີຊິນຈຽງ, ທິດເໜືອຕິດກັບລັດເຊຍ, ທິດຕາເວັນອອກຕິດກັບປະເທດມົງໂກນ, ທິດຕາເວັນຕົກຕິດກັບປະເທດກາຊັກສະຖານ. ປັດຈຸບັນຈາກນະຄອນກວາງໂຈ່ວ, ແຂວງກວາງຕຸ້ງ ທາງພາກຕາເວັນອອກສ່ຽງໃຕ້ຂອງຈີນໄປຍັງ ນະຄອນອາເລີ້ທ້າຍ, ເຂດປົກຄອງຕົນເອງຊົນຜົ່າວິວເອີຊິນຈຽງ ທາງພາກຕາເວັນຕົກສ່ຽງເໜືອຂອງຈີນ, ຫາກບິນກົງຈະໃຊ້ເວລາ 6 ຊົ່ວໂມງ; ບໍ່ມີລົດໄຟສາຍກົງ, ຈະຕ້ອງໄດ້ຜ່ານ ນະຄອນອູລູມູຊີ(Urumqi)ເທົ່ານັ້ນ, ເຊິ່ງຈະໃຊ້ເວລາທັງໝົດ 71 ຊົ່ວໂມງ.
ຄວາມ “ຫ່າງໄກ” ເຊັ່ນນີ້, ໄດ້ກາຍເປັນສະຖານທີ່ຜ່ອນຄາຍຈິດໃຈອັນບໍລິສຸດ ແລະ ລຽບງ່າຍທີ່ຄົນຈໍານວນນັບບໍ່ຖ້ວນໄຝ່ຫາ.
ຢູ່ອາເລີ້ທ້າຍ, ບໍ່ວ່າຈະແມ່ນຕອນເຊົ້າ ຫຼື ຕອນຄໍ່າຜູ້ຄົນຈະດຳລົງຊີວິດຮ່ວມກັບຊັບພະສິ່ງທີ່ຢູ່ບ່ອນນີ້. ທຸກຕອນເຊົ້າ, ເຈົ້າຈະຕື່ນພ້ອມກັບນົກ—ບ່ອນນີ້ເປັນໜຶ່ງໃນສອງແຫ່ງຂອງຈີນທີ່ສາມາດພົບເຫັນນົກຈາກປ່າໄທກ້າ(Taiga), ນົກຈໍານວນຫຼາຍໄດ້ອົບພະຍົບມາຢູ່ນີ້ໃນຊ່ວງລະດູຮ້ອນ, ພວກມັນກໍມັກສະພາບອາກາດຂອງ ອາເລີ້ທ້າຍ ຄືກັນກັບນັກທ່ອງທ່ຽວ. ເມື່ອຕົກກາງຄືນ, ໂຕບີເວີ້ມົງໂກນ (Castor fiber birulai ) ທີ່ຢູ່ໃນແມ່ນໍ້າອູລຸນກູ ຈະເລີ່ມອອກມເຄື່ອນໄຫວ, ພວກມັນພາກັນເກັບກິ່ງໄມ້ ແລະ ເປືອກໄມ້ຢ່າງລະແວດລະວັງ, ເພື່ອນໍາມາສ້າງຮັງ.
ເນື່ອງຈາກສາຍພູອາເລີ້ທ້າຍມີຄວາມສູງແຕກໂຕນກັນ ແລະ ຢູ່ຕິດກັບຂອບອ່າງຈຸນກາ (Junggar Basin), ຈຶ່ງເຮັດໃຫ້ ອາເລີ້ທ້າຍ ມີພູມສັນຖານທີ່ຊັບຊ້ອນ ແລະ ຫຼາກຫຼາຍ, ເຊິ່ງມີທັງພູຫິມະ, ປ່າໄມ້, ທົ່ງຫຍ້າ, ໜອງບຶງ, ແມ່ນໍ້າ, ຮ່ອມພູ, ທະເລຊາຍໂກບີ ( Gobi ) ແລະ ທະເລຊາຍອື່ນໆ, ເຮັດໃຫ້ພວກເຮົາຮູ້ສຶກວ່າໄດ້ເດີນທາງຈາກເຂດຮ້ອນໄປຫາຂົ້ວໂລກ ແລະ ແຫ້ງແລ້ງໄປຫາປຽກຊຸ່ມໄດ້ພາຍໃນມື້ດຽວ ແລະ ເນື່ອງຈາກສະພາບອາກາດເຫຼົ່ານີ້ເກີດຂຶ້ນໃນຊ່ວງເວລາທີ່ແຕກຕ່າງກັນ, ຈຶ່ງເຮັດໃຫ້ຕະຫຼອດທັງປີຢູ່ບ່ອນນີ້ມີທິວທັດທີ່ຫຼາກຫຼາຍ ແລະ ວິຈິດສວຍງາມແປກຕາຢູ່ສະເໝີ.
ອົບພະຍົບຕະຫຼອດສີ່ລະດູຕາມນັດໝາຍ
ພູມສັນຖານທີ່ຫຼາກຫຼາຍ, ໄດ້ກໍານົດວິຖີຊີວິດໃນເຂດນີ້. ຈັງຫວະການໃຊ້ຊີວິດຢູ່ ອາເລີ້ທ້າຍ ນັ້ນເຊື່ອງຊ້າຫຼາຍ: ລະດູໜາວກິນເວລາເຖິງເຄິ່ງປີ, ມີເວລາຫຼາຍພໍໃຫ້ຄົນໄດ້ກໍ່ໄຟ, ຊວ້ານຫິມະ, ອ່ານໜັງສື, ດື່ມເຫຼົ້າ ຫຼື ບໍ່ເຮັດຫຍັງເລີຍໃນລະຫວ່າງທີ່ລໍຖ້າຝົນແລກຂອງລະດູບານໃໝ່, ຫິມະລະລາຍ ແລະ ແມ່ນໍ້າເອີ່ນອງ. ເມື່ອລະດູບານໃໝ່ ແລະ ລະດູຮ້ອນອັນແສນສັ້ນມາເຖິງ, ຈັງຫວະຂອງຜູ້ຄົນກໍຍືດຍາວໄປຕາມກາງເວັນທີ່ຍາວນານຂຶ້ນ. ອາເລີ້ທ້າຍ ໃນເດືອນ ມິຖຸນາ, ຫຼັງຈາກ 22:00 ໂມງ ຕາມເວລາປັກກິ່ງ, ຍັງສາມາດແນມເຫັນດວງຕາເວັນຄ່ອຍໆລອຍລົງສູ່ແມ່ນໍ້າເອີເອີຊີຊື ( Irtysh ) ທີ່ຢູ່ຫ່າງໄກ.
ທຸກປີ, ຊາວເຜົ່າກາຊັກໃນ ອາເລີ້ທ້າຍ ຈະໄດ້ລູກແກະນ້ອຍໃນຊ່ວງລະດູບານໃໝ່, ເຂົາເຈົ້າຈະອຸ້ມແກະນ້ອຍທີ່ຫາກໍ່ເກີດໃໝ່ ແລະ ໄລ່ຕ້ອນຝູງແກະ, ຝູງງົວ, ຝູງມ້າ, ອູດ ແລະ ໝາລ້ຽງແກະ, ມຸ່ງໜ້າຂຶ້ນເໜືອໄປຕາມແລວຫິມະ, ເພື່ອໄປລ້ຽງສັດຢູ່ທົ່ງຫຍ້າເທິງພູສູງ; ໃນລະດູໃບໄມ້ຫຼົ່ນ, ເຂົາເຈົ້າຈະອົບພະຍົບໜີຫິມະທີ່ຕົກໜັກ, ໄປຍັງທົ່ງລ້ຽງສັດລະດູໃບໄມ້ຫຼົ່ນ ເພື່ອເພີ່ມນໍ້າໜັກໃຫ້ຕົນເອງ ແລະ ເພາະພັນປະສຸສັດ; ສຸດທ້າຍ, ກໍມາເຖິງທົ່ງລ້ຽງສັດລະດູໜາວ ເຂົາເຈົ້າຈະຂ້າມຜ່ານໜ້ໜາວຢູ່ບ່ອນນີ້ ເພື່ອໃຫ້ສັດທີ່ກໍາລັງຖືພາມີບ່ອນຫລົບພາຍຸຫິມະອັນໜາວເຢັນທີ່ສຸດໃນປີ. ເປັນໄປຄືແນວນີ້ຈົນຮອດລະດູຮ້ອນ, ແຕ່ລະປີຈະມີການອົບພະຍົບຢ່າງໜ້ອຍ 4 ຄັ້ງ, ໄລຍະທາງຢ່າງໜ້ອຍສຸດແມ່ນຫຼາຍຮ້ອຍກິໂລແມັດ, ຫຼາຍສຸດແມ່ນພັນກວ່າກິໂລແມັດ.
ການລ້ຽງສັດແບບອົບພະຍົບຕາມລະດູການແມ່ນບົດທົດສອບຊີວິດ, ມັນແມ່ນຫົວຄິດປະດິດສ້າງໃນການດໍາລົງຊີວິດ, ທັງເປັນວິທີການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງຄົນ ແລະ ທໍາມະຊາດທີ່ຊາວກະສິກອນລ້ຽງສັດໄດ້ຄົ້ນຄວ້າມາຈາກການອອກແຮງງານໃນຕະຫຼອດເວລາຍາວນານຜ່ານມາ. ໃນໜັງສື ແລະ ລະຄອນ, ນາງ ຫຼີເວີນຊິ້ວ ທີ່ໄປເຮັດວຽກຢູ່ໃນເມືອງໄດ້ພົບເຈິກັບມໍລະສຸມຊີວິດ ແລະ ຮູ້ສຶກທໍ້ຖອຍ ຈຶ່ງໄດ້ກັບໄປຍັງທົ່ງຫຍ້າໄປຫາອ້ອມກອດຂອງແມ່, ເພື່ອຢັ້ງຢືນວ່າຕົວເອງເປັນຄົນມີປະໂຫຍດ, ນາງຈຶ່ງຂານອາສາໄປທວງໜີ້ກັບຊາວກະສິກອນລ້ຽງສັດ, ເຖິງແມ່ນວ່າຜົນທີ່ໄດ້ຈະບໍ່ເພິ່ງປາຖະໜາປານໃດ, ແຕ່ຢ່າງໜ້ອຍກໍທວງໄດ້ອູດມາໂຕໜຶ່ງ. ນາງ ຫຼີເວີນຊິ້ວ ບອກກັບແມ່ດ້ວຍສຽງທີ່ດັງວ່າ: “ ເຫັນບໍ, ເຖິງວ່າຂ້ອຍຈະເງິໆງະໆ, ແຕ່ຂ້ອຍກໍຍັງເປັນຄົນມີປະໂຫຍດ, ແມ່ນບໍ? ” ທັງນີ້, ຜູ້ເປັນແມ່ພັດຕອບວ່າ: “ ແມ່ນຫຍັງທີ່ເອີ້ນວ່າມີປະໂຫຍດ? ເຈົ້າເບິ່ງຕົ້ນໄມ້ ແລະ ຫຍ້າທີ່ຢູ່ເທິງທົ່ງຫຍ້າແຫ່ງນີ້ແມ໋, ມີຄົນກິນມີຄົນໃຊ້, ອັນນັ້ນກໍເອີ້ນວ່າມີປະໂຫຍດ, ຫາກບໍ່ມີຄົນໃຊ້, ພວກມັນກໍຍັງຢູ່ເທິງທົ່ງຫຍ້າແຫ່ງນີ້ໄດ້ແບບສະບາຍ ແລະ ມີອິດສະຫຼະ, ແມ່ນບໍ?” ຕົວຢ່າງອີກຕອນໜຶ່ງ, ໃນຂະນະທີ່ຄອບຄົວຂອງ ນາງ ຫຼີເວີນຊິ້ວ ຕິດຕາມຊາວກະສິກອນລ້ຽງສັດເດີນທາງໄປຍັງທົ່ງລ້ຽງສັດແຫ່ງໃໝ່, ເຖິງແມ່ນວ່າຈະເຕັມໄປດ້ວຍສິ່ງທ້າທາຍ, ແຕ່ແມ່ຕູ້ເຜົ່າມົງໂກນກໍບອກວ່າ: “ເຖິງວ່າຊີວິດຈະທໍລະຫົດ, ແຕ່ຕ້ອງໃຊ້ຊີວິດຢ່າງສົດໃສແວວວາວ.” ການໃຊ້ຊີວິດແບບຫ່າງໄກຄວາມສັບສົນວຸ້ນວາຍ, ກັບຄືນສູ່ທໍາມະຊາດ ແລະ ປະເຊີນໜ້າກັບຕົນເອງແບບນີ້, ໄດ້ມອບພະລັງໃນການຟື້ນຟູຮ່າງກາຍຈິດໃຈໃຫ້ແກ່ຄົນ. ຢູ່ບ່ອນນີ້, ຜູ້ຄົນເບິ່ງຄືວ່າບໍ່ຄ່ອຍມີຄວາມວິຕົກກັງວົນ, ເຂົາເຈົ້າມີແຕ່ລໍຖ້າໃຫ້ສິ່ງຕ່າງໆເປັນໄປຕາມທໍາມະຊາດ.
ຫຼາຍປີມານີ້, ຊາວກະສິກອນລ້ຽງສັດໃນ ອາເລີ້ທ້າຍ ໄດ້ພາກັນຊື້ລົດແກ່ເຄື່ອງນ້ອຍມາໃຊ້ແທນອູດໃນເວລາທີ່ອົບພະຍົບໄປທົ່ງລ້ຽງສັດໃໝ່, ຜູ້ເຖົ້າ ແລະ ເດັກນ້ອຍສາມາດນັ່ງຢູ່ເບາະຫຼັງຂອງລົດ, ສ່ວນທ້າຍລົດກໍນໍາມາໃຊ້ຕ່າງເຄື່ອງ, ທັງໄວທັງສະດວກສະບາຍ. ມີຊາວກະສິກອນລ້ຽງສັດຈໍານວນຫຼາຍໄດ້ປຸກເຮືອນກໍ່ຢູ່ທົ່ງລ້ຽງສັດລະດູໜາວ, ໃຊ້ເຕົາແກັດສຕົ້ມຊານົມ ແລະ ເຮັດອາຫານ, ໃຊ້ເຕົາຝີງໄຟຖ່ານຫີນ, ການໃຊ້ຊີວິດນັບມື້ນັບສະດວກສະບາຍຍິ່ງຂຶ້ນ.
ຄອບຄົວຂອງ ແຢ້ລີ້ນ້າເອີ ( Ye li na er ) ອາໄສຢູ່ໃນຊຸມຊົມຊາວກະສິກອນລ້ຽງສັດທີ່ທາງລັດຖະບານສ້າງໃຫ້, ລາວ ແລະ ນ້ອງສາວພາກັນເຂົ້າໂຮງຮຽນທີ່ຢູ່ໃກ້ເຮືອນຕັ້ງແຕ່ຍັງນ້ອຍ, ສະດວກສະບາຍຫຼາຍ. ທຸກບ່າຍວັນສຸກ, ແຢ້ລີ້ນ້າເອີ ແລະ ນ້ອງສາວຈະພາກັນໄປຫາພໍ່ແມ່ທີ່ລ້ຽງສັດຢູ່ທົ່ງພຽງເຮີ່ຍລິວທ່ານ( Heiliutan ) ແລະ ຈະອາໄສຢູ່ຫັ້ນໃນມື້ພັກເສົາອາທິດ, ນີ້ແມ່ນຊ່ວງເວລາທີ່ມີຄວາມສຸກທີ່ສຸດຂອງລາວ. ແຢ້ລີ້ນ້າເອີ ບໍ່ພຽງແຕ່ຮຽນເກັ່ງ, ແຕ່ຍັງທີຄວາມສາມາດຮອບດ້ານ ແລະ ມີງານອະດິເຫຼກຫຼາຍຢ່າງ. ລາວຫຼິ້ນໂອແກນເກັ່ງ, ຮ້ອງເພງພື້ນເມືອງຂອງເຜົ່າກາຊັກໄດ້ດີ, ຕີປິ່ງປ່ອງກໍໄດ້ທີ່ໜຶ່ງຂອງໂຮງຮຽນ. ທຸກຄົນໃນຄອບຄົວຂອງ ແຢ້ລີ້ນ້າເອີ ລ້ວນເຕັ້ນເກັ່ງຮ້ອງເພງເກັ່ງ, ທຸກຄັ້ງທີ່ລາວໄປຫາພໍ່ແມ່, ກະໂຈມຈະກາຍເປັນ “ພື້ນທີ່ແຫ່ງສຽງດົນຕີເທິງທົ່ງຫຍ້າ”.
ປັດຈຸບັນໄວໜຸ່ມເຜົ່າກາຊັກຈໍານວນຫຼາຍໄດ້ພາກັນນໍາໃຊ້ລົດຈັກ, ກ້ອງຊ່ອງທາງໄກ ແລະ ໂຟນນີ້ໃນການລ້ຽງສັດເທິງທົ່ງຫຍ້າ ຫຼື ແມ່ນແຕ່ໄລຟສົດໃນເວລາທີ່ລ້ຽງສັດ. ໄວໜຸ່ມທີ່ເປັນຜູ້ສືບສານການລ້ຽງສັດແບບດັ້ງເດີມເຫຼົ່ານີ້, ບໍ່ພຽງແຕ່ເປີດຮັບຄວາມສະດວກສະບາຍຂອງຍຸກຂໍ້ມູນຂ່າວສານ, ແຕ່ຍັງໃຊ້ຊີວິດແບບສະບາຍສະບາຍຢູ່ເຖິງທົ່ງຫຍ້າກັບງົວ ແລະ ແກະ. ສ່ວນປະເພນີການລ້ຽງສັດແບບອົບພະຍົບຕາມລະດູທີ່ເຄີຍສືບທອດກັນມາຫຼາຍພັນປີນັ້ນ, ໄດ້ກາຍເປັນຊັບພະຍາກອນດ້ານການທ່ອງທ່ຽວທາງວັດທະນະທໍາທີ່ມີເອກະລັກຂອງ ອາເລີ້ທ້າຍ, ເຊິ່ງມັນໄດ້ດຶງດູດນັກທ່ອງທ່ຽວຈາກທົ່ວທຸກມຸມໂລກ ແລະ ຜູ້ມັກຮັກໃນການຖ່າຍຮູບໃຫ້ເດີນທາງມາບ່ອນນີ້.
ຊີມລົດຊາດອາເລີ້ທ້າຍ
ສິ່ງທີ່ສາມາດບົ່ງບອກເອກະລັກທ້ອງຖິ່ນໄດ້ດີທີ່ສຸດ, ແນ່ນອນວ່າແມ່ນອາຫານການກິນຂອງຄົນ ອາເລີ້ທ້າຍ.
ປົກກະຕິແລ້ວຄົນອາເລີ້ທ້າຍຈະບົດກ້ອນຊາ, ຈາກນັ້ນກໍໃສ່ເກືອໃນປະລິມານທີ່ເໝາະສົມຕື່ມນໍ້າແລ້ວນໍາໄປຕົ້ມ, ເມື່ອຟົດແລ້ວກໍນໍາມາປະສົມກັບນົມງົວສົດ. ຊານົມ ແລະ ແຜ່ນນານແມ່ນອາຫານເຊົ້າຂອງຊິນຈຽງ. ຊານົມຊຶມເຂົ້າໄປໃນແຜ່ນນານ, ຫອມຫວານອ່ອນນຸ້ມ, ນອກນີ້ຍັງສາມາດກິນກັບກວນໝາກໄມ້, ເນີຍ, ຊີດສ, ໝາກໄມ້ແຫ້ງ ແລະອື່ນໆທີ່ຢູ່ເທິງໂຕະອາຫານ.
ຄົນອາເລີ້ທ້າຍມັກກິນຊີ້ນຈຸ່ມໝໍ້ໄຟລວມມິດ. ກະດູກຂ້າງແກະ, ຊີ້ນງົວ, ເຫັດປ່າ ແລະ ຜັກອື່ນໆໄດ້ຖືກນໍາມາຈັດວາງຢູ່ໃນໝໍ້ທອງແດງກົ້ນໜາແບບດັ້ງເດີມ, ຕຸ້ມດ້ວຍໄຟອ່ອນໆ, ຜັກທີ່ຢອງກັນເປັນຊັ້ນໆຄ່ອຍໆຍວບລົງ, ນໍ້າທີ່ຢູ່ໃນຜັກໄຫຼອອກມາ, ຊີ້ນກໍດູດຊຶມເອົານໍ້າຜັກຫວານໆຢ່າງເຕັມທີ່, ກິ່ນຫອມຂອງນໍ້າແກງ ແລະ ນໍ້າຜັກປະສົມລວມກັນ, ກະຕຸ້ນຄວາມຢາກຂອງນັກກິນທັງຫຼາຍໃນທັນທີ.
ອາເລີ້ທ້າຍທີ່ເປັນ “ດິນແດນທີ່ຫ່າງໄກທະເລທີ່ສຸດ” ແຫ່ງນີ້, ກໍມີຜະລິດຕະພັນສັດນໍ້າທີ່ມີຄຸນນະພາບສູງເຊັ່ນກັນ. ໃນແວດລ້ອມທໍາມະຊາດ, ປາທີ່ອາໄສໃນນໍ້າເຢັນຈະເຕີບໃຫຍ່ຊ້າ, ແຕ່ຈະອຸດົມໄປດ້ວຍກົດໄຂມັນ, ກົດອາມິໂນ ແລະ ອື່ນໆ, ເນື້ອປາແໜ້ນ ແລະ ລະອຽດນຸ້ມ, ບໍ່ວ່າຈະນໍາໄປປີ້ງ, ໜຶ້ງ ຫຼື ຕຸ້ມລ້ວນມີລົດຊາດດີ. ໃນເດືອນ ກັນຍາ, ທີ່ຟາມລ້ຽງປູແຫ່ງໜຶ່ງໃນ ອາເລີ້ທ້າຍ ຄົນງານກໍາລັງຈັບປູທີ່ໃຫຍ່ກໍາລັງດີຊຸດທໍາອິດຂຶ້ນມາ. ປູໂຕຕຸ້ຍໆໃຫຍ່ໆຖືກຄັດແຍກ ແລະ ບັນຈຸພັນ ແລ້ວກໍສົ່ງໄປຈໍາໜ່າຍໃນເຂດຕາເວັນອອກຂອງຈີນ.
ທຸກໆປີ ນາງ ຢຽນມິງແຢ້ ( Yan Mingyue ) ຈະຂັບລົດເປັນໄລຍະທາງ 3.000 ກວ່າກິໂລແມັດຈາກບ້ານເກີດ ນະຄອນຊ່ານເມີນເຊຍ, ແຂວງເຫີນານ (Henan)ມາຍັງ ບ້ານປາຍຮ່າປ່າ ( Baihaba), ເມືອງປູ້ເອີຈິ່ນ(Burqin), ເຂດອາເລີ້ທ້າຍ ແລະ ອາໄສຢູ່ນີ້ສີ່ເຖິງຫ້າເດືອນແລ້ວຈຶ່ງກັບບ້ານ.
ໃນປີ 2019, ເປັນຄັ້ງທໍາອິດທີ່ນາງໄດ້ເດີນທາງມາທ່ອງທ່ຽວຢູ່ ບ້ານປາຍຮ່າປ່າ ໃນເຂດອາເລີ້ທ້າຍ ແລະ ກໍຖືກບ້ານທີ່ເຕັມໄປດ້ວຍທໍາມະຊາດແຫ່ງນີ້ສະກົດຈິດໃຈ. ໃນປີຕໍ່ມາ, ລາວໄດ້ກັບມາທີ່ ບ້ານປາຍຮ່າປ່າ ອີກຄັ້ງ ແລະ ໄດ້ເປີດໂຮມສະເຕແຫ່ງໜຶ່ງທີ່ມີຊື່ວ່າ “ເດືອນກັນຍາ”. ໂຮມສະເຕມີຕູບໄມ້ແຍກປ່ຽວ 7 ຫຼັງ, ພ້ອມທັງໄດ້ຂາຍອາຫານແບບງ່າຍໆ ແລະ ກາເຟ. ບໍ່ໄດ້ຈ້າງພໍ່ຄົວມືອາຊີບ, ນາງ ຢຽນມິງແຢ້ ກັບ ນ້ອງສາວ ແລະ ອ້າຍບ່າວທ້ອງຖິ່ນຄົນໜຶ່ງ, ທັງສາມຄົນຊ່ວຍກັນເຮັດອາຫານ. ສ່ວນຫຼາຍພວກເຂົາຈະນໍາໃຊ້ວັດຖຸດິບໃນທ້ອງຖິ່ນມາເຮັດອາຫານພື້ນເມືອງຂອງຊິນຈຽງເຊັ່ນ: ຊານົມ, ໄກ່ຖາດ, ປີ້ງຊີ້ນແກະ ແລະ ອື່ນໆ, ລວມເຖິງ “ຮູເອີຕະເຄີ (Hu er da ke)”—ມັນແມ່ນອາຫານພື້ນເມືອງຂອງເຜົ່າກາຊັກ, ເຊິ່ງເຮັດຈາກຊີ້ນງົວ ຫຼື ແກະ, ກະລົດ, ມັນຝຣັ່ງ, ຫົວຜັກບົ່ວໃຫຍ່ ແລະ ອື່ນໆທີ່ຊອຍເປັນຕ່ອນນ້ອຍໆແລ້ວນໍາໄປຕຸ້ມ.
ໂດຍປົກກະຕິແລ້ວ, ເມື່ອເຂົ້າສູ່ລະດູທ່ອງທ່ຽວໃນຊ່ວງເຄິ່ງປີຫຼັງ, ຈະມີນັກທ່ອງທ່ຽວມາຮັບປະທານອາຫານ ແລະ ດື່ມກາເຟຈໍານວນບໍ່ໜ້ອຍ. ໃນເດືອນ ມິຖຸນາ ຂອງປີຜ່ານມາ, ລະຄອນ “ອາເລີ້ທ້າຍຂອງຂ້ອຍ” ໄດ້ມາຖ່າຍທໍາໃນ ບ້ານປາຍຮ່າປ່າ ເປັນເວລາເຄິ່ງເດືອນ, ເຊິ່ງທີມງານລະຄອນໄດ້ກາຍເປັນແຂກປະຈໍາຂອງ “ເດືອນກັນຍາ”.
ຫຼັງຈາກແຕ່ງງານໃນປີ 2011, ນາງ ຢຽນມິງແຢ້ ກໍກາຍເປັນແມ່ເຮືອນເຕັມຕົວ, ພຽງຊົ່ວພິບຕາລູກຝາແຝດຂອງລາວກໍໄດ້ອາຍຸ 12 ປີ, ເພາະໄດ້ຜູ້ເຖົ້າຢູ່ເຮືອນຊ່ວຍເບິ່ງແຍງ, ນາງ ຢຽນມິງແຢ້ ເລີຍບໍ່ຄ່ອຍເປັນກັງວົນ. ເຊັ່ນດຽວກັນກັບຄົນອື່ນໆທີ່ຫຼົງສະເໜ່ ອາເລີ້ທ້າຍ, ນາງ ຢຽນມິງແຢ້ ມີເວລາເຮັດໃນສິ່ງທີ່ຕົນເອງມັກ ແລະ ໃຊ້ຊີວິດໃນແບບທີ່ແຕກຕ່າງກັນໄປ.